|
|
|||||||||||||||||||
| Nokia ເປີດຕົວໂທລະສັບມືຖືລຸ້ນໃໝ່ເພື່ອສູ້ກັບ iPhone |
|
|
|
| Written by birdflu2007.exe | |
![]() ຫລັງຈາກທີ່ຫາກໍ່ເປີດຮ້ານເພງອອນໄລນ໌ໄປ Nokia ກໍສົ່ງໂທລະສັບມືຖືລຸ້ນໃໝ່ 2ລຸ້ນອອກມາ ເພື່ອສູ້ກັບ iPhone ແລະ iTunes ຂອງ Apple ໂດຍສະເພາະ ໂດຍຈາກທີ່ Nokia ບໍລິສັດຜູ້ຜະລິດໂທລະສັບມືຖືລາຍໃຫຍ່ຈາກຟິນແລນດ໌ ໄດ້ເລີ່ມເປີດຮ້ານຈຳໜ່າຍເພງອອນໄລນ໌ຕາມແບບ iTunes ຂອງ Apple ໄປແລ້ວ ໃນວັນອັງຄານທີ່ຜ່ານມາກໍໄດ້ມີການເປີດໂຕໂທລະສັບມືຖືສະມາດໂຟນລຸ້ນໃໝ່ທີ່ຮອງຮັບຟັງຊັ້ນຟັງເພງເພື່ອແຂ່ງຂັນກັບ iPhone ທີ່ກຳລັງເປັນທີ່ນິຍົມໃນຕະຫລາດ 2ລຸ້ນນຳກັນຄື 5320 ແລະ 5220 XpressMusic ໂດຍນອກຈາກການໃຊ້ງານໂທລະສັບ ແລະເຊື່ອມຕໍ່ເຄືອຂ່າຍຂໍ້ມູນໄຮ້ສາຍທົ່ວໄປແລ້ວ 5320 XpressMusic ຍັງຈະມີຟັງຊັ້ນຄຳສັ່ງສຽງທີ່ໃຫ້ຜູ້ໃຊ້ສັ່ງການເຮັດວຽກຕ່າງໆດ້ວຍສຽງເວົ້າໄດ້ຕັ້ງແຕ່ສັ່ງຫລິ້ນເພງ ໄປຈົນເຖິງເລືອກເພງທີ່ຈະຟັງ ເຊິ່ງຫນ່ວຍຄວາມຈຳສາມາດເພີ່ມໄດ້ສູງສຸດ 8GB ນອກຈາກນີ້ຍັງອອກແບບໃຫ້ປຸ່ມກົດຮອງຮັບຫລິ້ນເກມໃນການວາງເຄື່ອງແນວນອນໄດ້ດີ ໂດຍການຈຳໜ່າຍຂອງທັງ 5320 ແລະ 5220 XpressMusic ນັ້ນຈະເປັນໄຕມາດທີ່ 3ຂອງປີນີ້ໃນລາຄາປະມານ 254 ເຖິງ 350ດອນລາສະຫະລັດ ຯ ເຊິ່ງຂະນະນີ້ນັ້ນບໍລິສັດຜູ້ຜະລິດໂທລະສັບມືຖືລາຍຕ່າງ ໆຍັງບໍ່ມີລາຍໃດທີ່ສາມາດສົ່ງຜະລິດຕະພັນອອກມາແຂ່ງຂັນກັບ iPhone ແລະ iTunes ຂອງ Apple ໄດ້ ເນື່ອງຈາກiPod ຂອງ Apple ເອງກໍຄອງສ່ວນແບ່ງຕະຫລາດຂອງເຄື່ອງຫລິ້ນເພງດິຈິຕ້ອນຢູ່ແລ້ວ Source :TechWeb |
| < Prev | Next > |
|---|
___________________________ຕະຫລາດ ລາວຊ້າ / Laozaa E-market___________________________
![]() Christine Mcguire | ![]() Annie Burks | ![]() Louise Dillard | ![]() Boyd Mccarthy |
![]() Jonathan Patton | ![]() John Kane | ![]() Therese Good | ![]() Shannon Jefferson |
__________________________ຕາລາງຫນັງສາຍໃນ ITECC___________________________













|
|
|