|
|
|||||||||||||||||||
| AMD ເຜີຍຜົນປະກອບການຍັງຄົງຂາດທຶນຢ່າງຕໍ່ເນື່ອງ |
|
|
|
| Written by birdflu2007.exe | |
![]() ບໍລິສັດ Advanced Micro Devices ຫລື AMD ໄດ້ອອກມາເປີດເຜີຍເຖິງຜົນປະກອບການໃນຊ່ວງໄຕມາດທຳອິດຂອງປີວ່າ ຍັງ ຄົງປະສົບກັບພາວະຂາດທຶນຢ່າງຕໍ່ເນື່ອງ ໂດຍຂາດທຶນເປັນເງິນກວ່າ 358 ລ້ານດອນລ່າສະຫະລັດ ຯ ເຊິ່ງທາງ AMD ຈະທຳການພິຈາລະນາແກ້ໄຂປັບປຸງໃໝ່ ໂດຍຜົນປະກອບການໃນຊ່ວງໄຕມາດທຳອິດຂອງປີ ຫລືສີ້ນສຸດວັນທີ່ 29 ມີນາ AMD ສູນເສຍເງີນໄປກວ່າ 358 ລ້ານດອນລ່າສະຫະລັດ ຯ ເຊິ່ງຄິດໄລ່ຈາກລາຍໄດ້ທີ່ສົມຄວນຈະໄດ້ຮັບ ໂດຍຫາກຫັກລາຍໄດ້ທີ່ໄດ້ຈາກ ATI ໃນປີ 2006 ເຊິ່ງຄິດເປັນເງີນ 50 ລ້ານດອນລ່າສະະຫະລັດ ຯດ້ວຍແລ້ວ ຈະເຮັດໃຫ້ AMD ສູນເສຍເງິນສຸດທິໄປກວ່າ 308 ລ້ານດອນລ່າສະຫະລັດ ຯ ຫລື 51 ເຊັນຕໍ່ຮຸ້ນ ເຖິງແມ່ນວ່າ AMD ຈະມີລາຍໄດ້ຈາກທຸລະກິດຜະລິດຊິບເພີ່ມຂຶ້ນ 30 ເປີເຊັນເມື່ອປຽບທຽບກັບໄຕມາດທຳອິດໃນປີທີ່ຜ່ານມາ ເຊິ່ງເປັນຜົນມາຈາກການມີຍອດຈຳໜ່າຍທີ່ເພີ່ມສູງຂຶ້ນ ແຕ່ໃນພາບລວມຂອງທຸລະກິດກໍຍັງຖືວ່າຂາດທຶນຢູ່ ເຊິ່ງທາງ AMD ຈະທຳການພິຈາລະນາແກ້ໄຂປັບປຸງໃໝ່ ແລະຈະທຳການປ່ອຍສິນຄ້າໃຫມ່ລົງຕະຫລາດພາຍໃນທ້າຍໄຕມາດທີ່ສອງ ເຊິ່ງສິນຄ້າໃໝ່ທີ່ຈະມາຕີຕະຫລາດ ໄດ້ແກ່ ຊິບ Barcelona ແລະ Phenom ເຊິ່ງເປັນຊິບປະມວນຜົນສຳລັບເຊິຟເວີລ໌ແລະ desktops ແບບ quad-core Source :CNET |
| < Prev | Next > |
|---|
___________________________ຕະຫລາດ ລາວຊ້າ / Laozaa E-market___________________________
![]() Christine Mcguire | ![]() Annie Burks | ![]() Louise Dillard | ![]() Boyd Mccarthy |
![]() Jonathan Patton | ![]() John Kane | ![]() Therese Good | ![]() Shannon Jefferson |
__________________________ຕາລາງຫນັງສາຍໃນ ITECC___________________________













|
|
|