|
ບໍລິສັດໃນຍີ່ປຸ່ນສົ່ງຢາບຳລຸງສຳລັບເກມເມີລ໌ໂດຍສະເພາະ |
|
|
|
|
Written by birdflu2007.exe
|

ຂະນະທີ່ຜະລິດຕະພັນປະເພດເຄື່ອງດື່ມບຳລຸງ ຊູກຳລັງຕ່າງ ໆນັ້ນເປັນທີ່ນິຍົມໃນຍີ່ປຸ່ນຢູ່ແລ້ວ ຫລ້າສຸດກໍມີການສົ່ງຢາເມັດບຳລຸງສຳລັບເກມເມີລ໌ລະດັບຮາດຄໍໂດຍສະເພາະອອກມາຈຳໜ່າຍ
ໂດຍສຳນັກຂ່າວຣອຍເຕີລ໌ລາຍງານວ່າບໍລິສັດ Kyowa-Yakuhin ໄດ້ຜະລິດຢາບຳລຸງສຳລັບເກມເມີລ໌ໃຊ້ບຳລຸງຮ່າງກາຍຫລັງຈາກຫລິ້ນເກມມາໜັກທັງຄືນ ຊຶ່ງຈະມີ 2ຊະນິດນຳກັນຄືບລູເບີລີ້ທີ່ຈະຊ່ວຍບຳລຸງດ້ານສາຍຕາ ແລະແບບທີ່ມີ Docosahexaenoic acid ຫລື DHA ທີ່ຈະຊ່ວຍເພີ່ມສະມາທິໃນການຫລິ້ນ ຊຶ່ງກ່ອນໜ້ານີ້ໃນປີທີ່ແລ້ວຊ່ວງທີ່ມີການສະຫລອງຄົບຮອບ 10ປີຂອງເກມ Final Fantasy VII ບໍລິສັດ Suntory ແລະ Square-Enix ກໍໄດ້ສົ່ງເຄື່ອງດື່ມ " Final Fantasy Potions" ອອກຈຳໜ່າຍໃນແບບ limited edition ໂດຍເປັນເຄື່ອງດື່ມທີ່ປະສົມວິຕາມິນ ແລະໂລໂຢ້ເຈວລີ່ ສຳລັບຕະຫລາດສະຫະລັດ ຯນັ້ນໃນຊ່ວງທີ່ເກມ Halo3 ອອກຈຳໜ່າຍກໍມີການສົ່ງຈຳໜ່າຍເຄື່ອງດື່ມ Mountain Dew ເວີລ໌ຊັ່ນພິເສດຜະລິດມາສຳລັບຜູ້ມັກເກມ Halo 3 ໂດຍສະເພາະອອກຈຳໜ່າຍໄປດ້ວຍ
Source :GameSpot |
__________________________________________________________________________________
___________________________ຕະຫລາດ ລາວຊ້າ / Laozaa E-market___________________________
__________________________ຕາລາງຫນັງສາຍໃນ ITECC___________________________