|
|
|||||||||||||||||||
| MICROSOFT ຍືດອາຍຸ Windows XP ອີກຄັ້ງ |
|
|
|
| Written by birdflu2007.exe | |
![]() ໄມໂຄຣຊອຟທ໌ຕັດສິນໃຈທີ່ຈະຂະຫຍາຍເວລາການໃຊ້ ສຳລັບລະບົບປະຕິບັດການ Windows XP ອີກຄັ້ງ ແຕ່ມີຂໍ້ຈຳກັດຢູ່ວ່າ ຈະສາມາດໃຊ້ໄດ້ກັບຄອມພິວເຕີລຸ້ນລະດັບຕ່ຳເທົ່ານັ້ນ ໂດຍເມື່ອວັນພະຫັດທີ່ຜ່ານມາ ໄມໂຄຣຊອຟທ໌ໄດ້ຕັດສິນໃຈທີ່ຈະຂະຫຍາຍເວລາການໃຊ້ງານຂອງລະບົບປະຕິບັດການ Windows XP ອອກໄປອີກ ແຕ່ມີເງື່ອນໄຂວ່າ ຈະສາມາດໃຊ້ໄດ້ສະເພາະລະບົບປະຕິບັດການ Windows XP Home edition ແລະໃຊ້ໄດ້ກັບຄອມພິວເຕີລຸ້ນລະດັບຕ່ຳ ຫລືທີ່ເອີ້ນວ່າ ultra-low-cost PCs (ULCPC) ເທົ່ານັ້ນ ໂດຍ ULCPC ຈະເປັນຄອມພິວເຕີທີ່ມີລະບົບການປະມວນຜົນຕ່ຳ ໜ້າຈໍມີຂະໜາດນ້ອຍ ແລະມີຫນ່ວຍຄວາມຈຳເປັນແບບ flash memory ແທນລະບົບຮາດດິດກ໌ ໂດຍ Michael Dix ຜູ້ຈັດການທົ່ວໄປຝ່າຍການຕະຫລາດຂອງໄມໂຄຣຊອຟທ໌ ກ່າວວ່າ ໄມໂຄຣຊອຟທ໌ຈະອະນຸຍາດໃຫ້ໂຮງງານຜູ້ຜະລິດຄອມພິວເຕີສາມາດໃຊ້ລະບົບປະຕິບັດການ Windows XP ຫລື Vista ເທິງ ULCPC ໄດ້ ໂດຍບໍລິສັດຜູ້ຜະລິດຄອມພິວເຕີລາຍໃຫຍ່ຍັງຄົງໃຊ້ກຳນົດການເດີມທີ່ຈະຢຸດການຈຳໜ່າຍ Windows XP ສຳລັບຜູ້ໃຊ້ທົ່ວ ໆໄປຈົນຫມົດເດືອນມິຖຸນານີ້ ສ່ວນໃນເລື່ອງຂອງການບໍລິການຈະຍັງຄົງໃຫ້ບໍລິການໄປຈົນເຖິງເດືອນເມສາປີ 2009 ຕໍ່ຈາກນັ້ນ ຈະມີການໃຫ້ບໍລິການໃນບາງສ່ວນໄປຈົນເຖິງເດືອນເມສາປີ 2014 ໂດຍ Dix ຍັງໄດ້ກ່າວອີກວ່າ ທາງໄມໂຄຣຊອຟທ໌ມີຄວາມຫມັ້ນໃຈວ່າ ຈະຢຸດໃຫ້ບໍລິການ Windows XP ໃນເດືອນມິຖຸນານີ້ຢ່າງແນ່ນອນ ໂດຍບໍລິສັດຜູ້ຜະລິດຄອມພິວເຕີຈະສາມາດຈຳໜ່າຍ XP Home ສຳລັບຄອມພິວເຕີ ULCPC ໄດ້ໄປຈົນເຖິງວັນທີ່ 30 ມິຖຸນາ ປີ 2010 ຫລື 1 ປີຫລັງຈາກທີ່ເປີດຕົວ Windows 7 ເຊິ່ງເປັນເວີຊັ້ນໃໝ່ຂອງລະບົບປະຕິບັດການ Windows Source :CNET |
| < Prev | Next > |
|---|
___________________________ຕະຫລາດ ລາວຊ້າ / Laozaa E-market___________________________
![]() Christine Mcguire | ![]() Annie Burks | ![]() Louise Dillard | ![]() Boyd Mccarthy |
![]() Jonathan Patton | ![]() John Kane | ![]() Therese Good | ![]() Shannon Jefferson |
__________________________ຕາລາງຫນັງສາຍໃນ ITECC___________________________













|
|
|