|
The Sims Castaway Stories
ເກມສ້າງບ້ານ ສ້າງເມືອງ ສ້າງຄອບຄົວ ທີ່ຫລາຍໆທ່ານຄົງຮູ້ຈັກດີໃນນາມຂອງ The Sims ນັ້ນແມ່ນໄດ້ຖືກສ້າງຂຶ້ນມາໄດ້ດົນແລ້ວ ແລະມີພາກເສີມອອກມາເລື້ອຍໆຈົນນັບບໍ່ຖ້ວນ ເຊິ່ງທີພ່ານໆມາກໍມັກຈະຊ້ຳຊາກຄື ສ້າງບ້ານ, ຫາວຽກເຮັດ, ຊອກຈີບສາວ, ເຖົ້າຕາຍ ແລ້ວກໍຫລິ້ນຜູ້ທີ່ເປັນລູກຕໍ່ ເຮັດໃຫ້ບໍ່ມີວັນສິ້ນສຸດຈັກເທື່ອ ເຖິງແມ່ນວ່າຈະມີພາກເສີມອອກມາເພື່ອໃຫ້ມີແນວເຮັດນອກເຫນືອຈາກທີ່ເວົ້າມາເຊັ່ນ: ໄປໃຊ້ຊີວິດທີ່ມະຫາໄລ ( Sim2 University ), ເຮັດກິດຈະການສ່ວນຕົວ ( Sim2 Open Business ), ເຮັດວຽກເສີມ ( Sim2 Free Time ).... ແຕ່ສຸດທ້າຍກໍຕ້ອງລົງເອີຍແບບດຽວກັນຢູ່ດີ ເຮັດໃຫ້ເວລາຫລິ້ນໄປແລ້ວຮູ້ສຶກວ່າບໍ່ມີບ່ອນກະຕຸ້ນໃຫ້ຢາກຫລິ້ນຕໍ່ໄປ. ເຊິງຕ່າງຈາກ The Sims Castaway Stories ເພາະມີຈຸດຫມາຍປາຍທາງທີ່ບັງຄັບເຮົາຕ້ອງເຮັດໃຫ້ໄດ້ ເວົ້າງ່າຍໆແມ່ນ ຫລິ້ນແລ້ວມີບ່ອນຈົບ.
ເນື້ອເລື້ອງໂດຍຫຍໍ້: The Sims Castaway Stories ຫນ້າຈະເປັນເລື້ອງລາວຕໍ່ຈາກ The Sims 2: Bon Voyage ທີຫລັງຈາກຊາວ Sims ທັງຫລາຍພາກັນໄປທອງທ່ຽວແລ້ວຂາກັບເກີດມີພະຍຸເຮັດໃຫ້ເຮືອຫລົ້ມ ແລ້ວແຕ່ລະຄົນຕ່າງກໍລອຍໄປຕິດຢູ່ເກາະຮ້າງແຫ່ງຫນຶ່ງກາງທະເລ ເຮັດໃຫ້ບັນດາ Sim ທັງຫລາຍຕ້ອງຫາວິທີເອົາໂຕລອດໃຫ້ໄດ້.... ຟັງໆໄປແລ້ວຄືກັບຫນັງ Castaway + ເກມທໍລະທັດ Survivor . ໂດຍເຮົາສາມາດເລືອກຫລິ້ນໄດ້ທັງໂຫມດ Story ແລະ ໂຫມດທຳມະດາ ( ກະຄືບໍ່ແມ່ນ Story ).
ເນື່ອງຈາກວ່າ The Sims Castaway Stories ນີ້ບໍ່ມີເນື້ອຫາກ່ຽວກັບ The Sim2 ດັ່ງນັ້ນທາງ Maxis ເລີຍໄດ້ສ້າງເປັນພາກແຍກອອກຕ່າງຫາກ ຄືບໍ່ຈຳເປັນຕ້ອງມີ The Sim2 ເປັນເກມຫລັກ ແຕ່ຖ້າເປັນ Version ຂອງ PS2, PSP, Wii, NDS ຈະໃຊ້ຊື່ວ່າ The Sims 2: Castaway.
ລະບົບການຫລິ້ນ:
ລະບົບການຫລິ້ນກໍຄືໆກັບເກມ The Sims ທົ່ວໆໄປ ແຕ່ຈະມີຈຸດແຕກຕ່າງບ່ອນທີ່ເຮົາຕ້ອງຫາທາງເອົາຊີວິດລອດໄປຈາກເກາະຮ້າງນີ້ໃຫ້ໄດ້ ໂດຍຕ້ອງອາໃສການເກັບຫມາກໄມ້, ການຫາປາ ເພື່ອບໍ່ໃຫ້ຫິວຕາຍ, ຊອກຕັດໄມ້ແຫ້ງ ຕັດຫຍ້າ ເພື່ອມາສ້າງເປັນບ້ານອາໃສຊົ່ວຄາວ. ສະພາບອາກາດຂອງເກາະກໍມີການປ່ຽນແປ່ງຕະຫລອດ ອາດຈະມີຝັນຕົກ ຫລື ແດດຈ້າໄປແຕ່ລະມື້ ເຊິງຖ້າເຮົາບໍ່ເອົາໃຈໃສ່ກໍອາດຈະເປັນໄຂໄດ້. ບາງຄັ້ງຖ້າໂຊກດີ ເວລາເຮົາອອກຈາກທີພັກຄະນະທີ່ຝົນຕົກ ເຮົາອາດຈະຖືກຟ້າພ່າລົງມາໃສ່ຫົວໄດ້....ແຕ່ບໍ່ເຖິງຂັ້ນຕາຍດອກ.
ຫາກໍຮູ້ວ່າຄົນປະເທດ Sims ນິສາມາດປີ້ນຂຶ້ນໄປເອົາຫມາກພ້າວມາກິນໄດ້ເກັ່ງອີ່ຫລີ

ຝົນຕົກຢູ່ ແຕ່ວ່າບໍ່ມີຫຍັງກິນເລີຍຕ້ອງຕຶກປາມາປີ້ງກິນ...

ອັນນີ້ກໍຫາກະຮູ້ວ່າ ຖ້າອອກໄປຕຶກເບັດຍາມຝົກຕົກຈະຖືກ.... ດຳປີ້ເລີຍ

ລະບົບພາບ:
ລະບົບພາບກໍຍັງເປັນ Engine ດຽວກັນກັບ Sim2 ແຕ່ຖ້າທຽບໃສ່ກັບເກມ Sim2 ໂຕອື່ນໆ ຈະເຫັນວ່າພາກດີໄດ້ບີບເອົາຄວາມສາມາດທັງຫມົດ ຂອງລະບົບອອກມາໃຊ້ໄດ້ຢ່າງຄຸ້ມຄ່າ ເພາະການຫລິ້ນຂອງເຮົາແມ່ນຢູ່ຖ່າມກາງທຳມະຊາດທີ່ມີທັງຕົ້ນໄມ້, ນຳທະເລ, ຫາດຊາຍ, ສິ່ງກໍສ້າງຕ່າງໆ ແລະສະພາບອາກາດທີ່ປ່ຽນແປງຕະຫລອດ ບໍ່ຄືກັບພາກອື່ນໆທີ່ເຫັນແຕ່ສິ່ງກໍສ້າງ, ລົດ, ຖະນົນ ແລະ ສວນຫລັງບ້ານເທົ່ານັ້ນ.
ຕົ້ນໄມ້ແຕ່ລະຕົ້ນ ກໍ່ມີປະໂຫຍດຕ່າງກັນໄປ

ພາບນ້ຳ ແລະ ແສງສະທ້ອນງາມໆແບບນີ້ຄົງຈະບໍ່ໄດ້ເຫັນໃນເກມ Sims ທົ່ວໆໄປ

ລະບົບສຽງ:
ລະບົບສຽງນີ້ ຈະວ່າໄປແລ້ວມັນກໍເປັນເອກະລັກຂອງເກມ The Sims ໄປແລ້ວ ໂດຍສະເພາະແມ່ນໃນເວລາລົມກັນຈະໃຊ້ພາສາ Sims ລົມກັນ ( ໃຜເຄີຍຫລິ້ນຄົງຈະເຂົ້າໃຈດີ ). ແຕ່ກໍຄືກັບທີ່ເວົ້າມາ, ຍ້ອນວ່າພາກນີ້ແມ່ນເຮົາອາໃສໃນເກາະ ໃນປ່າເປັນຫລັກ ເລີຍມີສຽງຄື້ນທະເລ, ສຽງນົກຫນູກົບຂຽດ ແລະເມື່ອເວລາຝົນຕົກກໍຈະມີສຽງຝົນຕົກ ແລະ ສຽງຟ້າຮ້ອງ.... ເຮັດໃຫ້ Sims ພາກອື່ນຕົກລະດັບທັນທີ.
ຈຸດໄຟແນວນີ້ກໍມີສຽງໄຟໄຫມ້.... ຄືເກົ່ານັ້ນລະ

ສຽງນ້ຳຖືກກະທົບໃນຄະນະທີ່ລອຍຢູ່ ຮູ້ສຶກເປັນທຳມະຊາດຫລາຍໆ
 ສະລຸບໂດຍລວມ:
ເປັນອີກຫນຶ່ງເກມໃນຕະກູນ The Sims ທີ່ເຮັດອອກມາດີພໍສົມຄວນ ໂດຍສະເພາະເນື້ອຫາທີບໍ່ຈຳເຈເກີນໄປ ( ແຕ່ບາງຄັ້ງກໍຫນ້າເບື່ອກັບສາກເກົ່າໆ ) ເຮັດໃຫ້ຜູ້ຫລິ້ນມີຄວາມກະຕືລືລົ້ນໃນການເອົາຊີວິດໃຫ້ລອດຖ່າມກາງທຳມະຊາດທີ່ບໍ່ແນ່ນອນ, ການພະຈົນໄພ ແລະການຄົ້ນພົບສິງໃຫມ່ໆທີ່ຖືກເສື່ອງໄວ້ໃນປ່າອັນຕຶບຫນາ ແລະ ສຸດທ້າຍແລ້ວ ຊາວ Sims ທີຕິດຢູ່ເກາະນີ້ຈະຫນີອອກໄປຈາກເກາະຮ້າງແຫ່ງນີ້ດ້ວຍວິທີໃດ ແລ້ວພວກເຂົາຈະເຮັດໄດ້ສຳເລັດຫລືບໍ່ກໍແມ່ນຂຶ້ນກັບພວກທ່ານນັ້ນເອງ.
ຂໍ້ໄດ້:
- ສາມາດສະແດງຄວາມງາມຂອງ Engine ໄດ້ຄຸ້ມຄ່າ
- ມີເນື້ອເລື່ອງທີ່ສາມາດຫລິ້ນແລ້ວຈົບໄດ້
- ບໍ່ເບື່ອງ່າຍຄືກັບເກມ The Sims ອື່ນໆ
ຂໍ້ເສຍ: - ບາງຄັ້ງຕ້ອງໃຊ້ເວລາດົນເກີນເຫດກວ່າຈະສາມາດຜ່ານໄປເມືອງໃຫມ່ໄດ້
- ເນື້ອເລື່ອງບໍ່ຄ່ອຍຈະລົງໂຕປານໃດ ເຮັດໃຫ້ບໍ່ຢາກກັບມາຫລິ້ນອີກຄັ້ງທີ່ 2
- ໃນໂຫມດ Story ຕົວລະຄອນມີໃຫ້ເລືອກພຽງແຕ່ 2 ຄົນ

System Requirements:
* OS: Windows XP, Vista * CPU: 1.8 GHz or more * RAM: 512 MB (1 GB for Vista) or more * Disc Drive: 8x or faster DVD-ROM drive * Hard Drive: 2.9 GB (15 GB for Vista) or more free space * Sound: DirectX 9.0c compatible * Video: DirectX 9.0c compatible*
Video adapter must have 32 MB of memory (128 MB with Pixel Shader 2.0 in hardware for Vista) or more and one of these chipsets: ATI Radeon 7500 or better; Mobility 7500, 8500, 9000 series; Mobility M7, x200 or better; Mobility Fire GL/GL v5200; NVIDIA GeForce 2 or better; GeForce Go 6100 or better; Quadro series; Intel Extreme Graphics 82845, 82865, 915, 945 series, 950 or greater
ໂກໂກ້ - Co2 Gamer Hardcore Team 07-04-2008 |