|
|
|||||||||||||||||||
| ງານແຂ່ງຂັນ ເຈາະລະບົບຄອມ ທີ່ອາເມຣິກາ |
|
|
|
| Written by Mii | |
|
ສະຫລຸບຜົນການແຂ່ງຂັນເຈາະລະບົບໃນງານ CanSecWest ທີ່ອາເມຣິກາ ປາກົດວ່າຜູ້ເຂົ້າແຂ່ງຂັນ ສາມາດເຈາະໄຂ່ແດງ MacBook Air ໄດ້ໃນເວລາ 2 ນາທີ ສ່ວນລາຍຕໍ່ມາແມ່ນ Vista ໃນ Laptop Fujitsu ເຊິ່ງຖືກເຈາະສຳເລັດໃນມື້ສຸດທ້າຍຂອງງານ ຍັງເຫລືອພຽງແຕ່ Linux ເຊິ່ງຕິດຕັ້ງໃນ Sony Vaio ທີ່ບໍ່ມີ Hacker ຄົນໃດເຈາະໄດ້ສພເລັດ. ການປະຊຸມ CanSecWest ຈັດຂຶ້ນໃນອາທິດທີ່ຜ່ານມາ ໂດຍບໍລິສັດ TippingPoint ໃນເຄືອ 3Com ເປັນຜູ້ສະຫນັບສະຫນູນຫລັກ ການແຂ່ງຂັນເຈາະລະບົບ ຈັດຂຶ້ນໂດຍການໃຊ້ Laptop 3 ລຸ້ນສາມເຄື່ອງທີ່ມີລະບົບປະຕິບັດການຕ່າງກັນ ໂດຍມີກະຕິກາວ່າ ຜູ້ແຂ່ງຂັນຕ້ອງເຈາະລະບົບ ຄອມເຄື່ອງໃດເຄື່ອງນຶ່ງ ແລະເຂົ້າໄປຕິດຕັ້ງ Software ຂອງຕົນເອງໃນເຄື່ອງນັ້ນໄດ້ ໃຜທີ່ສາມາດເຮັດໄດ້ໃນມື້ທຳອິດຂອງງານ ແມ່ນຈະໄດ້ເງິນລາວັນ 20,000$ ແຕ່ຖ້າບໍ່ໄດ້ໃນມື້ທຳອິດ ເງິນລາງວັນກໍຈະຫລຸດລົງເປັນ 10,000$ . ມື້ທຳອິດຜ່ານໄປ ໂດຍທີ່ບໍ່ມີ Hacker ຄົນໃດເຈາະໄຂ່ໄດ້ ແຕ່ວ່າໃນມື້ທີສອງຫມໍ Charlie Miller ຈາກບໍລິສັດຮັກສາຄວາມປອດໄພ Independent Security Evaluators ກໍສາມາດເຈາະ MacBook Air ໂດຍໃຊ້ຊ່ອງໂຫວ່ໃນບຣາວເຊີ Safari ໄດ້ສຳເລັດ ໂດຍໃຊ້ເວລາໃນມື້ທີ່ສອງໃນການເຈາະພຽງສອງນາທີ Miller ກໍກັບບ້ານພ້ອມເງີນ 10,000$ ໄປເລີຍ. ສຳລັບ Vista ນັ້ນຖືກເຈາະສຳເລັດໂດຍ Shane Macaulay ເຊິ່ງໃຊ້ເວລາກວ່າ 2 ມື້ ຈຶ່ງສາມາດເຈາະໄດ້ ໂດຍມີ Derek Callaway ເຊິ່ງເປັນຫມູ່ໃຫ້ຄວາມຊ່ອຍເຫລືອເລັກນ້ອຍ ເຊິ່ງຈຸດນີ້ທາງ Macaulay ບອກວ່າຜິດແຜນເພາະບໍ່ຄຶດວ່າຕ້ອງໄດ້ມາເຈາະ Vista Service Pack 1 ເຊິ່ງຖືກປັບປຸງແກ້ໄຂລະບົບຮັກສາຄວາມປອດໄພມາສູງກວ່າ Vista ປົກກະຕິນັ້ນເອງ. ຕາມກົດຂອງງານແຂ່ງຂັນ Macaulay ແລະ Miller ບໍ່ສາມາດນຳເອົາຊ່ອງໂຫວ່ ແລະລາຍລະອຽດການເຈາະມາເປີດເຜີຍໄດ້ ຈົນກວ່າ Apple ແລະ Microsoft ຈະແກ້ໄຂຊ່ອງໂຫວ່ດັ່ງກ່າວແລ້ວ. Macaulay ໄດ້ໃຫ້ສຳພາດເລັກນ້ອຍວ່າ ຊ່ອງຫວ່າງຂອງ Vista ທີ່ເຂົາເຈາະໄດ້ນັ້ນແມ່ນຊ່ອງຫວ່າງລະຫວ່າງ 2 ແພລດຟອມ ຄື JAVA ແລະລະບົບຄວາມປອດໄພຂອງ Vista ເອງ ແລະອາດເປັນໄປໄດ້ວ່າຄວາມຜິດພາດ ໃນກໍລະນີແບບນີ້ ອາດເກີດກັບ Linux ແລະ Mac ໄດ້ເຊັ່ນດຽວກັນ. ເຖິງແມ່ນວ່າ ຜູ້ເຂົ້າແຂ່ງຂັນຫລາຍຄົນຈະເລືອກເຈາະລະບົບ Linux ແຕ່ກໍບໍ່ປາກົດວ່າມີໃຜເຮັດໄດ້ສພເລັດ ເຊິ່ງຈຸດນີ້ ຜູ້ຈັດງານຂ້ອນຂ້າງປະຫລາດໃຈ ເພາະວ່າມີຜູ້ແຂ່ງຂັນເຖິງ 400ກວ່າຄົນ ທີ່ບອກວ່າພົບຈຸດບົກຜ່ອງໃນ Linux ແຕ່ກໍບໍ່ມີໃຜພະຍາຍາມເຈາະເພື່ອໃຫ້ໄດ້ຮັບໄຊຊະນະ ຫລືອາດຍ້ອນ Linux ເປັນ Open Source ເພາະຖ້າຫາກວ່າເຈາະໄປແລ້ວ ອາດເຮັດໃຫ້ຜູ້ໃຊ້ ເກີດຄວາມວິຕົກກັງວົນກໍເປັນໄດ້ ດັ່ງນັ້ນບັນດາ Hacker ຈຶ່ງບໍ່ຍອມເຈາະໃຫ້ສພເລັດກໍເປັນໄດ້. ຂ່າວຈາກ: http://www.manager.co.th |
| < Prev | Next > |
|---|
___________________________ຕະຫລາດ ລາວຊ້າ / Laozaa E-market___________________________
![]() Christine Mcguire | ![]() Annie Burks | ![]() Louise Dillard | ![]() Boyd Mccarthy |
![]() Jonathan Patton | ![]() John Kane | ![]() Therese Good | ![]() Shannon Jefferson |
__________________________ຕາລາງຫນັງສາຍໃນ ITECC___________________________












|
|
|