ງານ CITEC-Convention #1 ທີ່ບາງກອກປະເທດໄທ PDF Print E-mail
User Rating: / 0
PoorBest 
Written by birdflu2007.exe   
ທີມງານລາວຊ້າໄດ້ມີໂອກາດເດີນທາງໄປທີ່ບາງກອກ ແລະເຂົ້າຮ່ວມ ງານ CITEC-Convention #1 ແມ່ນໄດ້ຈັດຂຶ້ນໃນວັນທີ 29/03/2008 ເຊິ່ງໄດ້ຈັດຂຶ້ນທີ່ບາງກອກ ປະເທດໄທ

ເຊິ່ງໃນນັ້ນໄດ້ມີສະມາຊິກລາວຊ້າເຂັ້າໄປຮ່ວມຮັບຟັງການສຳມະນາດ້ວຍກັນ4 ສະຫາຍຄື birdflu2007.exe,devsmudger,w4rl0ck ແລະ ທີ່ຂາດບໍ່ໄດ້ກໍ່ແມ່ນ ທ່ານ Snapter ເຊິ່ງກໍ່ເປັນ1ໃນທີມງານ CITEC ແລະ Laozaa ອີກຄົນໜຶ່ງແລະໃນນັ້ນກໍ່ຍັງມີທີມງານຂອງ NECTEC ແລະ ThaiCERT ຂອງປະເທດໄທ ແລ້ວກໍ່ຍັງມີໜ່ວຍງານ DSI ເຂົາສັງເກດການນຳອີກດ້ວຍ

ເຊິ່ງບັນຍາກາດພາຍໃນງານແມ່ນໄດ້ລວມເອົາບັນດາ Hacker ໝວກຂາວ ແລະ ຜູ້ຊ່ຽວຊານດ້ານ Computer Security ມາລວມກັນ ເພື່ອມາຮ່ວມກັນສຳມະນາໃນຫົວຂໍ້ຕ່າງໆ ເຊິ່ງຈຸດປະສົງຫລັກໆໃນການຈັດສຳມະນາໃນຄັ້ງນີ້ ກຸ່ມ CITEC ແມ່ນໄດ້ເລັງໃສ່ບັນຫາ Computer Security ເພື່ອສ້າງແຮງຜັກດັນໃຫ້ບັນດາ Hacker ໄດ້ມາຮ່ວມມືກັນກັນສ້າງຄວາມເຂັ້ມແຂງໃຫ້ລະບົບ Network ເຄືອຂ່າຍ Internet ໃຫ້ມີຄວາມປອດໄພຍິ່ງໆຂຶ້ນ ແລະ ພາຍໃນງານກໍ່ໄດ້ມີການມອບລາງວັນຕ່າງໆໃຫ້ແກ່ສະມາຊິກທີ່ດີເດັ່ນຂອງ CITEC ເຊິ່ງໃນນັ້ນກໍ່ມີທ່ານ Snapter ໄດ້ຂຶ້ນໄປຮັບລາງວັນ ໃນການແຂ່ງຂັນເຈາະ Server ຈຳລອງ ເຊິ່ງທ່ານ Snapter ເປັນພຽງຄົນດຽວເທົ່ານັ້ນທີ່ສາມາດເຈາະເຂົ້າລະບົບໄດ້ສຳເລັດເປັນຄົນທຳອິດ ແລະທີ່ສຳຄັນ ກໍ່ຍັງເປັນຄົນລາວພຽງຄົນດຽວທີ່ສາມາດເຈາະເຂົ້າໄປໄດ້ ແລະ ທ່ານ Snapter ກໍ່ໄດ້ຂຶ້ນໄປສຳມະນາ ເວົ້າກ່ຽວກັບວົງການໄອທີ ທີ່ຢູ່ໃນລາວ ເຊິ່ງກໍ່ໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ເຂົ້າຮ່ວມງານຢ່າງຍິ່ງ 

ແລະນີ້ກໍ່ຄືພາບບັນຍາກາດເລັກໆນ້ອຍໆ ທີ່ຂ້າພະເຈົ້າແລະທີມງານໄດ້ເກັບພາບມາໃຫ້ອ້າຍນ້ອງລາວຊ້າໄດ້ເບິ່ງນຳກັນ


ບັນຍາກາດໃນຫ້ອງສຳມະນາ




ບັນຍາກາດຜູ້ຄົນທີ່ເຂົ້າຮ່ວມພາຍໃນງານ ໃນຕຶກອາຄານຂອງ NECTEC


ສະມາຊິກຂອງ CITEC ຄົນນີ້ຊື່ວ່າ tonynuc ເຊິ່ງໄດ້ຂຶ້ນມາສຳມະນາກ່ຽວກັບ Web Application Security


ສ່ວນຄົນນີ້ຊື່ວ່າ Maxma ແມ່ນໄດ້ຂຶ້ນໄປສຳມະນາກ່ຽວກັບ Open source AdobeAir


ຫົວໜ້າກົມ DSI ໄດ້ຂຶ້ນມາກ່າວຄຳໂອວາດໃຫ້ບັນດາ Hacker ທັງຫລາຍໄດ້ຮັບຟັງ


ທ່ານ Tummy ສະມາຊິກພາຍໃນບອດ CITEC ໄດ້ມາສຳມະນາກ່ຽວກັບການ Crake ໂປຣແກຣມ Editplus



ນີ້ກໍ່ຄືຄົນທີ່ຂຽນໜັງສື 7 ອຸປະນິໃສຂອງ Hacker ແລະ ເພິ່ນກໍ່ເປັນຄົນຂຽນ Bot ເກມ online ແຕ່ລະເກມອີກດ້ວຍ




ນີ້ກໍ່ຄືໂສມໜ້າຂອງພະເອກເຮົາ ທີ່ໄດ້ຂຶ້ນໄປຮັບລາງວັນກັບ ຜ.ອ ໃຫຍ່ຂອງ ThaiCERT


ການຂຶ້ນສຳມະນາຂອງທ່ານ Snaper (ເທ້ອີ່ຫລີ  Cool)

Forever Loop (ສັງເກດເບິ່ງປາກ 555+)


ແລະສຸດທ້າຍ ເຈົ້າໜ້າທີ່ຂອງ NCETEC ຄົນນີ້ເພິ່ນປະທັບໃຈທ່ານ Snapter ຫລາຍ ເລີຍມາຂໍຖ່າຍຮູບນຳ

 
< Prev   Next >
__________________________________________________________________________________
___________________________ຕະຫລາດ ລາວຊ້າ / Laozaa E-market___________________________

Christine Mcguire

Annie Burks

Louise Dillard

Boyd Mccarthy

Jonathan Patton

John Kane

Therese Good

Shannon Jefferson

__________________________ຕາລາງຫນັງສາຍໃນ ITECC___________________________

Punlao | laoupload.com | au8ust.org| pnomsin