|
|
|||||||||||||||||||
| ໂຊນີ້ກຽມປັບປຸງຄຸນສົມບັດ Blu-Ray ໃນ PS3 |
|
|
|
| Written by birdflu2007.exe | |
![]() ເມື່ອວັນພະຫັດທີ່ຜ່ານມາ ໂຊນີ້ໄດ້ອອກມາເປີດເຜີຍວ່າ ໄດ້ມີການວາງແຜນກຽມທີ່ຈະປັບປຸງເທັກໂນໂລຢີ Blu-ray ເຊິ່ງເປັນເທັກໂນໂລຢີການສະແດງພາບຄວາມລະອຽດສູງ ໃນເຄື່ອງຫລິ້ນວີດີໂອເກມ PlayStation 3 ເພື່ອເພີ່ມຟັງຊັ່ນການເຮັດວຽກໃຫ້ສາມາດຫລິ້ນແຜ່ນໜັງທີ່ມີຄວາມລະອຽດຂອງພາບສູງໄດ້ ໂດຍຟັງຊັ່ນການເຮັດວຽກໃໝ່ທີ່ເພີ່ມເຂົ້າໄປນີ້ ເປັນຜົນມາຈາກການອັບເກດ Blu-ray Disc Profile 2.0 ເຊິ່ງໂຊນີ້ເອີ້ນວ່າ BD-Live ໂດຍຈະສາມາດດາວໂຫລດວີດີໂອ, ລິງໂທນ ແລະເກມໄດ້ ເຊິ່ງເທັກໂນໂລຢີ BD-Live ນີ້ ເປັນໜຶ່ງໃນເທັກໂນໂລຢີທີ່ໂຊນີ້ກຽມທີ່ຈະນຳມາປັບປຸງການເຮັດວຽກຂອງເຄື່ອງຫລິ້ນວີດີໂອເກມ PlayStation 3 ໃຫ້ມີປະສິດທິພາບຫລາຍຍິ່ງຂຶ້ນ ແລະເປັນສ່ວນຫນຶ່ງຂອງການອັບເດດ PS3 ໃຫ້ເປັນເວີຊັນ 2.20 ໂດຍຈະຊ່ວຍເບິ່ງແຍງຈັດການກ່ຽວກັບຮູບພາບ ແລະລາຍການເພງເທິງ PS3 ໃຫ້ສາມາດທຳການຄັດລອກໄປຍັງ PlayStation Portable ຫລື PSP ໄດ້ ເຊິ່ງຖືເປັນອີກໜຶ່ງແນວຄວາມຄິດທີ່ຈະນຳພາ PS3 ໃຫ້ເຕີບໂຕໄປໃນຕະຫລາດທຸລະກິດເຄື່ອງຫລິ້ນເກມ ໂດຍ BD-Live ຕ້ອງການການເຊື່ອມຕໍ່ອິນເຕີເນັດ ແລະຈະຕ້ອງມີພື້ນທີ່ຫນ່ວຍຄວາມຈຳຢ່າງນ້ອຍ 1 ກິກກະໄບທ໌ ໂດຍຄາດວ່າ ພາຍຫລັງຈາກທີ່ໂຊນີ້ໄດ້ທຳການປ່ອຍເທັກໂນໂລຢີ BD-Live ອອກມາແລ້ວນັ້ນ ທາງ Sony Pictures Home Entertainment ອາດຈະທຳການສົ່ງໜັງ 2 ເລື່ອງ ໄດ້ແກ່ Walk Hard: The Dewey Cox Story ແລະ The 6th Day ໃນວັນທີ 8 ເມສານີ້ ໂດຍ BD-Live ນີ້ ມີຟັງຊັ່ນການເຮັດວຽກທີ່ເພີ່ມຂຶ້ນ ເຊັ່ນ resume play ເຊິ່ງຈະຊ່ວຍໃຫ້ PS3 ສາມາດຫລິ້ນແຜ່ນຕໍ່ຈາກບ່ອນເຮັດວຽກຢຸດໄວ້ໄດ້ ໂດຍຟັງຊັ່ນນີ້ຈະສາມາດໃຊ້ໄດ້ກັບແຜ່ນ Blu-ray ເທົ່ານັ້ນ ເປັນຕົ້ນ Source :TechWeb |
| < Prev | Next > |
|---|
___________________________ຕະຫລາດ ລາວຊ້າ / Laozaa E-market___________________________
![]() Christine Mcguire | ![]() Annie Burks | ![]() Louise Dillard | ![]() Boyd Mccarthy |
![]() Jonathan Patton | ![]() John Kane | ![]() Therese Good | ![]() Shannon Jefferson |
__________________________ຕາລາງຫນັງສາຍໃນ ITECC___________________________













|
|
|