|
|
|||||||||||||||||||
| Intel ກຽມຂະຫຍາຍການສົ່ງອອກໂນ້ດບຸ໊ກດັບລ່າງ |
|
|
|
| Written by birdflu2007.exe | |
|
![]() ເບິ່ງຄວາມແຕກຕ່າງ ໂດຍ Lila Abraham ຜູ້ຈັດການທົ່ວໄປຝ່າຍການຕະຫລາດຂອງ Intel ກ່າວວ່າ ທາງເຮົາຈະເລີ່ມທຳການສົ່ງອອກຄອມພິວເຕີໂນ້ດບຸ໊ກລຸ້ນ Classmate PC ເປັນລຸ້ນທຳອິດ ໂດຍຈະມີລາຄາຢູ່ລະຫວ່າງ 250 ເຖິງ 350 ດອນລ້າສະຫະລັດ ຯ ໂດຍຄອມພິວເຕີລຸ້ນນີ້ໄດ້ຖືກພັດທະນາໃຫ້ມີລາຄາຕ່ຳທີ່ສຸດ ເພື່ອສົ່ງອອກໄປຂາຍທົ່ວໂລກ ໂດຍຄອມພິວເຕີລຸ້ນນີ້ໄດ້ຜ່ານການທົດສອບແບບທົດສອບ pilot ໃນສະຫະລັດ ຯແລະອອສເຕຣເລຍເປັນທີ່ຮຽບຮ້ອຍແລ້ວ ນອກຈາກນີ້ Abraham ຍັງໄດ້ກ່າວອີກວ່າ ໂຮງງານຜູ້ຜະລິດໃນປະເທດອິນເດຍ, ເມັກຊິໂກ ແລະອິນໂດນີເຊຍ ໄດ້ທຳການເລີ່ມວາງຈຳໜ່າຍຄອມພິວເຕີໂນ້ດບຸ໊ກລຸ້ນ Classmate PC ເປັນທີ່ຮຽບຮ້ອຍແລ້ວ ໂດຍ Intel ໄດ້ທຳການຈຳໜ່າຍຄອມພິວເຕີໂນ້ດບຸ໊ກລຸ້ນ Classmate PC ໄປແລ້ວ ເປັນຈຳນວນຫນ້ອຍກວ່າ 100,000 ເຄື່ອງ ເຊິ່ງທາງ Intel ວາງແຜນຈະເພີ່ມຍອດການຈຳໜ່າຍໃຫ້ຫລາຍຂຶ້ນໃນປີນີ້ ນອກຈາກນີ້ ຍັງໄດ້ເລີ່ມພັດທະນາລຸ້ນທີ່ສອງແລະສາມຂອງ Classmate ໂດຍມີຊື່ລຸ້ນວ່າ Classmate 2 ແລະ Classmate 3 ຕາມລຳດັບ ໂດຍຈະສາມາດປັບແຕ່ງຫນ່ວຍຄວາມຈຳ, ຂະໜາດໜ້າຈໍ ລວມເຖິງສາມາດຕໍ່ເຊື່ອມເຂົ້າກັບອຸປະກອນພາຍນອກ ເຊັ່ນ: ກ້ອງ ໄດ້ອີກດ້ວຍ ໂດຍຄູ່ແຂ່ງຄົນສຳຄັນຂອງຕະຫລາດໂນ້ດບຸ໊ກລະດັບລ່າງ ຄື Eee PC ຈາກ Asustek ຂອງໄຕ້ຫວັນ ໂດຍມີລາຄາຢູ່ທີ່ 399 ດອນລ້າສະຫະລັດ ຯ ແລະໂນ້ດບຸ໊ກ XO Source :TechWeb |
| < Prev | Next > |
|---|
___________________________ຕະຫລາດ ລາວຊ້າ / Laozaa E-market___________________________
![]() Christine Mcguire | ![]() Annie Burks | ![]() Louise Dillard | ![]() Boyd Mccarthy |
![]() Jonathan Patton | ![]() John Kane | ![]() Therese Good | ![]() Shannon Jefferson |
__________________________ຕາລາງຫນັງສາຍໃນ ITECC___________________________














|
|
|