ອາເທີລ໌ ຊີ ຄ໊ລາດ ນັກຂຽນນິຍາຍວິທະຍາສາດຊື່ດັງ ໄດ້ເສຍຊີວິດແລ້ວ PDF Print E-mail
User Rating: / 0
PoorBest 
Written by birdflu2007.exe   

ອາເທີລ໌ ຊີ ຄ໊ລາດ ນັກຂຽນນິຍາຍວິທະຍາສາດຊື່ດັ່ງ ລວມເຖິງເປັນເຈົ້າຂອງແນວຄິດດາວທຽມສື່ສານ ໄດ້ເສຍຊີວິດລົງແລ້ວໃນເຊົ້າວັນທີ 19/03/2008ທີ່ໂຮງໝໍໃນສີລັງກາດ້ວຍອາຍຸ 90ປີ ໂດຍອາເທີລ໌ ຊີ ຄ໊ລາດ ນັ້ນມີຜົນງານນິຍາຍວິທະຍາສາດກວ່າ 100ເລື່ອງ ຊຶ່ງເລື່ອງທີ່ເປັນທີ່ຮູ້ຈັກກັນຫລາຍທີ່ສຸດກໍຄື 2001: A Space Odyssey ທີ່ຖືກນຳໄປສ້າງເປັນຮູບເງົາ ແລະ ຄ໊ລາດກໍໄດ້ມີສ່ວນຮ່ວມໃນການຂຽນບົດຮູບເງົາເລື່ອງນີ້ດ້ວຍ ໂດຍນິຍາຍສ່ວນໃຫຍ່ຈະມີການສະເໜີແນວຄິດທາງວິທະຍາສາດ ແລະເທັກໂນໂລຢີທີ່ລ້ຳໜ້າ ຊຶ່ງໃນຊ່ວງປີ 1941 ເຖິງ 1946 ລະຫວ່າງທີ່ຄ໊ລາດໄດ້ເຂົ້າປະຈຳການໃນກອງທັບອາກາດຕຳແໜ່ງຜູ້ຊ່ຽວຊານດ້ານເລດ້ານັ້ນ ກໍໄດ້ມີການແຕ່ງນິແມ່ຍາຍທີ່ມີແນວຄິດກ່ຽວກັບດາວທຽມສື່ສານຂຶ້ນ ຈົນໃນປີ 1945 ກໍໄດ້ມີການຂຽນເອກະສານກ່ຽວກັບດາວທຽມສື່ສານຂຶ້ນມາ ໂດຍຫລັງຈາກຊ່ວງສົງຄາມຄ໊ລາດກໍໄດ້ເຂົ້າສຶກສາທີ່ King"s College ໃນລອນດອນຈົນໄດ້ປະລິນຍາກຽດນິຍົມທາງດ້າຍນຟິຊິກ ແລະຄະນິດສາດໃນປີ 1948 ແລະເລີ່ມຂຽນ Prelude To Space ນິຍາຍເລື່ອງທຳອິດອອກຕີພິມໃນປີ 1947 ແລະເປັນນັກຂຽນອາຊີບຕັ້ງແຕ່ປີ 1952 ໂດຍກໍໄດ້ຍ້າຍໄປຢູ່ທີ່ປະເທດສີລັງກາຕັ້ງແຕ່ຊ່ວງນັ້ນ ເນື່ອງຈາກມີຄວາມສົນໃຈໃນເລື່ອງການສຳຫລວດໃຕ້ທະເລ

Source :TechWeb
 
< Prev   Next >
__________________________________________________________________________________
___________________________ຕະຫລາດ ລາວຊ້າ / Laozaa E-market___________________________

Christine Mcguire

Annie Burks

Louise Dillard

Boyd Mccarthy

Jonathan Patton

John Kane

Therese Good

Shannon Jefferson

__________________________ຕາລາງຫນັງສາຍໃນ ITECC___________________________

Punlao | laoupload.com | au8ust.org| pnomsin