|
|
|||||||||||||||||||
| Lession 9: ວິທີເຮັດກອບຮູບ |
|
|
|
| Written by Defago | |
|
ອັນນີ້ແມ່ນ ທ່ານທິບ ເພິ່ນ Request ມາ. ເປັນບົດຮຽນສອນເຮັດກອບໃສ່ກັບຮູບ ແລະ ຕົບແຕ່ງເລັກນ້ອຍ. 1. ເປີດຮູບທີ່ທ່ານຢາກໃສ່ກອບຂຶ້ນມາ
2. ໃຫ້ທ່ານ New ຮູບມາອີກອັນໜຶ່ງໂດຍໃຫ້ຂະໜາດມັນໃຫຍ່ກວ່າຮູບທີ່ທ່ານຢາກໃສ່ກອບໜ້ອຍໜຶ່ງ(ດັ່ງໃນຮູບຕົວຢ່າງ ຂະໜາດທຳອິດຂອງຮູບແມ່ນ 500x735 ຮູບທີ່ New ໃຫມ່ກໍ່ເລີຍແມ່ນ 700x900) ![]() 3. ໃຊ້ເຄື່ອງມື Retangle Tool ສ້າງຮູບສີ່ຫຼ່ຽມໃຫ້ຢູ່ກ້ອງຮູບທີ່ຢາກໃສ່ກອບ ![]() 4. ຕໍ່ມາກໍ່ມາແຕ່ງກອບຮູບໃຫ້ມີເງົາ ແລະ ມີຂອບທາງໃນ ໂດຍໃຊ້ Blending Options ໃສ່ກັບ Layer ພື້ນສີຂາວທີ່ໄດ້ສ້າງຂຶ້ນມາ ແລ້ວເລືອກເອົາ Drop Shadow ແລະ Stroke ຫຼັງຈາກນັ້ນປັບຄ່າຕາມຕ້ອງການ (ຫຼືປັບຕາມຕົວຢ່າງກໍ່ໄດ້) ![]() ![]() ![]() 5. ຕໍ່ມາທ່ານອາດຢາກຕົບແຕ່ລາຍຕ່າງໆໃສ່ກອບຮູບຂອງທ່ານ ໂດຍມີວິທີງ່າຍໆ ຄືທ່ານສາມາດ New Layer ມາຢູ່ ທາງເທິງຂອງ Layer ພື້ນຂາວ (ບໍ່ໃຫ້ຢຸ່ສູງກວ່າ Layer ຮູບ) ແລ້ວກດ Alt ຄ້າງໄວ້ແລ້ວຄລິກໃສ່ເສັ້ນທີ່ຂີດກັ້ນ ລະຫວ່າງ Layer ພື້ນຂາວ ແລະ Layer ທີ່ເຮົາສ້າງຂຶ້ນມາໃຫມ່ (ຈະສັງເກດເຫັນ Cursor ປ່ຽນເປັນຮູບສີດຳໆ) ຫຼື ອາດຈະ ຄລິກຂວາໃສ່ Layer ທີ່ສ້າງມາໃໝ່ແລ້ວເລືອກ Create Clipping Mask ກໍ່ໄດ້. ![]() 6. ແຕ້ມລາຍຕ່າງໆໃສ່ Layer ທີ່ເຮົາທຳການ Clipping Mask ໄດ້ຕາມສະບາຍເລີຍ ໂດຍການເຮັດແບບນີ້ ແມ່ນມັນຈະເຮັດໃຫ້ສິ່ງທີ່ເຮົາແຕ່ງເຕີມໃສ່ Layer ໃໝ່ນີ້ບໍ່ໄປເຕັງຮູບ ແລະ ບໍ່ຫຼຸດອອກຈາກຂອບ ເຊິ່ງເທັກນິກນີ້ ຄວນຈື່ໄວ້ໃຫ້ດີໆ ເພາະຈະເປັນເທັກນິກທີ່ໄດ້ໃຊ້ກັນເລື່ອຍໆອີ່ຫລີ ![]() ລອງໄປປະຍຸກໃຊ້ກັນເບິ່ງເດີ້ |
| < Prev | Next > |
|---|
___________________________ຕະຫລາດ ລາວຊ້າ / Laozaa E-market___________________________
![]() Christine Mcguire | ![]() Annie Burks | ![]() Louise Dillard | ![]() Boyd Mccarthy |
![]() Jonathan Patton | ![]() John Kane | ![]() Therese Good | ![]() Shannon Jefferson |
__________________________ຕາລາງຫນັງສາຍໃນ ITECC___________________________




2. ໃຫ້ທ່ານ New ຮູບມາອີກອັນໜຶ່ງໂດຍໃຫ້ຂະໜາດມັນໃຫຍ່ກວ່າຮູບທີ່ທ່ານຢາກໃສ່ກອບໜ້ອຍໜຶ່ງ














|
|
|