Bill Gates ຕົກມາຢູ່ໃນອັນດັບທີ່ສາມຂອງການຈັດອັນດັບບຸກຄົນທີ່ລວຍທີ່ສຸດໃນໂລກ PDF Print E-mail
User Rating: / 0
PoorBest 
Written by birdflu2007.exe   

Bill Gates ເຈົ້າຂອງຊອຟທ໌ແວລ໌ຊື່ດັ່ງ Microsoft ຫລົ່ນລົງມາຢູ່ໃນອັນດັບທີ່ສາມ ຂອງການຈັດອັນດັບອະພິມະຫາເສດຖີທີ່ລວຍທີ່ສຸດໃນໂລກ ໂດຍກ່ອນໜ້ານີ້ເຄີຍຄອງຢູ່ໃນອັນດັບທີ່ໜຶ່ງມາດົນຫລາຍສະໄໝ ໂດຍວາລະສານ Forbes ໄດ້ຈັດອັນດັບອະພິມະຫາເສດຖີທີ່ລວຍທີ່ສຸດໃນໂລກ ຜົນປາກົດວ່າ Bill Gates ອະພິມະຫາເສດຖີທີ່ເຄີຍລວຍທີ່ສຸດໃນໂລກ ໄດ້ຕົກອັນດັບລົງມາຢູ່ໃນອັນດັບທີ່ສາມ ໂດຍພ່າຍແພ້ໃຫ້ກັບເຈົ້າພໍ່ໂທລະຄົມມະນາຄົມຊາວແມັກຊິກັນ Carlos Slim ແລະ Warren Buffet ເຈົ້າຂອງທຸກິດ Berkshire Hathaway ໂດຍຕອນນີ້ Bill Gates ມີຊັບສິນລວມທັງໝົດ 58 ພັນລ້ານດອນລ້າສະຫະລັດ ຯ ໃນຂະນະທີ່ Slim ຢູ່ໃນອັນດັບທີ່ສອງ ມີ 60 ພັນລ້ານດອນລ້າສະຫະລັດ ຯ ແລະ Buffet ອະພິມະຫາເສດຖີທີ່ລ້ຳລວຍທີ່ສຸດໃນໂລກ ມີ 62 ພັນລ້ານດອນລ້າສະຫະລັດ ຯ ໂດຍຮຸ້ນຂອງໄມໂຄຣຊອຟທ໌ຕົກລົງໄປ 15 ເປີເຊັນ ຕັ້ງແຕ່ໄມໂຄຣຊອຟທ໌ຍື່ນຂໍ້ສະເໜີຂໍຊື້ກິດຈະການ Yahoo ເປັນເງີນ 41 ພັນລ້ານດອນລ້າສະຫະລັດ ຯ ເມື່ອວັນທີ່ 1 ກຸມພາທີ່ຜ່ານມາ ໂດຍ Bill Gates ຈະຍັງຄົງເດີນໜ້າທຸລະກິດຕໍ່ໄປ ໂດຍຍັງຄົງຖືຮຸ້ນໃຫຍ່ທີ່ສຸດໃນບໍລິສັດ ນອກຈາກນີ້ Larry Ellison ຜູ້ບໍລິຫານຂອງ Oracle ຍັງຕິດຢູ່ໃນອັນດັບທີ່ 14 ໂດຍມີຊັບສິນລວມ 25 ພັນລ້ານດອນລ້າສະຫະລັດ ຯ ໃນຂະນະທີ່ Sergey Brin ແລະ Larry Page ມາໃນອັນດັບທີ່ 32 ແລະ 33 ຕາມລຳດັບ ໂດຍມີຊັບສິນລວມຫລາຍກວ່າ 18 ພັນລ້ານດອນລ້າສະຫະລັດ ຯ Michael Dell ເຈົ້າຂອງ Dell ຢູ່ໃນອັນດັບທີ່ 40 ມີ 16.4 ພັນລ້ານດອນລ້າສະຫະລັດ ຯ ແລະ Steve Ballmer ຜູ້ບໍລິຫານຂອງໄມໂຄຣຊອຟທ໌ ຢູ່ໃນອັນດັບທີ່ 43 ມີ 15 ພັນລ້ານດອນລ້າສະຫະລັດ ຯ

Source :TechWeb
 
< Prev   Next >
__________________________________________________________________________________
___________________________ຕະຫລາດ ລາວຊ້າ / Laozaa E-market___________________________

Christine Mcguire

Annie Burks

Louise Dillard

Boyd Mccarthy

Jonathan Patton

John Kane

Therese Good

Shannon Jefferson

__________________________ຕາລາງຫນັງສາຍໃນ ITECC___________________________

Punlao | laoupload.com | au8ust.org| pnomsin