GH Preview! Call of Duty 4 - Modern Warfare Demo PDF Print E-mail
User Rating: / 0
PoorBest 
Written by Defago   
CALL OF DUTY 4 - MODERN WARFARE


  ຖ້າເວົ້າເຖິງເກມສົງຄາມທີ່ແຟນໆເກມສະໄຕຣ໌ນີ້ກ່າວເຖິງຫຼາຍທີ່ສຸດ ເຫັນຈະບໍ່ພົ້ນອ້າຍບ່າວ Call of Duty ນີ້ລະເນາະ, ພໍດີມື້ນີ້ທີມ Gamer Hardcore ເອງ, ກໍ່ໄດ້ມີໂອກາດສຳພັດຕົວຢ່າງຂອງເກມ
Call of Duty 4 - Modern Warfare ນີ້. ເອົາເປັນວ່າເຮົາມາຕິດຕາມກັນເບິ່ງເລີຍວ່າ ມັນຈະສຸດຍອດ, ສຸດກົກ, ສຸດງ່າ ຫຼື ສຸດຫຍັງກັນຈັງໃດ.


ຕົວ Demo ມີຄວາມຂະໜາດ 1.37 GB, ກົດຕິດຕັ້ງເລີຍ...


ໜ້າຈໍໃນໄລຍະທີ່ກຳລັງຕິດຕັ້ງ.


ເຍ້! ຕິດຕັ້ງແລ້ວໆ ອົດໃຈບໍ່ໄຫວແລ້ວຢາກລອງຢ່າງແຮງ, ບໍ່ມີຫຍັງຕ້ອງເສຍເຮົາຮີບໆໄປລອງກັນເລີຍ. (ຄລິກເຂົ້າ Shortcut ຢ່າງໄວວາ)


ໂອ້! ໜ້າຈໍເມນູກະເທ້ລະເນາະ! ເມນູປະກອບມີ Play Demo, Watch E3 Trailer, Buy Now! (ຊື້ໄດ້ກໍ່ດີນ່ະ), Controls ແຕ່ທີ່ກ່າວມາຍັງບໍ່ເຂົ້າຈັກອັນ
ເພາະຕາມສັນຊາດຕະຍານຂອງນັກຫຼິ້ນເກມເນາະ ກ່ອນອື່ນກະຊູມສາຍຕາເຂົ້າ Option ກ່ອນໝູ່ເລີຍ 555.


ອັນນີ້ຄືຄ່າທີ່ຂ້າພະເຈົ້າຕັ້ງຄ່າ, ປັບຊະສູງເລີຍ ຄອມເຮົາຈະຕຸກບໍ່ນິ  Lips sealed ຫຼັງຈາກນີ້ກໍ່ຕຽມພ້ອມລຸຍ, ໄປລຸຍກັນເລີຍ... ເວງ! ໄປກົດຖືກ Watch E3 Trailer ປ່ອຍໄກ່ໝົດດດ


ແລະແລ້ວກະກົດ Play Demo ໄດ້. ຫຼັງຈາກນັ່ງເບິ່ງພາບອະທິບາຍຕ່າງໆທີ່ສວຍງາມໃນລະຫວ່າງໂຫຼດເກມ ກໍ່ຈະມີ effect ຊູມວ້າບເຂົ້າມາດັ່ງພາບ.
ໂອ່ ອີ່ພໍ່ອີ່ແມ່ ມັນຄືມາງາມແທ້!


ອົດສາຢ້ານມັນກະຕຸກ ແຕ່ໄປໆມາໆມື່ນປາກແຕກຊ້ຳ, FPS ຊັດໄປຮອດ 70 ກວ່າໃນເວລາທີ່ບໍ່ໄດ້ມີສາກສູ້ຮົບຫຍັງກັນ 555.


ຈຸດເດັດຂອງເກມໆນີ້ເລີຍ ນັ້ນຄືການທີ່ເຮົາສາມາດຍິງຊອດທຸກສິ່ງທຸກຢ່າງທີ່ຂວາງໜ້າໄດ້ໝົດ ບໍ່ວ່າສິແມ່ນກຳແພງ, ເພດານ, ລົດ ຯລຯ, ສ່ວນໝໍຢູ່ໃນຮູບນີ້ ເບິ່ງຕາມຮອຍກະສຸນແລ້ວ ບໍ່ໜ້າລອດແນ່ນອນ...


ປ່າໂທະ! ໂໝດ NighVision ຄືມາອາລັງການ ຈົນລາຍຕາແທ້, ສັງເກດເຫັນຄວາມຮ້ອນຈາກປືນຂອງເຮົາ ແລະ ຂອງໝູ່ເຮົາໄດ້ນຳ; ໃຫ້ຄວາມຮູ້ສຶກຄ້າຍໆຢູ່ໃນ Disco Tech ເລີຍ.


ພໍຫຼິ້ນໄປໄດ້ເຫີງເຕີບ, ເຮົາຈະໄດ້ຮັບຄຳສັ່ງໃຫ້ໄປເກັບເອົາປືນ Javelin ເພື່ອມາທຳລາຍລົດຖັງສັດຕູ. ໄປເກັບແລ້ວຈັບມາຄລິກຂວາແນໃສ່ລົດຖັງສັດຕູແລ້ວຄລິກຊ້າຍເພື່ອຍິງ
ພື້ນໆ ຊ້ຳນີ້ບໍ່ມີຫຍັງແປກ... ໂອ້ຍາແມ່ສີເມືອງ! ປືນແມ່ນຫຍັງມັນຍິງໄປແນວນີ້! (ເລື່ອນໄປເບິ່ງທາງຂວາຕໍ່ເດີ້)

   ຂ້າພະເຈົ້າຮູ້ສຶກຕື່ນເຕັ້ນຕະຫຼອດໄລຍະເວລາທີ່ຫຼິ້ນເກມຕົວຢ່າງນີ້ເລີຍ, ຍ້ອນສະພາບແວດລ້ອມທີ່ສາມາດຍິງທະລຸທະລວງໄດ້ທຸກຢ່າງ ສະນັ້ນມັນເປັນສັນຍານບອກໄດ້ເລີຍວ່າ: "ບໍ່ມີບ່ອນໃດປອດໄພແນ່ນອນ"
ມີຊ່ວງໜຶ່ງທີ່ຂ້າພະເຈົ້າກຳລັງຢືນສາກປືນຢູ່ໃນບ້ານຫຼັງໜຶ່ງດ້ວຍຄວາມສະບາຍໃຈ ທັນໃດນັ້ນໜ້າຈໍກໍ່ລົ້ມລົງ ຕົວລະຄອນນອນໝູບພື້ນ ເຫິໆ! ເຮົາຕາຍຕົວະນິ! ຈຸດນີ້ເຫັນຈະເປັນຈຸດເດັ່ນສຸດໆຂອງເກມເລີຍ
ເພາະຍັງບໍ່ເຫັນເກມໃດເຄີຍເຮັດແບບນີ້ມາກ່ອນ. ພາບທີ່ສວຍງາມແຕ່ບໍ່ໄດ້ຕ້ອງການສະເປັກສູງເທົ່າທີ່ຄິດ ກາດ 7300GT ສາມາດຫຼິ້ນໄດ້ດີໃນລະດັບປານກາງ ເມື່ອທຳການປິດ AA.
ອົດໃຈຖ້າຫຼິ້ນຕົວເຕັມຈົນຈະບໍ່ໄຫວແລ້ວໃນຕອນນີ້, ແຟນໆເກມ FPS ບໍ່ຜິດຫວັງແນ່ນອນ. ໃນລະຫວ່າງກ່ອນຕົວເຕັມຈະອອກ ເອົາເປັນວ່າເກັບເງິນກຽມໄວ້ຊື້ແຜ່ນກັນດິກວ່າ!
ສົງຄາມໃຫມ່ກຳລັງຈະເລີ່ມຕົ້ນຂຶ້ນໃນວັນທີ 6 ພະຈິກ 2007 ນີ້ແລ້ວ! ຕອນນີ້ຂໍຕົວໄປຫຼິ້ນ Demo ຕໍ່ກ່ອນເດີ້.

SOFTWARE REQUIREMENTS:
Microsoft(R) Windows(R) XP/Vista (Windows 95/98/ME/2000 are unsupported)
Microsoft DirectX(R) 9.0c (included)
HARDWARE REQUIREMENTS:
CPU: Intel(R) Pentium(R) 4 2.4 GHz or AMD(R) Athlon(TM) 64 2800+ processor or any 1.8Ghz Dual Core Processor or better supported
RAM: 512MB RAM (768MB for Windows Vista)
VIDEO CARD: NVIDIA(R) Geforce(TM) 6600 or better or ATI(R) Radeon(R) 9800Pro or better
SOUND CARD: 100% DirectX 9.0c compatible sound card
HDD SPACE: 3GB of free hard drive space

By Gamer Hardcore
 
< Prev   Next >
__________________________________________________________________________________
___________________________ຕະຫລາດ ລາວຊ້າ / Laozaa E-market___________________________

Christine Mcguire

Annie Burks

Louise Dillard

Boyd Mccarthy

Jonathan Patton

John Kane

Therese Good

Shannon Jefferson

__________________________ຕາລາງຫນັງສາຍໃນ ITECC___________________________

Punlao | laoupload.com | au8ust.org| pnomsin