ໄມໂຄຣຊອຟທ໌ຕັດລາຄາ Vista ສູງສຸດເຖິງ 50 ເປີເຊັນ PDF Print E-mail
User Rating: / 3
PoorBest 
Written by birdflu2007.exe   

ຈາກຄວາມພະຍາຍາມຂອງໄມໂຄຣຊອຟທ໌ໃນການທີ່ຈະໃຫ້ຜູ້ໃຊ້ປ່ຽນຈາກລະບົບປະຕິບັດການ Windows XP ມາໃຊ້ Windows Vista ແທນ ເຮັດໃຫ້ເມື່ອວັນສຸກທີ່ຜ່ານມາ ໄມໂຄຣຊອຟທ໌ໄດ້ວາງແຜນທີ່ຈະຕັດລາຄາລະບົບປະຕິບັດການ Windows Vista ລົງ ໂດຍຫລຸດລາຄາສູງສຸດເຖິງ 50 ເປີເຊັນໃນບາງປະເທດ ໂດຍການທີ່ໄມໂຄຣຊອຟທ໌ວາງແຜນທີ່ຈະຫລຸດລາຄາໃນເທື່ອນີ້ ກໍເພື່ອຕ້ອນຮັບເວີລ໌ຊັ່ນຫລ້າສຸດຂອງລະບົບປະຕິບັດການ Windows Vista ຫລື Windows Vista Service Pack 1 ທີ່ຈະອອກມາໃຫ້ໄດ້ໃຊ້ກັນໃນອີກບໍ່ຈັກອາທິດຂ້າງໜ້າ ເຊິ່ງສຳລັບ Windows Vista Ultimate ໃນສະຫະລັດ ຯ ຈະຫລຸດລາຄາລົງ 20 ເປີເຊັນຈາກລາຄາປົກກະຕິ ຄື ເຫລືອພຽງ 320 ດອນລ້າສະຫະລັດ ຯ ຈາກລາຄາປົກກະຕິ 400 ດອນລ້າສະຫະລັດ ຯ ສ່ວນເວີລ໌ຊັ່ນອັບເກດຂອງ Ultimate ຈະມີລາຄາຢູ່ທີ່ 220 ດອນລ້າສະຫະລັດ ຯ ຈາກລາຄາ 260 ດອນລ້າສະຫະລັດ ຯ ໃນຂະນະທີ່ເວີລ໌ຊັ່ນເຕັມຂອງ Vista Home Premium ຈະຫລຸດລາຄາລົງ 19 ເປີເຊັນ ຄື ຈະມີລາຄາ 130 ດອນລ້າສະຫະລັດ ຯ ຈາກປົກກະຕິ 160 ດອນລ້າສະຫະລັດ ຯ ໃນສ່ວນຂອງຜູ້ໃຊ້ໃນຢຸໂຫລບ ຈະລຸດລາຄາລົງເປັນພິເສດ ອາທິ ໃນສະຫລາດອານາຈັກ ເວີລ໌ຂັ່ນເຕັມຂອງ Vista Home Premium ຈະຫລຸດລາຄາລົງເຖິງ 44 ເປີເຊັນ ຄື ຈາກລາຄາ 233.60 ປອນ ເຫລືອພຽງ 131.92 ປອນ ຂະນະທີ່ໃນແອຟຟລິກາໃຕ້ຈະຫລຸດລາຄານລົງ 41 ເປີເຊັນ ໂດຍຕົວແທນຈາກໄມໂຄຣຊອຟທ໌ໄດ້ອອກມາກ່າວວ່າ ສາເຫດທີ່ຫລຸດລາຄາ Vista ໃນຢຸໂຫລບຫລາຍກວ່າໃນສະຫະລັດ ຯ ກໍເນື່ອງມາຈາກໃນຢຸໂຫລບມີຄູ່ແຂ່ງຫລາຍກວ່າ ຈາກຊອຟທ໌ແວລ໌ແບບ open source ໂດຍຈະຫລຸດລາຄາລົງສູງເຖິງ 48 ເປີເຊັນໃນບາງປະເທດ ໂດຍການປັບຫລຸດລາຄາໃນເທື່ອນີ້ ທາງໄມໂຄຣຊອຟທ໌ຫວັງວ່າ ຈະສາມາດປ່ຽນໃຈຜູ້ທີ່ໃຊ້ຊອຟທ໌ແວລ໌ລະເມີດລິກຂະສິດໃຫ້ກັບມາໃຊ້ຊອຟທ໌ແວລ໌ທີ່ຖືກລິກຂະສິດ ພ້ອມກັບອັບເກດລະບົບປະຕິບັດການຈາກ Windows XP ມາໃຊ້ Windows Vista ແທນ

Source :TechWeb
 
< Prev   Next >
__________________________________________________________________________________
___________________________ຕະຫລາດ ລາວຊ້າ / Laozaa E-market___________________________

Christine Mcguire

Annie Burks

Louise Dillard

Boyd Mccarthy

Jonathan Patton

John Kane

Therese Good

Shannon Jefferson

__________________________ຕາລາງຫນັງສາຍໃນ ITECC___________________________

Punlao | laoupload.com | au8ust.org| pnomsin