|
|
|||||||||||||||||||
| Kingston ສົ່ງ SDHC class 4 ຄວາມຈຸ 16GB ອອກສູ່ຕະຫລາດ |
|
|
|
| Written by birdflu2007.exe | |
![]() Kingston Technology Inc ຜູ້ພັດທະນາແລະຜະລິດເມມໂມລີ້ລາຍໃຫຍ່ຂອງໂລກປະກາດເສີມທັບແຟລດຊ໌ ເມມໂມລີ້ກາຣ໌ດໃນຕະກູນ SDHC ໂດຍສົ່ງຜະລິດຕະພັນ ແຟລດຊ໌ ເມມໂມລີ້ ກາຣ໌ດໂຕໃໝ່ class 4 ຕະກູນ SDHC ຄວາມຈຸ 16GB ເອົາໃຈຜູ້ບໍລິໂພກທີ່ຕ້ອງການເນື້ອທີ່ໃນການຈັດເກັບຫລາຍຍິ່ງຂຶ້ນ ແລະມີອັດຕາໃນການຖ່າຍໂອນຂໍ້ມູນທີ່ໄວຂຶ້ນ ສະໜອງຄວາມຕ້ອງການໃຊ້ງານໃນການຈັດເກັບຮູບພາບທີ່ມີຄວາມລະອຽດສູງໃຫ້ໄດ້ປະສິດທິພາບສູງສຸດ ກາຣ໌ດໂຕຫລ້າສຸດນັບວ່າເປັນກາຣ໌ດທີ່ມີຄວາມຈຸສູງສຸດໃນກາຣ໌ດຕະກູນ SDHC ຂອງ Kingstonເ ຊິ່ງປະກອບດ້ວຍກາຣ໌ດ SDHC class 2/4/6 ຄວາມຈຸຕັ້ງແຕ່ຕັ້ງແຕ່ 4 ເຖິງ 8GB ເດຟ ລີ ຜູ້ຈັດການຝ່າຍຜະລິດຕະພັນແຟລດຊ໌ ເມມໂມລີ້ຂອງ Kingston ປະຈຳພູມິພາກເອເຊຍ ແປຊິຟິກ ກ່າວວ່າ “ກ້ອງດິຈິຕໍ້ແລະກ້ອງວິດີໂອ ແຄມຄອລ໌ເດີລ໌ຄວາມລະອຽດສູງ ເຊິ່ງກຳລັງໄດ້ຮັບຄວາມນິຍົມຫລາຍຂຶ້ນໃນປະຈຸບັນຕ້ອງການເມມໂມລີ້ກາຣ໌ດທີ່ມີຄວາມຈຸສູງ ແລະມີອັດຕາໃນການຖ່າຍໂອນຂໍ້ມູນທີ່ວ່ອງໄວຍິ່ງຂຶ້ນ ເພື່ອເພີ່ມປະສິດທິພາບໂດຍລວມຂອງເຄື່ອງບັນທຶກພາບ ເມມໂມລີ້ກາຣ໌ດ class 4 ຄວາມຈຸ 16GB ໂຕໃໝ່ຂອງເຮົາສາມາດສະຫນອງຄວາມຕ້ອງການດ້ານປະສິດທິພາບໄດ້ ແລະຍັງເປັນການຂະຫຍາຍສາຍຜະລິດຕະພັນຂອງ Kingston ເພື່ອເປັນໂຊລູຊັນດ້ານຫນ່ວຍຄວາມຈຳທີ່ສົມບູນແບບສຳລັບທຸກການໃຊ້ງານ” ເມມໂມລີ້ກາຣ໌ດຄວາມຈຸ 16GB ນີ້ສາມາດຮອງຮັບການໃຊ້ງານອຸປະກອນບັນທຶກພາບຄວາມລະອຽດສູງທີ່ໃຊ້ຢູ່ໃນປະຈຸບັນໄດ້ ໂດຍຈັດເກັບຮູບຖ່າຍໄດ້ນັບພັນ ໆ ຮູບ ລວມທັງພາບວິດີໂອຄວາມລະອຽດສູງຄວາມຍາວຫລາຍຊົ່ວໂມງ ຕົວຢ່າງເຊັ່ນ ກາຣ໌ດ SDHC ຄວາມຈຸ 16GB ສາມາດຈັດເກັບຮູບໄດ້ຫລາຍກວ່າ 7,500* ຮູບ (ຈາກກ້ອງ 6MP) ແລະຮູບຈາກກ້ອງວິດີໂອຄວາມຍາວກວ່າ 4 ຊົ່ວໂມງ* (ສຳລັບການບັນທຶກແບບ HD Extended ດ້ວຍຄວາມໄວ 6 ເມກະໄບຕ໌ຕໍ່ວິນາທີ) ເມມໂມລີ້ກາຣ໌ດຕະກູນ SDHC ຂອງ Kingston ນຳສະເໜີຄວາມໄວທີ່ຕ່າງກັນສຳລັບສາມຄຣາດ (2, 4 ແລະ 6) ໂດຍການກຳນົດຄວາມໄວສຳລັບແຕ່ລະຄຣາດຈະສະແດງໃຫ້ເຫັນເຖິງອັດຕາການຖ່າຍໂອນຂໍ້ມູນຕ່ຳສຸດທີ່ຄົງໄວ້ໄດ້ ເຊັ່ນ ກາຣ໌ດ SDHC ຄຣາດ 2 ຈະມີອັດຕາການຖ່າຍໂອນຂໍ້ມູນຕ່ຳສຸດທີ່ 2 ເມກະໄບຕ໌ຕໍ່ວິນາທີ ຂະນະທີ່ການຣ໌ດ SDHC ຄຣາດ 6 ຈະມີອັດຕາການຖ່າຍໂອນຂໍ້ມູນຕ່ຳສຸດທີ່ 6 ເມກະໄບຕ໌ຕໍ່ວິນາທີ Source :Pantip.com |
| < Prev | Next > |
|---|
___________________________ຕະຫລາດ ລາວຊ້າ / Laozaa E-market___________________________
![]() Christine Mcguire | ![]() Annie Burks | ![]() Louise Dillard | ![]() Boyd Mccarthy |
![]() Jonathan Patton | ![]() John Kane | ![]() Therese Good | ![]() Shannon Jefferson |
__________________________ຕາລາງຫນັງສາຍໃນ ITECC___________________________













|
|
|