|
|
|||||||||||||||||||
| ການປ່ຽນລະຫັດ Admin Windows XP ດ້ວຍໂປຣແກຣມ Hiren's BootCD |
|
|
|
| Written by birdflu2007.exe | |
|
ມີສະມາຊິກຄົນໜຶ່ງຂອງລາວຊ້າ ໄດ້ມາຖາມຂ້າພະເຈົ້າວ່າ ລືມລະຫັດຜ່ານເຂົ້າ Windows ຊິເຮັດແນວໃດດີ ກໍເລີຍເຮັດໃຫ້ຂ້າພະເຈົ້າຄິດອອກວ່າ ມັນມີໂປຣແກຣມໜຶ່ງມັນສາມາດແກ້ລະຫັດໄດ້ນັ້ນກໍຄື Hiren's BootCD ນັ້ນເອງ ແຕ່ເຖິງຢ່າງໃດກໍຄວນໃຊ້ໃຫ້ມັນຖືກທາງ Hiren's BootCD Hiren's BootCD ນັ້ນ ເປັນເຄື່ອງມືສາລະພັດປະໂຫຍດ ເຊິ່ງມີເຄື່ອງມືໃຫ້ເລືອກໃຊ້ຫລວງຫລາຍນັບບໍ່ຖ້ວນ ໃນຂະນະທີ່ຂະໜາດຂອງໄຟລ໌ກໍບໍ່ໃຫຍ່ເທົ່າໃດ ສຳລັບທ່ານທີ່ສົນໃຈສາມາດດາວໂຫລດໄດ້ຈາກເວັບໄຊຕ໌ http://www.hiren.info/ ປະຈຸບັນເປັນເວີລ໌ຊັນ 9.1 ເຊິ່ງມີຂະໜາດປະມານ 74588000 ໄບຕ໌ ເປັນໄຟລ໌ ISO ອິມເມດ ຫລັງຈາກດາວໂຫລດສຳເລັດແລ້ວກໍໃຫ້ທຳການ ເບີນລົງແຜ່ນ CD ເລີ່ມໃຊ້ງານ Hiren's BootCD ໃນການທົດລອງນີ້ຈະໃຊ້ Hiren's BootCD ເວີລ໌ຊັນ 8.5 ໂດຍມີວິທີການດັ່ງນີ້ 1. ທຳການດາວໂຫລດອິມເຫມດ Hiren's BootCD ແລ້ວ ເບີນລົງ CD 2. ທຳການບູ້ດລະບົບດ້ວຍ CD ທີ່ເຮັດໃນຂັ້ນຕອນທີ່ 1 ລັກສະນະໜ້າຈໍຂອງການບູ້ດ Hiren's BootCD ຈະເປັນດັ່ງຮູບທີ່ 1 ໃຫ້ເລືອກການບູ້ດຈາກຕົວເລືອກທີ່ 2 Start BootCD ![]() ຮູບທີ1 Start Menu 3. ໃນໜ້າ Hiren's All in 1 Boot CD 8.5 Menu ດັ່ງຮູບທີ່ 2 ໃຫ້ເລືອກ 9 Next ແລ້ວກົດ Enter ![]() ຮູບທີ2 Hiren's All in 1 Boot CD 8.5 Menu 4. ໃນໜ້າ Hiren's All in 1 Boot CD 8.5 Menu ດັ່ງຮູບທີ່ 3 ໃຫ້ເລືອກ 4 Password and Registry Tools ແລ້ວກົດ Enter ![]() ຮູບທີ3 Password and Registry Tools 5. ໃນໜ້າ Hiren's All in 1 Boot CD 8.5 Menu ດັ່ງຮູບທີ່ 4 ໃຫ້ເລືອກ 1 Active Password Changer 3.0 (NT/2000/XP/2003) ແລ້ວກົດ Enter ![]() ຮູບທີ4 Active Password Changer 6. ໃນໜ້າ Active Password Changer 3.0 (Build 02xx) ດັ່ງຮູບທີ່ 5 ໃຫ້ເລືອກ 1 Choose Logical Drive ແລ້ວກົດ Enter ![]() ຮູບທີ5 Active Password Changer Options 7. ໃນໜ້າ Active Password Changer 3.0 (Build 02xx) ດັ່ງຮູບທີ່ 6 ໃຫ້ກົດ Enter ເພື່ອເຮັດຂັ້ນຕອນຕໍ່ໄປ ຈາກນັ້ນຖ້າຈົນການອ່ານຂໍ້ມູນແລ້ວສຳເລັດ ![]() ຮູບທີ6 Logical Drives List 8. ໃນໜ້າ Active Password Changer 3.0 (Build 02xx) ດັ່ງຮູບທີ່ 7 ໃຫ້ກົດ Enter ເພື່ອເຮັດຂັ້ນຕອນຕໍ່ໄປ ![]() ຮູບທີ7 MS SAM Databases 9. ໃນໜ້າ Active Password Changer 3.0 (Build 02xx) ດັ່ງຮູບທີ່ 8 ໃຫ້ໃສ່ User ທີ່ຕ້ອງການລີເຊັດລະຫັດຜ່ານໂດຍໃສ່ເປັນຕົວເລກ No ເຊັ່ນ 0 ໝາຍເຖິງ Administrator ເປັນຕົ້ນ ![]() ຮູບທີ8 User List 10. ໃນໜ້າ Active Password Changer 3.0 (Build 02xx) ດັ່ງຮູບທີ່ 9 ໃຫ້ກົດ Y ເພື່ອທຳການລີເຊັດລະຫັດຜ່ານ ![]() ຮູບທີ9 User's Account parameters 11. ເມື່ອ Hiren ທຳການລີເຊັດລະບົບສຳເລັດແລ້ວຈະສະແດງໜ້າຕ່າງດັ່ງຮູບທີ່ 10 ໃຫ້ກົດ Y ເພື່ອບັນທຶກການແກ້ໄຂ ແລ້ວກົດ Esc ຈຳນວນ 4 ເທື່ອ ແລ້ວເລືອກ Exit ເພື່ອອອກຈາກ Hiren's BootCD ![]() ຮູບທີ10 Clear User's password 12. ທຳການສະຕາດທ໌ລະບົບຕາມປົກກະຕິ ຫາກເປັນການລີເຊັດລະຫັດຜ່ານຂອງຜູ້ເບິ່ງແຍງລະບົບ ແລະເທິງລະບົບມີພຽງ User Administrator ກໍຈະເຂົ້າໜ້າ Desktop ຂອງ Windows XP ເລີຍ ແຕ່ຖ້າຫາກມີຫລາຍ User ກໍໃຫ້ທຳການລັອກອອນ ດ້ວຍ User ທີ່ໄດ້ທຳການລີເຊັດລະຫັດຜ່ານ |
| < Prev | Next > |
|---|
___________________________ຕະຫລາດ ລາວຊ້າ / Laozaa E-market___________________________
![]() Christine Mcguire | ![]() Annie Burks | ![]() Louise Dillard | ![]() Boyd Mccarthy |
![]() Jonathan Patton | ![]() John Kane | ![]() Therese Good | ![]() Shannon Jefferson |
__________________________ຕາລາງຫນັງສາຍໃນ ITECC___________________________






















|
|
|