|
|
|||||||||||||||||||
| Elonex ພ້ອມສົ່ງ Linux laptop ລຸ້ນລາຄາຍ່ອມເຍົາ |
|
|
|
| Written by birdflu2007.exe | |
![]() Elonex ບໍລິສັດຜູ້ຜະລິດແລະໃຫ້ບໍລິການຄອມພິວເຕີໃນສະຫະລາດອານາຈັກ ກຽມເປີດໂຕຄອມພິວເຕີໂນ້ດບຸ໊ກລຸ້ນລາຄາຍ່ອມເຍົາສຳລັບນັກຮຽນນັກສຶກສາ ເຊິ່ງຈະມີລາຄາຕໍ່ເຄື່ອງພຽງ 195 ດອນລ້າສະຫະລັດ ຯ ໂດຍຄອມພິວເຕີໂນ້ດບຸ໊ກນີ້ ມີຊື່ລຸ້ນວ່າ " One" ເຊິ່ງຈະທຳການເປີດໂຕກັນໃນງານ The Education Show ທີ່ຈະຈັດຂຶ້ນທີ່ເມືອງເບີລ໌ມິ່ງແຮມ ໃນວັນທີ່ 28 ກຸມພາເຖິງ 1 ມີນານີ້ ໂດຍຄອມພິວເຕີໂນ້ດບຸ໊ກນີ້ ຈະໃຊ້ລະບົບປະຕິບັດການລີນຸກຊ໌ ເຊິ່ງຈະມີອາຍຸການໃຊ້ງານຂອງແບັດເຕີລີ້ດົນ 3 ຊົ່ວໂມງ, ມີລະບົບ Wi-Fi, ສະໜັບສະໜູນເທັກໂນໂລຢີແຟລດຮາດໄດລ໌ວ, hard-wearing case ແລະ wireless music server ໂດຍໂຕເຄື່ອງຈະມີນ້ຳໜັກເບົາກວ່າ 1 ກິໂລກຣາມ ຫລືປະມານ 2.2 ປອນດ໌ ເຊິ່ງລາຍລະອຽດອື່ນ ໆ ຈະປະກາດກັນພາຍໃນງານອາທິດໜ້າ ໂດຍ Sam Goult ຜູ້ຈັດການຝ່າຍການຕະຫລາດຂອງ Elonex ກ່າວວ່າ ຄອມພິວເຕີໂນ້ດບຸ໊ກໃໝ່ນີ້ ຈະຊ່ວຍຫລຸດອຸປະສັກໃນເລື່ອງຂອງລາຄາທີ່ເປັນເຄື່ອງຂັດຂວາງໃນການທີ່ຈະເປັນເຈົ້າຂອງຄອມພິວເຕີໂນ້ດບຸ໊ກຈັກເຄື່ອງເ ຊິ່ງໄດ້ມີການວາງແຜນຜະລິດຄອມພິວເຕີເພື່ອການສຶກສານີ້ມາດົນແລ້ວ ໂດຍຄອມພິວເຕີໂນ້ດບຸ໊ກະນີ້ ມີຈຸດມຸ້ງໝາຍເພື່ອໃຊ້ໃນໂຮງຮຽນສຳລັບການຮຽນການສອນ ແລະເພື່ອເປັນການຫລຸດຊ່ອງຫວ່າງລະຫວ່າງລາຍໄດ້ ເຊິ່ງຫາກມີຍອດຈຳໜ່າຍຄົບທຸກ ໆ 100 ເຄື່ອງ ທາງບໍລິສັດຈະທຳການບໍລິຈາກຄອມພິວເຕີ 1 ເຄື່ອງໃຫ້ກັບເດັກຜູ້ດ້ອຍໂອກາດ Source :CNET Source :beartai.com |
| < Prev | Next > |
|---|
___________________________ຕະຫລາດ ລາວຊ້າ / Laozaa E-market___________________________
![]() Christine Mcguire | ![]() Annie Burks | ![]() Louise Dillard | ![]() Boyd Mccarthy |
![]() Jonathan Patton | ![]() John Kane | ![]() Therese Good | ![]() Shannon Jefferson |
__________________________ຕາລາງຫນັງສາຍໃນ ITECC___________________________













|
|
|