




|
|
|||||||||||||||||||
| Red Alert3 |
|
|
|
| Written by Mii | |
|
ແມ່ນຫຍັງຊິເກີດມັນກະຕ້ອງເກີດ ລ່າສຸດມີພາບຫນ້າປົກວາລະສານ PC Gamer ສະບັບເດືອນ 4 ທີ່ຍັງບໍ່ທັນໄດ້ວາງຈຳຫນ່າຍຫລຸດອອກມາ ເຊິ່ງຫນ້າປົກນັ້ນພາດຫົວຂໍ້ບັກໃຫຍ່ເລີຍວ່າ Red Alert 3 ເຮັດໃຫ້ຜູ້ທີ່ພົບເຫັນຕ່າງຕົກຕະລຶງກັບສິ່ງທີ່ໄດ້ເຫັນ ![]()
![]() ![]() ![]() ![]() ![]() ມັນຊິມາຕອນໃດເດ້ ຄູ່ນີ້ປ່ອຍມາກັດກັນອີກແລ້ວ Red Alert VS Star Craft ຂອບໃຈ: www.gamespot.com ແລະຍັງບໍ່ພໍເທົ່ານັ້ນ ຍັງມີຂ່າວນຳມາອັບເດດໃຫ້ອີກ ເຊິ່ງຊ່ວງນີ້ວົງການເກມ PC ຄຶ້ນຄື້ນຂຶ້ນມາອີກຄັ້ງ - ເປັນຂ່າວດີອີກເຊັ່ນກັນ ເມື່ອທາງບໍລິສັດ EA game ໄດ້ອອກມາເປີດເຜີຍກຳນົດການວາງຕະຫລາດຂອງເກມ Spore ແລ້ວຫລັງຈາກທີ່ເລື່ອນມາ 3 ປີ ກໍໄດ້ ວັນວາງຈຳຫນ່າຍທີ່ແນ່ນອນກໍຄື 7 ກັນຍາ 2008 ນີ້ ເຊິ່ງຈະອອກໃນ PC ກ່ອນແລ້ວຕາມດ້ວຍ Wii ແລະ DS ສ່ວນ XBOX360 ແລະ PS3 ນັ້ນຍັງບໍ່ແນ່ແຕ່ຄາດວ່າຫນ້າຈະມີ ເຊິ່ງໃນຂໍ້ນີ້ທາງ Will Wright ເອງກໍສະແດງຄວາມບໍ່ພໍໃຈຕໍ່ປະທານບໍລິສັດ EA ເນື່ອງຈາກວ່າ Will Wright ຄຶດວ່າ ນອກຈາກ PC ແລ້ງເຄື່ອງເກມທີ່ເຫມາະກັບ Sporeກໍມີພຽງແຕ່ Wii ແລະ DS ເທົ່ານັ້ນ. - ຂ່າວດີອີກອັນນຶ່ງກໍຄື ເກມ RPG ຊື່ດັງຂອງເຄື່ອງ XBOX360 ຢ່າງ Mass Effect ກໍກຽມລົງສູ່ PC ແລ້ວກຳນົດການແມ່ນ ເດືອນພຶດສະພາທີ່ຈະເຖິງນີ້ແນ່ນອນ ວ້າວເປັນຂ່າວທີ່ຫນ້າຍິນດີຫລາຍໆໆໆເດີ້. - ຂ່າວສຸດທ້າຍ ເອົາມາໃຫ້ຕື່ນເຕັ້ນກັນຫລິ້ນ ເມື່ອທາງທີມງານ Online station ໄດ້ເປີດເຜີຍວ່າມີເກມຍັກໃຫຍ່ກຽມເປີດໂຕໃນໄວໆນີ້ ໂດຍທີມງານ OS ໄດ້ເຂົ້າຮ່ວມກອງປະຊຸມປະຈຳເດືອນກັບທີມງານ Future Gamer ຂອງປະເທດໄທ ເນື່ອງຈາກວ່າວາລະສານ Future Gamer ຂອງໄທ ແມ່ນໄດ້ຮັບລິຂະສິດບົດຄວາມຈາກ PC Gamer ຂອງຕ່າງປະເທດ ມາເຊິ່ງໃນສະບັບທີ່ສົ່ງມານັ້ນ ໄດ້ມີຂໍ້ມູນຂອງເກມໃຫມ່ທີ່ທາງເພິ່ນບອກວ່າ ຕົກຕະລຶງ ແບບດຽວກັບຕອນຍທີ່ໄດ້ຮູ້ຂ່າວ Star Craft2 ເລີຍວ່າຊັ້ນ ແຕ່ຫນ້າເສຍດາຍ ທີ່ຂໍ້ມູນສ່ວນນັ້ນບໍ່ສາມາດເປີດເຜີຍໄດ້ ເນື່ອງຈາກເລື່ອງລິຂະສິດຂອງຄ້າຍພັດທະນາເກມ ທີ່ຕ້ອງການໃຫ້ເປີດເຜີຍສະເພາະໃນວາລະສານ ແຕ່ວ່າທາງທີມງານ OS ເພິ່ນກໍອົດໃຈບໍ່ໄຫວ ຈຶ່ງໄດ້ຂໍຮ້ອງນຳຄະນະບັນນາທິການ Future Gamer ວ່າຂໍໃຫ້ຄຳໄບ້ສະ ເຊິ່ງເພິ່ນບອກມາວ່າ - ເກມນີ້ ຍິ່ງໃຫຍ່ ແລະເມື່ອໄດ້ຮູ້ຕ້ອງຕົກຕະລຶງແບບດຽວກັບຕອນທີ່ຮູ້ຂ່າວ Star Craft 2 - ເກມນີ້ ບໍ່ແມ່ນ Red Alert3 ແຕ່ເປັນເກມອື່ນ. (ເພາະ Red Alert 3 ແມ່ນມາແທ້ແນ່ນອນຢູ່ແລ້ວ) - ເກມນີ້ເປັນພາກ 3. ສ່ວນຂໍ້ມູນອື່ນໆທີ່ທາງ OS ຈະທະຍອຍເປີດເຜີຍມານັ້ນ ຂ້າພະເຈົ້າຈະພະຍາຍາມຕິດຕາມ ແລະນຳມາອັບເດດໃຫ້ອ້າຍນ້ອງເຮົາຢ່າງໄວວາແນ່ນອນ. ຊິແມ່ນເກມນັ້ນບໍ່ນໍ້ ສາທຸສາທຸສາທຸສາທຸສາທຸ ຂອບໃຈ: www.online-station.net |
| < Prev | Next > |
|---|
![]() Christine Mcguire | ![]() Annie Burks | ![]() Louise Dillard | ![]() Boyd Mccarthy |
![]() Jonathan Patton | ![]() John Kane | ![]() Therese Good | ![]() Shannon Jefferson |
|
|
|
|
|