GH Preview! Unreal Tournament 3 Demo PDF Print E-mail
User Rating: / 0
PoorBest 
Written by Defago   
ຊ່ວງທ້າຍປີນີ້ຖືວ່າຄຶກຄື້ນກັນເປັນພິເສດເລີຍສຳລັບເກມສະໄຕຣ໌ FPS ທີ່ທັບໂທມກັນອອກມາ, ມີແຕ່ເກມທີ່ໜ້າຈັບຕາມອງກັນທັງນັ້ນ, Demo ຂອງເກມເລົ່ານັ້ນກໍ່ທະຍ່ອຍກັນອອກມາໃຫ້ລອງກັນຢ່າງລຽນຕິດ
ຈົນທີມ GH ຂອງເຮົາທຳການດາວໂຫລດ Demo ກັນມາທົດສອບກັນຈົນແທບບໍ່ທັນ, ຊ້ຳບໍ່ໜຳ Demo ແຕ່ລະອັນທີ່ໄດ້ລອງຜ່ານມາ ແຕ່ລະອັນລ້ວນເຮັດໃຫ້ໜ້າຂອງສະມາຊິກທີມເກມເຮົາເປັນແບບນີ້ກັນໝົດ  Kiss.
ມື້ວານນີ້ເອງທີ່ GH ກໍ່ໄດ້ເອື້ອມມືແຕະຕົວ Demo ຂອງເກມ Unreal Tournament 3 ເປັນຄັ້ງທຳອິດ, ມາຕິດຕາມນຳກັນເລີຍດີກວ່າ ວ່າມັນຈະ ບໍ່ສົມຈິງ (Unreal) ກັນເທົ່າໃດແທ້ນິ.


ຫຼັງຈາກຕິດຕັ້ງຕົວ Demo ທີ່ມີຂະໜາດ 741MB ຮຽບຮ້ອຍແລ້ວ, ເຂົ້າເກມມາກໍ່ຈະເຈິໜ້າ Interface ເທ້ໆແບບນີ້ເລີຍ.


ໜ້າຈໍ Video ກໍ່ບໍ່ໄດ້ມີຫຍັງຫຼາຍ, ຂ້າມໆໄປດີກວ່າ.


ຫຼັງຈາກຄລິກເຂົ້າ Instant Action ກໍ່ຈະມີ 4 ໂຫມດໃຫ້ເລືອກດັ່ງພາບ, ໃນທີ່ນີ້ຂໍສະເໜີໂໝດ Deathmatch ກັນກ່ອນເດີ້


ເຂົ້າມາຈະເຫັນໜ້າ set ຄ່າຕ່າງໆ ກ່ອນຈະລູຍກັນ, ມີລະດັບຄອມໃຫ້ເລືອກຫຼາຍລະດັບເລີຍ ປະມານ 8 ລະດັບ, ເຫັນມີ God Like ນຳ ເຫີໆ, ບໍ່ໄຫວມັນແນ້ໆ...


ໜ້າຈໍຕອນໂຫຼດເກມ... ຢືດເສັ້ນຢືດສາຍກຽມໂຕກ່ອນເລີຍ


ເຂົ້າເກມມາແລ້ວ... ປ່າໂທະ! ເບິ່ງວິວລະ ມັນເວົ້າບໍ່ອອກ ບອກບໍ່ຖືກ ກາຍເປັນຄົນປາກກືກໄປເລີຍ... ມັນ Unreal ບ່ອນໃດນິນະ?


ໂອ່ effect ການຊູມຂອງປືນ Sniper Rifle ເທ້ໄປອີກແບບ.


ຮູ້ແລ້ວມັນ Unreal ບ່ອນໃດ! ບ່ອນປືນມັນໂອເວີ້ ແລະ ເຮົາໂດດສອງຈັງວະໄດ້ນີ້ເອງ... ເອະ! ລູກຫຍັງແດງໆລອຍມາຫັ່ນ?  Huh


ຮູ້ແລ້ວລູກອີ່ຫຍັງ!!!  Angry


ກັບມາແກ້ແຄ້ນແລ້ວ!!! ບັກຄອມຕາຍແນ້ໆ!


ເຍ້! ເອົາຊະນະລະດັບ Average ໄດ້ແລ້ວ, ສັງຫານໄດ້ 20 ຄົນກ່ອນກໍ່ຊະນະເລີຍ. (ມັນຍັງມີອີກຕັ້ງ 7 ລະດັບເກັ່ງກວ່ານີ້ອ່ະນະ ^^'')

   ໝົດແລ້ວສຳລັບການນຳສະເໜີໃຫ້ໄດ້ຮັບຊົມກັນຂອງເກມຕົວຢ່າງ Unreal Tournament 3 ນີ້. ເກມນີ້ຖືວ່າເປັນເກມ Multiplayer ອີກເກມໜຶ່ງ, ທີ່ບອກໄດ້ເລີຍວ່າມັນກັນສຸດໆ
ຖ້າທຽບຄວາມແປກໃໝ່ກັນແລ້ວ, CS ຕົກລາງໄປເລີຍ. ຕົວເຕັມຈະອອກມາຂະເຍົາຄໍເກມ PC ເດືອນໜ້ານີ້ແລ້ວ! ຊ່ວງນີ້ໄປລຸຍກັບຄອມຢູ່ Demo ກັນໄປກ່ອນເດີ້. Cheesy

by Gamer Hardcore
 
< Prev
__________________________________________________________________________________
___________________________ຕະຫລາດ ລາວຊ້າ / Laozaa E-market___________________________

Christine Mcguire

Annie Burks

Louise Dillard

Boyd Mccarthy

Jonathan Patton

John Kane

Therese Good

Shannon Jefferson

__________________________ຕາລາງຫນັງສາຍໃນ ITECC___________________________

Punlao | laoupload.com | au8ust.org| pnomsin