|
|
|||||||||||||||||
| GH Preview! Unreal Tournament 3 Demo |
|
|
|
| Written by Defago | |
|
ຊ່ວງທ້າຍປີນີ້ຖືວ່າຄຶກຄື້ນກັນເປັນພິເສດເລີຍສຳລັບເກມສະໄຕຣ໌ FPS ທີ່ທັບໂທມກັນອອກມາ, ມີແຕ່ເກມທີ່ໜ້າຈັບຕາມອງກັນທັງນັ້ນ, Demo ຂອງເກມເລົ່ານັ້ນກໍ່ທະຍ່ອຍກັນອອກມາໃຫ້ລອງກັນຢ່າງລຽນຕິດ
ຈົນທີມ GH ຂອງເຮົາທຳການດາວໂຫລດ Demo ກັນມາທົດສອບກັນຈົນແທບບໍ່ທັນ, ຊ້ຳບໍ່ໜຳ Demo ແຕ່ລະອັນທີ່ໄດ້ລອງຜ່ານມາ ແຕ່ລະອັນລ້ວນເຮັດໃຫ້ໜ້າຂອງສະມາຊິກທີມເກມເຮົາເປັນແບບນີ້ກັນໝົດ .ມື້ວານນີ້ເອງທີ່ GH ກໍ່ໄດ້ເອື້ອມມືແຕະຕົວ Demo ຂອງເກມ Unreal Tournament 3 ເປັນຄັ້ງທຳອິດ, ມາຕິດຕາມນຳກັນເລີຍດີກວ່າ ວ່າມັນຈະ ບໍ່ສົມຈິງ (Unreal) ກັນເທົ່າໃດແທ້ນິ. ![]() ຫຼັງຈາກຕິດຕັ້ງຕົວ Demo ທີ່ມີຂະໜາດ 741MB ຮຽບຮ້ອຍແລ້ວ, ເຂົ້າເກມມາກໍ່ຈະເຈິໜ້າ Interface ເທ້ໆແບບນີ້ເລີຍ. ![]() ໜ້າຈໍ Video ກໍ່ບໍ່ໄດ້ມີຫຍັງຫຼາຍ, ຂ້າມໆໄປດີກວ່າ. ![]() ຫຼັງຈາກຄລິກເຂົ້າ Instant Action ກໍ່ຈະມີ 4 ໂຫມດໃຫ້ເລືອກດັ່ງພາບ, ໃນທີ່ນີ້ຂໍສະເໜີໂໝດ Deathmatch ກັນກ່ອນເດີ້ ![]() ເຂົ້າມາຈະເຫັນໜ້າ set ຄ່າຕ່າງໆ ກ່ອນຈະລູຍກັນ, ມີລະດັບຄອມໃຫ້ເລືອກຫຼາຍລະດັບເລີຍ ປະມານ 8 ລະດັບ, ເຫັນມີ God Like ນຳ ເຫີໆ, ບໍ່ໄຫວມັນແນ້ໆ... ![]() ໜ້າຈໍຕອນໂຫຼດເກມ... ຢືດເສັ້ນຢືດສາຍກຽມໂຕກ່ອນເລີຍ ![]() ເຂົ້າເກມມາແລ້ວ... ປ່າໂທະ! ເບິ່ງວິວລະ ມັນເວົ້າບໍ່ອອກ ບອກບໍ່ຖືກ ກາຍເປັນຄົນປາກກືກໄປເລີຍ... ມັນ Unreal ບ່ອນໃດນິນະ? ![]() ໂອ່ effect ການຊູມຂອງປືນ Sniper Rifle ເທ້ໄປອີກແບບ. ![]() ຮູ້ແລ້ວມັນ Unreal ບ່ອນໃດ! ບ່ອນປືນມັນໂອເວີ້ ແລະ ເຮົາໂດດສອງຈັງວະໄດ້ນີ້ເອງ... ເອະ! ລູກຫຍັງແດງໆລອຍມາຫັ່ນ? ![]() ![]() ຮູ້ແລ້ວລູກອີ່ຫຍັງ!!! ![]() ![]() ກັບມາແກ້ແຄ້ນແລ້ວ!!! ບັກຄອມຕາຍແນ້ໆ! ![]() ເຍ້! ເອົາຊະນະລະດັບ Average ໄດ້ແລ້ວ, ສັງຫານໄດ້ 20 ຄົນກ່ອນກໍ່ຊະນະເລີຍ. (ມັນຍັງມີອີກຕັ້ງ 7 ລະດັບເກັ່ງກວ່ານີ້ອ່ະນະ ^^'') ໝົດແລ້ວສຳລັບການນຳສະເໜີໃຫ້ໄດ້ຮັບຊົມກັນຂອງເກມຕົວຢ່າງ Unreal Tournament 3 ນີ້. ເກມນີ້ຖືວ່າເປັນເກມ Multiplayer ອີກເກມໜຶ່ງ, ທີ່ບອກໄດ້ເລີຍວ່າມັນກັນສຸດໆ ຖ້າທຽບຄວາມແປກໃໝ່ກັນແລ້ວ, CS ຕົກລາງໄປເລີຍ. ຕົວເຕັມຈະອອກມາຂະເຍົາຄໍເກມ PC ເດືອນໜ້ານີ້ແລ້ວ! ຊ່ວງນີ້ໄປລຸຍກັບຄອມຢູ່ Demo ກັນໄປກ່ອນເດີ້. ![]() by Gamer Hardcore |
| < Prev |
|---|
___________________________ຕະຫລາດ ລາວຊ້າ / Laozaa E-market___________________________
![]() Christine Mcguire | ![]() Annie Burks | ![]() Louise Dillard | ![]() Boyd Mccarthy |
![]() Jonathan Patton | ![]() John Kane | ![]() Therese Good | ![]() Shannon Jefferson |
__________________________ຕາລາງຫນັງສາຍໃນ ITECC___________________________




.





















|
|
|