|
ໄມໂຄຣຊອຟທ໌ເຜີຍມີການສະເໜີເງີນເຂົ້າຊື້ກິດຈະການ Yahoo ຂ້ອນຂ້າງສູງ |
|
|
|
|
Written by birdflu2007.exe
|
Bob Olstein ຜູ້ຈັດການຝ່າຍການເງີນ ເຊິ່ງເປັນໜຶ່ງໃນເຈົ້າຂອງຮຸ້ນສ່ວນໃຫຍ່ໃນໄມໂຄຣຊອຟທ໌ ໂດຍມີຮຸ້ນຢູ່ຈຳນວນເຖິງ 1 ລ້ານຮຸ້ນ ໄດ້ມີການສະໜັບສະໜູນໃຫ້ໄມໂຄຣຊອຟທ໌ເພີ່ມຂໍ້ສະເໜີໃນການຂໍເຂົ້າຊື້ກິດຈະການຂອງ Yahoo ໂດຍຈະທຳການຊື້ຮຸ້ນຈຳນວນທັງໝົດແລະເພີ່ມຂໍ້ສະເໜີເປັນຮຸ້ນລະ 31 ດອນລ້າສະຫະລັດ ຯ
ໂດຍ Olstein ໄດ້ສົ່ງຈົດຫມາຍໄປຍັງ Christopher Liddell ຜູ້ຈັດການຝ່າຍການເງີນຂອງໄມໂຄຣຊອຟທ໌ເມື່ອວັນທີ່ 12 ກຸມພາທີ່ຜ່ານມາ ແລະເປີດເຜີຍຕໍ່ສາທາລະນະຊົນເມື່ອວັນພຸດທີ່ຜ່ານມາວ່າ ພາຍໃຕ້ໂອກາດທີ່ເໝາະສົມທີ່ Yahoo ກຳລັງປະສົບກັບບັນຫາຢູ່ໃນຂະນະນີ້ ທາງໄມໂຄຣຊອຟທ໌ຄວນທຳການເພີ່ມຂໍ້ສະເໜີໃຫ້ກັບທາງ Yahoo ຫລາຍຂຶ້ນ ເພື່ອທີ່ທາງ Yahoo ຈະໄດ້ກທຳການພິຈາລະນາໃນເລື່ອງນີ້ໃໝ່ ໂດຍທາງເຮົາເຊື່ອວ່າ ດ້ວຍເງີນຈຳນວນເຖິງ 42 ພັນລ້ານດອນລ້າສະຫະລັດ ຯເຊິ່ງຖືວ່າຫລາຍພໍສົມຄວນ ຈະເຮັດໃຫ້ Yahoo ທຳການປ່ຽນໃຈໄດ້ ເຊິ່ງທາງ Yahoo ໄດ້ອອກມາປະຕິເສດຂໍ້ສະເໜີນີ້
Source :CNET
ທີ່ມາ beartai.com |
__________________________________________________________________________________
___________________________ຕະຫລາດ ລາວຊ້າ / Laozaa E-market___________________________
__________________________ຕາລາງຫນັງສາຍໃນ ITECC___________________________