|
ໄມຣໂຄຣຊອຟທ໌ຕັດລາຄາ HD DVD ສຳລັບ Xbox 360 ລົງ 50 ເປີເຊັນ |
|
|
|
|
Written by birdflu2007.exe
|
ໄມໂຄຣຊອຟທ໌ສັ່ງຕັດລາຄາໄດລ໌ HD DVD ສຳລັບເຄື່ອງຫລິ້ນວີດີໂອເກມ Xbox 360 ລົງ 50 ເປີເຊັນ ເພື່ອເປັນການສົ່ງເສີມແລະກະຕຸ້ນຍອດຂາຍໃນປະຈຸບັນໃຫ້ຖີບຕົວສູງຂຶ້ນ
ໂດຍໄມໂຄຣຊອຟທ໌ຈະຕັດລາຄາໄດລ໌ HD DVD ຂອງ Xbox 360 ລົງ 50 ເປີເຊັນ ຄື ຈາກເດີມທີ່ມີລາຄາຢູ່ທີ່ 260 ດອນລ້າສະຫະລັດ ຯ ຈະເຫລືອພຽງແຕ່ 130 ດອນລ້າສະຫະລັດ ຯ ເຊິ່ງຍອດຈຳໜ່າຍໄດລ໌ HD DVD ຂອງເຄື່ອງຫລິ້ນວີດີໂອເກມ Xbox 360 ນີ້ ຕົກຕ່ຳລົງຕັ້ງແຕ່ Warner Bros. ແລະສະຕູດິໂອຂອງຮອນລີວູ໊ດ(Hollywood)ແຫ່ງອື່ນ ໆ ຫັນໄປສະໜັບສະໜູນເທັກໂນໂລຢີຄູ່ແຂ່ງຢ່າງ Blu-ray ຂອງໂຊນີ້ແທນ ເຊິ່ງຕອນນີ້ເຫລືອພຽງແຕ່ບໍລິສັດ DreamWorks, Paramount ແລະ Universal ທີ່ຍັງຄົງໃຫ້ການສະໜັບສະໜູນເທັກໂນໂລຢີໃນຮູບແບບ HD DVD ຢູ່ ໂດຍການສັ່ງຕັດລາຄາໃນເທື່ອນີ້ ກໍເພື່ອເປັນການກະຕຸ້ນຍອດຂາຍໃຫ້ກັບມາເຟື່ອງຟູອີກຄັ້ງ ຍົກຕົວຢ່າງເຊັ່ນ ກໍລະນີຂອງໂຕຊິບ້າ ທີ່ເມື່ອໄວໆນີ້ມີການປັບລາຄາເຄື່ອງຫລິ້ນດີວີດີລົງ 50 ເປີເຊັນ ເຫລືອພຽງ 150 ດອນລ້າສະຫະລັດ ຯ ໃນຂະນະທີ່ເຄື່ອງຫລິ້ນດີວີດີແບບ Blu-ray ຈະມີລາຄາເລີ່ມຕົ້ນທີ່ 400 ດອນລ້າສະຫະລັດ ຯຫລືຫລາຍກວ່າ ໂດຍຍອດຈຳໜ່າຍ Xbox 360 ເຕີບໂຕຂຶ້ນຕາມແຮງສະໜັບສະໜູນຈາກວີດີໂອເກມຍອດຮິດ Halo 3 ໂດຍເມື່ອປີທີ່ຜ່ານມາ ໄມໂຄຣຊອຟທ໌ມີຍອດຈຳໜ່າຍ Xbox 360 4.3 ລ້ານເຄື່ອງ ພາຍໃນໄລຍະເວລາ 3 ເດືອນສີ້ນສຸດວັນທີ່ 31 ທັນວາ ໃນຂະນະທີ່ຊ່ວງເວລາດຽວກັນໃນປີ 2006 ຍອດຈຳໜ່າຍ Xbox 360 ມີ 4.4 ລ້ານເຄື່ອງ ເຊິ່ງຕົກລົງ 2.3 ເປີເຊັນ ໂດຍສັນນິຖານວ່າ ທີ່ເປັນເຊັ່ນນີ້ ເນື່ອງຈາກມີ Halo 3 ເປັນຊະນວນໃຫ້ມີຍອດຈຳໜ່າຍເພີ່ມຂຶ້ນ
Source :TechWeb
ທີ່ມາ beartai.com |
__________________________________________________________________________________
___________________________ຕະຫລາດ ລາວຊ້າ / Laozaa E-market___________________________
__________________________ຕາລາງຫນັງສາຍໃນ ITECC___________________________