MICROSOFT ເຂົ້າຄວບກິດຈະການຂອງ YAHOO ແລ້ວ PDF Print E-mail
User Rating: / 0
PoorBest 
Written by birdflu2007.exe   
 
ໄມໂຄຣຊອຟທ໌ສົ່ງຈົດຫມາຍເຖິງກຳມະການບໍລິຫານຢາຮູ(Yahoo)  ຍັກໃຫຍ່ແຫ່ງໂລກອິນເທີລ໌ເນັດເບີສອງ ສະເໜີຊື້ຢາຮູດ້ວຍເງີນສົດແລະຫຸ້ນລວມມູນຄ່າ 4.46 ໝື່ນລ້ານຫລຽນສະຫະລັດ ຈຸດປະສົງດຽວຄືຫວັງເພີ່ມຄວາມສາມາດໃນການແຂ່ງຂັນເທິງໂລກບໍລິການອອນໄລນ໌ເພື່ອປະທະກັບກູເກີນ (Google) ຈົດຫມາຍສະເໜີຊື້ຢາຮູຂອງໄມໂຄຣຊອຟທ໌ຖືເປັນວິທີໃໝ່ເພື່ອການປາບຍັກໃຫຍ່ຢ່າງກູເກີນທີ່ເໜືອຄວາມຄາດໝາຍຂອງທຸກຄົນ ໂດຍ ສະຕີຟ ບອນເມີລ໌ ລະບຸໃນຈົດຫມາຍວ່າສະເໜີຊື້ຢາຮູດ້ວຍລາຄາ 31 ຫລຽນສະຫະລັດຕໍ່ຫຸ້ນ ສູງກວ່າມູນຄ່າປິດຕະຫລາດຂອງຫຸ້ນຢາຮູເມື່ອວັນພະຫັດທີ່ຜ່ານມາເຖິງ 62 ເປີເຊັນ
       
       ໃນຈົດຫມາຍເນັ້ນຢ້ຳວ່າ ການສະເໜີຊື້ຢາຮູເທື່ອນີ້ບໍ່ໄດ້ມີໄນສຳຄັນດ້ານການເງີນ ແຕ່ຢູ່ທີ່ໂອກາດແລະຄວາມສາມາດໃນການແຂ່ງຂັນໃນອະນາຄົດ ໂດຍກ່າວພາດພິງເຖິງກູເກີນວ່າ ຕະຫລາດໂຄສະນາອອນໄລນ໌ທີ່ຮຸ່ງເຮືອງນັ້ນກຳລັງຖືກຄອບຄອງໂດຍບໍລິສັດດຽວ ເຊື່ອວ່າການດຳເນີນງານຂອງຢາຮູພາຍໃຕ້ປີກຂອງໄມໂຄຣຊອຟທ໌ຈະຊ່ວຍໃຫ້ຢາຮູສາມາດແຂ່ງຂັນໃນສະໝໍລະພູມຮົບມູນຄ່າກວ່າ 4 ໝື່ນລ້ານຫລຽນໄດ້ດີຂຶ້ນ ຊຶ່ງອາດເຕີບໂຕເຖິງ 8 ໝື່ນລ້ານຫລຽນໃນປີ 2010
       
       ຂ່າວນີ້ສົ່ງໃຫ້ມູນຄ່າຫຸ້ນຂອງຢາຮູພຸ່ງສູງຂຶ້ນ 10 ເປີເຊັນທັນທີທີ່ປະກາດ ໂດຍການຊື້ຢາຮູຈະເຮັດໃຫ້ໄມໂຄຣຊອຟທ໌ມີ ເສິດຊ໌ເອັນຈິ້ນຊົງພະລັງສຳລັບຕໍ່ສູ້ກັບກູເກີນ ພ່ວງທ້າຍດ້ວຍບໍລິການເວັບພອລ໌ທອນຍອດນິຍົມທັງອີເມວ ຮ້ານຂາຍສິນຄ້າ ແລະຂ່າວສານອອນໄລນ໌ ຈຸດນີ້ໄມໂຄຣຊອຟທ໌ເຊື່ອວ່າຈະເປັນປະໂຫຍດກັບທຸກຝ່າຍ ແລະອາດນຳໄປສູ່ການສ້າງໂຊລູຊັນທີ່ດີສຳລັບຜູ້ບະຫລິໂພກ ບໍລິສັດສິ່ງພິມ ແລະນັກໂຄສະນາໄດ້ເພີ່ມຂຶ້ນ ຊຶ່ງທັງໝົດຈະເຮັດໃຫ້ຢາຮູມີຄວາມສາມາດໃນການແຂ່ງຂັນທີ່ດີຂຶ້ນ
       
       ສະເໜີຊື້ຮອບສອງ
       
       ຕາມລາຍງານຈາກສຳນັກຂ່າວເອພີ ບອນເມີລ໌ ເລົ່າໃນຈົດຫມາຍເຖິງກຳມະການບໍລິຫານຢາຮູ ວ່າເຄີຍໄດ້ຮັບຈົດຫມາຍຈາກປະທານຢາຮູເມື່ອເດືອນກຸມພາປີ 2007 ເນື້ອຄວາມໃນຈົດຫມາຍລະບຸແຈ້ງວ່າເວລານັ້ນບໍ່ແມ່ນຊ່ວງທີ່ຄວນລະດົມຜູ້ຖືຫຸ້ນຢາຮູມາພິຈາລະນາເລື່ອງການຕັດສິນໃຈຄວບລວມບໍລິສັດ ເຫດຜົນຄືກຳມະການບໍລິຫານຂອງຢາຮູໃຫ້ຄວາມສຳຄັນກັບຄວາມສາມາດຂອງບໍລິສັດເໜືອສິ່ງອື່ນໃດ ດັ່ງນັ້ນຈຶ່ງຢາກລໍເບິ່ງຜົນຄວາມສຳເລັດຈາກກົນລະຍຸດທີ່ຢາຮູວາງແຜນໄວ້ ເຊັ່ນໂປຣເຈັກປານາມາ (Project Panama) ຮູບແບບທຸລະກິດໂຄສະນາອອນໄລນ໌ແນວໃໝ່ຂອງຢາຮູ ແລະການປັບໂຄງສ້າງບໍລິສັດ
       
       "ໜຶ່ງປີຜ່ານໄປ ສະຖານນະການການແຂ່ງຂັນຂອງຢາຮູບໍ່ດີຂຶ້ນ" ບອນເມີລ໌ ລະບຸ ໂດຍເຊື່ອວ່າການຄວບລວມເທື່ອນີ້ຈະເຮັດໃຫ້ຢາຮູລຸດຕົ້ນທຶນການດຳເນີນງານລົງໄດ້ຢ່າງນ້ອຍ 1 ພັນລ້ານຫລຽນຕໍ່ປີ ແລະຍື່ນຂໍ້ສະເໜີວ່າຈ້າງທີມວິສະວະກອນ ຫົວໜ້າງານ ແລະພະນັກງານຂອງຢາຮູທັງທີມ
       
       ໄມໂຄຣຊອຟທ໌ສະເໜີຊື້ຫຸ້ນຂອງຢາຮູດ້ວຍເງີນສົດແລະຫຸ້ນຂອງໄມໂຄຣຊອຟທ໌ໃນສັດສ່ວນເຄິ່ງຕໍ່ເຄິ່ງ ຜູ້ຖືຫຸ້ນຢາຮູສາມາດເລືອກຮັບຄ່າຕອບແທນລະຫວ່າງສິນຊັບທັງສອງໄດ້ ແລະເຊື່ອວ່າການຄວບລວມຈະແລ້ວສຳເລັດໃນຊ່ວງເຄິ່ງປີຫລັງຂອງປີ 2008
       
       ປະທານຊີເມວລົງຈາກຕັ່ງ
       
       ພາຍໃນມື້ດຽວກັນທີ່ໄມໂຄຣຊອຟທ໌ປະກາດຊື້ຢາຮູ ເທີລ໌ລີ່ ຊີເມວ ປະກາດເປີດໝວກລາລົງຈາກຕັ່ງປະທານຢາຮູແລ້ວຫລັງຈາກລາອອກຈາກຕຳແໜ່ງຊີອີໂອເມື່ອເດືອນມິຖຸນາປີທີ່ແລ້ວ ໂດຍ ຣອຍ ບອດຕັອກ ໜຶ່ງໃນທີມຜູ້ບໍລິຫານຢາຮູຈະເຂົ້າຮັບຊ່ວງຕໍ່ແທນ
       
       ຢາຮູເຜີຍວ່າ ຊີເມວນັ້ນວາງແຜນການອອກຈາກຕຳແໜ່ງປະທານບໍລິສັດມາດົນຫລາຍເດືອນແລ້ວ ແຕ່ຍັງຄົງດຳລົງຕຳແໜ່ງເພື່ອໃຫ້ບໍລິສັດສາມາດຄັດເລືອກຜູ້ຮັບຊ່ວງຕໍ່ທີ່ເໝາະສົມ ໂດຍຊີເມວໃນໄວ 64 ປີນັ້ນບໍ່ໄດ້ເຮັດວຽກປະຈຳໃນຢາຮູເລີຍຕັ້ງແຕ່ ເຈີລ໌ລີ່ ຫຍາງ  ໜຶ່ງໃນຜູ້ກໍ່ຕັ້ງຢາຮູເຂົ້າຮັບຕຳແໜ່ງຊີອີໂອຢາຮູໃນເດືອນມິຖຸນາ
       
       "ເມື່ອບໍລິສັດກຳລັງກ້າວໄປຂ້າງໜ້າດ້ວຍຜູ້ນຳຄົນໃໝ່ ຂ້ອຍເຊື່ອວ່ານີ້ຄືເວລາທີ່ເໝາະສົມທີ່ຈະກ້າວອອກຈາກຖານະກຳມະການບໍລິຫານ" ຊີເມວກ່າວໃນງານຖະແຫລງການ
       
       ບອສຕັອກ ນັ້ນມີດີກີເປັນຜູ້ມີຊື່ສຽງໃນອຸດສາຫະກຳໂຄສະນາ ໄດ້ຮັບສຽງສະໜັບສະໜູນຈາກກຸ່ມຜູ້ຖືຫຸ້ນຢ່າງທ່ວມທົ້ນໃນຖານະຜູ້ເຂົ້າຮັບຕຳແໜ່ງແທນຊີເມວ ດ້ານຊີເມວນັ້ນເຄີຍຕິດອັນດັບຊີອີໂອທີ່ມີຄ່າຕອບແທນສູງທີ່ສຸດອັນດັບທີ່ 386 ຂອງບໍລິສັດມະຫາຊົນທົ່ວໂລກ ເຊິ່ງສຳນັກຂ່າວເອພີຈັດອັນດັບເມື່ອປີ 2006
       
       ກ່ອນໜ້ານີ້ ຢາຮູປະກາດແຜນລອຍແພພະນັກງານ ກວ່າ 1 ພັນຄົນເພື່ອເພີ່ມສະພາບຄ່ອງໃຫ້ບໍລິສັດ ໂດຍລາຍໄດ້ຢາຮູປະຈຳປີ 2007 ນັ້ນເພີ່ມຂຶ້ນ ປະມານ 8 ເປີເຊັນຢູ່ທີ່ 1.8 ພັນລ້ານຫລຽນສະຫະລັດ ແຕ່ກຳໄລສຸດທິກັບຫລຸດລົງເຫລືອ 660 ລ້ານຫລຽນຈາກ 751 ລ້ານຫລຽນໃນປີ 2006


ທີ່ມາ ຜູ້ຈັດການ
 
< Prev   Next >
__________________________________________________________________________________
___________________________ຕະຫລາດ ລາວຊ້າ / Laozaa E-market___________________________

Christine Mcguire

Annie Burks

Louise Dillard

Boyd Mccarthy

Jonathan Patton

John Kane

Therese Good

Shannon Jefferson

__________________________ຕາລາງຫນັງສາຍໃນ ITECC___________________________

Punlao | laoupload.com | au8ust.org| pnomsin