Pro Evolution Soccer 2008 Review!!!!! PDF Print E-mail
User Rating: / 1
PoorBest 
Written by Mii   

Title         Pro Evolution Soccer 2008
Platform   PC
Genre      Sports      
Styles      Soccer
Publisher  Konami Digital Entertainment, Inc. (KDEI)


      ຖ້າເວົ້າເຖິງເກມໆນຶ່ງ ທີ່ເວົ້າຊື່ອອກມາປັບ ແລ້ວຄົນສ່ວນຫລາຍຮູ້ຈັກໂລດ ຫລືເວົ້າງ່າຍກໍຄືໃຜທີ່ເປັນ Gamer ຕ້ອງຮູ້ຈັກໂລດ ກໍຄົງບໍ່ຜິດຖ້າຈະເວົ້າວ່າ Winning eleven ຄືນື່ງເກມໃນຈຳນວນນັ້ນ. ເກມນີ້ອອກມາໃຫ້ເຮົາໄດ້ຫລິ້ນຍາວນານສົມຄວນຕັ້ງແຕ່ສະໄຫມ PS1 ຈົນປະຈຸບັນມາ PS3 ແລະລົງຫລາຍໆໆເຄື່ອງລວມທັງ PC ນຳ.
      ສ່ວນການ Review ໃນມື້ນີ້ແມ່ນ Pro Evolution Soccer 2008 ເວີຊັນ PC ເວົ້າງ່າຍກໍຄື Winning Eleven ພາກໃຫມ່ນັ້ນລະ ຕ່າງແຕ່ຊື່ເທົ່ານັ້ນເພາະຊື່ຂອງເກມຈະມີການແບ່ງໂຊນຂາຍຄື ໂຊນຍີ່ປຸ່ນຈະໃຊ້ຊື່ WE ສ່ວນໂຊນເອີຣົບແມ່ນໃຊ້ PES ນັ້ນເອງ ແລະຈຸດນື່ງທີ່ຫນ້າສົນໃຈຂອງ PES 2008 ກໍຄືເກມນີ້ອອກເວີຊັນໃນໂຊນເອີຣົບ ກ່ອນຍີ່ປຸ່ນນັ້ນເອງ.
System Requirements
MINIMUM SYSTEM REQUIREMENTS:
Windows XP
Intel Pentium IV 1.4GHz or equivalent
512 MB RAM
DirectX 9.0c compatible video card. 64MB Pixel Shader 1.1 (NVIDIA GeForce 3 or ATI Radeon 8500 video card)
DirectX 9.0c compatible sound card
DirectX 9.0c or higher
RECOMMENDED SYSTEM REQUIREMENTS:
Windows XP
Intel Pentium IV 3.0GHz or AMD Athlon 64 or equivalent or higher
1GB RAM
DirectX 9.0c compatible video card. 256MB Pixel Shader 3.0 (ATI x1600 or NVidia 6800 GT/GS or better)
DirectX 9.0c compatible sound card
DirectX 9.0c or higher
SUPPORTED CHIPSETS:
NVIDIA - GeForce 8800, 8600, 8500, 7900, 7800, 7600, 7300, 7100, 6800, 6600, GeForce FX (5950, 5900, 5800, 5600, 5200), GeForce4 Ti (GeForce4 MX not supported), GeForce3
ATI - Radeon HD2900, HD2400, x1950, x1900, x1800, x1900, x1600, x1050, x1550, x850, x800, x700, x300, 9800, 9700, 9600, 9500, 9200, 9000, 8500
Laptop versions of these cards may work but are NOT supported.

           ໃນພາກ 2008 ນີ້ກໍມີການປ່ຽນແປງຫລາຍຢ່າງເກີດຂຶ້ນ ຊິວ່າປ່ຽນແປງກໍແມ່ນແຕ່ເວົ້າໃຫ້ຖືກແທ້ຄົງແມ່ນ ການປັບປຸງ ແລະເພີ່ມເຕີມ ເພາະວ່າ PES ຖືວ່າເປັນເກມເຕະບານທີ່ມີລະບົບການຫລິ້ນທີ່ມ່ວນສຸດໆ ດັ່ງນັ້ນເກມມັນດີຢູ່ແລ້ວ ຄົງບໍ່ຕ້ອງປ່ຽນແປງມັນ ມີແຕ່ເພີ່ມເຕີມໃສ່ນັ້ນລະຈຶ່ງດີທີ່ສຸດ. ຈຸດທີ່ປ່ຽນແປງແລະເພີ່ມເຂົ້າມາ ເລີ່ມເລີຍກໍຄົງແມ່ນເລື່ອງພາບທີ່ງາມຂຶ້ນເຫັນໄດ້ຊັດເຈນ ຜູ້ຊົມຂ້າງສະຫນາມ ຈາກທີ່ເຄີຍເປັນພາບ 2D ແຜ່ນບາງໆໆວາງຊ້ອນກັນ ກໍກາຍເປັນ 3D ທີ່ມີການເຄື່ອນໄຫວມີຊີວິດຊີວາຂຶ້ນ ເຊິ່ງຊ່ອຍເສີມຄວາມຄຶກຄື້ນໃນຂະນະຫລິ້ນເກມໄດ້ເປັນຢ່າງດີ.


ບັນຍາກາດຂອງການແຂ່ງຂັນໃນເກມ Man U vs Chelsea

      ການສົ່ງບານຂອງນັກເຕະ ມີຄວາມນຸ່ມນວນ ແລະສົມຈິງຂຶ້ນ ບວກກັບທ່າທາງການເຄື່ອນໄຫວໃຫມ່ໆທີ່ເພີ່ມເຂົ້າມາ ການສົມທຽບຄ່າຄວາມສາມາດຂອງນັກເຕະທີ່ສົມດຸ່ນກັນ ເຊັ່ນ ນັກເຕະຮ່າງໃຫຍ່ກໍຈະບຽດບານຈາກນັກເຕະຮ່າງນ້ອຍໄດ້ງ່າຍຂຶ້ນຈາກພາກກ່ອນໆ, ນັກເຕະລະດັບ SuperStar ຈະສົມເປັນນັກເຕະທີ່ເກັ່ງອີ່ຫລີ່ ເພາະຖ້າເອົານັກເຕະ No name ໄປຍາດບານນຳພວກນີ້ນິຖືວ່າຍາກຫລາຍ. ນັກເຕະທີີ່ມີຂີດການຄອງບານຫລືເທັກນິກດີໆ ສາມາດຫລອກນັກເຕະ No Name ຫມົດເດີ່ນກໍຍັງໄດ້. ໃນສ່ວນຂອງກຳມະການ ຖືວ່າມີການປັບປຸງການປັບໄຫມຕ່າງໆໃຫ້ມີຄວາມຫລາກຫລາຍຂຶ້ນເຊັ່ນ: ເຮົາເອົານັກເຕະທີ່ມີຊື່ສຽງ ເຂົ້າບານໃນເຂດໂທດກັບກອງຫນ້າ No Name ຂອງຝ່າຍກົງກັນຂ້າມ ເກີດມີການເຕະກັນລົ້ມໃນເຂດໂທດ ຜູ້ທີ່ໄດ້ໃບເຫລືອງຊ້ຳພັດແມ່ນກອງຫນ້າໄດ້ຍ້ອນຂໍ້ຫາທຳທ່າລົ້ມ ຫລືບາງຄັ້ງກໍລະນີນີ້ກໍເກີດກັບກອງຫນ້າລະດັບ Super Star ກໍຍັງມີ ດັ່ງຮູບ ເຮັດໃຫ້ເກມມີຄວາມຕື່ນເຕັ້ນ ແລະໄດ້ລຸ້ນລະທຶກໄປນຳ.

ເສັດໆໆໆໆໆໆໆ Chelsea ຂ້ອຍເສຍລູກໂທດຄັກ ໄປເຕະບັກ Rooney ລົ້ມ ໂອ້ຍຕາຍໆໆໆໆໆໆໆໆໆ
ໂອ້ຍຕາຍ ໄດ້ໃຍເຫລືອງອີກ
ອ້າວໃຫ້ Rooney ຈ້ອຍ  Embarrassed Embarrassed Embarrassed Embarrassed ຂໍ້ຫາມັນທຳທ່າລົ້ມ ສົມນ້່ຳຫນ້າ  Cool

      ໃນດ້ານຂອງ AI ນັ້ນທາງ Konami ບອກມາວ່າໄດ້ມີການປັບປຸງ AI ຮູບແບບໃຫມ່ທີ່ມີຊື່ວ່າ Team vision AI ການເຮັດວຽກຂອງມັນກໍຄືມັນຈະຈັບຮູບແບບການຫລິ້ນຂອງເຮົາ ເຊັ່ນເຮົາມັກໃຊ້ C.Ronaldo ລາກບານໄປທາງແຄມເສັ້ນແລ້ວເປີດໃຫ້ Rooney AI ມັນກໍຈະປັບເກມແລ້ວສັ່ງຈັບ Ronaldo ໃຫ້ດີຂຶ້ນ. ແຕ່ຜ່ານການລອງຫລິ້ນມາ ເຫັນໄດ້ວ່າລະບົບນີ້ຍັງເຮັດໄດ້ບໍ່ດີເທົ່າທີ່ຄວນ ເພາະເບິ່ງໆແລ້ວມັນຄ້າຍໆກັບ AI ປ່ຽນເກມຕາມຮູບແບບສະຄິບທີ່ຂຽນມາຫລາຍກວ່າ ແຕ່ໂດຍລວມກໍຖືວ່າເປັນລູກຫລິ້ນໃຫມ່ທີ່ຫນ້າສົນໃຈ ແລະຄົງຈະດີຂຶ້ນໃນພາກຕໍ່ໆໄປເນາະ.

ຈັ່ງແມ່ນເຈົ້າລາກໄດ້ລາກດີເນາະທ້າວ

    ໃນເລື່ອງຂອງສຽງນັ້ນທາງ Konami ໄດ້ປ່ຽນສຽງຄົນພາກ ເຊິ່ງຖືວ່າເປັນສຽງພາກທີ່ມ່ວນ ແລະຫລາກຫລາຍພາກໄດ້ສອດຄ່ອງກັບສະຖານະການຂອງເກມເປັນຢ່າງດີ, ສຽງດົນຕີໃນເກມກໍເປັນອີກນຶ່ງສິ່ງທີ່ເຮັດໃຫ້ເກມມີຄວາມຄຶກຄື້ນ ເຊິ່ງເພັງໃນເກມຖືວ່າມ່ວນ ແລະຟັງ ນອກນັ້ນໃນພາກນີ້ຍັງມີລະບົບໃຫມ່ທີ່ໃຫ້ເຮົາສາມາດເອົາເພັງມັກຂອງເຮົາເຂົ້າໄປຟັງໄດ້. ໃນເລື່ອງຂອງການສ້າງຕົວນັກເຕະໃຫມ່ນັ້ນກໍມີລະບົບໃຫມ່ເພີ່ມເຂົ້າມາ ຄືເຮົາສາມາດຖ່າຍຮູບຫນ້າຕາເຮົາຫລືຫມູ່ເພື່ອນເຮົາແລ້ວເອົາເຂົ້າໄປສ້າງເປັນຫນ້າຕົວລະຄອນໄດ້ຢ່າງງ່າຍດາຍ (ງ່າຍອີ່ຫລີ່ຂໍບອກ ຂ້າພະເຈົ້າເຮັດມາແລ້ວ ແຕ່ບໍ່ຢາກໂຊ ຫນ້າຕາບໍ່ດີນະ) ນອກນັ້ນລະບົບການຫລິ້ນແບບ ລີກຕ່າງໆຍັງຄົງມີໃຫ້ໄດ້ຫລິ້ນ ແລະລະບົບຈັດການທີມກໍຍັງຄົງຄວາມເປັນ PES ໄວ້ໄດ້ເປັນຢ່າງດີ.
     ແຕ່ກໍແນ່ນອນ ມັນກໍຍັງຄົງມີຂໍ້ເສຍຢູ່ຫລາຍຢ່າງ ເຊິ່ງຫລັກໆເລີຍ ແລະກໍເປັນຂໍ້ເສຍຂອງ PES ມາຕະຫລອດກໍຄືເລື່ອງລິຂະສິດຊື່ທີມນັ້ນເອງ ໂດຍສະເພາະລີກຂອງອັງກິດ ຕົວຢ່າງທີມ Manchester United ກໍຕ້ອງໄດ້ໃສ່ຊື່ວ່າ  Man Red ຫລືວ່າ Chelsea ກໍຕ້ອງໄດ້ໃສ່ຊື່ວ່າ London FC ເຊິ່ງກໍບໍ່ຕ້ອງຫ່ວງຫລາຍ ເພາະຕໍ່ມາກໍຕ້ອງມີມືດີເຮັດ Patch ອອກມາແກ້ໄຂແນ່ນອນ. ໃນສ່ວນຂອງລູກຫລິ້ນທີ່ໃຫ້ເຮົາສາມາດເພີ່ມເພັງເຂົ້າໄປຟັງໃນເກມນັ້ນ ແມ່ນຍັງເຮັດໄດ້ຍາກ ຂ້າພະເຈົ້າອ່ານເບິ່ງວິທີເຫັນແລ້ວ ຈົນເຈັບຫົວ ເພາະຕ້ອງໃຊ້ໂປແກຣມຊ່ອຍຕື່ມຕັ້ງ 3 ໂປແກຣມ ເພື່ອແປງ file ໂອ້ຢາກຕາຍ. ອີກຈຸດນຶ່ງກໍຄືທ່າທາງການເຄື່ອນໄຫວຂອງຕົວລະຄອນ ບໍ່ຄ່ອຍສົມຈິງປານໃດ ໂດຍສະເພາະທ່າແລ່ນ ເຊິ່ງຕ່າງຈາກພາກກ່ອນໆ ທີ່ທ່າແລ່ນຂອງນັກເຕະແຕ່ລະຄົນສົມຈິງ ແລະເປັນເອກະລັກຂອງໃຜມັນ, ຮູບຮ່າງຂອງນັກເຕະກໍເຊັ່ນກັນ ເບິ່ງແລ້ວຄືກັບວ່າຫົວນ້ອຍໂຕໃຫຍ່, ນອກນັ້ນໃນເລື່ອງຂອງການໃຊ້ຊັບພະຍາກອນເຄື່ອງກໍຖືວ່າໂຫດສົມຄວນ ເພາະຕ້ອງການເຄື່ອງລະດັບກາງຂອງປະຈຸບັນເຖິງຈະເປີດເອັຟເຟັກໄດ້ສູງສຸດ.


ໂອ້ ເສຍໃຈເດ້ ຍິງບໍ່ເຂົ້າຈັກເທື່ອ
I believe I can fly I believe I can Touch the sky or field???
ຫລັງຍິງເຂົ້າຫມູ່ກະມາລຸມໂຊມ 55555

      ໂດຍລວມຖືວ່າ PES 2008 ເປັນເກມເຕະບານ ທີ່ດີທີ່ສຸດໃນໂລກຂະນະນີ້ ແຕ່ເນື່ອງຈາກເປັນການປ່ຽນແປງໄປສູ່ຍຸກ Next-Gen ເຊິ່ງຫາກໍອອກມາພາກທຳອິດເຮັດໃຫ້ມີຂໍ້ຂາດຕົກບົກຜ່ອງບາງປະການ ແລະຖືວ່າໃນອານາຄົດພາກຕໍ່ໆໄປຫວັງວ່າຄົງຈະດີຂຶ້ນເລື້ອຍໆໆໆໆໆໆໆໆໆໆໆ ສາທຸ.

ຂໍ້ດີ:
-   ພາບງາມສົມຈິງຂຶ້ນ.
-   ລູກຫລິ້ນໃຫມ່ໆທີ່ເພີ່ມເຂົ້າມາ ເຮັດໃຫ້ສ້າງຄວາມຫລາກຫລາຍໃນເກມໄດ້.
-   ຄວາມສາມາດຂອງນັກເຕະທີ່ມີຄວາມສົມດູນດີ.
-   ການປັບໄຫມຂອງກຳມະການ ມີຄວາມຫລາກຫລາຍຂຶ້ນ (ຂໍສະແດງຄວາມຍິນດີພາກນີ້ມີກຳມະການເສັ້ນແລ້ວ).
ຂໍ້ເສຍ:
-   ຊື່ທີມບາງທີມຍັງບໍ່ຖືກ ຍ້ອນບໍ່ມີລິຂະສິດ.
-   ຮູບຮ່າງ ແລະການແລ່ນຂອງໂຕລະຄອນ ຍັງບໍ່ສົມຈິງ.
-   ພາບຕອນ Replay ມີອາການກະຕຸກໃຫ້ເຫັນ (ທັງໆທີ່ຕອນຫລິ້ນປົກກະຕິກໍລື່ນດີ)
-   ເອົາເພັງເຂົ້າຍາກໂພດ.




ໂດຍ: Mii
 
< Prev   Next >
__________________________________________________________________________________
___________________________ຕະຫລາດ ລາວຊ້າ / Laozaa E-market___________________________

Christine Mcguire

Annie Burks

Louise Dillard

Boyd Mccarthy

Jonathan Patton

John Kane

Therese Good

Shannon Jefferson

__________________________ຕາລາງຫນັງສາຍໃນ ITECC___________________________

Punlao | laoupload.com | au8ust.org| pnomsin