|
|
|||||||||||||||||||
| John Woo Presents: Stranglehold |
|
|
|
| Written by Defago | |
|
John Woo Presents: Stranglehold Max Payne ໃນເວີຊັ່ນໜັງຈີນສຸດບູ້ລ້າງຜານ Developer: Tiger Hill Entertainment Publisher: Midway Home Entertainment Genre: Shooter Styles: Third-Person 3D Shooter ![]() ► ທ່ານຍັງຈື່ໄດ້ບໍ່ກັບອາດີດໃນສະໄໝກາດຈໍ Geforce 4 MX ແມ່ນລຸ້ນລະດັບ Top, ໃນສະໄໝທີ່ທ່ານໄດ້ບັງຄັບ ທ້າວ Max Payne ແລ່ນສາດກະສຸນໃສ່ເລົ່າໂຈນຮ້າຍເປັນຄັ້ງທຳອິດ ແລະ ເປັນຄັ້ງທຳອິດທີ່ທ່ານໄດ້ສຳພັດກັບຄວາມຮູ້ສຶກຂອງ Neo ຈາກໜັງ The Matrix ວ່າ ຄວາມຮູ້ໃນການ slow ເວລານັ້ນມັນເປັນແນວໃດ. ແຕ່ເທື່ອນີ້ການຄວາມຮູ້ສຶກນັ້ນກໍ່ໄດ້ກັບມາອີກຄັ້ງໜຶ່ງ ແຕ່ຈະບໍ່ແມ່ນ ທ້າວ Max Payne ອີກຕໍ່ໄປ ແຕ່ຈະແມ່ນ ພະເອກກັງຟູສຸດເກົ໋າທີ່ເຮົາຮູ້ຈັກດີ ນັ້ນກໍ່ຄື: Chow Yun-Fat (ໂຈ ເວິນ ຟະ) ຮັບບົດບາດເປັນ ສາລະວັດ Tequila ທີ່ຈະມານຳພວກທ່ານ slow ເວລາສາດລູກຕະກົ່ວໃສ່ຝູງໂຈນຮ້າຍໃນຮູບແບບໃໝ່ ດ້ວຍຈຸດມຸ້ງໝາຍຄືຊ່ວຍເຫຼືອ ເມຍ ແລະ ລູກ ທີ່ພັດພາກຈາກກັນເປັນເວລາ 17 ປີ. ໂດຍເນື້ອເລື່ອງໃນເກມນີ້ຈະເປັນເນື້ອເລື່ອງດັ່ງໃນໜັງ Hard Boiled ທີ່ John Woo ເປັນຜູ້ກຳກັບ ແລະ ເປັນໜັງແຈ້ງເກີດໃຫ້ແກ່ John Woo. ![]() ເວລາໃຊ້ Tequila Time ພາບຈະກາຍເປັນສີແບບນີ້ລະ ![]() ພະນັກງານຕ້ອນຮັບ: ທ່ານມານີ້ມີວຽກຫຍັງນໍ້? Tequila: ຂ້ອຍມາໂຊດົນຕີແບບ Death Metal ► ເກມມາທັງໃນໂໝດ multi-players ແລະ single-player ທີ່ຜູ້ຫຼິ້ນຈະຮັບບົດເປັນ Tequila ຕໍ່ສູ້ໃນສະຖານທີ່ຕ່າງໆ ທັງໃນ Hong Kong ແລະ Chicago ເພື່ອທີ່ຈະຊ່ວຍເຫຼືອ ເມຍ ແລະ ລູກ ທີ່ຖືກກຸ່ມມາເຟຍຈັບໄປ. ຜູ້ຫຼິ້ນຈະສາມາດໃຊ້ຄວາມສາມາດ Tequila Time ເພື່ອສະລໍເວລາໃຫ້ຊ້າລົງຊ່ວຍໃຫ້ການດຳເນິນ action ຂອງທ່ານງ່າຍຂຶ້ນ ເຊິ່ງຕະຫຼອດເວລາທີ່ຫຼິ້ນເກມນີ້ນັ້ນ ຂ້າພະເຈົ້າກໍ່ອົດນຶກເຖິງ Max Payne ເກມລຸ້ນອ້າຍທີ່ອອກມາກ່ອນບໍ່ໄດ້, ແຕ່ຈຸດທີ່ແຕກຕ່າງຂອງ Stranglehold ນັ້ນກໍ່ມີ ເຊິ່ງແຖບພະລັງທີ່ເຮົາໃຊ້ໄວ້ໃນການ Slow ເວລານັ້ນຈະເພີ່ມຂຶ້ນຕະຫຼອດເວລາ ບໍ່ຄືກັບໃນ Max Payne ທີ່ທ່ານຈະຕ້ອງສັງຫານຄູ່ຕໍ່ສູ້ ແຖບພະລັງນັ້ນຈຶ່ງຈະເພີ່ມຂຶ້ນ ໃນກໍ່ເປັນຈຸດໜຶ່ງ ທີ່ເຮັດໃຫ້ action ໃນເກມມັນຂຶ້ນກວ່າໃນ Max Payne, ບໍ່ໝົດເທົ່ານັ້ນເກມຍັງເປີດໂອກາດໃຫ້ຜູ້ຫຼິ້ນສາມາດໄຕຮາວເຫຼັກ ໂດດຢັນຝາແລ້ວດີດໂຕອອກມາ ຍິງສັດຕູ ກິ້ງຍິງ ແລະ ອື່ນໆ ເຊິ່ງການຕໍ່ສູ້ທີ່ສ້າງສັນເລົ່ານີ້ຈະເຮັດໃຫ້ຜູ້ຫຼິ້ນໄດ້ຄ່າພະລັງ Tequila Bomb ຫຼາຍຂຶ້ນຈາກປົກຕິ ເຊິ່ງຄ່າພະລັງ Tequila Bomb ຈະສາມາດ ນຳໄປໃຊ້ຄວາມສາມາດພິເສດຂອງສາລະວັດ Tequila ໄດ້ອີກສີ່ແບບໄດ້ແກ່: First Aid ເອົາໄວ້ເພີ່ມພະລັງຊີວິດຈຳນວນໜຶ່ງ, Precision Shot ທັກສະບັນຈົງຍິງ ສາມາດປິດຊີບສັດຕູໄດ້ໃນນັດດຽວ, Barrage ຈະເຮັດໃຫ້ Tequila ເປັນອຳມະຕະ ແລະ ສາມາດສາດກະສຸນໄດ້ບໍ່ຈຳກັດໄດ້ໃນຊົ່ວໄລຍະເວລາໜຶ່ງ, Spin-Shot ທ່າ ໄມ້ຕາຍຂອງ Tequila ທີ່ຈະມຸນຍິງ ສາດກະສຸນສັງຫານທຸກຄົນທີ່ຢູ່ອ້ອມຂ້າງ. ຈຸດເດັ່ນຮອງລົງມາຂອງເກມນັ້ນເຫັນຈະແມ່ນສິ່ງແວດລ້ອມສ່ວນໃຫຍ່ຈະສາມາດເປ່ເພ ແລະ ພັງໄດ້ ຈົນເຖິງຂັ້ນຍິງກະສຸນໃສ່ເສົາຕົ້ນໜຶ່ງ ຈົນເຫຼືອແຕ່ເຫຼັກເສັ້ນໄດ້ເລີຍ. ເກມຍັງມີມຸກຕະລົກໆ ໃນບາງສາກ ຕົວຢ່າງ: ສາກທີ່ Tequila ເປີດປະຕູເຂົ້າມາໃນຫ້ອງໂຖງ ທີ່ມີວົງດົນຕີກຳລັງນັ່ງຫຼິ້ນດົນຕີຢູ່ ແລ້ວຖືກມາເຟຍເອົາປືນລຸມຈີ້ ວົງດົນຕີເຫັນກໍ່ເລີຍຢຸດຫຼິ້ນໄປ ແຕ່ມີມາເຟຍຄົນໜຶ່ງເວົ້າໄປວ່າ: "ໃຜບອກເຈົ້າຢູດຫຼິ້ນ!?" ເພງກໍ່ເລີຍບັນເລງຕໍ່ໄປ ໃນເວລາດຽວກັນກັບເກມຕັດມາຫາ Tequila ບັນເລງລຸກກະສຸນໃສ່ຝຸງມາເຟຍ. ການສະແດງອອກ ແລະ ສີໜ້າຂອງ Chow Yun-Fat ກໍ່ຖືເປັນສິ່ງໜຶ່ງທີ່ຂໍຕົບມືໃຫ້ກັບ ທີມງານຜູ້ພັດທະນາທີ່ຂັດກັ່ນເຮັດມາໄດ້ລະອຽດດີ ທັງສຽງພາກ ແລະ ການເຄື່ອນໄຫວແມ່ນມາຈາກຕົວ Chow Yun-Fat ໂດຍກົງ, ສາມາດທຽບເທົ່າກັບຜູ້ຫຼິ້ນໄດ້ນັ່ງເບິ່ງ Chow Yun-Fat ສະແດງສົດໆໃນໜ້າຈໍຄອມພິວເຕີຂອງທ່ານເອງເລີຍ. ![]() Chow Yun-Fat ແທ້ໆເລີຍແບບນີ້ ► ເຖິງຢ່າງໃດກໍ່ຕາມເກມກໍ່ຍັງມີຈຸດອ່ອນຢູ່ ເຊິ່ງໂດຍຫຼັກໆເຫັນຈະແມ່ນ ການທີ່ໂຕເກມບໍ່ສາມາດດຶງຄວາມສາມາດຂອງ Engine Unreal 3 ອອກມາໄດ້ເຕັມທີ່ ຖ້າປຽບທຽບກັບເກມອື່ນໆທີ່ໃຊ້ Engine ນີ້ນຳກັນແລ້ວ ຖືວ່າເປັນຮອງຢູ່ຫຼາຍກ້າວ. Effect ຂອງເກມກໍ່ເບິ່ງຢາກຈືດຊືດໄປໜ້ອຍໜຶ່ງ, ການເຄື່ອນໄຫວບາງ ທ່າຫຍັງເບິ່ງບໍ່ເປັນທຳມະຊາດ. ລູກຫຼິ້ນທີ່ຜູ້ຫຼິ້ນຈະສາມາດພົວພັນກັບວັດຖຸໄດ້ໃນແຕ່ລະຄັ້ງບໍ່ສະດວກ ເພາະຜູ້ຫຼິ້ນຕ້ອງໄດ້ຍ່າງເຂົ້າໄປໃກ້ໆວັດຖຸດັ່ງກ່າວ ຈົນມີແສງ high light ຂຶ້ນມາກ່ອນແລ້ວຈຶ່ງກົດ space bar ເພື່ອໄຕ່ຮາວ ຫຼື ໂດດຈອງໂຄງໄຟ ແລະ ອື່ນໆ ເຊິ່ງໃນບາງຄັ້ງ high light ດັ່ງກ່າວກໍ່ແຈ້ງ ບາງເທື່ອກໍ່ບໍ່ແຈ້ງ ທັງໆທີ່ຜູ້ຫຼິ້ນໄປຢືນຖືກຕຳແໜ່ງແລ້ວກໍ່ຕາມ ເຮັດໃຫ້ອາລົມ action ໃນສ່ວນນີ້ລົດລົງໄປສົມຄວນ. ![]() ສາກນີ້ຖືວ່ານັບເປັນສາກທີ່ສວຍງາມທີ່ສຸດແລ້ວຂອງເກມ Stranglehold ນີ້. ► ນອກນັ້ນຫຼັງຈາກຫຼິ້ນເກມໄປໄດ້ໄລຍະໜຶ່ງ ຜູ້ຫຼິ້ນຈະຮູ້ສຶກເບື່ອນ່າຍກັບການທີ່ຕ້ອງສາດກະສຸນ ເຮັດແບບເກົ່າຊ້ຳໄປຊ້ຳມາ ເຖິງວ່າເກມຈະມີວັດຖຸ ໃຫ້ຜູ້ຫຼິ້ນໃຊ້ໃນການຕໍ່ສູ້ຫຼາຍສົມຄວນກໍ່ຕາມ ແຕ່ສິ່ງເລົ່ານັ້ນກໍ່ບໍ່ໄດ້ຈຳເປັນ ແລະ ໜ້າດຶງດູດເທົ່າທີ່ຄວນ. ເກມຍັງມີບັນຫາເລື່ອງສັ້ນເຫຼືອເກີນ (ເອະ ຫຼືວ່າເປັນນຳເຮົາເກົ໋າ? ) ແຕ່ນັ້ນກໍ່ພໍທົດແທນໄດ້ ກັບການທີ່ເກມມີຄຸນຄ່າໃນການທີ່ຈະກັບມາຫຼິ້ນໃໝ່ອີກຮອບ,Boss ແຕ່ລະຄົນນັ້ນ ເວົ້າແລ້ວບໍ່ຂໍເອີ້ນເປັນຄົນຊະເນາະ ເພາະວ່າໃຫ້ເວົ້າແທ້ໆ ກໍ່ປຽບສະເໝືອນລົດຖັງທີ່ຮັບລູກປືນໄດ້ເປັນຫ່າຝົນ ເຮັດໃຫ້ຂາດຄວາມສົມຈິງໄປຫຼາຍ ສົມຄວນ ທີ່ສຳຄັນແມ່ນ Boss ແຕ່ລະໂຕບໍ່ຄ່ອຍຈະມີສະໝອງ ປະມານວ່າເອົາຄວາມອຶດມາອັດຈຸດອ່ອນ ສ່ວນຫຼາຍກໍ່ເຮັດອັນເກົ່າໆຊ້ຳໄປຊ້ຳມາ ຊ້ຳບໍ່ພໍບາງ Boss ຍັງຢືນໃຫ້ເຮົາຍິງໂຈ້ງໆກໍ່ມີ. ► ທ້າຍທີ່ສຸດ Stranglehold ກໍ່ເປັນເກມລູກອ້າຍລູກນ້ອງກັບ Max Payne ທີ່ຈະໃຫ້ຜູ້ຫຼິ້ນໄດ້ສຳພັດກັບຄວາມຮູ້ສຶກ action ໃນແບບສະໄຕຣ໌ໜັງຈີນ ທີ່ດວນກະສຸນກັນແບບລ້າງຜານ ເຄື່ອງຂອງຟົ້ງກະຈຸຍກະຈາຍ ດັ່ງໃນໜັງ Hard Boiled ທີ່ເຄີຍຈັບໃຈຄໍໜັງ action ສະໄຕຣ໌ນີ້ມາກ່ອນແລ້ວ. ຂໍ້ດີ: • ການເຄື່ອນໄຫວ ແລະ ສີໜ້າຂອງຕົວລະຄອນເອກເຮັດມາໄດ້ດີເລີດ • ທັກສະພິເສດທັງ 4 ຂອງ Tequila ສ້າງສັນດີ. ຂໍ້ດ້ອຍ: • ເກມຍັງດຶງປະສິດຕະພາບຂອງ engine Unreal 3 ມາໄດ້ບໍ່ເຕັມທີ່ ເຮັດໃຫ້ພາບທີ່ໄດ້ຍັງເບິ່ງຈືດໆ • Action ຊ້ຳຊາກ ເມື່ອຫຼິ້ນໄປດົນໆ. • Boss ເໜືອມະນຸດ, ເອົາຄວາມອຶດອັດຈຸດອ່ອນ, Boss ສຸດທ້າຍງ່າຍເຫຼືອເກີນ. • ເກມສັ້ນ. |
| < Prev | Next > |
|---|
___________________________ຕະຫລາດ ລາວຊ້າ / Laozaa E-market___________________________
![]() Christine Mcguire | ![]() Annie Burks | ![]() Louise Dillard | ![]() Boyd Mccarthy |
![]() Jonathan Patton | ![]() John Kane | ![]() Therese Good | ![]() Shannon Jefferson |
__________________________ຕາລາງຫນັງສາຍໃນ ITECC___________________________









) ແຕ່ນັ້ນກໍ່ພໍທົດແທນໄດ້ ກັບການທີ່ເກມມີຄຸນຄ່າໃນການທີ່ຈະກັບມາຫຼິ້ນໃໝ່ອີກຮອບ,








|
|
|