|
|
|||||||||||||||||||
| Clive Barker's Jericho Review |
|
|
|
| Written by Defago | |
|
CLIVE BARKER'S JERICHO ຖ້າທ່ານເປັນຄົນໜຶ່ງທີ່ຮັບກອງສົບ ແລະ ເລືອດເປັນແກນລ່ອນໆບໍ່ໄດ້ ຂໍເຕືອນວ່າເກມນີ້ບໍ່ເໝາະກັບທ່ານ! Developer MercurySteam Publisher Codemasters USA Release Date October 23, 2007 ![]() Clive Barker's Jericho ຈະກ່າວເຖິງເລື່ອງລາວຂອງໜ່ວຍ Jericho ເຊິ່ງເປັນໜ່ວຍທະຫານຕິດອາວຸດ ທີ່ທຸກຄົນໃນໜ່ວຍ ນອກຈາກຈະມີຄວາມສາມາດໃນການຕໍ່ສູ້ແລ້ວ ຍັງມີຄວາມສາມາດເໜືອຄົນໄປຄົນລະດ້ານ ຕັ້ງແຕ່ພະລັງຈິດຍ້າຍວັດຖຸສິ່ງຂອງ, ພະລັງເວດໄຟ, ຊຸບຊີວິດ ແລະ ອື່ນໆ ລວມໃນໜ່ວຍມີທັງໝົດ 7 ຄົນ ເຊິ່ງໄດ້ຖືກສົ່ງໄປ Al-Khali ເມືອງຮ້າງກາງທະເລສາຍເພື່ອໄປລ້າຫົວໜ້າຜູ້ກໍ່ການຮ້າຍ ທີ່ມີແຜນລຶກລັບບາງຢ່າງໃນເມືອງຮ້າງດັ່ງກ່າວ. ![]() ຄິດຈະມາຊອກຫາສາວງາມໃນເກມນີ້ຫວາ? ຄິດຜິດແລ້ວທ່ານ! ແນ່ນອນວ່າເມື່ອໄປຢູ່ໃນໂລກຂອງ Barker ທຸກໆຢ່າງຈະບໍ່ເປັນໄປດັ່ງທີ່ເຫັນ ເມືື່ອ Al-Khali ນັ້ນແທ້ຈິງແມ່ນເມືອງກໍ່ສ້າງໃນສະໄໝອະດີດ ຕະການເພື່ອປົດປ່ອຍ "Firstborn" (ປະຖົມກຳເນີດ) ສິ່ງມີຊີວິດທີ່ພະເຈົ້າໄດ້ສ້າງຂຶ້ນກ່ອນກຳເນີດຊີວິດທັງປວງ ແຕ່ຖືກຖິ້ມ ແລະ ຂັບໄລ່ ໃຫ້ໄປສູ່ຂຸມນະລົກ ພວກ Firstborn ຈະພະຍາຍາມລໍ້ລວງຜູ້ທີ່ເຕັມໄປດ້ວຍກິເລດຕັນຫາໃຫ້ໄປປົດປ່ອຍໂຕມັນເອງມາແລ້ວ 4 ສະໄໝ, ເຊິ່ງໃນແຕ່ລະຄັ້ງການປິດປະຕູນະລົກ Al-Khali ຈະດຶງເສດສາກຂອງສະຖານທີ່ຕາມການເວລານັ້ນໆໄປຢູ່ໃນຊ່ວງເຊື່ອມລະຫວ່າງມິຕິ ບ່ອນເຊິ່ງກະແສເວລາຈະຢູດ. ![]() ແສງເງົາໃຊ້ໄດ້ເລີຍ ສຳລັບເນື້ອຫາ ແລະ ການນຳສະເໜີເນື້ອເລື່ອງ ຂອງເກມນີ້ເຫັນຈະເປັນຈຸດເດັ່ນທີ່ກ່າວຊົມເຊີຍໄດ້ແບບເຕັມໆປາກ ເພາະຍັງມີກິ່ນຫາຍ ຈາກປາກກາຂອງ Clive Barker ຢູ່, ເພາະຕະຫຼອດໃນແຕ່ລະຊ່ວງເວລາທັງ 4 ຍຸກທີ່ປ່ຽນຜ່ານໄປ ຕົວລະຄອນທີມ Jericho ຕ້ອງ ປະເຊີນໜ້າກໍ່ຈະມີຮູບແບບງານສິນທີ່ແຕກຕ່າງ ແລະ ກະຕຸກຈິດໃນແບບທີ່ແຕກຕ່າງກັນໄປ (ສັດຕູກໍ່ປ່ຽນໆໄປຕາມການເວລາ) Interactive-Cutscene ຂອງເກມກໍ່ເປັນຕົວຊ່ວຍໃຫ້ເກມມີລົດຊາດຂຶ້ນຫຼາຍ ຮາວກັບເບິ່ງໜັງຊັ້ນເລີດ. ![]() ຂໍພັກໄປເສັດນ້ຳລາຍ ເຫີ້ຍ! ເສັດເຫືອສະດອກ ມັນໜອງເລືອດດີໆເລີຍໄດ໋ນິ ໃນຊ່ວງຕົ້ນໆເກມເຮົາຈະໄດ້ບັງຄັບເປັນ Captain Devin Ross ພຽງຄົນດຽວ, ແຕ່ເມື່ອຜ່ານຊ່ວງຕົ້ນໆໄປແລ້ວ ຫຼັງຈາກ Ross ເສຍຊີວິດ ເອະ! ຫຼືຈະເວົ້າວ່າເສຍຮ່າງດີ? ເຮົາຈະສາມາດເຂົ້າໄປສິງ ແລະ ບັງຄັບລູກທີມຄົນອື່ນໆໃນໜ່ວຍໄດ້, ເຊິ່ງນັ້ນກໍ່ເອີ້ນໄດ້ວ່າເປັນລູກຫຼິ້ນທີ່ໜ້າ ສົນໃຈຫຼັກໆຂອງເກມເລີຍ ເພາະຕົວລະຄອນໃນໜ່ວຍທຸກຄົນມີຄວາມສາມາດທີ່ແຕກຕ່າງກັນໄປ ເຊິ່ງຈະມີເອກະລັກສະເພາະຂອງຕົວເອງ. ![]() Sgt. Frank Delgado (Pyromancer): ຜູ້ມີຄວາມສາມາດຄວບຄຸມອະສູນໄຟ ແລະ ຍັງທົນທານຄວາມຮ້ອນໄດ້ອີກດ້ວຍ. ອາວຸດຄຸ່ໃຈແມ່ນປືນກົນ ແລະ ປືນພົກພະລັງໂຈມຕີມະຫາສານ. ![]() Cpl. Simone Cole (Reality Hacker): ມີຄວາມສາມາດໃນການໃຊ້ເຄື່ອງມືເອເລັກໂຕຣນິກຕ່າງໆ ສາມາດ slow ເວລາ, ເພີ່ມແຮງໂຈມຕີໃຫ້ ກັບໝູ່ໃນທີມ ນອກນັ້ນຍັງເປັນຄົນທີ່ຈະ download ກະສຸນປືນທີ່ເອົາມາໃຫ້ເຮົາຍິງກະຈຸຍກະຈາຍ. ອາວຸດຄູ່ໃຈແມ່ນປືນ assault rifle. ![]() Cpt. Xavier Jones (Seer): ມີຄວາມສາມາດໃນການເບິ່ງເຫັນ ແລະ ຕິດຕໍ່ສື່ສານກັບສິ່ງເໜືອທຳມະຊາດ. ອາວຸດຄູ່ໃຈ ປືນ assault rifle ມີ shotgun ຕິດນຳ. ![]() Lt. Abigail Black (Telekinetic): ນາງພະລັງຈິດແຫ່ງໜ່ວຍ Jericho, ສາມາດຄວບຄຸມວັດຖຸ ຈົນຮອດລູກກະສຸນປືນຂອງໂຕເອງ. ອາວຸດຄູ່ໃຈ customized US XM-110 SASS sniper. ![]() Sgt. 'Billie' Church (Blood Ward): ຜູ້ໃຊ້ເວດເລືອດ ເຊິ່ງສາມາດເກາະສັດຕູໄວ້ໄດ້ ໄປຈົນເຖິງເຜົາສັດຕູໄດ້ເປັນກຸ່ມ. ອາວຸດຄູ່ໃຈ small machine gun ແລະ ດາບ Samurai. ![]() Father Paul Rawlings (Exorcist): ຫຼວງພໍ່ແຫ່ງໜ່ວຍ Jericho ຜູ້ປ່ຽມໄປດ້ວຍຄວາມຮູ້ ແລະ ປະສົບການ, ມີຄວາມສາມາດໃນການ ຊຸກຊີວິດ ເພີ່ມພະລັງຊີວິດ. ອາວຸດຄູ່ໃຈແມ່ນ ປືນຄູ່ ທີ່ສາມາດປັບປ່ຽນການຍິງໄດ້ຫຼາຍແບບ. (ຕົວລະຄອນຫຼັກຂອງຂ້າພະເຈົ້າເລີຍ ເອິກໆ) ແຕ່ວ່າ ເກມນີ້ກັບບໍ່ໄດ້ດີຢ່າງທີ່ຄິດເມື່ອເກມໄປເສຍທ່າບ່ອນຮູບແບບການຫຼິ້ນ ຈົນອົດທົນບໍ່ໄຫວ ເພາະຕະຫຼອດເວລາທີ່ທ່ານຫຼິ້ນເກມນີ້ຢູ່ນັ້ນ ທ່ານບໍ່ຈຳເປັນຕ້ອງນຶກເຖິງຫຍັງຫຼາຍ ນອກຈາກສິ່ງນີ້: "ຍິງ ຍິງ ຍິງ" ຖ້າເວົ້າພຽງເທົ່ານີ້ຫຼາຍທ່ານອາດງົງວ່າ ມັນກໍ່ບໍ່ໄດ້ຮ້າຍແຮງຫຍັງນິ? ນັ້ນກໍ່ ຍ້ອນວ່າ ສັດຕູໃນເກມນີ້ ທັງປັນຍາອ່ອນ ບໍ່ມີສະໝອງກັນເອົາເລີຍ, ແລ່ນແຫ່ພາກັນມາໃຫ້ຍິງ ບໍ່ຕ່າງຫຍັງກັບເປົ້າກະສຸນອາບເລືອດ ດີໆນີ້ເອງ ນອກນັ້ນກະສຸນປືນຍັງຫຼາຍຈົນເກີນພໍດີ ປະມານວ່າ ຈາກທີ່ຈະພະຍາຍາມປະຫຍັດໄວ້ ມາເປັນ ພະຍາຍາມຍິງໃຫ້ໝົດ ແທນ ເຮັດໃຫ້ເກີດຄວາມຊ້ຳສາກເມື່ອຫຼິ້ນໄປໄດ້ໄລຍະໜຶ່ງ, ຜົນຕາມມາແມ່ນຄວາມເປັນຕາຍ້ານຂອງເກມຮັບໂທດໄປເຕັມໆ ເພາະເມື່ອເຈິສັດຕູ ທີ່ເອົາ ຈຳນວນກົບຄວາມສະຫຼາດມາ ສີ່ຫ້າຮອບ ຮ່າງກາຍມັນກໍ່ບໍ່ຢ້ານຕໍ່ສິ່ງໃດໄປແລ້ວ, ຊ້ຳບໍ່ໜຳເກມຍັງເປັນເສັ້ນຊື່ຊະເຫຼືອເກີນ (ທາງໄປທາງດຽວຈົນຈົບ) ເຮັດໃຫ້ຄຸນຄ່າການກັບມາຫຼິ້ນໃໝ່ນັ້ນເປັນສິ່ງທີ່ບໍ່ຢາກເວົ້າເຖິງ. ສິ່ງທີ່ປະຫຼາດໃຈທີ່ສຸດແມ່ນ ເມື່ອລູກທີມທຸກຄົນມີພະລັງພິເສດກັນທັງນັ້ນ ແຕ່ຫາໄດ້ຍາກຫຼາຍທີ່ຈະເຫັນຄົນໃນທີມໃຊ້ພະລັງ ເພື່ອແກ້ໄຂສະຖານະການສະເພາະໜ້າໃຫ້ດີຂຶ້ນ ເມື່ອລູກທີມບໍ່ມີສະໝອງ ລະບົບການສັ່ງການ ກໍ່ບໍ່ມີປະໂຫຍດ ມັນຈະມີປະໂຫຍດສະເພາະຕອນສັ່ງບອກໄປກົດສະວິດຕ່າງໆເທົ່ານັ້ນລະ (ໂຫຍໜ້າເບື່ອສຸດໆ). ![]() ໝໍນີ້ແຫລະ ຫົວໂປ່! ສຸດທ້າຍນັ້ນ Clive Barker's Jericho ກໍ່ເປັນພຽງແຕ່ເກມທີ່ມີເນື້ອຫາໜ້າຕື່ນເຕັ້ນ ໜ້າຫລົງໄຫລ ແລະ ໄອເດຍການນຳສະເໜີທີ່ດີ ແຕ່ຜູ້ທີ່ເອົາມາຂັດເກົາສ້າງຂຶ້ນມານັ້ນ ຍັງອ່ອນເຊີງຢູ່ຫຼາຍ ເຮັດໃຫ້ອອກມາໄດ້ບໍ່ດີເທົ່າທີ່ຄວນ. ຂໍ້ດີ: • ມີອົງປະກອບສິນ ການນຳສະເໜີເລື່ອງມີເອກະລັກສະເພາະໂຕຢ່າງດີເລີດ. • ສາກສູ້ກັບ Boss ສຸດທ້າຍສ້າງສັນດີ. • Interactive-Cutscene ດີເລີດ. ຂໍ້ດ້ອຍ: • ຄວາມສາມາດຂອງລູກທີມບາງຢ່າງທີ່ບໍ່ໄດ້ໃຊ້ປະໂຫຍດ ມີໄວ້ສະເພາະຜ່ານສາກຊື່ໆ. • ບໍ່ມີຄວາມເປັນຕາຢ້ານເທົ່າທີ່ຄວນ ຄໍເກມຜີໆຜິດຫວັງແນ້ໆ. • AI ສະໝອງອາການໂຄມ້າ. • ລະບົບການສັ່ງການບໍ່ຈຳເປັນເລີຍ. • ບໍ່ມີຄຸນຄ່າສົມຈະກັບໄປຫຼິ້ນຄືນ. • ເກມງ່າຍຫຼາຍໆ. |
| < Prev | Next > |
|---|
___________________________ຕະຫລາດ ລາວຊ້າ / Laozaa E-market___________________________
![]() Christine Mcguire | ![]() Annie Burks | ![]() Louise Dillard | ![]() Boyd Mccarthy |
![]() Jonathan Patton | ![]() John Kane | ![]() Therese Good | ![]() Shannon Jefferson |
__________________________ຕາລາງຫນັງສາຍໃນ ITECC___________________________























|
|
|