|
|
|||||||||||||||||||
| 10 ສາເຫດທີ່ວົງການໄອທີບໍ່ຕອບຮັບ iPhone |
|
|
|
| Written by birdflu2007.exe | |
|
ສຳລັບບົດຄວາມນີ້ເປັນພຽງສາເຫດຂອງກຸ່ມຄົນເຮັດວຽກ IT ບໍ່ໄດ້ມີຈຸດປະສົງເພື່ອຈະວ່າ iPhone ບໍ່ດີຢ່າງໃດ ແຕ່ພຽງແຕ່ບອກວ່າບໍ່ເໝາະກັບການເຮັດວຽກຫລືບໍ່ຮອງຮັບການເຮັດວຽກແບບໃດຊະຫລາຍກວ່າ ເຊິ່ງບາງຂໍ້ ເຮົາອາດຈະໃຊ້ກັນໃນຊີວິດປະຈຳວັນ ແຕ່ iPhone ບໍ່ສາມາດເຮັດໄດ້ ແຕ່ກໍມີອີກຫລາຍ ໆເຫດຜົນທີ່ iPhone ສາມາດຕອບສະຫນອງການເຮັດວຽກຂອງເຮົາໄດ້ ເອົາລະ ເຮົາມາເບິ່ງກັນດີກວ່າວ່າ ຊາວ IT ທັງຫລາຍທີ່ເຂົາບອກວ່າ 10 ສາເຫດທີ່ບໍ່ນຳ iPhone ມາໃຊ້ງານເປັນເພາະຫຍັງ ![]() 2. iPhone ບໍ່ຮອງຮັບການເຮັດວຽກລະບົບ " Push" email ຫລື ການຊິງຄ໌ Calendar ພຸດເມນ ຖືວ່າເປັນອີກໜຶ່ງປັດໄຈໃນອົງກອນຫລາຍ ໆ ອົງກອນໃນປະຈຸບັນ ປະຈຸບັນອຸປະກອນທີ່ຮອງຮັບພຸດເມນນັ້ນມີຫລວງຫລາຍ ແຕ່ iPhone ບໍ່ສາມາດຈະຮອງຮັບລະບົບພຸດໄດ້ ເຮັດໃຫ້ການພົກ iPhone ເມື່ອນຳມາໃຊ້ກັບລະບົບຂອງອົງກອນນັ້ນກໍຈະໄດ້ພຽງສຽງແກມອິດສາກັບເພື່ອນຮ່ວມງານ ເຖິງຄວາມໃໝ່ ສົດ ໜ້າໃຊ້ງານ ເທ້ ຫລາຍໆ ແຕ່ສຸດທ້າຍແລ້ວ ອີເມວຂອງບໍລິສັດທີ່ສຳຄັນ ໆ ກໍບໍ່ສາມາດເຊັກໄດ້ ລວມເຖິງການຊິງຄ໌ຂໍ້ມູນຂອງຕາລາງນັດໝາຍໃນປະຕິທິນ ຄອນແທກ ຫລືລາຍຊື່ທີ່ຢູ່ຄອມພິວເຕີ ນອກຈາກນີ້ເອງ iPhone ກໍຍັງບໍ່ຮອງຮັບການຊິງຄ໌ຜ່ານ Wireless ອີກດ້ວຍ ຕ້ອງໃຊ້ສາຍ USB sync ເທົ່ານັ້ນ 3. iPhone ບໍ່ຮອງຮັບການເຮັດວຽກຂອງ ໂປຣແກຣມຄ້າຍອື່ນ ໆ ໂດຍທີ່ມີການຮັບປະກັນ ການຮັບປະກັນຖືວ່າເປັນສິ່ງທີ່ສຳຄັນກັບອຸປະກອນທີ່ມີລາຄາຄ່າຕົວເປັນໝື່ນ ເຊັ່ນກັນ ແຕ່ວ່າ iPhone ຈະຫລຸດຈາກການຮັບປະກັນໃນທັນທີ ຫາກພົບວ່າເຄື່ອງ iPhone ທີ່ເຮົາ ໆ ທ່ານ ໆ ໃຊ້ງານກັນຢູ່ນີ້ ມີການລົງໂປຣແກຣມເພິ່ມເຕິມທີ່ເອີ້ນວ່າ Third Party ຫລືອີກໄນໜຶ່ງກໍຄືເປັນໂປຣແກຣມທີ່ບໍ່ໄດ້ຮັບການຮັບຮອງຈາກທາງ Apple ຫລືເປັນໂປຣແກຣມທີ່ທາງ Apple ເປັນຜູ້ພັດທະນາຂຶ້ນມາ ນັ້ນກໍໝາຍຄວາມວ່າ ໂປຣແກຣມທີ່ເຮົາໃຊ້ງານເພິ່ມເຕິມກັນຢູ່ໃນທຸກມື້ນີ້ ເປັນໂປຣແກຣມຂອງປາຕີ້ທີ່ສາມກັນທັງນັ້ນເລີຍ ແຕ່ວ່າ Apple ກໍສັນຍາວ່າຈະອອກ SDK ມາໃຫ້ຜູ້ພັດທະນາໂປຣແກຣມຕ່າງ ໆ ໃຫ້ຮອງຮັບການໃຊ້ງານຂອງ iPhone ເຊັ່ນກັນ ດັ່ງນັ້ນທຸລະກິດທາງດ້ານຊອຟທ໌ແວລ໌ຂອງ iPhone ຈະບໍ່ສາມາດເກີດຂຶ້ນໄດ້ເລີຍ ຖ້າທາງ Apple ບໍ່ເປີດໂອກາດໃຫ້ ແລະເຖິງມີໂປຣແກຣມອື່ນ ໆ ໃຊ້ງານກັນແຕ່ ປະກັນຂອງ iPhone ກໍຫລຸດທັນທີ 4. iPhone ບໍ່ຮອງຮັບການເຮັດລີໂຫມດຫລືລັອກການເຮັດວຽກ ໃນທີ່ນີ້ຫາກເປັນໃນຝ່າຍໄອທີກໍຄົງຈະໝາຍເຖິງການທີ່ລີໂຫມດເຂົ້າມາທີ່ເຄື່ອງ iPhone ເພື່ອທຳການລັອກຫລືເຊັກຂໍ້ມູນຕ່າງ ໆ ຂອງເຄື່ອງໄດ້ ແລະຍັງບໍ່ມີໂປຣແກຣມທີ່ຈະມາຈັດການໃນເລື່ອງນີ້ 5. iPhone ຊ້າໄປແລ້ວສຳລັບຄີບອດແບບປຸ່ມແທ້ ໆ (Hardware keyboard) ເຊິ່ງ iPhone ຄົງບໍ່ໄດ້ຢາກຈະມີຢູ່ແລ້ວ ແຕ່ຄົນໃຊ້ງານໂດຍສະເພາະທາງແຖບຢຸໂຫລບຫລືອະເມລິກາ ປຸ່ມກົດຫລືຄີບອດທີ່ຕິດມາກັບເຄື່ອງດ້ວຍ ຄົງເປັນທາງເລືອກທີ່ດີກວ່າ ແລະຍິ່ງເມື່ອທຽບການປ້ອນຂໍ້ມູນຫລືໃສ່ຂໍ້ມູນຕ່າງ ໆຜ່ານທາງ virtual keyboardບໍ່ວ່າຈະເປັນການສົ່ງ ອີເມວ ຫລືຈົດເອກະສານ ກໍແນ່ນອນວ່າຊ້າກວ່າການປ້ອນຂໍ້ມູນດ້ວຍຄີບອດ (hardware keyvoard) ແບບຕິດມາກັບເຄື່ອງຢູ່ແລ້ວ 6. iPhone ບໍ່ຮອງຮັບການເຮັດວຽກຂ້າມໂອເປີເລເຕີລ໌ ແນ່ນອນຢູ່ແລ້ວວ່າ iPhone ມີລະບົບລັອກສຳລັບໃຊ້ງານໃນປະເທດຕ່າງ ໆ ທີ່ຜູກຕິດກັບໂອເປີເລເຕີລ໌ຫລືທີ່ເຄົ້າເອີ້ນກັນວ່າ carrier ນີ້ເອງ ນອກຈາກນີ້ຍັງມີຕິດສັນຍາການໃຊ້ງານກັບໂອເປີເລເຕີລ໌ນັ້ນ ໆເປັນປີ ໆ ອີກດ້ວຍ ເມື່ອມີການລັອກແລ້ວເຮັດໃຫ້ການຊື້ເຄື່ອງ ແລະນຳໄປໃຊ້ງານໃນຕ່າງປະເທດກັນເຮັດໃຫ້ບໍ່ສາມາດໃຊ້ງານໄດ້ ຈຶ່ງເປັນທີ່ມາທີ່ໄປຂອງການປົດລັອກ iPhone ແລະ Apple ກໍບໍ່ນິ່ງດູດາຍ ອອກ patch firmware ມາແກ້ໄຂຊ່ອງໂຫວ່ທີ່ເຫລົ່າແຮັກເກີ້ຫາເຈິຢູ່ຕະຫລອດ ກັບກາຍເປັນເລື່ອງແລະກະແສທີ່ທຸກ ໆ ຄົນຕ່າງ ໆ ເຝົ້າລໍ 7. iPhone ບໍ່ຮອງຮັບຄົນຈົນ (ລາຄາແພງຫລາຍ) iPhone ອອກຈະໄຮເທັກຊະຂະໜາດນີ້ ຂຶ້ນມາຂາຍລາຄາບໍ່ຈັກພັນຄົງຈະຖືກດູຖູກ ກໍເລີຍມີລາຄາຊະສູງລິ່ວເລີຍ ຈະສັງເກດເຫັນໄດ້ໃນຊ່ວງທຳອິດ ທີ່ອອກມາລາຄາແພງຫລາຍ ຈົນກະທັ້ງມີການປະກາດຫລຸດລາຄາອອກມາ ເຮັດໃຫ້ຄົົນທີ່ຊື່ມາໃຊ້ງານກັນກ່ອນນ້ຳຕາຕົກກັນເປັນທິວແຖວ ແຕ່ແນ່ນອນວ່າລາຄາທີ່ເຮົາໄດ້ຊື້ມາໃຊ້ງານກັນຢູ່ທຸກມື້ນີ້ເປັນລາຄາຕິດສັນຍາ ແຕ່ຖ້າຫາກເປັນລາຄາຕົວເຄື່ອງແທ້ ໆ ແລ້ວລ່ະຮັບຮອງວ່າເຫັນລາຄາແລ້ວອາດຈະໜາວເລີຍກໍໄດ້ 8. iPhone ຍັງເປັນຍຸກທຳອິດເທົ່ານັ້ນ ແນ່ນອນວ່າຄົງບໍ່ມີອຸປະກອນຫຍັງອອກມາແລ້ວບໍ່ມີຂໍ້ບົກຜ່ອງເລີຍ ເຊິ່ງເປັນໄປບໍ່ໄດ້ຢູ່ແລ້ວ ແລະ iPhone ເອງກໍຕ້ອງເອີ້ນວ່າເປັນໜ້າໃໝ່ໃນຕະຫລາດມືຖືຫລືໂມບາຍ ເຊິ່ງຍັງມີຈຸດອ່ອນອີກຫລວງຫລາຍໃຫ້ພັດທະນາແລະປັບປຸງໃນຍຸກຕໍ່ໆໄປ ຕົວຢ່າງເຊັ່ນ ບໍ່ສາມາດຈະທຳການແອັກທີບໂດຍໃຊ້ເວລາສັ້ນ ໆ ແບດເຕີລີ່ຍັງຢູ່ໄດ້ບໍ່ດົນປານໃດ ຄຸນນະພາບສຽງກໍບໍ່ໄດ້ດີກວ່າອຸປະກອນໂມບາຍລຸ້ນອື່ນ ໆ ແລະຕອນນີ້ຍັງຮອງຮັບທີ່ 2.5G ຢູ່ເທົ່ານັ້ນ ເຊິ່ງແນ່ນອນວ່າຕາມຂ່າວແລ້ວອະນາຄົດຂອງ iPhone ຄົງຈະມີເວີຊັ່ນ 3G ອອກມາໃນບໍ່ຊ້າ 9. iPhone ບໍ່ຮອງຮັບການປ່ຽນແບດເຕີລີ່ແບບຖອດປ່ຽນໄດ້ເອງ ເປັນອີກໜຶ່ງປະເດັນສຳຄັນສຳລັບການໃຊ້ງານ iPhone ຫາກບໍ່ມີພະລັງງານຫລົງເຫລືອຢູ່ ແລ້ວເຮົາຈະເຮັດຈັ່ງໃດກັນດີ ເຊິ່ງສ່ວນນີ້ເອງເຮັດໃຫ້ການໃຊ້ງານຕ້ອງຂາດຊ່ວງໄປ ຫລືຖ້າຈະປ່ຽນກໍຍາກລຳບາກບໍ່ໜ້ອຍເລີຍ 10. iPhone ບໍ່ມີການຮັບຮອງວ່າເໝາະສົມກັບທຸລະກິດໃດ ໆ ສຳລັບສ່ວນນີ້ຄົງມີຜົນສຳລັບທຸລະກິດຂະໜາດໃຫຍ່ ໆ ທີ່ iPhone ເອງບໍ່ຮອງຮັບຫລືບໍ່ເໝາະກັບການເຮັດວຽກລະດັບນີ້ເລີຍ ແລະບໍ່ມີໂຊລູຊັ່ນທີຈະນຳມາໃຊ້ງານໃນທຸລະກິດຕ່າງ ໆ ແລະຜູ້ໃຊ້ງານ iPhone ເອງກໍຄົງຮູ້ດີວ່າ iPhone ບໍ່ໄດ້ເກີດມາເພື່ອ Business ນີ້ເປັນພຽງເຫດຜົນທີ່ເປັນຫຍັງທາງ IT ຈຶ່ງບໍ່ຢາກໃຊ້ງານ iPhone ຮ່ວມກັບລະບົບຫລືທຸລະກິດໃນອົງກອນ ແຕ່ຖ້າໃຊ້ງານສ່ວນຕົວກໍເຊື່ອແນ່ວ່າຄົນໃດກໍຄົນນັ້ນລະທີ່ໄດ້ຈັບ iPhone ເປັນອັນຕ້ອງເສຍເງິນ ຊື້ມາໃຊ້ງານແນ່ນອນ ແນ່ນອນວ່າຫາກຈະນຳ iPhone ມາໃຊ້ເພື່ອຄວາມບັນເທີງກໍຮັບຮອງວ່າມາຖືກທາງແລ້ວລະ ບົດຄວາມຈາກ PDAMobiz.com Be Smart for Your Life |
| < Prev | Next > |
|---|
___________________________ຕະຫລາດ ລາວຊ້າ / Laozaa E-market___________________________
![]() Christine Mcguire | ![]() Annie Burks | ![]() Louise Dillard | ![]() Boyd Mccarthy |
![]() Jonathan Patton | ![]() John Kane | ![]() Therese Good | ![]() Shannon Jefferson |
__________________________ຕາລາງຫນັງສາຍໃນ ITECC___________________________













|
|
|