ມາແລ້ວ Crysis Review by GH Team!!! PDF Print E-mail
User Rating: / 3
PoorBest 
Written by Administrator   

 



ຫລັງຈາກທີ່ໄດ້ Preview ໄປກ່ອນກັບເກມ Crysis ທີຫລາຍຄົນລໍຖ້າ. ບັດນີ້ກໍເຖິງເວລາທີ່ຈະໄດ້ Review ພ້ອມທັງໃຫ້ຄະແນນວ່າຈະໄດ້ຫລາຍເທົ່າໃດ.

   ຫລັງຈາກ CryteK ເຄີຍສ້າງຜົນງານກັບເກມທີ່ຂຶ້ນຊື່ວ່າ ກິນສເປັກຄອມສູງ ຢ່າງ Farcry ທີ່ສ້າງໄດ້ຍັງບໍ່ດີພໍ, ບັດນີ້ CryteK ສົ່ງເກມທີ່ໄດ້ບັນຈົງສ້າງຢ່າງເຕັມທີ່ ເພື່ອກັບມາຂະເຍົ່າວົງການເກມ FPS ໃນຊື່ວ່າ Crysis ແລະເປັນເກມທີ່ຮອງຮັບລະບົບ DX10 ໄດ້ສົມບູນທີ່ສຸດໃນເວລານີ້.

ເນື້ອເລື້ອງໂດຍຫຍໍ້:

    ໃນປີ 2020 ໄດ້ມີການຂຸດຄົ້ນພົບວັດຖຸບູຮານທີເກາະແຫ່ງຫນຶ່ງຂອງປະເທດ ອິນໂດເນເຊຍ ໂດຍນັກວິທະຍາສາດທີນຳທີມໂດຍ Dr.Helena Rosenthal. ເມື່ອມີຂ່າວແພ່ອອກໄປວ່າວັດຖຸບູຮານນັ້ນແມ່ນຍານອາວະກາດຂອງມະນຸດຕ່າງດາວ ເຮັດໃຫ້ລັດທະບານຂອງເກົາຫລີເຫນືອສົ່ງກອງທັບມາປິດລອງຫມູ່ເກາະດັງກ່າວພ້ອມທັງຈັບໂຕ Dr.Helena Rosenthal ໄວ້ເພື່ອຈຸດປະສົງບາງຢ່າງ.

   

ຫລັງຈາກຂາດການຕິດຕໍກັບ Dr.Helena Rosenthal ເປັນເວລາ 7 ວັນ. Jake Dunn ທະຫານຫນ່ວນພິເສດ delta force  ຂອງ US ໂດຍມີຊື່ລະຫັດເອີ້ນວ່າ “ Nomad “ ໄດ້ຖືກເອີ້ນໂຕມາ
ເພື່ອເຮັດພາລະກິດຊ່ວຍເຫລືອ ກຸ່ມນັກວິທະຍາສາດ ທີ່ຖືກ ເກົາຫລີເຫນືອຈັບໂຕໄປ ແລະ ເພື່ອເປັນການເກັບກຳຂໍ້ມູນຂອງຍານ Alien.  ຫລັງຈາກຄວາມຜິດພາດຂອງເກົາຫລີເຫນືອທີ
ໄດ້ບັງຄັບໃຫ້ ກຸ່ມນັກວິທະຍາສາດ ເປີດແຫລ່ງພະລັງງານຂອງຍານອາວະກາດ Alien ເຮັດໃຫ້ເນື້ອທີຂອງເກາະທີຖືກແລ່ງພະລັງງານຂອງ Alien ປົກຄອງ ກາຍເປັນພື້ນທີທີາອຸນຫະພູມ
ລຸດລົງເຖິງ - 200 ອົງສາ ແລະ ບັນດາ Alien ນັ້ນກໍພາກັນລັງໄຫລອອກມາຮຸກຮານສິ່່ງທີມີຊີວິດທຸກທຸກຊະນິດ ເປັນເຫດໃຫ້ ທັງ 2 ປະເທດ US ແລະ ເກົາຫລີເຫນືອຕ້ອງຢຸດສົງຄາມຂອງ
ກັນແລະກັນແລ້ວຫັນມາຕໍສູ້ກັບ ສິ່ງທີ່ມີຊີວິນນອກໂລກ ເພື່ອປົກປ້ອງຊີວິດຂອງມະນຸດໂລກເອົາໄວ້.


ລະບົບການຫລິ້ນ:

     ລະບົບການຫລິ້ນກໍຄືກັບບັນດາເກມ ຍິງປືນບຸກຄົນທີຫນຶ່ງ ທົ່ວໆໄປຢ່າງ Half-Life, Bioshock ... ແຕ່ທີ່ແຕກຕ່າງຫລາຍໆແມ່ນ ເປັນເກມທີເປີດກ້ວາງຫລາຍໆ ບໍ່ວາຈະເປັນແຜນທີ່ຂອງເກມຫລືລະບົບການຫລິ້ນທີ່ເປີດກວ້າງ ບໍ່ຈຳກັດພື້ນທີການຫລິ້ນວ່າງຈະຕ້ອງຫລິ້ນໃນພື້ນທີ່ແຄບໆ, ຊິ້ນສ່ວນວັດຖຸທຸກຢ່າງສາມາດນຳມາໃຊ້ເປັນອາວຸດໄດ້ຫມົດ ນັບຕັ້ງແຕ່ກິ່ງໄມ່ຕາມແຄມທາງ, ກຳປັ້ນຂອງເຮົາ ໄປຈົນຮອດຮ່າງກາຍຂອງສິ່ງທີ່ມີຊີວິດ ( ຈັບຄົນດຶກໃສ່ຄົນ ^^ ). ດ້ວຍລະບົບ Physic ອັນສຸດຍອດຂອງ CryEngine 2 ເຮັດໃຫ້ການລະເບີດທຸກຄັ້ງສົມຈິງຫລາຍໆ, ບ້ານເຮືອນທີຖືກລະເບີດ ຕ່າງກໍຟົ້ງກະຈ່າຍເປັນສ່ວນໆ ລວມໄປເຖິງບັນດາຕົ້ນໄມ້ ເມື່ອຖືກຍິງເຂົ້າໄປຢ່າງຫນັກຫນ່ວງກໍສາມາດຫັກໂຄ້ນລົງມາໄດ້. ອີກຢ່າງຫນຶ່ງທີ່ເປັນຈຸດພິເສດຂອງເກມນີ້ຄື ຜູ້ສ້າງໄດ້ບັນຈົງສ້າງສາກການຕໍ່ສູ້ໃຫ້ເຮົາບໍ່ເບື່ອກັບການຕໍ່ສູ້ແບບເດີມໆ ໂດຍໄດ້ມີສາກໃຫ້ເຮົາໄດ້ຄັບເຮືອ, ຂັບລົດ Jeep, ຂັບລົດຖັງ ໄປຈົນເຖິງຂັບຍົນ. ໃນເກມມີຢູ່ 4 ລະດັບໃຫ້ເລືອກຫຼິ້ນຄື: Easy,
Normal, Hard ແລະ Delta. ເຊິ່ງໃນລະດັບ Easy ຈົນເຖິງ Hard ແມ່ນສັດຕູຈະເວົ້າພາສາອັງກິດ ແຕ່ຖ້າທ່ານຫຼິ້ນໃນລະດັບ Delta ສັດຕູຈະເວົ້າພາສາເກົາຫຼີ ແລະ ໃນຂະນະເຮົາຂັບຍານພາຫະນະໃດໜຶ່ງເຮົາຈະບໍ່ສາມາດບັງຄັບ ແລະ ຍິງອາວຸດທີ່ຕິດນຳຍານພາຫະນະນັ້ນໄດ້ໃນເວລາດຽວກັນ


ມັກຫລາຍ ການຫລິ້ນທີ່ບໍ່ຈຳກັດໃນພື້ນທີ່ແຄບໆແບບນີ້ ^^


ເປັນເກມ FPS ທີ່ແປກຫລາຍເພາະເຮົາສາມາດຂັບຍົນໄດ້ນຳ


ດ້ວຍໂຫມດ Maximum strength ສາມາດສົກສັດຕູດ້ວຍຄວາມແຮງເຫນືອມະນຸດ


ລະບົບພາບ:

     ເວົ້າໄດ້ເລີຍວ່າ ລະບົບພາບນັ້ນແມ່ນເປັນຫົວໃຈຫລັກຂອງເກມນີ້ ຮັບຮອງໄດ້ທັງ DX9 ແລະ DX10 ອີກຍັງເປັນເກມທີ່ສາມາດສະແດງລາຍລະອຽດຂອງ DX10 ໄດ້ດີທີ່ສຸດໃນຂະນະນີ້.
ສາກການລະເບີດແຕ່ລະຄັ້ງ ຖ້າເຮົາບໍ່ປັບພາບ Low ຈະເຫັນການລະເບີດທີ່ອະລັງການທີສຸດ. ແສງ ແລະ ເງົາທີ່ສະແດງອອກມາໄດ້ເປັນຢ່າງດີ ເຊັ່ນເງົາມີການເໜັງຕີງໄປຕາມວັດຖຸທີ່ຖຶກກະແສລົມພັດ. ມີລະບົບ
Cloud Level ເຊິ່ງເຮັດໃຫ້ທ້ອງຟ້າມີຄວາມລຸບໂນນ ບໍ່ເປັນແຜ່ນພຽງຄືຫຼາຍໆເກມທີ່ເຮົາເຄີຍເຫັນມາ ນອກນັ້ນກ້ອນເມກຍັງເຄື່ອນເໜັງໄປເລື້ອຍໆ ແລະ ເມື່ອຍາມກ້ອນເມກໄປບັງດວງຕາເວັນກໍ່ຈະເຮັດໃຫ້
ເກີດມີການຫັກເຫຂອງແສງທີ່ຕ່າງອອກໄປ. ນ້ຳ ແລະ ທະເລ ທີ່ເຮັດອອກມາໄດ້ສົມຈິງຈົນຈຳແນກບໍ່ອອກວ່າແມ່ນເກມ, ເວລາຍິງປືນ ຫຼື ມີວັດຖຸກະທົບກັບນ້ຳຈະມີນ້ຳກະຈາຍອອກທີ່ບອກເລີຍວ່າໄດ້ອາລົມສຸດໆ.


ສົງໃສຫມໍນີ້ຄົງຢາກເວົ້າຫຍັງຈັກຢ່າງ....ເສຍດາຍເວົ້າບໍ່ອອກ -*-


ຄືມາເຮັດໃສ່ກັນແທ້!? ເອົາລົດຖັງມາຍິງຄົນໆດຽວ -*-


ສົງໃສມັນເຈັບໃຈ ລົດຖັງຂ້າບໍ່ໄດ້ເລີຍສົ່ງຍົນມາຂ້າ...ແຕ່ເສຍໃຈນ້ອງ ອ້າຍມີ Bazooka!


ການລະເບີດທີ່ບໍ່ຄວນເຂົ້າໄປໃກ້


ລະບົບສຽງ:

     ເຮັດອອກມາໄດ້ດີຫລາຍຈົນເຮົາສາມາດໃຈ້ແຍກໄດ້ວ່າຕ່າງລະສຽງນັ້ນແມ່ນສຽງຂອງຫຍັງ, ການລະເບີດທຸກຄັ້ງທີ່ເກີດຂຶ້ນໃກ້ເຮົາອາຈະເຮັດໃຫ້ ຫູຂອງຂອງເຮົາຊາໄປຊົວຄາວໄດ້ ( ຊາໃນເກມເດີ໋ ແຕ່ຖ້າໃຜເປີດສຽງແຮງຫລາຍອາດຈະຊາຮອດນອກ -*-). ສຳຄັນຫລາຍໃນການຫລິ້ນໃນທີ່ມືດເພາະໃນເກມມີທັງກາງເວັນແລະກາງຄືນ ບາງຄັ້ງການໃຊ້ກ້ອງເບິ່ງໃນທີ່ມືດອາກຈະລຳບາກ ເພາະທຸກຢ່າງຈະເປັນສີຂຽວຫມົດ ເຮັດໃຫ້ເຮົາຕ້ອງຟັງສຽງໃບໄມ້ທີ່ຖືກສັດຕູຢຽບລົງໄປວ່າສັດຕູເຂົ້າມາໃກ້ແລ້ວຫລືຍັງແລະຢູ່ທິດທາງໃດ. ທາງຝັງດົນຕີປະກອບ ແລະ ສຽງພາກກໍ່ບໍ່ໄດ້ນ້ອຍໜ້າເລີຍແມ້ແຕ່ໜ້ອຍ
ສາມາດເວົ້າໄດ້ເຕັມປາກເລີຍວ່າທຽບເທົ່າກັບເບິ່ງໜັງ Hollywood ເລີຍ.


ແມ່ນຫຍັງນິ!!! ເບິ່ງເກືອບບໍ່ເຫັນ, ດີແຕ່ໄດ້ຍິນສຽງຍ່າງ ເອະ!, ຫລືວ່າແມ່ນ........ Predator


ເຫີໆ ວັດຖຸບູຮານວ່າຊັ້ນ. ມັນ High Tech ກ່ອນເຮົາອີກ


ລະວັງ!!! ໂຕຫຍັງໂດດມາຫັ່ນ!


ຈົ່ງພູມໃຈ, ຈັງໃດເຮົາກະຍັງລໍກວ່າ Alien


AI:

     ໃນແຕ່ລະເກມ ສ່ວນຫລາຍ AI ຈະໂງ່ເປັນພິເສດ, ຖ້າປັບລະດັບຍາກກະຄືສິມີແຕ່ ຍິງແຮງແລະຍິງແມ້ນຂຶ້ນ ແຕ່ຕ່າງຈາກເກມນີ້ຫລາຍ. AI ທຸກໂຕຈະມີການຕື່ນໂຕຢູ່ສະເຫມີ, ຖ້າມີການຍິງກັນເກີດຂຶ້ນສັງເກດໂລດວ່າ ຈໍເລດ້ານ້ອຍໆຟາກຊ້າຍມືທາງລຸ່ມຈະມີຂີດສີເຫລືອງ ເຊິງນັ້ນຫມາຍເຖິງ AI ຂອງສັດຕູຈະເລີ້ມໂຫມດການຊອກຫາ ແລະກວດພື້ນທີວ່າມີຫຍັງຜິດປົກກະຕິ. ຖ້າຂີດນັ້ນເປັນສີແດງ ຫມາຍຄວາມວ່າມັນເຫັນເຮົາແລ້ວ ເຮັດສັດຕູຈະເລີ້ມໂຫມດໄລລ້າ ແລະຕີວົງລ້ອມເຮົາໄວ້. ອີກຢ່າງທີ່ເຮັດໃຫ້ AI ເກມນີ້ບໍ່ຕາຍໄວຄື AI ເກມອື່ນໆກໍຄື ທະຫານທຸກຄົນຈະໃສ່ເສື້ອເກາະທີ່ຫນາເປັນພິເສດ ແຖມຍັງເວລາຖືກຍິງຈະບໍ່ຢຸດຢູ່ກັບທີ່ ຍາກແກ່ການຍິງ, ຫລິ້ນໄປດົນໆມີໃສ່ຫມວກເຫລັກພ້ອມ ຍິງຕາຍໂຄດຍາກ -*-!.

ເຖິງຈະບໍ່ເຫັນເຮົາ ແຕ່ມັນກະຍິງມົ້ວໆມາໃສ່ເພາະມັນຄິດວ່າເຮົາຕ້ອງຢູ່ນີ້


ໂຕອີ່ສັ໋ງສາມາໃຫຍ່ກະດໍ້ແທ້!!!!


ໂຕວັ່ງກີ້ວ່າໃຫຍ່ແລ້ວ, ໂຕນີ້ແຮງໃຫຍ່ກາຍ!!!


ອາວຸດ:

     ເປັນເກມທີ່ອາວຸດຫລາຍເປັນພິເສດ. ເຮົາສາມາດເກັບອາວຸດນຳທະຫານທີ່ຕາຍໄດ້ ຫລືເກັບຕາມຄັງອາວຸດ ແຕ່ຕ້ອງປະຢັດອາວຸດແນ່ ເພາະມັນຫມົດໄວຫລາຍ.

Scar: ປືນມາດຕະຖານທີ່ຕິດໂຕເຮົາມານຳ ສາມາດປັບແຕ່ງໄດ້ຫລາຍໂຫມດ.



Bauer 1980 SOCOM Pistol: ປືນສັ້ນຂະຫນາດນ້ອຍທີ່ເຮົາພົກຕິດໂຕມານຳ


FY-71: ປືນທີ່ຕໍມາຈະກາຍເປັນອາວຸດຄູ່ກາຍ ເພາະສາມາດເກັບໄດ້ນຳທະຫານເກົາຫລີເຫນືອ.


DSG1: ປືນ Rifle ຂະຫນາດຫນັກທີສາດມາດປິດຊີບສັດຕູໄດ້ພຽງນັດດຽວ. ສາມາດເກັບໄດ້ນຳມື Sniper ຂອງສັດຕ


LAW Rocket Launcher: ປືນຈະຫລວດທີໃຊ້ທຳຫລາຍໃຫ້ເກີດຄວາມເສຍຫາຍຂະຫນາດໃຫຍ່


GK8 Gauss Rifle: ປືນ Rifle ທີ່ຮຸ່ນແຮງທີ່ສຸດຂອງເກມ. ສາມາດຍິງເຈາະເກາະໄດ້ ແລະຮຸ່ນແຮງຫລາຍຈົນເຮັດໃຫ້ສັດຕູທີຖືກຍິງຟົ້ງອຶກກະທຶດ.


MPX8: ປື່ນເບົາທີສາມາດບັນຈຸລູກປືນໄດ້ຫລາຍຖຶງ 50ລູກໃນຫນຶ່ງຟັກ.


Tactical Shotgun: ປືນລູກຊ່ອງທີ່ສາມາດຍິງລູກປືນໃຫ້ກະຈາຍອອກ ເຫມາະໃນການຕໍສູ້ແບບປະສິດໂຕ.


XM214 Gatling Gun: ປືນກົນຂະຫນາດຫນັກ ສາມາດບັນຈຸລູກປືນໄດ້ເຖິງ 500ລູກ


ນອກຈາກນັ້ນຍັງມືລະເບີດມື, ລະເບີດແສງ, ລະເບີດຄວັນ ແລະ ລະເບີດ C4 ອີກ.

ສະລຸບໂດຍລວມ:

   ເປັນເກມທີຄຸ້ມຄ່າແກ່ການລໍຄ່ອຍຫລາຍໆ ແລະເປັນເກມທີ່ຫລິ້ນຈົບແລ້ວຕ້ອງກັບມາຫລິ້ນຄືນອີກຄັ້ງເພາະຕິດໃຈກັບ AI ທີ່ສະຫລາດ ເຫມາະແກ່ການຂ້າໃຫ້ຕາຍອີກຄັ້ງຫນຶ່ງ.
ໃຜທີ່ມັກເກມແນວ FPS ຄວນມີໄວ້ຄອບຄອງ ຫລືໃຜບໍ່ມັກກະຄວນລອງ ແລ້ວຈະຕິດໃຈ.


ຂໍ້ໄດ້:

      *ພາບງາມອະລັງການຕາມຄຳລ່ຳລື.
     *ເປັນເກມທີ່ເປີດກວ້າງຫລາຍໆ ທັງແຜນທີ່ແລະການຫລິ້ນ.
     *AI ສະຫລາດ, ຕາຍຍາກ ແລະບໍ່ Over ຈົນເກີນເຫດ.
     *ເນື້ອເລື່ອງທີ່ລົງໂຕ ບໍ່ຫນ້າເບື່ອກັບສາກແບບເດີມໆ

ຂໍ້ເສຍ:

     *ເກມສັ້ນເກີນໄປ ( ເພາະຈະມີພາກເສີມອີກ 2 ພາກ )
     *Alien ຍັງອ່ອນກວ່າທະຫານເກົາຫລີເຫນືອຫລາຍ.
     *ຍັງມີ bug ຫລາຍ ເຮັດໃຫ້ບາງຄັ້ງງຸດງິດໃນການຫລິ້ນ.








ໂກໂກ້ - Co2
Gamer Hardcore Team
26-12-2007

ຄວາມເຫັນທີ່ 2: by Defago
ຂໍ້ດີ:
• ພາບສົມຈິງທີ່ສຸດເທົ່າທີ່ເຄີຍມີມາ, ຕົ້ນໄມ້ມີການຕອບສະໜອງກັບກະແສງ ແລະ ລົມ, ລວມທັງເງົາມີການເໜັງຕີງ.
• ມີຟີິຊິກທີ່ຕອບສະໜອງກັບຜູ້ຫຼິ້ນໄດ້ເປັນຢ່າງດີ, ສາມາດພັງເຮືອນເປັນຫຼັງໄດ້ເລີຍ.
• ລະບົບສຽງທີ່ສົມຈິງ ສຽງລະເບີດທີ່ດັງຈົນແສບຫູ, ສຽງພາກຂອງຕົວລະຄອນທີ່ທຽບເທົ່າລະດັບ Hollywood ແລະ ດົນຕີປະກອບທີ່ຂັດເຟັ້ນກັນມາຢ່າງດີ.
ຂໍ້ດ້ອຍ
• AI ຂອງ Alien ເມື່ອປຽບທຽບກັບ AI ຂອງ Korea ຖືວ່າອ່ອນກວ່າຫຼາຍ.
• ເກມກິນ spec ສູງພັນລຶກ ບໍ່ແນະນຳສຳລັບຜູ້ຫຼິ້ນກະເປົາບໍ່ໜັກ.
 
< Prev   Next >
__________________________________________________________________________________
___________________________ຕະຫລາດ ລາວຊ້າ / Laozaa E-market___________________________

Christine Mcguire

Annie Burks

Louise Dillard

Boyd Mccarthy

Jonathan Patton

John Kane

Therese Good

Shannon Jefferson

__________________________ຕາລາງຫນັງສາຍໃນ ITECC___________________________

Punlao | laoupload.com | au8ust.org| pnomsin