ປ່ຽນຄອມອືດໆໃຫ້ແລ່ນໄດ້ໄວຂຶ້ນ ກັບ 10 ເທັກນິກ ສຸດແຮງ PDF Print E-mail
User Rating: / 3
PoorBest 
Written by birdflu2007.exe   
ປະການທີ່ 1 ລົງໂປຣແກຣມໄວ້ຫລາຍລົ້ນ
ເຄີຍມີການສຳຫລວດແລ້ວພົບວ່າ ກວ່າ 70 % ຂອງບັນຫາທີ່ເຮັດໃຫ້ຄອມເກີດອາການລວນ ແຮ້ງກ໌ ດ້ຽງ ຫລືອືດນັ້ນ ມາຈາກຊອຟຕ໌ແວລ໌ ບໍ່ແມ່ນຮາດແວຢ່າງທີ່ຫລາຍຄົນເຂົ້າໃຈ ແລະກວ່າ 50% ຂອງບັນຫາທີ່ເກີດຈາກຊອຟຕ໌ແວລ໌ນັ້ນມາຈາກການທີ່ຜູ້ໃຊ້ທຳການຕິດຕັ້ງໂປຣແກຣມເອົາໄວ້ຫລາຍເກີນໄປ ແລະມີໂປຣແກຣມທີ່ເຮັດວຽກຊ້ຳຊ້ອນກັນຫລາຍຕົວ
ເລີ່ມສຳລວດດ່ວນເລີຍ ວ່າບັນຫາຂອງເຮົາເຂົ້າຂ່າຍນັ້ນຫລືບໍ່? ໂດຍກົດເຂ້າໄປ ທີ່ Control Panel ແລະໄປກວດສອບທີ່ Add or Remove Programs ວ່າເຮົານັ້ນໄດ້ທຳການ install ໂປຣແກຣມຕ່າງ ໆ ໄວ້ເກີນຄວາມຈຳເປັນຫລືບໍ່? ມີໂປແກມຫຍັງແນ່ທີ່ເຮັດວຽກຊ້ຳຊ້ອນກັນ ມີໂປຣແກຣມໃດທີ່ບໍ່ຄ່ອຍໄດ້ໃຊ້ ມີເກມທີ່ເຄີຍລົງໄວ້ ແຕ່ຕອນນີ້ເຊົາຫລິ້ນແລ້ວ ແລະຍັງບໍ່ໄດ້ເອົາອອກຫລືບໍ່
ກວດສອບໃນ Add or Remove Programs ວ່າມີໂປຣແກຣມໃດທີ່ເກີນຄວາມຈຳເປັນຫລືບໍ່?
ທີ່ພົບເຫັນກັນໄດ້ເລື້ອຍ  ໆ ມັກຈະເປັນໂປຣແກຣມປະເພດ Media Player ທັງຫລາຍນີ້ແຫລະ ບໍ່ວ່າຈະເປັນ RealPlayer, Quicktime, iTunes, WinAmp ຫລືແມ່ນແຕ່ WinDVD ກັບ PowerDVD ເອງກໍຕາມ ໂປຣແກຣມເຫລົ່ານີ້ມັກມີຄວາມສາມາດຄື ໆ ກັນ ມີຄວາມແຕກຕ່າງກັນໃນຄວາມສາມາດທີ່ຈະຮອງຮັບໄຟລ໌ສະເພາະບາງຕົວ ຈຶ່ງເຮັດໃຫ້ຫລາຍຄົນຕ້ອງລົງໂປຣແກຣມເຫລົ່ານີ້ລົງໄປໃນຄອມພິວເຕີພ້ອມກັນ
ໄຟລ໌ນາມສະກຸນ rm, rmvb, mov, avi, divx, wmv ແລະ mpeg ຖືເປັນຟໍແມັດມາດຕະຖານສຳລັບໄຟລ໌ວິດີໂອໃນປະຈຸບັນ ໂດຍສະເພາະ avi ແລະ divx ທີ່ໄດ້ຮັບຄວາມນິຍົມຢ່າງຫລາຍໃນຊ່ວງ 1-2 ປີທີ່ຜ່ານມາ ຢ່າງທີ່ກ່າວມາຂ້າງຕົ້ນ ໂດຍປົກກະຕິຫາກຕ້ອງການໃຫ້ເຄື່ອງຂອງເຮົານັ້ນສາມາດຫລິ້ນໄຟລ໌ວິດີໂອເຫລົ່ານີ້ໃຫ້ໄດ້ຄົບທຸກຕົວ ອາດຕ້ອງລົງໂປຣແກຣມເຖິງ 4-5 ໂຕ ອັນທີ່ຈິງຫາກເຮົາລອງ search ເບິ່ງຈາກໃນ internet ຈະພົບວ່າເຮົາບໍ່ຈຳເປັນຕ້ອງເຮັດຢ່າງນັ້ນກໍໄດ້ ເພາະຈະມີໂປຣແກຣມບາງຕົວທີ່ເຮົາອາດບໍ່ຄຸ້ນຫູປານໃດ ສາມາດຮອງຮັບໄຟລ໌ເຫລົ່ານີ້ໄດ້ຄົບຖ້ວນ ແຖມຍັງຟຣີອີກຕ່າງຫາກ ຢ່າງໂປແກມ K-Lite Codec Pack (www. free-codecs. com) ທີ່ໄດ້ມີການລວບລວມ codec ສຳລັບໄຟລ໌ມີເດຍຕ່າງ ໆ ຈາກທົ່ວທຸກມຸມໂລກໄວ້ຢ່າງຄົບຖ້ວນ ແຖມຍັງມີຕົວ Media Player Classic ເອົາໄວ້ສຳລັບຫລິ້ນໄຟລ໌ມີເດຍເຫລົ່ານັ້ນອີກດ້ວຍ ເອີ້ນວ່າລົງພຽງໂປຣແກຣມດຽວ ຮອງຮັບໄຟລ໌ມີຍເດຍໄດ້ຄົບທຸກຟໍແມັດ
ຍ້ອນກັບມາເບິ່ງທີ່ໂປຣແກຣມພື້ນຖານຂອງລະບົບປະຕິບັດການວິນໂດ້ຢ່າງ Windows Media Player ກັນນຳ ຫລາຍຄົນລະເລີຍທີ່ຈະເຮັດຄວາມຮູ້ຈັກກັບໂປຣແກຣມໂຕນີ້ ທັງທີ່ມັນບໍ່ໄດ້ມີປະສິດທິພາບດ້ອຍໄປກວ່າໂປແກມ Media Player ອື່ນ ໆ ເລີຍ ໂດຍສະເພາະໃນເວີຊັ້ນຫລ້າສຸດ Windows Media Player 11 (www. microsoft. com/windows/windowsmedia/player/11/default. aspx) ທີ່ທ່ານສາມາດດາວໂຫລດໄດ້ຟຣີຈາກໄມໂຄຣຊອຟທ໌ ໄດ້ມີການພັດທະນາຂຶ້ນມາຫລາຍ ມີຄວາມສາມາດໃນການຫລິ້ນຣູບເງົາຈາກແຜ່ນ CD/DVD ໄດ້ບໍ່ນ້ອຍໜ້າ PowerDVD ຫລື WinDVD (ເບິ່ງຮູບທີ່ 2) ສ່ວນໃນການຫລິ້ນໄຟລ໌ເພງຢ່າງ MP3 ຍອດນິຍົມນັ້ນ ກໍເຮັດໄດ້ບໍ່ພ່າຍແພ້ iTunes ແລະອາດເອີ້ນໄດ້ວ່າດີກວ່າ WinAmp ແລ້ວດ້ວຍຊ້ຳໄປ ຊຶ່ງຖືວ່າ Windows Media Player 11 ເປັນທາງເລືອກທີ່ດີຫລາຍ ໆ ທີ່ຈະເລືອກໄວ້ເປັນໂປຣແກຣມສຳລັບຫລິ້ນຮູບເງົາຈາກແຜ່ນ CD/DVD ແລະຫລິ້ນໄຟລ໌ເພງດິຈິຕອນເທິງຄອມພ໌ຂອງທ່ານ ໂດຍບໍ່ຈຳເປັນຕ້ອງຕິດຕັ້ງໂປຣແກຣມອື່ນໃຫ້ເສຍເວລາ
Windows Media Player 11

ຍັງມີໂປຣແກຣມອີກຫລາຍໂຕ ທີ່ຫລາຍຄົນນິຍົມຕິດຕັ້ງໄວ້ໃນຄອມແລະເຮັດຫນ້າທີ່ຊ້ຳຊ້ອນກັນ ຢ່າງໂປຣແກຣມປະເພດບີບອັດໄຟລ໌ ທີ່ເມື່ອເວົ້າເຖິງທຸກຄົນມັກນຶກເຖິງ WinZip ແຕ່ປະຈຸບັນຫາກໃຜເປັນຊຽນດາວໂຫລດແນ່ຈັກໜ່ອຍ ຈະພົບວ່າອີກຟໍແມັດທີ່ມັກໄດ້ຮັບຄວາມນິຍົມຄື . rar  ໂປຣແກຣມທີ່ສາມາດໃຊ້ເປີດໄຟລ໌ນາມສະກຸນນີ້ໄດ້ຄື WinRAR ແລະຫາກເບິ່ງໃນຄວາມສາມາດກັນແທ້  ໆ WinZip ແລະ WinRAR ຕ່າງເຮັດຫນ້າທີ່ຄືກັນຄື ບີບອັດ ແລະຄາຍໄຟລ໌ ຕ່າງກັນພຽງຄວາມສາມາດໃນການຮອງຮັບໄຟລ໌ຟໍແມັດເທົ່ານັ້ນເອງ ຄຳແນະນຳຄື ໃຫ້ເລືອກຕິດຕັ້ງພຽງໂຕດຽວ ເພາະຫາກຕິດຕັ້ງທັງສອງໂຕ ທ່ານຈະພົບວ່າໜ້າຕ່າງຂອງ context menus ເວລາທີ່ທ່ານຄິກຂວານັ້ນ ຈະມີທັງຟັງຊັນຈາກ WinZip ແລະ WinRAR ຝັງຕົວຢູ່ ເຮັດໃຫ້ເກີດຄວາມໜ່ວງໃນການຄິກຂວາໄດ້ຄືກັນ ແລະໂປຣແກຣມທີ່ເຮົາໃຫ້ຕິດຕັ້ງຄື WinRAR (www. rarlab. com) ນັ້ນເອງ ສາເຫດເພາະມັນຮອງໄດ້ຟໍແມັດໄດ້ທຸກໂຕທີ່ WinZip ສາມາດຮອງຮັບໄດ້ ແຖມຍັງຮອງຮັບໄດ້ຫລາຍກວ່າອີກດ້ວຍ
ອັນນີ້ເປັນພຽງຕົວຢ່າງຫລັກ ໆ ເທົ່ານັ້ນ ຢ່າລືມສຳຫລວດເບິ່ງໃນຄອມພ໌ຂອງທ່ານກໍແລ້ວກັນວ່າ ເຮົາໄດ້ຕິດຕັ້ງໂປຣແກຣມຫຍັງລົງໄປແລ້ວບໍ່ຄ່ອຍໄດ້ໃຊ້ງານ ຫລືໄດ້ຕິດຕັ້ງລົງໄປຫລາຍໂຕແລະມີການ-ເຮັດວຽກທີ່ຄ້າຍຄືຫລືຊ້ຳຊ້ອນກັນຫລືບໍ່? ເລືອກທີ່ຈະລຶບອອກໄປນຳ ຈະເຮັດໃຫ້ເນື້ອທີ່ໃນຮາດດິດກ໌ຂອງທ່ານເພີ່ມຂຶ້ນ ລວມເຖິງເຄື່ອງກໍຈະມີສະຖຽນລະພາບແລະຄວາມໄວໃນການເຮັດວຽກເພີ່ມຂຶ້ນດ້ວຍ
ປະການທີ່ 2 ເບິ່ງແຍງຮັກສາແລະຈັດລະບຽບຮາດດິດກ໌ກັນຫລືຍັງ?
ຫາກເວົ້າເຖິງການຈັດລະບຽບຮາດດິດກ໌ ເຊື່ອວ່າຫລາຍຄົນຈະນຶກເຖິງການໃຊ້ຍູທິລິຕີທີ່ຊື່ວ່າ Disk Defragmenter ທີ່ມາພ້ອມກັບໂຕລະບົບປະຕິບັດການ Windows ຊຶ່ງນັ້ນກໍຖືວ່າເປັນວິທີທີ່ໃຊ້ຈັດລະບຽບຮາດດິດກ໌ທີ່ດີແລະຄວນເຮັດວິທີໜຶ່ງເຊັ່ນກັນ ແລະຂໍແນະນຳໃຫ້ເຮັດຢ່າງນ້ອຍເດືອນລະເທື່ອ ແຕ່ເທື່ອນີ້ຈະບໍ່ເວົ້າເຖິງສະເພາະການເຮັດ disk defragment ເທົ່ານັ້ນ ເພາະການຈັດລະບຽບໃຫ້ກັບຮາດດິດກ໌ເພື່ອເພີ່ມຄວາມໄວໃນການເຮັດວຽກນັ້ນ ຍັງມີຫຍັງນອກເໜືອຈາກນັ້ນອີກ ເລີ່ມຕົ້ນຕັ້ງແຕ່ທ່ານໄດ້ຊື້ຮາດດິດກ໌ກ້ອນໃໝ່ກັນເລີຍ
ປະຈຸບັນຂະໜາດຄວາມຈຸຂອງຮາດດິດກ໌ນັ້ນເພີ່ມຂຶ້ນມາ ແຖມລາຄາກໍຖືກລົງ ຈະເຫັນໄດ້ວ່າໃນທ້ອງຕະຫລາດຕອນນີ້ ຂະໜາດຄວາມຈຸຕ່ຳສຸດຈະເລີ່ມຕົ້ນທີ່ປະມານ 80 ກິກກະໄບຕ໌ ຫລື 100 ກິກກະໄບຕ໌ ກັນແລ້ວ ໂດຍສະເພາະທ່ານທີ່ຊື້ມາເພື່ອທຳການອັບເກດຄອມໂຕເກົ່າຂອງທ່ານນັ້ນ ຫລາຍຄົນບໍ່ໄດ້ທຳການຖອດເອົາຮາດດິດກ໌ໂຕເກົ່າຖິ້ມໄປ ຫາກແຕ່ຕິດຕັ້ງຮາດດິດກ໌ກ້ອນໃໝ່ລົງໄປໃຫ້ເຮັດວຽກຄູ່ກັນກັບໂຕເກົ່າເລີຍ ຄຳແນະນຳໃນການຕິດຕັ້ງຄື ໃຫ້ຕິດຕັ້ງຮາດດິດກ໌ໃໝ່ໃໝ່ເປັນ Master ແລະໃຫ້ນຳໂຕເກົ່າມາເຮັດເປັນ Slave ແລະໃຫ້ທຳການຟໍແມັດລະບົບປະຕິບັດການວິນໂດ້ໃນກ້ອນເກົ່າອອກ ແລະຕິດຕັ້ງໃໝ່ລົງເທິງຮາດດິດກ໌ກ້ອນໃໝ່ແທນ ອີກສິ່ງທີ່ຫ້າມລືມເຮັດເດັດຂາດ ກໍຄືການແບ່ງພາລ໌ທິຊັນໃຫ້ກັບຮາດດິດກ໌ຂອງທ່ານດ້ວຍ
ສ່ວນລະບົບ Files System ນັ້ນ ແນະນຳໃຫ້ໃຊ້ NTFS ແທນ FAT32  ເພາະໃນການເຮັດວຽກກັບຮາດດິດກ໌ຄວາມຈຸສູງ ໆ NTFS ນັ້ນຈະເຮັດວຽກໄດ້ວ່ອງໄວກວ່າແບບ FAT32 ທີ່ເຮົາຄຸ້ນເຄີຍກັນຢູ່ ພ້ອມກັນຍັງມີລະບົບການເຮັດວຽກທີ່ດີກວ່າ ເຊັ່ນ ການຮອງຮັບຂະໜາດຂອງໄຟລ໌ໄດ້ສູງສຸດເຖິງ 16 TB (16, 000 ກິກກະໄບຕ໌) ຂະນະທີ່ FAT32 ນັ້ນຮອງຮັບສູງສຸດພຽງ 2 ກິກກະໄບຕ໌ ເທົ່ານັ້ນ (ລອງນຶກເຖິງການເຮັດອິມເມດຂອງໄຟລ໌ຮູບເງົາດີວີດີຈັກໜຶ່ງແຜ່ນ ທີ່ປົກກະຕິຈະມີຂະໜາດປະມານ 3-4 ກິກກະໄບຕ໌ ນັ້ນ ຖ້າເປັນເທິງລະບົບ FAT32 ຈະບໍ່ສາມາດເຮັດໄດ້ ເພາະລະບົບ FAT32 ຈະບໍ່ຮອງຮັບໄຟລ໌ທີ່ມີຂະໜາດສູງກວ່າ 2 ກິກະໄບຕ໌ ໃນຂະນະທີ່ NTFS ນັ້ນເຮັດໄດ້ສະບາຍ ໆ ) ແລະ NTFS ຍັງມີອັດຕາການສູນເສຍເນື້ອທີ່ຮາດດິດກ໌ໄປຢ່າງເປົ່າປະໂຫຍດ ຫລືທີ່ຫລາຍຄົນຮູ້ຈັກໃນຊື່ຂອງ cluster size ນັ້ນໜ້ອຍກວ່າ FAT32 ຫລາຍ ເມື່ອໃຊ້ກັບພາລ໌ທິຊັນທີ່ມີຂະໜາດສູງກວ່າ 8 ກິກກະໄບຕ໌
ສຳລັບຜູ້ທີ່ໃຊ້ລະບົບ Files System ແບບ FAT32 ຢູ່ຂະນະນີ້ ແລ້ວບໍ່ຢາກຈະຟໍແມັດໃໝ່ເພື່ອປ່ຽນລະບົບ Files System ໃຫ້ເປັນ NTFS  ກໍມີວິທີນຳມາສະເໜີຢ່າງງ່າຍ ໆ ໂດຍໃຫ້ເຮັດຕາມຂັ້ນຕອນດັ່ງນີ້
ກົດຄິກທີ່ Start ເລືອກໄປທີ່ Run ແລ້ວພິມຄຳວ່າ cmd ແລະກົດ Enter ຈາກນັ້ນຈະມີໜ້າຕ່າງ DOS ຂຶ້ນມາ ໃຫ້ພິມ cd ແລະກົດ Enter ກ່ອນ ເພື່ອເຄຍ directory ໄປ ຫລັງຈາກນັ້ນພິມຄຳວ່າ CONVERT ໄດລທີ່ຕ້ອງການແປງ /FS: NTFS  ສົມມຸດທ່ານທີ່ຕ້ອງການແປງໄດລ C: ໃຫ້ເປັນ NTFS ກໍຈະພິມວ່າ CONVERT C: /FS: NTFS ແລະກົດ Enter
ຫລັງຈາກນັ້ນກໍຈະໃຫ້ໃສ່ Volume Label ຂອງໄດລນັ້ນ ໆ ທີ່ເຮົາຕ້ອງການຈະ convert ຊຶ່ງເຮົາສາມາດເບິ່ງໄດ້ຈາກການພິມ dir/w  ເມື່ອໃສ່ Volume Label ລົງໄປ ກໍໃຫ້ກົດ Enter ຫລັງຈາກນັ້ນກໍຈະມີຄຳຖາມຂຶ້ນມາເພື່ອຢືນຢັນການແປງລະບົບ ໃຫ້ເຮົາຕອບ Y ໄປ ເທົ່ານີ້ກໍເປັນອັນຮຽບຮ້ອຍແລ້ວ
*ຢ່າລືມທີ່ຈະສຳຮອງຂໍ້ມູນສຳຄັນ ໆ ກ່ອນທຳການປ່ຽນແປງ ເຜື່ອກໍລະນີມີອຸບັດເຫດທີ່ຄາດບໍ່ເຖິງຢ່າງໄຟດັບ ຊຶ່ງຈະເຮັດໃຫ້ການປ່ຽນແປງລະບົບ Files System ບໍ່ສົມບູນ ຈະພາໃຫ້ຂໍ້ມູນເສຍຫາຍ ຈົນອາດເຖິງຂັ້ນຕ້ອງຟໍແມັດຮາດດິດກ໌ເລີຍ
ປະການທີ່ 3 ທຳຄວາມສະອາດ Registry
Registry ຄືຫຍັງ? ຫລາຍຄົນຍັງບໍ່ຮູ້ ເຮົາຈະອະທິບາຍຄ່າວ ໆ ແລ້ວກັນ Registry ຄືຖານຂໍ້ມູນຂອງລະບົບປະຕິບັດການ Windows ທີ່ລວບລວມຂໍ້ມູນການຕັ້ງຄ່າຂອງຕົວລະບົບປະຕິບັດການ ແລະໂປຣແກຣມຕ່າງ ໆ ໃນການເຮັດວຽກຮ່ວມກັນກັບຕົວລະບົບປະຕິບັດການ ເມື່ອທ່ານໄດ້ທຳການຕິດຕັ້ງລະບົບປະຕິບັດການຫລືໂປຣແກຣມໃດ ໆ ລົງເທິງຄອມ ຕົວລະບົບປະຕິບັດການກໍຈະທຳການຂຽນ registry ຂຶ້ນມາ ເພື່ອເປັນຂໍ້ມູນພື້ນຖານໃນການກຳນົດການເຮັດວຽກຂອງໂປຣແກຣມນັ້ນ ໆ ແຕ່ຫລາຍເທື່ອທີ່ການຂຽນ registry ຂຶ້ນມາຂອງຕົວລະບົບປະຕິບັດການນັ້ນກັບສ້າງບັນຫາໃຫ້ກັບຕົວລະບົບປະຕິບັດການເສຍເອງ ລວມເຖິງເມື່ອເຮົາທຳການຖອນການຕິດຕັ້ງໂປຣແກຣມໃດ ໆ ອອກໄປ ຂໍ້ມູນ registry ທີ່ກ່ຽວຂ້ອງນັ້ນກັບບໍ່ໄດ້ຖືກລືບອອກໄປຈາກລະບົບ ເຮັດໃຫ້ຫລາຍເຄື່ອງມີຂໍ້ມູນ registry ທີ່ບໍ່ມີປະໂຫຍດຄັ່ງຄ້າງຢູ່ໃນເຄື່ອງເປັນຈຳນວນຫລາຍ


CCleaner ຟຣີແວທີ່ສາມາດຊ່ວຍກຳຈັດເລື່ອງໜ້າເຈັບຫົວຂອງ registry ໃຫ້ກັບທ່ານໄດ້
ດັ່ງນັ້ນ ໃນເທື່ອນີ້ເຮົາຈຶ່ງຂໍແນະນຳໂປຣແກຣມນ້ອຍ ໆ ທີ່ຈະສາມາດຊ່ວຍທ່ານຈັດການບັນຫາເຫລົ່ານີ້ໄດ້ຢ່າງງ່າຍດາຍ ໂດຍທ່ານບໍ່ຕ້ອງແປງຮ່າງເປັນຜູ້ຊ່ຽວຊານທາງດ້ານໂປຣແກຣມມິ່ງແຕ່ຢ່າງໃດ ໂປຣແກຣມນ້ອຍແລະຟຣີໂຕເກັ່ງໂຕນີ້ຄື CCleaner (www. ccleaner. com) ໂດຍຄວາມສາມາດຂອງໂປຣແກຣມນ້ອຍ ໆ ໂຕນີ້ ບໍ່ແມ່ນພຽງແຕ່ການກວດສອບສະຖານະການເຮັດວຽກຂອງ registry ແລະລຶບຖິ້ມເທົ່ານັ້ນ ມັນຍັງສາມາດກວດສອບຫາໄຟລ໌ຂີ້ເຫຍື້ອຫລືໄຟລ໌ທີ່ບໍ່ຈຳເປັນໃນເຄື່ອງຂອງທ່ານ ແລະທຳການລຶບອອກໄດ້ອີກດ້ວຍ ລວມເຖິງ Internet Temporary Files, History ແລະ Cookies ທີ່ໄດ້ຈາກການທ່ອງເຂົ້າສູ່ໂລກອິນເທີລ໌ເນັດຂອງທ່ານອີກດ້ວຍ
ປະການທີ່ 4 ໄວຮ້າຍ ໄວລັດ
ນີ້ຖືເປັນສາເຫດຫລັກສາເຫດໜຶ່ງທີ່ເຮັດໃຫ້ຫລາຍຄົນຕ້ອງນອນກ່າຍໜ້າຜາກ ແລະຖືເປັນສາເຫດຕົ້ນ ໆ ທີ່ເຮັດໃຫ້ຄອມໂຕເກັ່ງຂອງເຮົາເຮັດວຽກຢ່າງບໍ່ມີສະຖຽນລະພາບ ແລະເຮັດວຽກຊ້າລົງຢ່າງເຫັນໄດ້ຊັດເຈນ ຢາກຈະບອກຄວາມຈິງອັນໜ້າຢ້ານກວ່າການທີ່ທ່ານຕິດໄວລັດໃຫ້ຮູ້ຄື ບໍ່ມີໂປຣແກຣມປ້ອງກັນໄວລັດໂຕໃດ ທີ່ສາມາດກຳຈັດແລະປ້ອງກັນໄວລັດໄດ້ 100 % ໂດຍສະເພາະການປ້ອງກັນແລະກຳຈັດໄພຄຸກຄາມທີ່ເອີ້ນກັນໂດຍທົ່ວໄປວ່າ Trojan ແລະ Spyware
ຄຳແນະນຳໃຫ້ການຕິດຕັ້ງລະບົບຮັກສາຄວາມປອດໄພໃຫ້ກັບຄອມພ໌ຂອງທ່ານ ໃຫ້ມີປະສິດທິພາບສູງສຸດຄືໃຫ້ເລືອກຕິດຕັ້ງໂປຣແກຣມແອນຕີ້ໄວລັດຈັກໜຶ່ງໂຕ ພ້ອມກັບຕິດຕັ້ງໂປຣແກຣມກວດຈັບແລະກຳຈັດສະປາຍແວລ໌ໄປດ້ວຍອີກໜຶ່ງໂຕ ໂປຣແກຣມແອນຕີ້ໄວລັດໃນປະຈຸບັນທີ່ໄດ້ຮັບການຍອມຮັບແລະເປັນທີ່ນິຍົມມີຫລາຍໂຕ ບໍ່ວ່າຈະເປັນ Norton, McAfee, NOD32, BitDefender, Kaspersky, AVG ແລະ Panda Software ແຕ່ສຳລັບຄົົນທີ່ຢາກໃຊ້ຂອງດີຂອງຟຣີ ກໍມີແນະນຳຄືກັນ ກັບ AntiVir Personal Edition (www. free-av. com)  ຊຶ່ງເປັນໂປຣແກຣມແອນຕີ້ໄວລັດແບບຟຣີແວທີ່ມີຄວາມສາມາດໃນການກວດຈັບໄວລັດບໍ່ນ້ອຍໜ້າໂປຣແກຣມແອນຕີ້ໄວລັດດັງ ໆ ເລີຍ (ເບິ່ງຮູບທີ່ 4) ສາມາດໃຊ້ງານແບບ real-time ໄດ້ ພ້ອມກັບມີການອັບເດດໃຫ້ຮູ້ຈັກກັບໄວລັດໃໝ່ ໆ ຢ່າງສະໝ່ຳສະເໝີ


ໜ້າຕາຂອງໂປຣແກຣມ AntiVir Personal Edition ໂປຣແກຣມແອນຕີ້ໄວລັດແບບຟຣີແວ ທີ່ມີຄວາມສາມາດສູງ
ສ່ວນໂປຣແກຣມສຳລັບຈັດການສະປາຍແວທີ່ຢາກແນະນຳໃຫ້ລົງຄອບຄູ່ໄປກັບໂປຣແກຣມປ້ອງກັນໄວລັດກໍຄື Spyware Terminator (www. spywareterminator. com) ຊຶ່ງເປັນອີກໜຶ່ງໂປແກມຟຣີແວທີ່ມີຄວາມສາມາດແລະຟັງກ໌ຊັນໃນການເຮັດວຽກສູງຫລາຍ ໂດຍສາມາດເຮັດວຽກໃນການກວດຈັບແລະປ້ອງກັນ Spyware ແບບ Real-time ໄດ້ ພ້ອມມີການອັບເດດຖານຂໍ້ມູນເປັນປະຈຳ
ໂປຣແກຣມ Spyware Terminator ທີ່ມີປະສິດທິພາບໃນການກວດຈັບ spyware ທີ່ດີ ພ້ອມກັບການເຮັດວຽກແບບ real-time

ນອກຈາກ Spyware Terminator ແລ້ວໂປຣແກຣມຟຣີແວຢ່າງ Ad-aware Personal ແລະ Spybot Search & Destroy ຕ່າງກໍມີຄວາມສາມາດໃນການກວດຈັບສະປາຍແວທີ່ດີເຊັ່ນກັນ ພຽງແຕ່ທັງສອງໂປຣແກຣມບໍ່ສາມາດເຮັດວຽກແບບ real-time ໄດ້ເທົ່ານັ້ນເອງ
ອີກໜຶ່ງວິທີໃນການປ້ອງກັນບໍ່ໃຫ້ທັງໄວລັດຕົວຮ້າຍ ແລະສະປາຍແວຕົວປ່ວນ ມາຢ້ຽມຢາມຄອມຂອງທ່ານກໍຄືພຶດຕິກຳການໃຊ້ງານອິນເທີລ໌ເນັດຂອງທ່ານນັ້ນເອງ ໂປຣແກຣມບລາວເຊີຢ່າງ Internet Explorer ນັ້ນມີຄວາມສ່ຽງສູງຕໍ່ການຖືກໂຈມຕີດ້ວຍສາລະພັດວິທີຂອງສະປາຍແວ ການປ່ຽນໄປໃຊ້ບລາວເຊີລ໌ທີ່ມີຄວາມປອດໄພສູງກວ່າຢ່າງ Opera ຫລື Firefox ກໍຖືເປັນວິທີທີ່ດີວິທີໜຶ່ງ ນອກຈາກນີ້ການເຂົ້າເວບໄຊຕ໌ທີ່ບໍ່ຄ່ອຍຄຸ້ນຫູຄຸ້ນຕາ ແລະການດາວໂຫລດໄຟລ໌ຕ່າງ ໆ ກໍຄວນກວດສອບໃຫ້ແນ່ໃຈວ່າຈະບໍ່ມີຂອງແຖມອັນບໍ່ພຶງປະສົງຕິດມາດ້ວຍ
ສຳລັບຜູ້ທີ່ໃຊ້ໂປຣແກຣມປະເພດ Outlook ໃນການຮັບສົ່ງອີເມວນັ້ນ ຄວນຕັ້ງຄ່າໃຫ້ມີການສະແກນໄວລັດກ່ອນຮັບອີເມວສະເໝີ ເພື່ອປ້ອງກັນອີເມວຈາກຜູ້ປະສົງຮ້າຍບໍ່ໃຫ້ສາມາດມາຄຸກຄາມຄອມຂອງທ່ານໄດ້ນັ້ນເອງ.. ພຽງໃສ່ໃຈໃນລາຍລະອຽດ ແລະໃຊ້ຄວາມຮອບຄອບຈັກເລັກນ້ອຍໃນການເປັນຄົນຊ່າງສັງເກດ ກໍຈະຊ່ວຍໃຫ້ທ່ານບໍ່ຕ້ອງນອນກ່າຍໜ້າຜາກກັບບັນຫາຂອງໄວລັດແລະສະປາຍແວແລ້ວ
ປະການທີ່ 5 ວິນໂດ້ໂຕເຈົ້າບັນຫາ!
ຫາກນຳລະບົບປະຕິບັດການທຸກຕົວທີ່ມີການໃຊ້ງານໃນປະຈຸບັນມາປຽບທຽບກັນ ລະບົບປະຕິບັດການວິນໂດ້ ຖືເປັນລະບົບປະຕິບັດການທີ່ມີຊ່ອງໂຫວ່ ແລະມີບັ໊ກຫລາຍທີ່ສຸດກໍວ່າໄດ້ ແລະດ້ວຍຄວາມນິຍົມແລະມີຈຳນວນຜູ້ໃຊ້ສູງສຸດນີ້ເອງ ເຮັດໃຫ້ຊ່ອງໂຫວ່ເຫລົ່ານັ້ນ ກາຍເປັນເປົ້າໂຈມຕີຂອງບັນດາຜູ້ບໍ່ຫວັງດີຫລາຍທີ່ສຸດເຊັ່ນກັນ
ອັນທີ່ຈິງໄມໂຄຣຊອຟທ໌ເອງກໍບໍ່ນິ້ງເສີຍຕໍ່ຊ່ອງໂຫວ່ຕ່າງ ໆ ທີ່ເກິດຂື້ນ ພວກເຂົາໝັ່ນທີ່ຈະອອກຕົວອັບເດດສຳລັບແກ້ໄຂຊ່ອງໂຫວ່ແລະບັ໊ກຕ່າງ ໆ ຢູ່ເປັນປະຈຳ ຫາກແຕ່ເປັນເຮົາ ໆ ທ່ານ ໆ ທີ່ເປັນຜູ້ໃຊ້ທີ່ຕ້ອງໝັ່ນຄອຍຖ້າກວດສອບແລະອັບເດດ ຕົວແກ້ໄຂບັນຫາຕ່າງ ໆ ເຫລົ່ານັ້ນ ແຕ່ຖ້າຫາກທ່ານຮູ້ສຶກເບື່ອໜ່າຍທີ່ຕ້ອງມາຄອຍຖ້າຕາມອັບເດດກັນທຸກມື້ ກໍມີຫລາຍຄົນໄດ້ທຳການລວບລວມຕົວອັບເດດຕ່າງ ໆ ເອົາໄວ້ ແລະປ່ອຍໃຫ້ດາວນ໌ໂຫລດໄປຕິດຕັ້ງພາຍໃນເທື່ອດຽວ ເຊັ່ນ ຊຸດອັບເດດຢ່າງ AutoPatcher (www. autopatcher. com) ເປັນຕົ້ນ ຊຶ່ງຈະມີການລວບລວມແລະອອກຊຸດລວມການອັບເດດຕ່າງ ໆ ຂອງໄມໂຄຣຊອຟທ໌ອອກມາທຸກເດືອນ ຊຶ່ງທ່ານກໍສາມາດດາວໂຫລດໄປຕິດຕັ້ງໄດ້ຟຣີ ແຖມບໍ່ຕ້ອງຄອຍຖ້າໄລ່ຕາມອັບເດດທຸກມື້ອີກດ້ວຍ


ໂປຣແກຣມ AutoPatcher ທີ່ມີການລວບລວມການອັບເດດຕ່າງ ໆ ຂອງ Microsoft ໄວ້ຢ່າງຄົບຖ້ວນ ພ້ອມມີຟັງກ໌ຊັ່ນໃນການປັບແຕ່ງເພີ່ມປະສິດທິພາບການເຮັດວຽກໃຫ້ກັບ Windows ອີກດ້ວຍ

ສຳລັບການເພີ່ມຄວາມໄວໃນການເຮັດວຽກໃຫ້ກັບວິນໂດ້ຕົວເກັ່ງນັ້ນ ສາມາດເຮັດໄດ້ງ່າຍ ໆ ໂດຍບໍ່ຈຳເປັນຕ້ອງພຶ່ງໂປຣແກຣມປະເພດ Tweak ຕົວໃດເລີຍກໍໄດ້ ຂັ້ນທຳອິດຈັດການກັບເອຟເຟັກຟຸ່ມເຟື່ອຍເສຍກ່ອນ ໂດຍຄິກຂວາທີ່ My Computer ເລືອກ Properties ໄປທີ່ Advanced ເລືອກ Setting ພາຍໃຕ້ຫົວຂໍ້ Performance ຫລັງຈາກນັ້ນ ພາຍໃນຫົວຂໍ້ Visual Effects ໃຫ້ທຳການຕິກເອົາເຄື່ອງໝາຍຖືກໜ້າຂໍ້ທີ່ຂຶ້ນດ້ວຍ Animate, Fade ແລະ Slide ອອກໃຫ້ໝົດ ຫລັງຈາກກົດ Apply ແລະ OK ເພື່ອເປັນການຢືນຢັນ

ຈັດການກັບເອຟເຟັກທີ່ແສນຈະຟຸ່ມເຟື່ອຍຂອງ Windows X ຈະຊ່ວຍໃຫ້ການເຮັດວຽກງໄວຂຶ້ນ ເພາະບໍ່ຕ້ອງເສຍເວລາໄປກັບເອຟເຟັກຕຕະການຕາເຫລົ່ານັ້ນ

ຂັ້ນຕໍ່ມາໃຫ້ຈັດການກັບໂປຣແກຣມໃນສ່ວນຂອງ Startup ດ້ວຍການຄິກທີ່ Start ເລືອກໄປທີ່ Run ພິມຄຳວ່າ msconfig ແລ້ວກົດ Enter ເມື່ອໄດ້ໜ້າຕ່າງຂອງ System Configuration Utility ຂຶ້ນມາ ໃຫ້ເລືອກໄປຍັງສ່ວນຂອງ Startup ໂດຍຈະເປັນສ່ວນທີ່ລວບລວມໂປຣແກຣມທີ່ຈະລັນຂຶ້ນມາອັດໂນມັດເມື່ອ Windows ເລີ່ມເຮັດວຽກ ຊຶ່ງຫລາຍໂປຣແກຣມນັ້ນບໍ່ມີຄວາມຈຳເປັນທີ່ຈະຕ້ອງເລີ່ມເຮັດວຽກທັນທີເມື່ອເຂົ້າສູ່ວິນໂດ້ ໂດຍໃຫ້ທ່ານເລືອກໂປຣແກຣມທີ່ບໍ່ຄ່ອຍຈຳເປັນອອກຊະ ແລ້ວຢ່າລືມກົດ Apply ແລະ OK ຄືເກົ່າ ພຽງແຕ່ສອງວິທີງ່າຍ ໆ ເທົ່ານີ້ ກໍຊ່ວຍໃຫ້ວິນໂດ້ຂອງທ່ານເຮັດວຽກໄດ້ຄ່ອງຕົວຫລາຍຂຶ້ນ


ສ່ວນຂອງ Startup ໃນ System Configuration Utility ທີ່ເຮົາສາມາດເລືອກເອົາໂປຣ ແກຣມທີ່ບໍ່ຈຳເປັນອອກໄດ້

ປະການທີ່ 6  ຄອມເບິ່ງບໍ່ເຫັນແລມ!
ບັນຫາທີ່ພົບເລື້ອຍໆຫລາຍກັບແລມນັ້ນ ຄືການທີ່ຄອມເບິ່ງບໍ່ເຫັນຈຳນວນແລມຂອງເຮົາໄດ້ຢ່າງຄົບຖ້ວນ ບາງຄົນໃສ່ແລມເຂົ້າໄປ 2 ແຖວ ແຖວລະ 256 ເມກະໄບຕ໌ ຊຶ່ງລວມເປັນ 512 ເມກະໄບຕ໌ ແຕ່ຄອມກັບເບິ່ງເຫັນພຽງ 256 ເມກະໄບຕ໌ເທົ່ານັ້ນ ບັນຫາແບບນີ້ສັນນິດຖານໄດ້ສອງຂໍ້ຫລັກ ໆ ຄື ບໍ່ແລມເພ ກໍສະລັອດສຽບແລມມີບັນຫາ ວິທີການກວດສອບຄື ໃຫ້ທຳການໃສ່ແລມເທື່ອລະໂຕເທິງສະລັອດເທື່ອລະອັນ ຫາກແລມທີ່ໃສ່ລົງໄປນັ້ນຄອມບໍ່ສາມາດເບິ່ງເຫັນໄດ້ບໍ່ວ່າຈະໃສ່ສະລັອດໃດກໍຕາມ ສະແດງວ່າແລມແຜງນັ້ນມີບັນຫາແນ່ນອນ ໃຫ້ລອງທຳຄວາມສະອາດໜ້າສຳຜັດທອງເຫລືອງດ້ວຍການນຳຢາງລຶບມາຖູຈົນຄາບສີດຳຫລຸດອອກໄປ ແລະນຳໄປລອງໃສ່ເບິ່ງອີກເທື່ອ ຫາກຄອມຍັງບໍ່ສາມາດເບິ່ງເຫັນ ນຳໄປເຄມຫລືຊື້ໃໝ່ໄດ້ເລີຍ ແຕ່ຫາກຄອມສາມາດເບິ່ງເຫັນແລມນັ້ນໄດ້ບາງສະລັອດ ໃຫ້ນຳລູກຢາງເປົ່າລົມມາເປົ່າໄລ່ຝຸ່ນອອກຈາກສະລັອດທີ່ມີປັນຫາ ຫລືຈະນຳສຳລີມາປັດທຳຄວາມສະອາດກໍໄດ້ ແລະຫາກຍັງບໍ່ສາມາດໃຊ້ງານໄດ້ ຄົງຕ້ອງເຄມຫລືແປງມັນຊະແລ້ວ

ປະການທີ່ 7 ຊີພີຢູ ມັນສະຫມອງຂອງຄອມພິວເຕີ
ບັນຫາທີ່ພົບເລື້ອຍທີ່ສຸດກ່ຽວກັບຊີພີຢູ ກໍຄືເລື່ອງຂອງຄວາມຮ້ອນໃນການເຮັດວຽກ ທີ່ມີຄວາມຮ້ອນສູງ ບາງເທື່ອສູງຫລາຍຈົນເຄື່ອງແຮ້ງຄ໌ ຊີພີຍຢູໄໝ້ຄາເຄດໄປເລີຍກໍມີມາແລ້ວ ໂດຍປົກກະຕິເວລາເຮົາຊື້ຊີພີຢູຈັກຕົວ ໃນກ່ອງຫລືແພັກເກດກໍຈະມີຊຸດລະບາຍຄວາມຮ້ອນແຖມມາໃຫ້ນຳຢູ່ແລ້ວ ແຕ່ຊຸດລະບາຍຄວາມຮ້ອນນັ້ນບໍ່ໄດ້ມີປະສິດທິພາບສູງຫຍັງຫລວງຫລາຍ ເປັນຊຸດລະບາຍຄວາມຮ້ອນທີ່ສາມາດຮອງຮັບການເຮັດວຽກທົ່ວ ໆ ໄປ ໃນສະພາບແວດລ້ອມປົກກະຕິ ແຕ່ໃນສະພາບອາກາດໃນປະເທດເຮົານັ້ນເປັນອາກາດຮ້ອນ ແລະຫລາຍຄົນກໍບໍ່ໄດ້ໃຊ້ງານຄອມພິວເຕີພາຍໃນຫ້ອງແອ ເຮັດໃຫ້ໂອກາດທີ່ຊີພີຢູຈະມີຄວາມຮ້ອນສູງກວ່າປົກກະຕິ ແລະເຮັດໃຫ້ຊຸດລະບາຍຄວາມຮ້ອນທີ່ແຖມມານັ້ນບໍ່ສາມາດຮອງຮັບການລະບາຍຄວາມຮ້ອນໄດ້ພຽງພໍຈຶ່ງເປັນໄປໄດ້ຫລາຍ
ທາງອອກຂອງບັນຫາຄົງບໍ່ພົ້ນເລື່ອງຂອງການຫາຊື້ຊຸດລະບາຍຄວາມຮ້ອນມາປ່ຽນນັ້ນເອງ ໂດຍສະເພາະຄົົນທີ່ນິຍົມຖຶກໃຈໃນເລື່ອງຂອງການໂອເວີຄັອກຊີພີຢູນັ້ນ ຍິ່ງຕ້ອງມີຄວາມພິຖີພິຖັນໃນການເລືອກຊຸດລະບາຍຄວາມຮ້ອນຫລາຍເປັນພິເສດ ຄຳແນະນຳສຳລັບການເລືອກຊື້ຊຸດລະບາຍຄວາມຮ້ອນສຳລັບຊີພີຍູນັ້ນ ຄວນເບິ່ງໜ້າສຳຜັດຂອງຊຸດລະບາຍຄວາມຮ້ອນໃຫ້ດີ ຄວນຈະມີໜ້າສຳຜັດເປັນທອງແດງ ເພາະທອງແດງມີຄຸນສົມບັດໃນການດູດຊັບແລະກະຈາຍຄວາມຮ້ອນໄດ້ດີກວ່າເຫລັກຫລືອະລູມິນຽມ ທີ່ນິຍົມໃຊ້ກັບຊຸດລະບາຍຄວາມຮ້ອນທົ່ວ ໆ ໄປ


ສຳລັບໃຜທີ່ຫາກໍ່ຊື້ຄອມພິວເຕີໃໝ່ ທີ່ໃຊ້ຊີພີຍູລຸ້ນໃໝ່ ໆ ຂອງ AMD ບໍ່ວ່າຈະເປັນ Athlon64 ຫລື Athlon X2 ຄວນຕິດຕັ້ງໄດລເວີລ໌ສຳລັບຊີພີຢູນຳ ໂດຍດາວໂຫລດແລະກວດສອບໄດລເວີລ໌ໄດ້ທີ່ www. amd. com ທັງນີ້ກໍເຮັດໃຫ້ປະສິດທິພາບແລະສະຖຽນລະພາບໃນການເຮັດວຽກຮ່ວມກັບລະບົບປະຕິບັດນັ້ນເປັນໄປຢ່າງສະດວກ ຂາດຊຶ່ງບັນຫາກັງວົນໃຈນັ້ນເອງ

ປະການທີ່ 8 ສາລະພັນບັນຫາຮາດແວ

ນອກຈາກບັນຫາທີ່ມັກເກີດກັບແລມແລະຊີພີຢູ ຢ່າງທີ່ໄດ້ກ່າວມາກ່ອນໜ້ານີ້ແລ້ວ ຮາດແວສ່ວນອື່ນ ໆ ທີ່ປະກອບຂຶ້ນເປັນຄອມຈັກເຄື່ອງນັ້ນ ກໍບໍ່ວ່າຈະເຮັດວຽກສະດວກບໍ່ເຄີຍກໍ່ບັນຫາເສຍຫາຍ ຢ່າງກາຣ໌ດ ສະແດງຜົນຕົວເກັ່ງສຳລັບຊາວເກມເມີນັ້ນ ກໍມັກຂີ້ສໍ້ຢູ່ຫລາຍເທື່ອ ເຊັ່ນ ການສາມາດລັນເກມບາງເກມໄດ້ ທາງແກ້ງ່າຍ ໆ ຄືພະຍາຍາມອັບເດດໄດລເວີລ໌ຢ່າສະໝ່ຳສະເໝີ (Nvidia ສະເລ່ຍອອກໄດລເວີລ໌ທຸກ ໆ 7-14 ມື້ ຂະນະທີ່ ATI ສະເລ່ຍອັບເດດໄດລເວີລ໌ສຳລັບກາຣ໌ດສະແດງຜົນຂອງພວກພວກເຂົາສະເລ່ຍເດືອນລະໜຶ່ງເທື່ອ)
ທັງນີ້ລວມເຖິງຮາດແວທຸກຊິ້ນໃນຄອມໝັ່ນຄອຍຖ້າກວດສອບເບິ່ງວ່າມີການອັບເດດໄດລເວີລ໌ຈາກຜູ້ຜະລິດຫລືບໍ່ ຫາກມີກໍຢ່າລືມທີ່ຈະດາວໂຫລດມາຕິດຕັ້ງ
ນອກຈາກກາຣ໌ດສະແດງຜົນ ຕົວອອບຕິຄອນໄດລຢ່າງ CD, DVD ຫລືແມ່ນແຕ່ CD Writer, DVD Writer ເອງກໍມັກພົບບັນຫາຫລາຍເທື່ອ ໂດຍສະເພາະເລື່ອງການບໍ່ສະໜັບສະໜູນແຜ່ນທີ່ອ່ານແລະຂຽນ ບາງເທື່ອເຮົານຳແຜ່ນ CD ໃສ່ເຂົ້າໄປ ຕົວຢ່າງເຊັ່ນ ໄດລຕົວເກັ່ງກັບບໍ່ຍອມອ່ານແຜ່ນ ຄຳແນະນຳຄືໃຫ້ລອງທຳຄວາມສະອາດຫົວອ່ານດ້ວຍການຫາຊື້ຊຸດທຳຄວາມສະອາດຫົວອ່ານມາລອງເບິ່ງກ່ອນ ຫາກຍັງບໍ່ສຳເລັດ ຫລືຈະເປັນ DVD Writer ທີ່ຫາກໍ່ຊື້ມາກັບບໍ່ສາມາດຂຽນຂໍ້ມູນລົງເທິງແຜ່ນ DVD ເປົ່າບາງຍີ່ຫໍ້ໄດ້ ຄຳແນະນຳຄືໃຫ້ລອງທຳການອັບເດດ ເຟິມແວຂອງຕົວໄດລເສຍກ່ອນ
ອີກໜຶ່ງບັນຫາທີ່ພົບເລື້ອຍ  ໆ ແຕ່ກັບບໍ່ຄ່ອຍມີໃຜຮູ້ວິທີແກ້ໄຂ ຄືເລື່ອງຂອງຖ່າຍເມນບອດເສື່ອມ ວິທີສັງເກດຄື ເມື່ອໃດທີ່ທ່ານເປີດຄອມພິວເຕີຂຶ້ນມາ ແລ້ວໂມງບອກເວລາໃນ Windows ນັ້ນບໍ່ກົງກັບຄວາມເປັນຈິງ ຫລືຜິດພ້ຽນໄປຫລາຍ ເຊັ່ນ ເປີດໃຊ້ງານແຕ່ວັນທີກັບແຈ້ງມື້ເວລາເປັນຂອງເດືອນທີ່ແລ້ວ ຫລືອາທິດກ່ອນ ສັນນິດຖານໄວ້ກ່ອນເລີຍວ່າຕົວແບດເຕີລີ່ຂອງເມນບອດໜ້າຈະເລີ່ມເສື່ອມແລ້ວ ທາງອອກກໍພຽງແຕ່ຊື້ຖ່ານມາປ່ຽນ
ປະການທີ່ 9 ບັນຫາຮ້ອນພາຍໃນຕົວເຄສ
ເນື່ອງຈາກອຸປະກອນຕ່າງ ໆ ທີ່ປະກອບຂຶ້ນເປັນຄອມພິວເຕີຈັກໜຶ່ງເຄື່ອງນັ້ນ ຕ່າງເປັນອຸປະກອນອິເລັກໂທຣນິກສ໌ ຊຶ່ງອຸປະກອນເຫລົ່ານີ້ເອງຕ່າງກໍມີຄວາມຮ້ອນຈາກການເຮັດວຽກ ເພາະສະນັ້ນເພື່ອໃຫ້ຄອມພິວເຕີຂອງເຮົາມີສະຖຽນລະພາບໃນການເຮັດວຽກທີ່ດີ ເຮົາເອງກໍຄວນເອົາໃຈໃສ່ກັບເລື່ອງຂອງການລະບາຍຄວາມຮ້ອນພາຍໃນຕົວເຄດດ້ວຍ
ຢ່າງທຳອິດຄືການເລືອກຊື້ເຄດ ຄວນເລືອກຊື້ເຄດທີ່ເບິ່ງແລ້ວວ່າເມື່ອທຳການຕິດຕັ້ງອຸປະກອນຕ່າງ ໆ ລົງໄປ ຈະຍັງມີຊ່ອງວ່າງສຳລັບໃຫ້ອາກາດບັນເທົາຄວາມຮ້ອນອອກຈາກຕົວເຄດເປັນຢ່າງດີ ການເປີດທາງໃຫ້ອາກາດນຳຄວາມຮ້ອນອອກຈາກລະບົບກໍມີສ່ວນສຳຄັນ ສາຍໄຟແລະສາຍແພຕ່າງ ໆ ທີ່ລະເກະລະກະພາຍໃນນັ້ນ ຄວນຈັບມັດໃຫ້ເປັນລະບຽບຮຽບຮ້ອຍ ເພື່ອບໍ່ໃຫ້ມາຂວາງທາງລະບາຍອາກາດພາຍໃນຕົວເຄື່ອງ ແລະທີ່ສຳຄັນຕ້ອງໃຫ້ໝັ້ນໃຈວ່າ ເຄດຂອງເຮົານັ້ນມີຊ່ອງສຳລັບຮັບອາກາດຈາກພາຍນອກ ແລະມີຊ່ອງສຳລັບລະບາຍອາກາດຈາກພາຍໃນດ້ວຍ ການຕິດຕັ້ງພັດລົມລະບາຍອາກາດຂ້າງຫລັງຂອງຕົວເຄດເພື່ອຊ່ວຍຫລຸດພາລະການເຮັດວຽກຂອງພັດລົມ Power Supply ນັ້ນກໍມີຄວາມຈຳເປັນບໍ່ຫນ້ອຍເລີຍ

ອີກໜຶ່ງຄຳແນະນຳສຳລັບການຊ່ວຍໃຫ້ການລະບາຍຄວາມຮ້ອນພາຍໃນຕົວເຄດມີປະສິດທິພາບທີ່ດີຄື ໝັ່ນແກະຝາເຄດອອກ ເພື່ອທຳການປັດຝຸ່ນ ແລະເປົ່າລົມເພື່ອໃຫ້ຝຸ່ນທີ່ເກາະຢູ່ຕາມສ່ວນຕ່າງ ໆ ຂອງອຸປະກອນພາຍໃນຕົວເຄດນັ້ນຫລຸດອອກໄປ ບໍ່ວ່າຈະເປັນທີ່ພັດລົມລະບາຍອາກາດ ທີ່ຕົວເມນບອດ ຝຸ່ນທີ່ເກາະຢູ່ຕາມກາຣ໌ດຕ່າງ ໆ ຕາມຮາດດິດກ໌ເອງກໍບໍ່ຄວນລະເລີຍ ເພາະຈະເຮັດໃຫ້ການລະບາຍຄວາມຮ້ອນຂອງຕົວຮາດດິດກ໌ເອງມີບັນຫາ ແລະເຮັດໃຫ້ອາຍຸການໃຊ້ງານຂອງຮາດດິດກ໌ຫົດສັ້ນລົງ ລວມເຖິງອາດເປັນສາເຫດໜຶ່ງຂອງບັນຫາຮາດດິດກ໌ເກີດ bad sector ກໍເປັນໄປໄດ້

ປະການທີ່ 10 ອິນເທີລ໌ເນັດຍຸກເຕົ່າຄານ ແລະບັນຫາເນັດເ]ວິລ໌ກຊວນເຈັບຫົວ
ຫລາຍຄົນອອກອາການເຊັງ ເມື່ອຄວາມໄວໃນການຫລິ້ນອິນເທີລ໌ເນັດນັ້ນ ບໍ່ຄ່ອຍທັນໃຈຄົນລຸ້ນໃໝ່ໄວໄອທີ ທັງ ໆ ທີ່ຫລາຍຄົນລົງທຶນປ່ຽນຈາກເດີມເຄີຍໃຊ້ Modem Dial-up 56k ມາເປັນ Hi-Speed Internet ແລ້ວ ທັງນີ້ສາເຫດໜຶ່ງກໍເປັນເພາະຈຳນວນຜູ້ໃຊ້ງານອິນເທີລ໌ເນັດເພີ່ມຂຶ້ນຫລາຍເທົ່າຕົວ ໃນຊ່ວງ 4-5 ປີທີ່ຜ່ານມານີ້ ເຮັດໃຫ້ຜູ້ໃຫ້ບໍລິການຫລາຍ ໆ ເຈົ້າ ປັບປ່ຽນແບນດ໌ວິດທ໌ກັນບໍ່ທັນຕໍ່ຈຳນວນຜູ້ໃຊ້ ອີກສິ່ງໜຶ່ງຄືໃຫ້ລອງສຳຫລວດເຖິງຊ່ວງເວລາການໃຊ້ງານຂອງທ່ານດ້ວຍ ອິນເທີລ໌ເນັດກໍປຽບເຫມືອນການຈະລາຈອນໃນຖະໜົນຫົນທາງນັ້ນແຫລະ ມັນມີຊ່ວງເວລາເລັ່ງດ່ວນຢູ່ຄືກັນ ນັ້ນກໍຄືຊ່ວງເວລາ 17.00-24.00 ຊຶ່ງຖືເປັນຊ່ວງເວລາທີ່ມີການໃຊ້ງານອິນເທີລ໌ເນັດກັນຫລາຍທີ່ສຸດ ຫາກທ່ານຕ້ອງການດາວໂຫລດໄຟລ໌ຫຍັງ ຂໍແນະນຳໃຫ້ດາວໂຫລດຖິ້ມໄວ້ໃນຊ່ວງເວລາທີ່ນອກເໜືອຈາກເວລາດັ່ງກ່າວ ນອກຈາກຄວາມໄວໃນການດາວໂຫລດຈະສູງກວ່າປົກກະຕິໃນຊ່ວງເວລານັ້ນແລ້ວ ໂອກາດທີ່ການເຊື່ອມຕໍ່ຈະຖືກຕັດນັ້ນກໍມີໜ້ອຍກວ່າດ້ວຍ
ອີກສິ່ງໜຶ່ງຄືເລື່ອງຂອງສາຍໂທລະສັບທີ່ໃຊ້ ລອງກວດສອບເບິ່ງວ່າມີສັນຍານລົບກວນຫລາຍຫລືບໍ່? ທົດສອບໄດ້ງ່າຍ ໆ ດ້ວຍການນຳໂທລະສັບພື້ນຖານມາຕໍ່ເຂົ້າກັບສາຍໂທລະສັບທີ່ເຮົາໃຊ້ໃນການຕໍ່ອິນເທີລ໌ເນັດ ແລະລອງຍົກຫູໂທອອກເບິ່ງ ຫາກມີສຽງຊ່າເຂົ້າມາເປັນໄລຍະ ໆ ຫລືມີສຽງແຊກລະຫວ່າງການສົນທະນານັ້ນ ສະແດງວ່າສາຍໂທລະສັບເສັ້ນນັ້ນມີສັນຍານລົບກວນຢູ່ ທາງແກ້ອາດຕ້ອງພຶ່ງເຈົ້າຫນ້າທີ່ຂອງຜູ້ໃຫ້ບໍລິການໂທລະສັບ ໃຫ້ພວກເຂົາມາກວດສອບການເດີນສາຍພາຍໃນທີ່ພັກຂອງເຮົາວ່າມີສ່ວນໃດຊ່ວງໃດທີ່ຊຳລຸດເສຍຫາຍຫລືບໍ່ ການເຮັດໃຫ້ສາຍໂທລະສັບມີສະພາບທີ່ດີຢູ່ຕະຫລອດເວລາ ກໍຈະຊ່ວຍໃຫ້ການທ່ອງເຂົ້າໄປຍັງໂລກອິນເທີລ໌ເນັດຂອງທ່ານນັ້ນສະດວກ ແລະວ່ອງໄວໄດ້ຄືກັນ
ສຳລັບການແຊລ໌ອິນເທີລ໌ເນັດນັ້ນ ເຮັດໄດ້ກັນຢູ່ຫລາຍວິທີ ບໍ່ວ່າຈະໃຊ້ສາຍ Cross ຕໍ່ LAN ຫລືຈະເຮັດ Wireless LAN ເອງກໍບໍ່ແມ່ນເລື່ອງຍາກຫຍັງ ເພາະເມື່ອທ່ານຊື້ອຸປະກອນສຳລັບການແຊລ໌ອິນເທີລ໌ເນັດເຫລົ່ານີ້ມາ ພວກເຂົາກໍຈະມີຕົວຄູ່ມືສຳລັບການຕິດຕັ້ງອຸປະກອນແລະເຊດອັບໃຫ້ຢູ່ແລ້ວ ສຳລັບການແຊລ໌ໄຟລ໌ນັ້ນໃນລະບົບປະຕິບັດການຢ່າງວິນໂດ້ ເອັກຊ໌ພີ ເອງກໍມີຕົວຊ່ວຍໃນການເຊດອັບການແຊລ໌ເນັດເວິລ໌ກກັນຢູ່ແລ້ວ ພຽງແຕ່ທ່ານເລືອກໄດລຫລືໂຟນເດີທີ່ຕ້ອງການຈະແຊລ໌ ແລ້ວຄິກຂວາເລືອກ Sharing and Security ແລະເຮັດຕາມຂັ້ນຕອນທີ່ວິນໂດ້ບອກໄປເລື້ອຍ ໆ ເທົ່ານັ້ນເອງ

ການແຊລ໌ໄຟລ໌ເທິງ Windows XP ນັ້ນເປັນເລື່ອງງ່າຍ ໆ ເພາະມີຕົວຊ່ວຍບອກເປັນຂັ້ນເປັນຕອນຢູ່ແລ້ວ
ບັນຫາໜຶ່ງທີ່ພົບກັນຫລາຍໃນການແຊລ໌ໄຟລ໌ຫລືການແຊລ໌ອິນເທີລ໌ເນັດ ຄືການທີ່ເຄື່ອງໃນວົງເນັດເວິລ໌ກນັ້ນບໍ່ສາມາດເບິ່ງເຫັນໄຟລ໌ຂອງອີກເຄື່ອງໜຶ່ງໄດ້ ລວມເຖິງການທີ່ເມື່ອທຳການແຊລ໌ອິນເທີລ໌ເນັດແລ້ວຂຶ້ນຄຳວ່າ Connection has limited or no connectivity ໃນບັນຫາຂອງການທີ່ເຮົາບໍ່ສາມາດເບິ່ງເຫັນເຄື່ອງອື່ນໃນວົງເນັດເວິລ໌ກນັ້ນໄດ້ ອັນດັບຕົ້ນໆໃຫ້ກວດສອບຊື່ຂອງ Workgroup ວ່າຖືກຕ້ອງຫລືບໍ່? ລວມເຖິງການກວດສອບສິດຂອງການເຂົ້າເຖິງຂໍ້ມູນໃນເຄື່ອງນັ້ນ ໆ ດ້ວຍວ່າມີການຕັ້ງສິດໄວ້ຢ່າງໃດ
ສຳລັບບັນຫາ Connection has limited or no connectivity ນັ້ນພົບໄດ້ເລື້ອຍກັບລະບົບເນັດເວິລ໌ກຂະໜາດໃຫຍ່
ສາເຫດໃຫຍ່ສາເຫດໜຶ່ງຄືບາງເທື່ອມີການເຂົ້າໃຊ້ງານໃນເຄື່ອຂ່າຍພ້ອມ ໆ ກັນຈຳນວນຫລາຍ ເຮັດໃຫ້ຕົວ DHCP Server ນັ້ນບໍ່ສາມາດຈ່າຍໝາຍເລກໄອພີໄດ້ຢ່າງພຽງພໍ ເຮັດໃຫ້ເກີດບັນຫານີ້ຂຶ້ນ ລວມເຖິງບັນຫາເກີດບັນຫາໝາຍເລກໄອພີຄ້າງ ຄືໄດ້ມີເຄື່ອງທຳການເຊື່ອມຕໍ່ແລະຖອນການເຊື່ອມຕໍ່ອອກໄປແລ້ວ ແຕ່ເຊິບເວີລ໌ກັບບໍ່ດຶງໝາຍເລກໄອພີກັບມາ ໂດຍຍັງຄົງຄ້າງໝາຍເລກໄອພີນັ້ນຢູ່ ເຮັດໃຫ້ບໍ່ສາມາດຈ່າຍໝາຍເລກໄອພີໃຫ້ກັບເຄື່ອງທີ່ມາຕໍ່ໃໝ່ໄດ້ ທາງແກ້ທີ່ດີທີ່ສຸດຄືການລີສະຕາດຕົວ Server ຫລື Router  ເພື່ອໃຫ້ມີການລີເຊດໝາຍເລກໄອພີ ກໍຈະເຮັດໃຫ້ຕົວເຊິບເວີລ໌ສາມາດຈ່າຍເລກໄອພີໄດ້ກົງຄວາມຈຳນວນເຄື່ອງທີ່ເຂົ້າມາເຊື່ອມຕໍ່ພາຍໃນເນັດເວິລ໌ກໄດ້ອີກຄັ້ງ


Credit by ITharem.com

 
< Prev
__________________________________________________________________________________
___________________________ຕະຫລາດ ລາວຊ້າ / Laozaa E-market___________________________

Christine Mcguire

Annie Burks

Louise Dillard

Boyd Mccarthy

Jonathan Patton

John Kane

Therese Good

Shannon Jefferson

__________________________ຕາລາງຫນັງສາຍໃນ ITECC___________________________

Punlao | laoupload.com | au8ust.org| pnomsin