|
|
|||||||||||||||||||
| Lession 8: ການສ້າງ pattern ໄວ້ໃຊ້ງານເອງ |
|
|
|
| Written by Defago | |
|
ເຖິງຈະຫຍຸ້ງກັບວຽກງານ ແຕ່ກະຍັງພະຍາຍາມຫາໂອກາດມາໂພສບົດຄວາມໃຫ້ພີ່ນ້ອງໃນເວັບເຮົາອ່ານ ກໍ່ເພາະຄວາມໜ້າຮັກ ແລະ ສົດໃສຫັ່ນລະ ![]() ເອົາໆ ເລີ່ມໆ. ທຳອິດເປິດ Photoshop ກ່ອນ, ລະອຽດໂພດບໍ່ນິ ![]() 1. ສ້າງໄຟລ໌ຂະນາດ 3x3 pixel 2. ໃຊ້ pencil ຈ້ຳໆຕາມຮູບເລີຍ (ຮູບນີ້ zoom 3200% ເດີ້)
3. ເຂົ້າເມນູ Edit > Define Pattern ຈະເຫັນໜ້າຕ່າງອອກມາແບບນີ້, ກົດ save ເລີຍ.![]() 4. ເທົ່ານີ້ກໍ່ຮຽບຮ້ອຍສຳລັບການສ້າງ. ບາດນີ້ໄປເປິດໃຊ້ pattern ໃສ່ຮູບກັນເລີຍ. ໃຫ້ສ້າງໄຟລ໌ຂະໜາດເທົ່າໃດກະໄດ້ new layer ແລ້ວເທສີລົງໄປ. ![]() 5. ຄລິກຂວາໃສ່ layer ຢູ່ໜ້າຕ່າງ layer ເຂົ້າ blending options. 6. ທ່ານຈະເຫັນບ່ອນ pattern ໃຫ້ໝາຍຖືກໃສ່ ແລ້ວເລືອກເອົາ pattern ທີ່ຢາກໃຊ້. ![]() 7. ຈະໄດ້ຮູບແບບນີ້ລະ. ![]() ຊ້ຳທ້າຍທ່ານອາດສ້າງຮູບມາແບບນີ້ເຮັດ pattern ກໍ່ໄດ້. ![]() ຈະໄດ້ອອກມາແບບນີ້ ![]() ໝົດລະເທົ່ານີ້ກະຫວັງວ່າຈະພໍມີຄວາມຮູ້ພື້ນຖານໃນການສ້າງ pattern ໄປນຳໃຊ້ເອງແລ້ວເນາະ. ໃຫ້ລອງສຶກສາທຳຄວາມເຂົ້າໃຈ ກັບການ loop ຂອງຮູບທີ່ມາເຮັດເປັນ pattern, ເພາະຖ້າເຂົ້າໃຈວ່າຮູບມັນ loop ກັນແນວໃດແລ້ວ ການເຮັດ pattern ມັນກໍ່ ບໍ່ມີຫຍັງຍາກ. ດຽວຈະສອນເຮັດ pattern ແບບ nano suit ໃນ crysis ![]() -------- Defago |
| < Prev | Next > |
|---|
___________________________ຕະຫລາດ ລາວຊ້າ / Laozaa E-market___________________________
![]() Christine Mcguire | ![]() Annie Burks | ![]() Louise Dillard | ![]() Boyd Mccarthy |
![]() Jonathan Patton | ![]() John Kane | ![]() Therese Good | ![]() Shannon Jefferson |
__________________________ຕາລາງຫນັງສາຍໃນ ITECC___________________________






3. ເຂົ້າເມນູ Edit > Define Pattern ຈະເຫັນໜ້າຕ່າງອອກມາແບບນີ້, ກົດ save ເລີຍ.














|
|
|