|
|
|||||||||||||||||||
| Lession 6: ການເຮັດ Vista Aero ແບບງ່າຍໆ |
|
|
|
| Written by Defago | |
|
ພໍດີມີສະມາຊິກຜູ້ໜຶ່ງຂໍໃຫ້ເຮັດບົດສອນເລື່ອງນີ້ຂຶ້ນມາ, ກໍ່ເລີຍຈັດມາໃຫ້ຕາມຄຳຮຽກຮ້ອງເລີຍ. ຫວັງວ່າຂ້າພະເຈົ້າຈະບໍ່ເຮັດໃຫ້ງົງກັນເນາະ, ເພາະໂຕຂ້າພະເຈົ້າເອງກໍ່ເປັນແຕ່ນັກສຶກສາ ທີ່ມີຄວາມຮັກໃນການແຕ້ມຮູບ ແລະ ອອກແບບຕົກແຕ່ງພາບ, ບໍ່ໄດ້ເຄີຍສອນຜູ້ໃດມາກ່ອນ, ຖ້າບໍ່ເຂົ້າໃຈຈັງໃດກໍ່ຂໍອະໄພມານະທີ່ນີ້ດ້ວຍ ທຸກໆຄຳແນະນຳທີ່ໄດ້ຮັບຈະຖືເປັນກຽດຢ່າງຍິ່ງ. ![]() 1. ຫາຮູບໃດໜຶ່ງທີ່ເຮົາຈະເຮັດເປັນ background ກ່ອນເດີ້, ໃນນີ້ຂ້າພະເຈົ້າເລືອກຮູບດັ່ງລຸ່ມນີ້
2. ຫຼັງຈາກເລືອກຮູບທີ່ຈະເອົາມາເປັນ BG ໄດ້ແລ້ວກໍ່ໃຫ້ທຳການ New ໄຟລ໌ຂະໜາດ 600x450 ມາໜຶ່ງອັນ.3. ໃຊ້ເຄື່ອງມື Rounded Rectangle Tools ແລະເລືອກໃຊ້ສີດັ່ງຮູບ. ![]() ![]() ເລືອກສີປະມານນີ້ 4.ຕັ້ງຄ່າ Opacity ຂອງ layer ຮູບທີ່ເຮົາສ້າງຂຶ້ນມາໃຫ້ເປັນ 50%. ![]() 5. ເຮົາກໍ່ຈະໄດ້ຮູບແບບນີ້ມາ. ![]() 6. ຄລິກຂວາໃສ່ Layer ດັ່ງກ່າວ ແລ້ວເລືອກ Blending Options ດັ່ງຮູບ. ![]() 7. ທຳການປັບຄ່າ ເພື່ອລົງເງົາ ແລະ ຄວາມນູນ ຕາມຮູບ. ![]() ![]() 8. ຈະໄດ້ຮູບມາແບບນີ້. ![]() 9. ເປັນອັນຮຽບຮ້ອຍສຳລັບກອບທາງຫຼັງ ສະໄຕຣ໌ Vista Aero. ບາດນີ້ເຮົາກະຍັງເຫລືອໂລໂກ້ຂອງບ່າວ Windows Vista, ໃຫ້ທຳການ open ໂລໂກ້ Windows Vista ຂຶ້ຶ້ນມາ ແລ້ວກໍ່ຕັດມັນມາວາງໄວ້ ແລະ ຍໍ້ຂະໜາດໃຫ້ໄດ້ຕາມຕ້ອງການ. ສຳລັບຜູ້ທີ່ບໍ່ມີກໍ່ເອົາໂຕທີ່ຂ້າພະເຈົ້າເອົາມາໃຫ້ໄປໃຊ້ເບິ່ງກໍ່ໄດ້, ເປັນ .PNG ເອົາໄປວ່າງເລີຍບໍ່ຕ້ອງຫຍູ້ງຍາກ. ![]() 10. ຫຼັງຈາກເອົາມາວາງແລ້ວໃຫ້ທຳການແຕ່ງສີຂອງ layer ຂອງໂລໂກ້ Windows Vista ຕາມຂັ້ນຕອນດັ່ງລຸ່ມນີ້: ຄລິກເຂົ້າ Layer > Adjustment > Shadow/Highlight ![]() ເຮົາກໍ່ຈະໄດ້ຮູບແບບນີ້. ![]() 11. ຕໍ່ມາທຳການລົງເງົາໃຫ້ໂລໂກ້ Windows Vista ຕາມຂັ້ນຕອນຄືກັນກັບການລົງເງົາໃນຂັ້ນຕອນທີ່ 6. ![]() 12. ຕໍ່ມາໃຫ້ ກົດ Ctrl + Click ໃສ່ Layer ຂອງໂລໂກ້ Windows Vista, ແລ້ວທຳການເທສີຂາວລົງໄປແລ້ວປັບຕາມຮູບ. ![]() ເຮົາຈະໄດ້ຮູບແບບນີ້. ![]() 13. ຕໍ່ມາໃຫ້ສ້າງ Layer Mask ໃນ Layer ສີຂາວທີ່ເຮົາເຮັດໃໝ່ຂຶ້ນມາດັ່ງຮູບ. ![]() ແລ້ວໃຊ້ເຄື່ອງມື select ແບບວົງມົນດັ່ງຮູບ. ![]() ຫຼັງຈາກ select ແລ້ວໃຫ້ເທສີດຳລົງໄປ ຈະໄດ້ຮູບອອກມາແປບນີ້. ![]() ທຳການແຕ່ງແຕ້ມໂດຍໃຊ້ brush tools, ທາສີດຳເພື່ອລືບສ່ວນສີຂາວອອກຈົນເປັນດັ່ງຮູບ (ອ່ານບ່ອນໝາຍເຫດເພີ່ມເຕີມ) ![]() 14. ມາຮອດຂັ້ນຕອນສຸດທ້າຍແລ້ວ ຕອນນີ້ເຮົາກໍ່ຍັງເຫຼືອແຕ່ຕົວໜັງສື Windows Vista, ໃຫ້ຄລິກໃສ່ເຄື່ອງມືພິມຕົວໜັງສືທີ່ເປັນຕົວ T ເລີຍ, ແລ້ວປັບຄ່າ fonts ຕາມນີ້ Font Calibri ຈະແມ່ນ font ມາດຕະຖານຂອງ Windows Vista ສະນັ້ນຂ້າພະເຈົ້າຂໍໃຊ້ font ນີ້ກໍ່ແລ້ວກັນເນາະ. ![]() 15. ປັບຄ່າ font ແລ້ວ ພິມຄຳວ່າ Windows Vista ເຂົ້າໄປເລີຍ, ເຊິ່ງໃນທີ່ນີ້ຂ້າພະເຈົ້າຂໍຂ້າມໄປເລີຍ ເພາະເຫັນວ່າມັນບໍ່ໜ້າຈະມີບັນຫາຫຍັງ 16. ທຳການລົງເງົາໃຫ້ຕົວໜັງສື Windows Vista ຕາມຂັ້ນຕອນທີ່ 6. ![]() 17. ເທົ່ານີ້ກໍ່ເປັນອັນຈົບແລ້ວ, ເຮົາກໍ່ໄດ້ຮູບພາບ ທີ່ເບິ່ງໆໄປເໝາະກັບການເປັນໜ້າ bootskin ຫຼື login ຂອງ Windows ອີ່ຫລີ ^^. ![]() ເທົ່ານີ້ກໍ່ເປັນອັນຈົບສຳລັບບົດຮຽນບົດນີ້ເນາະ. ຫວັງວ່າຄືຈະບໍ່ງົງຈົນເປັນແບບນີ້ໝົດທຸກຄົນຕິເບາະ ![]() ສຸດທ້າຍກະຂໍຝາກບົດຄວາມນີ້ໄວ້ນຳທຸກໆຄົນເດີ້ ຖ້າຈະເອົາໄປໂພສ໌ໄວ້ບ່ອນໃດກໍ່ຂໍໃຫ້ credit ຂ້າພະເຈົ້ານຳ, ເພາະນັ່ງຂຽນ ນັ່ງ capture ໜ້າຈໍ ກິນເວລາໄປເກືອບ 3 ຊົ່ວໂມງລະ. ຂໍຂອບໃຈ |
| < Prev | Next > |
|---|
___________________________ຕະຫລາດ ລາວຊ້າ / Laozaa E-market___________________________
![]() Christine Mcguire | ![]() Annie Burks | ![]() Louise Dillard | ![]() Boyd Mccarthy |
![]() Jonathan Patton | ![]() John Kane | ![]() Therese Good | ![]() Shannon Jefferson |
__________________________ຕາລາງຫນັງສາຍໃນ ITECC___________________________





2. ຫຼັງຈາກເລືອກຮູບທີ່ຈະເອົາມາເປັນ BG ໄດ້ແລ້ວກໍ່ໃຫ້ທຳການ New ໄຟລ໌ຂະໜາດ 600x450 ມາໜຶ່ງອັນ.





























|
|
|