|
|
|||||||||||||||||||
| Lession 5: ເຮັດສາຍຮຸ້ງຄືກັບໂລໂກ້ໜ້າຫລັກຂອງ Laozaa |
|
|
|
| Written by Defago | |
|
ທຳອິດກໍ່ເລີ່ມເຮັດຮູບມາແບບນີ້ກ່ອນເດີ້ທ່ານ ຮູບສາມລ່ຽມນັ້ນອາດຈະໃຊ້ເຄື່ອງມື Brush Tool, Custom Shape Tool ຫຼື Pen Tool ກໍ່ໄດ້ ແລ້ວແຕ່ທະນັດ. ![]() ພໍໄດ້ຮູບມາແບບນີ້ແລ້ວໃຫ້ທຳການ Duplicate Layer ໃຫ້ອອກມາອີກອັນໜຶ່ງ, ປ່ຽນສີມັນໃຫ້ເປັນສີອື່ນ ຄລິກຂວາ blending options>Color Overlay ແລ້ວເລືອກສີໃສ່. ພໍໄດ້ສີແລ້ວໃຫ້ເຮັດດັ່ງນີ້ ![]()
ເຮັດຊ້ຳໆກັນອີກຕາມຄວາມພໍໃຈ ກໍ່ຈະໄດ້ຮູບມາປະມານນີ້![]() ຮອດນີ້ເຮົາກະມາລືບສ່ວນທີ່ເກີນອອກດັ່ງນີ້ ກົດ Ctrl+Click ໃສ່ຊ່ອງຮູບຂອງ layer ສີຂຽວທີ່ເປັນຮູບທີ່ຢູ່ເທິງສຸດ (ແຕ່ Layer ຢູ່ລຸ່ມສຸດ). ຈະໄດ້ແບບນີ້: ![]() ![]() ຫຼັງຈາກນັ້ນໃຫ້ໄປທີ່ Select>Inverse Select ລະໃຫ້ເລືອກ Layer ສີສົ້ມທີ່ເຮົາຢາກລືບສ່ວນເກີນຂອງມັນອອກ. ![]() ໃຊ້ຢາງລືບ Erase Tool ລືບສ່ວນທີ່ເກີນອອກຂອງສີສົ້ມອອກ, ຫຼັງຈາກລືບແລ້ວຢ່າງຟ້າວ Deselect ເທື່ອ. ໃຫ້ຄລິກໃສ່ Layer ທີ່ຢູ່ທາງກ້ອງຕໍ່ມາ ນັ້ນກໍ່ຄື Layer ສີຟ້າ, ໃຫ້ໃຊ້ຢາງລຶບ ລຶບອອກຄືກັບທາງເທິງ ແລ້ວກໍ່ເຮັດຕໍ່ໆມາຈົນໄດ້ຮູບເປັນແບບນີ້. (ຍ້ອນຂັ້ນຕອນຂ້າງເທິງ ຈະຊ່ວຍໃຫ້ເຮົາລືບສ່ວນເກີນອອກງ່າຍຂຶ້ນ ໂດຍທີ່ບໍ່ໄປທຳລາຍສ່ວນທີ່ເຮົາບໍ່ຢາກລືບ) ![]() ເທົ່ານີ້ກໍ່ໄດ້ສາຍຮູງ ແບບໃນໜ້າຫລັກຂອງ Laozaa ມາພ້ອມໃຊ້ງານກັນແລ້ວ. |
| < Prev | Next > |
|---|
___________________________ຕະຫລາດ ລາວຊ້າ / Laozaa E-market___________________________
![]() Christine Mcguire | ![]() Annie Burks | ![]() Louise Dillard | ![]() Boyd Mccarthy |
![]() Jonathan Patton | ![]() John Kane | ![]() Therese Good | ![]() Shannon Jefferson |
__________________________ຕາລາງຫນັງສາຍໃນ ITECC___________________________






ເຮັດຊ້ຳໆກັນອີກຕາມຄວາມພໍໃຈ ກໍ່ຈະໄດ້ຮູບມາປະມານນີ້












|
|
|