|
|
|||||||||||||||||||
| Lession 2: ເຮັດຮູບ Two Tone |
|
|
|
| Written by Defago | |
|
ບົດຮຽນນີ້ແມ່ນຈະມາແນະນຳວິທີການເຮັດຮູບແບບ Two Tone ເຮັດຈັງໃດ ແນວໃດ ມາລົງມືກັນເລີຍ ການເຮັດຮູບແບບ Two Tone ນີ້ມີຫຼາຍວິທີໂດຍຈະຂຶ້ນຢູ່ກັບຮູບທີ່ຈະເອົາມາເຮັດ ວີທີທີ່ 1: 1. ເປິດ File ຮູບທາດຫຼວງ
2. ຄລິກເມນູ Image>Adjustments>Threshold3. ແລ້ວກໍ່ປັບຄ່າຕາມຄວາມພໍໃຈເລີຍ ປັບແລ້ວກໍ່ ok 4. ຈົບສຳລັບວິທີນີ້ ວິທີທີ່ 2: 1. ເປິດ File ຮູບທາດຫຼວງ ແລ້ວກົດ Ctrl+J ເພື່ອ copy layer ຫຼັງຈາກນັ້ນໃຫ້ຄລິກເອົາຮູບຕາອອກຈາກ Background Layer 2. ຄລິກເມນູ Image>Adjustments>Selective Color 3. ໃນການປັບຄ່າ Selective Color ນີ້ແມ່ນມັນຈະຂຶ້ນກັບຮູບຂອງເຮົາ ຄືໃນກໍລະນີຮູບຂອງ ຂພຈ ແມ່ນປັບດັ່ງນີ້ ໃຫ້ພະຍາຍາມປັບສີເຫຼືອງ, ແດງ ແລະ ດຳ ໃຫ້ມືດຂຶ້ນ ໂດຍການເລື່ອນແຖບ Black ໄປທາງຂວາ ກົງກັນຂ້າມສຳລັບສີຟ້າ ແລະ ຂາວ ໃຫ້ແຈ້ງຂຶ້ນ ໂດຍເລື່ອນແຖບ Black ໄປທາງຊ້າຍ ຕົວຢ່າງ ![]() 4. ໃຫ້ປັບຊ້ຳໆແບບເກົ່າໄປເລື່ອຍໆຈົນຮູບອອກມາເປັນແບບນີ້ ![]() 5. ຄລິກເມນູ Image>Adjustments>Threshold 6. ໃສ່ຄ່າ 50 7. ຄລິກເມນູ Select>Color Range ປັບຄ່າໃຫ້ສູງສຸດຢູ່ທີ່ 200 ແລ້ວຄລິກໃສ່ບ່ອນສີຂາວ ແລ້ວກໍ່ ok 8. ແລ້ວກໍ່ຈະໄດ້ຮູບແບບນີ້ ![]() 9. ກົດ Ctrl+X ເພື່ອຕັດສີຂາວອອກໄປ 10. ທໍ່ນີ້ເຮົາກໍ່ໄດ້ຮູບ Two Tone ແລ້ວ ຈະເອາໄປຕົບແຕ່ງອີ່ຫຍັງຈັງໃດກໍ່ໄດ້ ຫຼື ຖ້າຢາກປ່ຽນສີມັນທ່ານສາມາດໃຊ້ Blending Options>Color Overlay ໂດຍການຄລິກຂວາໃສ່ Layer ທາດຫຼວງໄດ້ ![]() ເນື່ອງຈາກເຫັນບົດຮຽນກ່ອນໆມັນຍາວຫຼາຍ ເລີຍພະຍາຍາມລົດຄວາມລະອຽດ ແລະ ຄຳເວົ້າລົງ ຖ້າສັບສົນບ່ອນໃດ ຂຽນມາຖາມໂລດເດີ້ 99% ຄວາມຕັ້ງໃຈ 1% ພອນສະຫວັນ |
| < Prev | Next > |
|---|
___________________________ຕະຫລາດ ລາວຊ້າ / Laozaa E-market___________________________
![]() Christine Mcguire | ![]() Annie Burks | ![]() Louise Dillard | ![]() Boyd Mccarthy |
![]() Jonathan Patton | ![]() John Kane | ![]() Therese Good | ![]() Shannon Jefferson |
__________________________ຕາລາງຫນັງສາຍໃນ ITECC___________________________




2. ຄລິກເມນູ Image>Adjustments>Threshold











|
|
|