ຕັດຕໍ່ດ້ວຍ Filter>Extract PDF Print E-mail
User Rating: / 1
PoorBest 
Written by Defago   
ສະບາຍດີ ມື້ນີ້ມີເວລາຫຼາຍເລີຍເຮັດບົດຮຽນມາຝາກທັງເຊົ້າແລະເດິກເລີຍ
ບົດນີ້ແມ່ນຈະເວົ້າເລື່ອງການຕັດຕໍ່ຮູບ ຫຼາຍຄົນຕັດຮູບນັ້ນຈະມັກໃຊ້ຈຳພວກເຄື່ອງມືໃນກຸ່ມ Magic Wand Tool ເລີຍເນາະ



ແຕ່ເຄື່ອງມືນີ້ຢາກຕໍ່ການຕັດຮູບທີ່ພື້ນຫຼັງ ແລະ ຮູບທີ່ຈະຕັດມີຄວາມໃກ້ຄຽງກັນຫຼາຍໆ ເຫດນີ້ເອງ Filter>Extract ຈຶ່ງມີບົດບາດຂຶ້ນມາ
ມາເລີ່ມກັນເລີຍ ຂັ້ນທຳອິດກະ open ຮູບທີ່ຢາກຈະຕັດແລ້ວກໍ່ຄລິກເຂົ້າ Filter>Extract ເລີຍ

ຫຼັງຈາກເຂົ້າມາແລ້ວເຮົາກໍ່ຈະມາເຈິໜ້າຈໍໂຕນີ້



ວິທີຕັດຮູບໃນໂໝດນີ້ກໍ່ງ່າຍໆ ພຽງແຕ່ໃຊ້ brush tool (B) ປັບຂະໜາດປະມານ 10 (ຂຶ້ນຢູ່ກັບຮູບທີ່ຈະຕັດ ຖ້າພື້ນຫຼັງກັບຮູບມີຄວາມໃກ້ຄຽງກັນຫຼາຍ ໃຫ້ໃຊ້ຂະໜາດນ້ອຍໆ ແຕ່ຖ້າບໍ່ກະໃຫ້ກົງກັນຂ້າມ) ລາກໄປຕາມຂອບໆຂອງບໍລິເວນທີ່ຢາກຈະຕັດ
ແລ້ວກໍ່ໃຊ້ Fill Tool (G) ເທລົງໃສ່ໃນຂອບເຂດທີ່ທາໄວ້ອ້ອມໆ ດັ່ງຮູບຕົວຢ່າງ



(ສີຂຽວແມ່ນ Brush Tool, ສີຟ້າແມ່ນ Fill Tool)

ຫຼັງຈາກນັ້ນກໍ່ກົດ preview ແລ້ວກໍ່ເບິ່ງຜົນທີ່ໄດ້ ຖ້າມັກກໍ່ ok


ເພີ່ມເຕີມ: ໃຫ້ສັງເກດວ່າຍັງມີຈຸດໃດທີ່ຍັງບໍ່ລະອຽດ, ຖ້າເປັນແນວນັ້ນໃຫ້ກົດໃຊ້ Brush Tool ແລ້ວໄປທາຂອບຈຸດທີ່ບໍ່ລະອຽດນັ້ນໃຫມ່ດ້ວຍ brush ທີ່ມີ
ຂະໜາດນ້ອຍກວ່າເກົ່າ ແລ້ວກໍ່ preview ໃຫມ່ ແປງໄປເລື່ອຍໆຈົນກວ່າຈະຖືກໃຈ ແລ້ວກໍ່ ok.

ໝາຍເຫດ: ບົດຄວາມທຸກໆບົດຄວາມທີ່ຂຽນມານັ້ນແມ່ນຂຽນຂຶ້ນດ້ວຍຂ້າພະເຈົ້າເອງທັງໝົດ ບໍ່ໄດ້ຄັດລອກມາແຕ່ໃສໝົດ
ຖ້າບໍ່ລະອຽດ ຫຼື ສັບສົນກໍ່ຂໍອະໄພນຳມານະທີ່ນີ້ດ້ວຍ ແລະ ກະລຸນາສະແດງຄຳຄິດຄຳເຫັນເພື່ອຂ້າພະເຈົ້າຈະໄດ້ນຳໄປປັບປຸງໃນບົດໜ້າໆ

ສຸດທ້າຍກໍ່ຢາກເວົ້າຄືເກົ່າເນາະ ວ່າຢາກຈະເກັ່ງຕ້ອງໝັ່ນເຝິກຝົນ 1% ພອນສະຫວັນ 99% ຄວາມຕັ້ງໃຈ
 
< Prev
__________________________________________________________________________________
___________________________ຕະຫລາດ ລາວຊ້າ / Laozaa E-market___________________________

Christine Mcguire

Annie Burks

Louise Dillard

Boyd Mccarthy

Jonathan Patton

John Kane

Therese Good

Shannon Jefferson

__________________________ຕາລາງຫນັງສາຍໃນ ITECC___________________________

Punlao | laoupload.com | au8ust.org| pnomsin