ເທັກນິກໃນການເລືອກຊື້ກາດຈໍ PDF Print E-mail
User Rating: / 0
PoorBest 
Written by coco   

VGA Card

       ກາດ໌ຈໍ ຫລືທີ່ເຮົາມັກເອີ້ນກັນວ່າ VGA card ເປັນສ່ວນປະກອບທີ່ສຳຄັນອັນຫນຶ່ງໃນຄອມພິວເຕີ້ປະຈຸບັນ ເພາະມັນມີຄວາມສາມາດໃນການສະແດງຜົນພາບສາມມິຕິ ( 3D ) ແລະການສະແດງດ້ານກຣາຟິກຕ່າງໆໃຫ້ຊັດເຈນຂື້ນ ແລະລະອຽດຂື້ນ, ເຊິ່ງຕ່າງຈາກເມື່ອກ່ອນທີ່ຖືກຫລາຍຄົນເບິ່ງຂ້າມ ເພາະພວກເຂົາພຽງແຕ່ຕ້ອງການໃຊ້ຄອມພາຍໃນຫ້ອງການ ຈຳພວກພິມບົດງານ ໆລໆ ທີຕ້ອງການພຽງໃຫ້ຄອມສາມາດອ່ານອອກຂຽນໄດ້ເທົ່ານັ້ນ. ກາດ໌ຈໍໄດ້ຖືກແບ່ງອອກເປັນ 3 ຊະນິດຄື: ແບບ PCI , AGP ແລະ PCI-Express ເຊິງປະຈຸບັນແບບລຸ່ນ PCI ແມ່ນສູນພັນໄປແລ້ວ ສ່ວນແບບ AGP ກໍ່ເຫລືອພຽງຈຳນວນຫນ້ອຍ ເພາະສ່ວນຫລາຍແມ່ນເປັນແບບ PCI-Express.

ທ່ານຈຳເປັນຕ້ອງອັບເກຣດກາດຈໍຫລືບໍ່?

      ຖ້າຄອມພິວເຕີ້ຂອງທ່ານຊ້າ, ການຊື້ກາດຈໍໃຫມ່ຈະບໍ່ຊ່ວຍໃຫ້ຄອມຂອງທ່ານໄວຂື້ນແຕ່ຢ່າງໃດ  ເພາະສິ່ງທີ່ເຮັດໃຫ້ຄອມຂອງທ່ານໄວື້ນນັ້ນແມ່ນຂື້ນກັບ CPU ແລະ Ram ເທົ່ານັ້ນ. ກາດຈໍນັ້ນມັນພຽງຊ່ວຍໃຫ້ທ່ານສາມາດຫລິ້ນເກມໃນຂະຫນາດຂອງພາບທີ່ສູງຂື້ນ ແລະລື່ນໄຫລຂື້ນ.


AGP ຫລື PCI-eX?

      ແນ່ນອນ ຫລາຍຄົນອາດຈະສົງໃສວ່າ ເປັນຫຍັງກາດແບບ AGP ຈິງນັບມື້ນັບລຸດລົງ ເຊິ່ງເຫດຜົນນັ້ນບອກໄດ້ງ່າຍໆກໍຄື ຍ້ອນປະຈຸບັນ ກາດແບບ AGP ນັ້ນຖືວ່າລ່າສະໄຫມແລ້ວ ເພາະມັນສາມາດສົ່ງຂໍ້ມູນໄດ້ພຽງແຕ່ 2,100 Mb/s ( AGP 8x ), ສ່ວນກາດແບບ PCI-Express ນັ້ນສາມາດສົ່ງຂໍ້ມູນໄດ້ໄວເຖິງ 6400 Mb/s ( PCI-E 16x )ເຮັດໃຫ້ເຮົາເຫັນໄດ້ເລີຍວ່າກາດຈໍແບບ PCI-Express ນັ້ນໄວກວ່າຈຶງເຮັດໃຫ້ເປັນທີ່ນິຍົມຫລາຍກວ່າ. ແຕ່ສຳຫລັບໃຜທີ່ມີ MB ທີ່ຍັງໃຊ້ກາດຈໍແບບ AGP ກໍຢ່າຟ້າວນ້ອຍໃຈ ເພາະຍັງມີກາດຈໍແຮງໆໃຫ້ໄດ້ໃຊ້ເພື່ອຍືດຊີວິດໄປອີກຢ່າງ GeForce 7800 ແລະ HD3850 ທີ່ຖືວ່າແຮງສຸດຂອງກາດຈໍແບບ AGP.



ATI ຫລື nVidia?

      ບໍລິດສັດຜະລິດກາດຈໍຍັກໃຫຍ່ນັ້ນ ປະຈຸບັນເຫລືອພຽງແຕ່ 2 ບໍລີດສັດແນວຫນ້າຄື nVidia ແລະ ATi. ການທີ່ຈະເລືອກຊື້ກາດຈໍຂອງ 2 ບໍລິດສັດນີ້ແມ່ນຂື້ນກັບຕົວຂອງທ່ານເອງ ເພາະວ່າກາດແຕ່ລະໂຕຈະມີຈຸດພິເສດທີ່ແຕກຕ່າງກັນໄປ ໂດຍທາງ nVidia ນັ້ນແມ່ນເນັ້ນຫນັກໃນການຫລິ້ນເກມເປັນພິເສດ ດ້ວຍຄວາມໄວແລະແຮງຂອງ GPU, ສ່ວນທາງ ATi ນັ້ນແມ່ນຈະເນັ້ນຫນັກໄປທາງການບັນເທີງຫລາຍກວ່າຫລິ້ນເກມ ( ແຕ່ຄວາມສາມາດໃນການປະມວນຜົນຂອງເກມກໍບໍ່ໄດ້ດ້ອຍໄປກວ່າ nVidia ຫລາຍ ) ເຊັ່ນ ຄວາມສາມາດໃນການສະແດງພາບລະດັບ High-Definition ທີ່ຈະຊ່ວຍໃຫ້ທ່ານເບິ່ງຫນັງໄດ້ຢ່າງລະອຽດທຸກເມັດສີ.

ການສະແດງພາບລະດັບ HD


ການສະແດງພາບແບບປົກກະຕິ


ທ່ານຕ້ອງການກາດຈໍເພື່ອຫຍັງ?

     ໃນຂະນະທີ່ທ່ານຕ້ອງການຫລືກຳລັງເລືອກຊື້ກາດຈໍຢ່, ທ່ານຄວານຄິດວ່າ ທ່ານຕ້ອງການກາດຈໍໄປເພື່ອຫຍັງ?
ການນຳໃຊ້ກາດຈໍນັ້ນມີຢູ່ 5 ຈຸດປະສົງຄື:
  • Hardcore Gaming
  • Casual Gaming
  • Video Editing
  • email & Office
  • Home Theatre PC

HardCore Gaming

       ຖ້າຫາກວ່າທ່ານຕ້ອງການໃຊ້ກາດຈໍລະດັບ HardCore Gaming ແມ່ນທ່ານຈຳເປັນຕ້ອງມີກາດຈໍລະດັບ High-End ແຮງໆທີ່ສາມາດປະມວນຜົນຂອງເກມທີ່ທ່ານຫລິ້ນໄດ້ໄວເປັນພິເສດ, ມີຄ່າ Memory Interface ຕ້ອງຫລາຍກວ່າ >128bit ແລະ ຫນ່ວຍຄວາມຈຳ Memory ຕ້ອຫລາຍກວ່າ >256Mb ຂື້ນເມືອ. ໂດຍສະເລຍແລ້ວ ບັນດາກາດຈໍລະດັບນີ້ມີລາຄາຕັ້ງແຕ່ $200-$1200 ໂດຍທ່ານສາມາດສັງເກດຈຸດພິເສດບາງອັນໄດ້ເຊັ່ນກາດທີ່ລົງທ້າຍດ້ວຍ x8xx ແລະ x9xx ຕົວຢ່າງ:

nVidia GeForce 6800, 7800, 8800..... ໂດຍຈະມີຈຸດສັງເກດຕາມລຳດັບຄວາມແຮງທີຕິດມາຂ້າງຫລັງໄປອີກເຊັ່ນ GS<GT<GTS<GTX<Ultra. ( ບາງ series ອາດຈະບໍ່ມີ )
ATi Redeon X1900, HD2900....  ໂດຍຈະມີຈຸດສັງເກດຕາມລຳດັບຄວາມແຮງທີຕິດມາຂ້າງຫລັງໄປອີກເຊັ່ນ GT<GTO<Pro<XT<XTX, ( ບາງ series ອາດຈະບໍ່ມີ )

Casual Gamer

      ຖ້າຫາກວ່າທ່ານມັກການຫລິ້ນເກມເປັນຊີວິດຈິດໃຈ ພຽງແຕ່ບໍ່ຈຳເປັນຕ້ອງຫລິ້ນທຸກໆເກມໃນລະດັບພາບສູງສຸດ, ດັ່ງນັ້ນ ທ່ານສາມາດເລືອກກາດຈໍໃນລະດັບນີ້ໄດ້ໂດຍຕ້ອງມີຄ່າ Memory Interface ຢ່າງຕ່ຳ 128bit ແລະ ຫນ່ວຍຄວາມຈຳ Memory ຢ່າງຕ່ຳ 256Mb. ທ່ານສາມາດສັງເກດຈຸດພິເສດບາງອັນໄດ້ເຊັ່ນກາດທີ່ລົງທ້າຍດ້ວຍ x6xx ຕົວຢ່າງ:

nVidia GeForce 6600, 7600, 8600... ໂດຍຈະມີຈຸດສັງເກດຕາມລຳດັບຄວາມແຮງທີຕິດມາຂ້າງຫລັງໄປອີກຄື GS < GT < GTS.
ATi Redeon X1600, X1650, HD2600... ໂດຍຈະມີຈຸດສັງເກດຕາມລຳດັບຄວາມແຮງທີຕິດມາຂ້າງຫລັງໄປອີກຄື Pro < XT.

Video Editing

       ຖ້າທ່ານເຮັດວຽກກ່ຽວກັບການສ້າງພາບ animation 3D ຫລືເຮັດວຽກກ່ຽວກັບ WorkShop-WorkStation ພວກນີ້ ທ່ານຈຳທີ່ສຸດທີ່ຈະຕ້ອງໃຊ້ກາດຈໍໍຈຳພວກ HardCore Gaming ເພື່ອທີ່ມັນຈະສາມາດຊ່ວຍໃນການ Rendering ພາບ animation ຂອງທ່ານໄດ້ໄວ, ຖ້າເຮັດວຽກໃຫ້ Studio ເພື່ອສ້າງເປັນຫນັງແຮງຕ້ອງໃຊ້ກາດລະດັບເທບຢ່າງ nVidia Quadro ຫລື ATi FireGL.

eMail & Office

      ຖ້າທ່ານໃຊ້ຄອມພິວເຕີ້ຂອງທ່ານກ່ຽວກັບພວກນີ້ບອກໄດ້ເລີຍວ່າ ການຊື້ກາດຈໍແພງໆແລະດີໆມາໃຊ້ນັ້ນແມ່ນບໍ່ໄດ້ຊ່ວຍໃຫ້ຫຍັງດີຂື້ນເລີຍ. ຖ້າຈຳເປັນແທ້ໆທ່ານສາມາດໃຊ້ກາດຈໍທີ່ຕົກລຸ້ນ ຫລື ກາດຈໍ on-board ກໍໄດ້, ເພາະການສະແດງຜົນປົກກະຕິຂອງຫນ້າຈໍ 17" ນັ້ນຕ້ອງການຫນ່ວຍຄວາມຈຳພຽງ 32MB ຫາ 64MB ທີ່ຄ່າ Memory Interface 32bit.

Home Theatre PC

     ຖ້າທ່ານເປັນຄົນມັກເບິ່ງຫນັງແບບມັກຄວາມແຈ້ງຂອງທຸກໆເມັດສີໃນຫນ້າຈໍ, ແນະນຳໃຫ້ທ່ານໃຊ້ກາດຈໍທີ່ສະຫນັບສະຫນູນລະບົບ HD TV ເຊິງປະສິດຕິພາບອາດຈະຫລຸດຈາກຈຳພວກ  casual gamer ແນ່ຫນ້ອຍຫນຶ່ງ, ແນະນຳໃຫ້ໃຊ້ກາດຈໍ nVidia FX series ຫລື ATi X series ຂຶ້ນໄປ.

ສິ່ງທີ່ຄວນຮູ້ກ່ອນຊື້ກາດຈໍ
Processor clock speed
     
    ແມ່ນຈຸດສຳຄັນຂອງກາດຈໍ ເພາະກາດຈໍຈະສົງຂໍ້ມູນໄດ້ກໍຕໍ່ເມື່ອມີການສົ່ງຂໍ້ມູນຂອງ GPU ( Graphic Unit Processor ), ດັ່ງນັ້ນ ຄວາມໄວນີ້ຈຶ່ງມີຜົນໂດຍກົງໃນເວລາທີ່ທ່ານຫລິ້ນເກມ.

Memory size

    ແມ່ນຈຸດສຳຄັນອີກອັນຫນຶ່ງຂອງກາດຈໍ ແຕ່ມັນຈະມີຜົນກໍຕໍ່ເມື່ອທ່ານປັບຂະຫນາດພາບຂອງຫນ້າຈໍທີ່ຂະຫນາດສູງຫລາຍໆ ເພາະໂດຍທົ່ວໄປແລ້ວ ຫນ່ວຍຄວາມຈຳຂະຫນາດ 256MB ແລະ 512MB ການສະແດງພາບຂະຫນາດ 1024 x 768 ຫາ 1280 x 1024 ນັ້ນສາມາດສະແດງໄດ້ຢ່າງມີປະສິດຕິພາບໃກ້ຄຽງກັນຫລາຍ ແຕ່ມັນຈະມີຜົນກໍຕໍ່ເມື່ອທ່ານປັບພາບໃຫຍ່ກວ່ານັ້ນອີກເຊັ່ນຂະຫນາດ 1600 x 1200 ເປັນຕົ້ນ.

ຈະເຫັນໄດ້ວ່າ ຂະຫນາດພາບແຮງໃຫຍ່ ການສະແດງພາບແຮງຊ້າລົງ


Memory bandwidth
   
     ສິ່ງຫນຶ່ງທີ່ສາມາດເຮັດໃຫ້ການສະແດງພາບ 3 ມິຕິຊ້າລົງກໍຄືການສົ່ງສັນຍານຂໍ້ມູນໄປຫາ GPU. ການມີ bandwidth ທີ່ສູງນັ້ນສາມາດຊ່ວຍສົ່ງຂໍ້ມູນໄດ້ກວ້າງຂື້ນໃນແຕ່ລະຮອບຂອງສັນຍານໂມງ ເຮັດໃຫ້ຂໍ້ມູນທີ່ສົ່ງໄປນັ້ນບໍ່ພຽງແຕ່ໄວ ແຕ່ຍັງສົ່ງໄປໄດ້ຫລາຍໆຂໍ້ມູນໃນຮອບຫນຶ່ງ.

    ການຄິດໄລ່ຄ່າ Memory bandwidth ນັ້ນແມ່ນແຕກຕ່າງກັນໄປຕາມລຸ້ນຂອງກາດຈໍ, ແຕ່ເຮົາສາມາດຄິດໄລ່ໄດ້ງ່າຍໆໂດຍການນຳເອົາຄ່າ effective speed ມາຫານໃຫ້ 8 ( ເພື່ອປ່ຽນຈາກ bit ເປັນ byte ) ແລ້ວມາຄູນໃຫ້ກັບຈຳນວນ Memory Interface ຕົວຢ່າງ:

nVidia GeForce 8800 GTX ມີຄ່າ Effective Memory Clock 1800(MHz) / 8 = 225 x 384-bit = 86400 Mb/sec = 86.4 Gb/sec
ATi Radeon HD 2900 XT ມີຄ່າ Effective Memory Clock 2000(MHz) / 8 = 250 x 512-bit = 128000 Mb/sec = 128 Gb/sec

Shader model

    ແມ່ນເປັນການອະນຸຍາດໃຫ້ສ້າງ effects ບາງຢ່າງເຊັ່ນ: ການສ້າງເງົາແບບຫລາຍທິດທາງ, ການສ້າງຫມອກຄວັນ ແລະ ການສ້າງການເຫນັງຕີງຕ່າງໆຂອງວັດຖຸ.

Anti-aliasing

    ເປັນການປັບໃຫ້ມີການກອງພື້ນພິວຂອງວັດຖຸໃຫ້ລະອຽດ ແລະ ນຸ້ມນວນຂື້ນກວ່າເກົາ, ຊ່ວຍປ່ຽນເມັດສີຈາກ ສີ່ລ່ຽມ ໃຫ້ກາຍເປັນເມັດ ມົນໆ ເຊິ່ງຈະສາມາດປັບໄດ້ສູງກໍຕໍ່ເມື່ອກາດຈໍນັ້ນມີຄວາມແຮງສູງ.

TV-out

    ກາດຈໍບາງອັນມີຄວາມສາມາດໃນການປ່ຽນແພ່ງສັນຍານຈາກ Digital ໃຫ້ກາຍເປັນແບບ Analog ໂດຍພ່ານທາງຊ່ອງ S-Video ໄປຫາຈໍໂທລະທັດທົ່ວໆໄປ ໃຫ້ເຮົາສາມາດເບິ່ງ ຫລື ໃຊ້ຄອມພິວເຕີ້ພ່ານທາງຈໍໂທລະທັດ.

ສົ່ງທ້າຍດ້ວຍການຈັດລຳດັບຄວາມແຮງຂອງກາດຈໍແຕ່ ໄວສຸດ ຫາ ຊ້າສຸດ:
ໄວສຸດ
      8800Ultra ( Word Fastest VGA Card )
      8800GTX
      8800GT 512MB
      8800GT 256MB

      HD2900XT 1GB
      8800GTS 640MB
      HD2900XT 512MB
      8800GTS 320MB
      7950GX2

      X1950XTX
      X1900XTX
      X1950XT
      X1900XT 512MB

      7900GTX
      X1900XT 256MB
      7900GTO
      7800GTX 512MB
      7950GT

      X1950Pro 512MB
      X1950Pro 256MB

      7900GT 512MB
      8600GTS

      X1800XT 512MB
      7900GT 256MB
      X1800XT 256MB
      X1900GT
      X1950GT

      8600GT
      X1900GT Rev2
      7800GTX 256MB
      7900GS
      7800GT

      X1800XL
      7800GS
      X1800GTO
      HD2600XT
      X1650XT

      7600GT
      HD2600Pro
      X850XT/XTPE
      X800XT/XTPE

      6800Ultra/EE
      6800GT
      6800GS

      X800XL
      X850Pro
      X800pro
      X800GTO/GTO2

      8500GT
      X1650Pro
      X1600XT

      7600GS
      HD2400XT
      X800

      6800
      X800GT
      7300GT
      X1300XT
      X1600Pro

      8400GS
      6800XT/LE
      6600GT

      HD2400Pro
      X700Pro
      9800XT

      5950Ultra
      9800Pro
      5900Ultra
      9700Pro
      5800Ultra
      9800
      9800SE 256bit

      S3 Chrome S27
      X700
      9700

      5900
      5800

      X1300Pro
      6600
      5900XT

      X600XT
      TI4800
      TI4600

      9600XT
      TI4800SE
      X1550
      X1300

      5700Ultra
      9500Pro
      9800SE 128bit
      X600
      9600Pro

      TI4400
      9500
      6600LE
      X1300SE
      5700
      7300GS

      9600
      7100GS
      6200
      TI4200

      X550
      5600
      5600XT

      9550
      9600SE

      7300LE
      5500

      X1050
      X300

      7300SE
      9550SE
      9200Pro
      9000Pro

      Matrox Parhelia
      8500Pro
      GeForce3 TI500
      8500
      8500LE

      5200Ultra
      9200
      9250

      GeForce4 MX460
      5200
      9000
      9200SE

      GeForce3
      GeForce3 TI200
      GeForce4 MX 440

      7500
      GeForce2 Ultra
      GeForce2 GTS
      GeForce4 MX 420

      Radeon (later renamed Radeon 7200)
      GeForce 256 DDR
      Voodoo5 5500
      GeForce2 MX 400
      GeForce 256

      Savage 2000
      GeForce2 MX
      Radeon VE (later renamed Radeon 7000)
      Voodoo4 4500
      Matrox G400
      TNT2
      Rage128 Pro
      Voodoo3
      TNT
      Rage128
      Savage 4
      Matrox G200
      Riva128
      Intel i740
      Rage3D Pro
      Voodoo Banshee
      Voodoo2
      Riva
      Rage3D
      VooDoo1
ຊ້າສຸດ

ແຖມຟຣີລາຍລະອຽດຂອງກາດຈໍທຸກລຸ້ນຈາກຄ້າຍ nVidia.
Code:
http://www.techarp.com/article/Desktop_GPU_Comparison/nvidia_4_big.png

ແຖມຟຣີລາຍລະອຽດຂອງກາດຈໍທຸກລຸ້ນຈາກຄ້າຍ ATi.
Code:
http://www.techarp.com/article/Desktop_GPU_Comparison/ati_4_big.png

ໂກໂກ້ - Co2 - GH Team.
06/01/2008
 
< Prev   Next >
__________________________________________________________________________________
___________________________ຕະຫລາດ ລາວຊ້າ / Laozaa E-market___________________________

Christine Mcguire

Annie Burks

Louise Dillard

Boyd Mccarthy

Jonathan Patton

John Kane

Therese Good

Shannon Jefferson

__________________________ຕາລາງຫນັງສາຍໃນ ITECC___________________________

Punlao | laoupload.com | au8ust.org| pnomsin