Call of Duty 4 - Modern Warfare ຄວາມຕື່ນເຕັ້ນ ແລະ ຕື້ນຕັນ ທີ່ຈະມາກະຊາກໃຈ ແລະ ຈັບໃຈທ່ານຕະຫຼອດການ
Title: Call of Duty 4: Modern Warfare Developer: Infinity Ward Publisher: Activision Genre: First-Person Shooter Platform: PC, x360, ps3 Which Platform is This Review: PC
" ສົງຄາມປ່ຽນ ຍຸດທະການປ່ຽນ ແຕ່ທະຫານຍັງຄົງຢູ່ ". ນັ້ນຄືສະໂລແກນຂອງເກມເດິນໜ້າຍິງໃນແບບບຸຄົນທີ່ໜຶ່ງເກມນີ້ ທີ່ຈະຫາເກມທະຫານໃດ ໃນປັດຈຸບັນທີ່ຈະມາແທນທີ່ຄວາມສຸດຍອດອະລັງການ ເຕັມໄປດ້ວຍຄວາມຕຶ່ນເຕັ້ນ ແລະ ຕື້ນຕັນໄປຕະຫຼອດທັງເກມໄດ້ດີກວ່ານີ້ບໍ່ໄດ້ອີກແລ້ວ. ການກັບມາຄັ້ງນີ້ຂອງ Call of Duty ໃນພາກທີ່ 4 - Modern Warfare, ຈະນຳສະເໜີການນຳສະເໜີເນື້ອເລື່ອງ ຈາກແບບທີ່ເຮົາຄຸ້ນເຄີຍກັນດີ ໃນເກມບຸກຄົນທີ່ໜຶ່ງທົ່ວໄປເຊິ່ງ ຜູ້ຫຼິ້ນຈະເປັນພຽງຕົວລະຄອນຕົວດຽວ ມາເປັນການນຳສະເໜີແບບໜັງທີ່ຜູ້ຫຼິ້ນຈະໄດ້ສຳຜັດແງ່ມຸມທີ່ກວ້າງຂຶ້ນ, ເຊິ່ງຜູ້ຫຼິ້ນ ຈະໄດ້ສວມບົດຕັ້ງແຕ່ Paul Jackson, ສະມາຊິກແຫ່ງ United States Marine Corps 1st Force Recon ແລະ "Soap" MacTavish, ສະມາຊິກແຫ່ງ British 22nd SAS Regiment. ນອກນັ້ນເກມຍັງມີການສະເໜີເລື່ອງແບບ cameo-style ຫຼືເວົ້າງ່າຍໆ ວ່າ ແບບຕົວປະກອບ ທີ່ຜູ້ຫຼິ້ນຈະໄດ້ຫຼິ້ນລະຫວ່າງເກມ ເຊັ່ນ: ຮັບບົດເປັນ ພົນປືນ AC-130 Spectre Gunship ຈົນໄປຮອດຮັບບົດເປັນ "ຮ້ອຍໂທ Price" ໜຶ່ງໃນສອງສະມາຊິກຂອງ two-man Black op sniper team ທີ່ເຂົ້າໄປຮັບພາລະກີດໃນເຂດແດນສັດຕູ. ເນື້ອເລື່ອງເຕັມໄປດ້ວຍຄວາມ ເຂັ້ມຂຸ້ນຕະຫຼອດເວລາ ມີການແຝງແງ່ຄິດໃຫ້ຜູ້ຫຼິ້ນນຳວ່າ: " ສົງຄາມມີແຕ່ການສູນເສຍ ".
 ສົງຄາມຍິ່ງໃຫຍ່ເທົ່ານີ້ພໍບໍ່ທ່ານ?
 ເອົ໋າ! ກະນ່ຳກັນເຂົ້າໄປຢ່າງຢຸດຢັ້ງ! ຄັນໜ້ອຍກວ່ານີ້ດຽວຖືກຜູ້ກຳກັບຫາວ່າ "ໜ້າບໍ່ມັນ" ແທ້ໆ.
ກຣາຟຟິກ ຫຼາຍໆເກມທີ່ເຮົາເອີ້ນກັນວ່າສົມຈິງແມ່ນອາດຈະແມ່ນຄວາມທີ່ສົມຈິງແທ້ໆ ແຕ່ຈະມີບາງເກມທີ່ນຳສະເໜີຄວາມສົມຈິງໃນຮູບແບບຂອງໂຕມັນເອງ (Gears of War, Half-Life series) ເຊິ່ງ COD4 ກໍ່ແມ່ນໜຶ່ງໃນນັ້ນ, ທີ່ມີເອກະລັກຄວາມສົມຈິງຂອງໂຕເອງ ເຊິ່ງສິ່ງຕ່າງໆນີ້ຈະຢູ່ທີ່ມຸມກ້ອງ ແລະ effect ນ້ອຍໆຕ່າງໆທີ່ຈະເປັນໂຕກະຕຸ້ນໃຫ້ເກມ COD ສົມຈິງໃນແບບສະບັບຂອງມັນເອງ. ກຣາຟຟິກໃນເກມຖືວ່າເຮົາຈະຫາເກມໃນປີນີ້ທີ່ງາມກວ່ານີ້ຫຼາຍບໍ່ມີແລ້ວ ຍົກເວັ້ນແຕ່ Crysis, ທຸກໆລາຍລະອຽດຂອງ ພາຫະນະ, ອາວຸດ, ເຄື່ອງນູ່ງ ຈົນໄປຮອດສະພາບແວດລ້ອມ ແມ່ນມີຄວາມລະອຽດ ແລະ ຄັດເກົາຢ່າງດີເລີດ ເວົ້າໄດ້ວ່າເປັນຫຍັງທີ່ຄິດກໍ່ເມື່ອຍແລ້ວ. ເລື່ອງຂອງ effect ຕັ້ງແຕ່ແສງລະເບີດ, ທິດທາງຂອງຄວັນ, ໄຟ ແລະ ລະບົບກ້ອງອິນຟາເຣດ, ຂໍຍອມຮັບວ່າເປັນເກມທີ່ສ້າງ effect ມາໄດ້ດີທີ່ສູດຂອງປີນີ້ເລີຍ.
ທຸກເວລາທີ່ທ່ານຫຼິ້ນເກມຕ່າງຖືກອ້ອມຮອບໄປດ້ວຍໝອກຄວັນຝຸ່ນ ແສງລູກປືນ ຢ່າງຫຼວງຫຼາຍ ແຕ່ບໍ່ເຖິງຂັ້ນເກີນຈິງ. ເລື່ອງຂອງມຸມກ້ອງ ແລະ ການເຄື່ອນໄຫວ ຂອງທຸກໆຕົວລະຄອນແມ່ນແນບນຽນເຫຼືອລົ້ນ ຕັ້ງແຕ່ການແລ່ນ, ສັບປ່ຽນອາວຸດ ແລະ ການສາກອາວຸດ ໄປຈົນຮອດການເຄື່ອນໄຫວຂອງສັດຕູ ແລະ ເພື່ອນມິດ. ນອກນັ້ນເກມຍັງກິນສະເປັກຕ່ຳຢ່າງໜ້າເຫຼືອເຊື່ອ, ກາດຈໍລະດັບ 7600GT ສາມາດຫຼິ້ນໄດ້ສະບາຍໆ.
 ຮັບປະກັນເລີຍວ່າສັດຕຸໃນ COD4 ຫຼາຍເກີນທ່ານຈະຄາດຝັນແນ່ນອນ.
ສຽງ ສຽງຈາກກະບອກປືນທຸກກະບອກ ແລະ ສຽງລະເບີດທີ່ເກີດຂຶ້ນ ຜູ້ຫຼິ້ນຈະໄດ້ຮັບຮູ້ຢ່າງລະອຽດ ສາມາດແຍກແຍະໄດ້ວ່າເກີດຂຶ້ນຢູ່ໃກ້ໄກປານໃດ. ສ່ວນເລື່ອງຂອງດົນຕີປະກອບນັ້ນ ໂດຍລວມແລ້ວເກມນີ້ກໍ່ບໍ່ໄດ້ມີສຽງດົນຕີປະກອບຫຼາຍເທົ່າໃດ ບົກເວັ້ນແຕ່ໃນສາກ semi-cutscenes ແລະ ໃນຊ່ວງເວລາທີ່ສຳຄັນ. ສຽງປະກອບໂດຍສ່ວນໃຫຍ່ຈະເປັນໃນສະໄຕຣ໌ແບບຜູ້ກູ້ໂລກ ຫຼື ແນວຍິ່ງໃຫຍ່ເປັນສ່ວນຫຼາຍ. ໃນເລື່ອງຂອງສຽງພາກປະກອບ ຖືວ່າເປັນສິ່ງໜຶ່ງທີ່ຈະວ່າດີກະບໍ່ໄດ້ ຮ້າຍກະບໍ່ເຊີງ ແຕ່ເຖິງແນວນັ້ນສຽງເວົ້າທີ່ເຮົາໄດ້ຍິນມັນກໍ່ຍັງໃຫ້ຄວາມຮູ້ສຶກສົມຈິງຢູ່, ສຳລັບສຽງເວົ້າທາງວິທະຍຸຖືວ່າເຮັດ ອອກມາໄດ້ຢ່າງລະອຽດດີ.
 ເບື້ອງຊ້າຍມືແມ່ນ Captain Price, ຊາຍຜູ້ທີ່ເຮົາໝັ້ນໃຈໄດ້ເລີຍວ່າ ຍ່າງນຳຫຼັງຜູ້ໃຫຍ່ໝາບໍ່ກັດ.
ລະບົບການຫຼິ້ນ ຜູ້ຫຼິ້ນສາມາດເຂົ້າເຖິງວັດຖຸພາຫະນະ ແລະ ປືນຕ່າງໆໄດ້ຫຼາຍຢ່າງຕະຫຼອດທັງເກມ, COD4 ເປັນເກມທີ່ມີອາວຸດໃຫ້ເລືອກໃຊ້ຢ່າງຫຼວງຫຼາຍໄດ້ແກ່: assault rifles, submachine guns, light machine guns, shotguns, ແລະ sniper rifles. ໃນເກມສ່ວນໃຫຍ່ຜູ້ຫຼິ້ນຈະໄດ້ຮັບ ພາລະກີດຕ່າງໆຜ່ານທາງວິທະຍຸ ເຮັດໃຫ້ຜູ້ຫຼິ້ນບໍ່ຈຳເປັນຕ້ອງໄປຫຍຸ້ງກ່ຽວກັບ NPC ເພື່ອຮັບພາລະກິດໃຫ້ຫຍູ້ງຍາກ. ລະບົບການຄວມຄຸມແມ່ນຄ້າຍໆກັບ FPS ໂດຍທົ່ວໄປ ບໍ່ມີຫຍັງຊັບຊ້ອນເກີນປົກຕິ, ໃນບາງພາລະກິດຜູ້ຫຼິ້ນຈະສາມາດເອີ້ນກຳລັງເສີມທາງອາກາດ ມາຈຸ່ໂຈມເປົ້າໝາຍໄດ້ອີກດ້ວຍ. AI ພັນທະມິດໃນເກມຍັງສະຫຼາດ ແລະ ເກັ່ງກາດໄດ້ໃຈ, ຜູ້ຫຼິ້ນຈະບໍ່ພົບ AI ພັນທະມິດທີ່ໂງ່ໆຈ້າໆໃນ COD4 ຢ່າງແນ່ນອນ ຈົນໃນບາງຄັ້ງ ການຍ່າງຕາມຫຼັງໝູ່ເຮົາໄວ້ກໍ່ຖືເປັນແນວຄິດທີ່ໃຊ້ໄດ້ເລື່ອງເລີຍ, ສຳລັບ AI ທາງຝ່າຍໂຈນກໍ່ຖືວ່າເຮັດອອກມາໄດ້ດີເຊັ່ນກັນ. COD4 ຍັງມີລະບົບຍິງຊອດຝາ, ກຳແພງ, ລົດ ແລະອື່ນໆອີກຫຼາຍໆ ເຊິ່ງຈະເຕືອນຜູ້ຫຼິ້ນຕະຫຼອດວ່າ ບໍ່ມີບ່ອນໃດປອດໄພໃນສະໜາມຮົບ, ນອກນັ້ນເກມຍັງມີລູກຫຼິ້ນທີ່ຜູ້ຫຼິ້ນສາມາດເກັບລະເບີດທີ່ສັດຕູໂຍນມາ ໂຍນກັບໄປຄືນໄດ້ອີກ. ແມ່ນຫຍັງທີ່ເຮັດໃຫ້ COD4 ແຕກຕ່າງຈາກເກມອື່ນໆ? ເບິ່ງເຜີນໆ COD4 ກໍ່ອາດຈະຄ້າຍໆກັບເກມທະຫານເດີນໜ້າຍິງທົ່ວໆໄປ ແຕ່ໃນທີ່ຈິງແລ້ວ COD4 ຈະໃຫ້ປະສົບການ ກາານຕໍ່ສູ້ແບບ soldier vs. soldier, ການຕໍ່ສູ້ແບບປະສິດ, ການໃຊ້ບ່ອນກຳບັງ ແລະ ການແລ່ນແບບຫົວໃຈແທບຢູດເຕັ້ນ ຈາກຈຸດໜຶ່ງໄປຫາຈຸດໜຶ່ງ ເຮັດໃຫ້ COD4 ເປັນເກມທີ່ຕື້ນເຕັ້ນຈົນຫົວໃຈເກືອຍຢູດເຕັ້ນໄປເລີຍກໍ່ວ່າໄດ້.
 AI ໃນເກມຈະສະຫຼຽວສະຫຼາດ ແລະ ເປັນລະບົບລະບຽບກັນຢ່າງດີ + ເກັ່ງສຸດໆ.
ສະຫຼຸບແລ້ວ COD4 ຄືເກມທີ່ເຕັມໄປດ້ວຍຄວາມຕື່ນເຕັ້ນຢ່າງເໜືອຊັ້ນ, ຖ້າທ່ານຕ້ອງການຮູ້ສຳພັດຄວາມຮູ້ສຶກໃນການເປັນທະຫານ ແລະ ຢືນຢູ່ໃນຝູງລູກກະສຸນ, ຂໍບອກວ່ານີ້ແມ່ນເກມທີ່ຈະມາເປີດຈຸດປະສາດ ໃຫ້ທ່ານສຳພັດຄວາມຮູ້ສຶກເລົ່ານັ້ນ, ດ້ວຍຈຳນວນຂອງສັດຕູທີ່ຜູ້ຫຼິ້ນຈະໄດ້ຕໍ່ກອນນັ້ນ ເຫັນແລ້ວຈົນເຮັດໃຫ້ຢາກຂາດໃຈ, ດ້ວຍການຕໍ່ສູ້ ແລະ ຊັ້ນເຊີງທີ່ຕ້ອງໃຊ້ເພື່ອພິຊິດສັດຕູຫຼາກຫຼາຍຮູບແບບ. ນີ້ແຫລະຄືເກມທີ່ກ່ຽວກັບທະຫານລ້ວນໆ ແລະ ມັນມ່ວນຕັ້ງແຕ່ປາຍເຖິງກົດອີ່ຫລີ. ທ່ານຈະຫາເກມທີ່ເຮັດໃຫ້ຄົນທີ່ເຫງົານອນ ມາຫຼິ້ນແລ້ວເຮັດໃຫ້ຕາຊື່ນປານໄດ້ດື່ມກາເຟສຸດມັກແບບນີ້ແມ່ນບໍ່ມີແລ້ວ.
ສຸດທ້າຍ, ໃນສາກຈົບຂອງ Act 1 ພາລະກິດທີ່ຊື່ວ່າ "Shock and Awe." ຂໍບອກໄດ້ເລີຍວ່າຊື່ນັ້ນມີຄວາມໝາຍກົງກັບເນື້ອໃນພາລະກິດຈົນເຮັດ ຂ້າພະເຈົ້າ ແລະ ເຊື່ອວ່າຜູ້ຫຼິ້ນຄົນອື່ນໆທີ່ໄດ້ຫຼິ້ນ ເກີດອາການອື້ງ, ຕື້ນຕັນ ແລະ ຈະຕິດຕາໄປອີກຍາວນານ. (ຂໍບອກວ່າຂ້າພະເຈົ້າບໍ່ເຄີຍສຳຜັດຄວາມຮູ້ສຶກ ແບບນີ້ໃນເກມ FPS ໃດໆມາກ່ອນເລີຍໃນຊີວິດ)
ຂໍ້ດີ • AI ສະຫຼຽວສະຫຼາດ ໂດຍສະເພາະ AI ຝ່າຍພັນທະມິດ ສຸດເກົາກຶກ. • effect ຕະການຕາ ສຸດຈະບັນຍາຍ. • ເນື້ອເລື່ອງສຸດເຂັ້ມຂົ້ນ ແລະ ຕື່ນເຕັ້ນ ຈົນບໍ່ມີເວລາຢຸດຫາຍໃຈ. • ເກມກິນສະເປັກຕ່ຳ, ຫຼິ້ນໃນກາດລະດັບ 7600GT ໄດ້ມື່ນຢ່າງໜ້າຕົກໃຈ ເມື່ອທຽງກັບພາບທີ່ໄດ້ມາ. • ລະບົບການນຳສະເໜີເລື່ອງແບບໜັງໃຫ້ອາລົມຮາວກັບເບິ່ງໜັງແທ້ໆ ທີ່ບໍ່ເຄີຍມີໃນ FPS ເກມໃດມາກ່ອນ.
ຂໍ້ດ້ອຍ • ພາບເວລາຢູ່ໃນເຮືອນ ຫຼື ຕຶກຕ່າງໆເວລາບໍ່ມີ effect ເບິ່ງບໍ່ຄ່ອຍສົມຈິງເທົ່າທີ່ຄວນ, texture ຢາກຈືດຊືດໃນບາງບ່ອນ. • ສຽງປືນບາງຊະນິດທີ່ບໍ່ຄ່ອຍໄດ້ອາລົມປານໃດ.
 |