ທຳລາຍຕຳນານເລື່ອງ Vista Sidebar ເຮັດໃຫ້ຄອມທ່ານອືດຂຶ້ນແທ້ຫວາ? PDF Print E-mail
User Rating: / 0
PoorBest 
Written by Defago   
ມາຕ້ອນຮັບປີໃໝ່ກັນກັບບົດຄວາມທີ່ເປັນຄຳຖາມຂອງຄົນຫຼາຍໆຄົນທີ່ໃຊ້ Windows Vista™ ທີ່ວ່າ
ການເປີດ Vista Sidebar ເຮັດໃຫ້ຄອມຂອງເຮົາອືດລົງແທ້ໆບໍ? ຖ້າອືດລົງມັນລົດລົງຫຼາຍປານໃດ
ແລ້ວມີຜົນຕໍ່ການຫຼິ້ນເກມຫຼາຍໜ້ອຍປານໃດ?
ມື້ນີ້ຂ້າພະເຈົ້າມີໂອກາດ ເລີຍໄດ້ທົດສອບເລື່ອງເລົ່າຂານອັນນີ້ໃຫ້ມັນຊີ້ແຈ້ງກັນໄປເລີຍ. ເລີ່ມ!

ສະເປັກທີ່ທົດສອບ
AMD Athlon 64x2 3800+ Overclock 2.25GHz
RAM 2GB Kingston DDRII 667MHz Overclokc 749MHz
ASUS EN8600GT OCgear 256MB 540/1400
Mainboard ASUS M2N-MX
HDD Seagate Barracuda SATAII 160GB
        Western Digital IDE 80GB

ຂັ້ນທຳອີດມາທົດສອບໂດຍເປີດ Vista Sidebar ແລະ Gadgets ຕ່າງໆດັ່ງໃນຮູບນີ້ເລີຍ:
ຕໍ່ມາທຳການທົດສອບດ້ວຍ PCMark05 ແລະ Aquamark3 ເດີ້.




ບາດນີ້ທຳການປິດ Vista Sidebar ແລ້ວມາທົດສອບແບບເກົ່າອີກຮອບ.




ເມື່ອທຳການທົດສອບແລ້ວກໍ່ເວົ້າໄດ້ເລີຍວ່າ "ຈ້າກກກກ!" ມັນອືດລົງອີ່ຫລີ ແຕ່ຍັງໃຄມັນອືດລົງພຽງແຕ່ໜ້ອຍດຽວເທົ່ານັ້ນ.
ດັ່ງນັ້ນຖ້າທ່ານບໍ່ແມ່ນຄົນທີ່ຫຼິ້ນເກມໂຫດໆລະດັບ Crysis ກໍ່ບໍ່ຈຳເປັນຕ້ອງປິດ Vista sidebar ນີ້ກໍ່ໄດ້,
ແລະ ຖ້າທ່ານແມ່ນຄົນຮັກໃນການຕົບແຕ່ງ desktop ໃຫ້ຣູຣາແລ້ວກໍ່ຖືວ່າຄຸ້ມຄ່າ (ໂຕ process ຂອງ sidebar ກິນ memory ໄປປະມານ 5MB).
ເມື່ອໄປປຽບທຽບກັບທາງ Ubuntu ແລ້ວຍັງຮູ້ສຶກວ່າ Microsoft ຍັງຢາກໃຊ້ຊັບພະຍາກອນຄ້ອນຂ້າງເປືອງສຳລັບ Windows Vista™ ໃນປັດຈຸບັນ,
ເຊິ່ງຫວັງວ່າໃນອານາຄົດ Service Pack 1 ແລະ Service Pack 2 ຈະແກ້ບັນຫາຕ່າງໆໃຫ້ດີຂຶ້ນ.
ສົ່ງທ້າຍສຳລັບຄົນທີ່ຢາກ benchmark ເອົາຄະແນນສູງໆກໍ່ປິດກ່ອນຈະທົດສອບແຕ່ລະຄັ້ງເດີ້ອາວໆ.
ສຳລັບມື້ນີ້ສະບາຍດີ ບວຍໆ ເບຍໆ  Grin


Defago
 
< Prev   Next >
__________________________________________________________________________________
___________________________ຕະຫລາດ ລາວຊ້າ / Laozaa E-market___________________________

Christine Mcguire

Annie Burks

Louise Dillard

Boyd Mccarthy

Jonathan Patton

John Kane

Therese Good

Shannon Jefferson

__________________________ຕາລາງຫນັງສາຍໃນ ITECC___________________________

Punlao | laoupload.com | au8ust.org| pnomsin