|
|
|||||||||||||||||||
| ທຳລາຍຕຳນານເລື່ອງ Vista Sidebar ເຮັດໃຫ້ຄອມທ່ານອືດຂຶ້ນແທ້ຫວາ? |
|
|
|
| Written by Defago | |
|
ມາຕ້ອນຮັບປີໃໝ່ກັນກັບບົດຄວາມທີ່ເປັນຄຳຖາມຂອງຄົນຫຼາຍໆຄົນທີ່ໃຊ້ Windows Vista™ ທີ່ວ່າ ການເປີດ Vista Sidebar ເຮັດໃຫ້ຄອມຂອງເຮົາອືດລົງແທ້ໆບໍ? ຖ້າອືດລົງມັນລົດລົງຫຼາຍປານໃດ ແລ້ວມີຜົນຕໍ່ການຫຼິ້ນເກມຫຼາຍໜ້ອຍປານໃດ? ມື້ນີ້ຂ້າພະເຈົ້າມີໂອກາດ ເລີຍໄດ້ທົດສອບເລື່ອງເລົ່າຂານອັນນີ້ໃຫ້ມັນຊີ້ແຈ້ງກັນໄປເລີຍ. ເລີ່ມ! ສະເປັກທີ່ທົດສອບ AMD Athlon 64x2 3800+ Overclock 2.25GHz RAM 2GB Kingston DDRII 667MHz Overclokc 749MHz ASUS EN8600GT OCgear 256MB 540/1400 Mainboard ASUS M2N-MX HDD Seagate Barracuda SATAII 160GB Western Digital IDE 80GB ຂັ້ນທຳອີດມາທົດສອບໂດຍເປີດ Vista Sidebar ແລະ Gadgets ຕ່າງໆດັ່ງໃນຮູບນີ້ເລີຍ:
ຕໍ່ມາທຳການທົດສອບດ້ວຍ PCMark05 ແລະ Aquamark3 ເດີ້.![]() ![]() ບາດນີ້ທຳການປິດ Vista Sidebar ແລ້ວມາທົດສອບແບບເກົ່າອີກຮອບ. ![]() ![]() ເມື່ອທຳການທົດສອບແລ້ວກໍ່ເວົ້າໄດ້ເລີຍວ່າ "ຈ້າກກກກ!" ມັນອືດລົງອີ່ຫລີ ແຕ່ຍັງໃຄມັນອືດລົງພຽງແຕ່ໜ້ອຍດຽວເທົ່ານັ້ນ. ດັ່ງນັ້ນຖ້າທ່ານບໍ່ແມ່ນຄົນທີ່ຫຼິ້ນເກມໂຫດໆລະດັບ Crysis ກໍ່ບໍ່ຈຳເປັນຕ້ອງປິດ Vista sidebar ນີ້ກໍ່ໄດ້, ແລະ ຖ້າທ່ານແມ່ນຄົນຮັກໃນການຕົບແຕ່ງ desktop ໃຫ້ຣູຣາແລ້ວກໍ່ຖືວ່າຄຸ້ມຄ່າ (ໂຕ process ຂອງ sidebar ກິນ memory ໄປປະມານ 5MB). ເມື່ອໄປປຽບທຽບກັບທາງ Ubuntu ແລ້ວຍັງຮູ້ສຶກວ່າ Microsoft ຍັງຢາກໃຊ້ຊັບພະຍາກອນຄ້ອນຂ້າງເປືອງສຳລັບ Windows Vista™ ໃນປັດຈຸບັນ, ເຊິ່ງຫວັງວ່າໃນອານາຄົດ Service Pack 1 ແລະ Service Pack 2 ຈະແກ້ບັນຫາຕ່າງໆໃຫ້ດີຂຶ້ນ. ສົ່ງທ້າຍສຳລັບຄົນທີ່ຢາກ benchmark ເອົາຄະແນນສູງໆກໍ່ປິດກ່ອນຈະທົດສອບແຕ່ລະຄັ້ງເດີ້ອາວໆ. ສຳລັບມື້ນີ້ສະບາຍດີ ບວຍໆ ເບຍໆ ![]() ![]() Defago |
| < Prev | Next > |
|---|
___________________________ຕະຫລາດ ລາວຊ້າ / Laozaa E-market___________________________
![]() Christine Mcguire | ![]() Annie Burks | ![]() Louise Dillard | ![]() Boyd Mccarthy |
![]() Jonathan Patton | ![]() John Kane | ![]() Therese Good | ![]() Shannon Jefferson |
__________________________ຕາລາງຫນັງສາຍໃນ ITECC___________________________




ຕໍ່ມາທຳການທົດສອບດ້ວຍ PCMark05 ແລະ Aquamark3 ເດີ້.













|
|
|