ASUS EN8600GT OCgear PDF Print E-mail
User Rating: / 0
PoorBest 
Written by Defago   

ພໍດີໃນວັນອາທິດທີ່ຜ່ານມາແລ້ວນີ້ ຂ້າພະເຈົ້າໄດ້ມີໂອກາດໄປທ່ຽວອຸດອນ ປະເທດໄທ ນຳທ່ານບູ້ ແລະ ທ່ານໂອ້ດ. ພໍດີໄປເຫັນອ້າຍໝໍ ASUS EN8600GT OCgear ຕັ້ງຂາຍປະເຈີ້
ຢູ່ທີ່ Hardware House ສາຂາຈະເລີນສີ, ຂ້າພະເຈົ້າເລີຍບໍ່ລົມຍາວ ສວຍໂອກາດຊື້ມາລຸຍຈັກບາດ, ຊື້ມາທີ່ລາຄາ 6,350 ບາດ.

ກ່ອນອື່ນເຮົາມາເບິ່ງໜ້າຕາຂອງ ASUS EN8600GT OCgear ກັນກ່ອນ.



ອັນນີ້ແມ່ນທາງໜ້າຂອງກ່ອງ ສີຂຽວແກມເຫຼືອງຖືກໃຈຊາວ Laozaa ຫຼາຍໆ!  Kiss
ຂະໜາດຂອງກ່ອງແມ່ນມີຂະໜາດເທົ່າກັບ 8800GTS ເລີຍ.
ຢູ່ກ່ອງມີກາໂລໂກ້ບອກວ່າມີ OCgear  ພ້ອມ feature ອື່ນໆເອົາໄວ້ຢ່າງລະອຽດ ແລະ ຍັງມີກາຂຽນກາລັງຕີໄວ້ອີກວ່າ 30% Faster ມັນກໍ່ໝາຍຄວາມວ່າເຮົາສາມາດເພີ່ມຄວາມໄວຂອງກຣາຟຟິກກາດໄດ້ເຖິງ 30% ຜ່ານຕົວ OCgear.


ອັນນີ້ແມ່ນໂຕກາດຈໍ, ໂຕກາດລູ້ນນີ້ບໍ່ແຕກຕ່າງຫຍັງກັບກາດ EN8600GT ທຳມະດາທົ່ວໆໄປ ທີ່ເປັນແບບນັ້ນກໍ່ຍ້ອນໝໍ EN8600GT ເຮັດວຽກຜ່ານທາງ Interface USB, ບໍ່ໄດ້
ມີການເຊື່ອມຕໍ່ໃດໆກັບຕົວກາດຈໍແຕ່ຢ່າງໃດ. ລະບົບລະບາຍຄວາມຮ້ອນກໍ່ໃຊ້ Heat-Sink ທີ່ຈັດລຽງແຂ້ວລະບາຍຄວາມຮ້ອນເປັນວົງກົມ ມີພັດລົມຢູ່ທາງໃນ ແລະ ມີໂລໂກ້ ASUS Gaming Series
ຕິດໄວ້ກາງພັດລົມ. ຮອງຮັບ SLI, Port ເຊື່ອມຕໍ່ເປັນແບບ Dual- DVI-I ພ້ອມຊ່ອງ Video Out ທີ່ຮອງຮັບ HDTV. RAM ເປັນ RAM GDDR3 ຍີ່ຫໍ້ Qimonda ມີຄວາມຈຸ 256MB.


ຮູບນີ້ແມ່ນອຸປະກອນຂອງແຖມຕ່າງໆຄື ແຜ່ນ Driver, ແຜ່ນຄູ່ມື, ປື້ມຄູ່ມືຂອງກາດຈໍ, ປື້ມຄູ່ມື OCgear, ແຜ່ນ Driver OCgear, ສາຍແຍກສັນຍານ Video Out, ຫົວແປງ DVI
ແລະ ກະເປົາໃສ່ຊິດີຈາກ ASUS.
(ໃນຮູບຫົວບໍ່ເຫັນຫົວແປງ DVI ເດີ້, ເພາະສູບໄປແລ້ວບໍ່ໄດ້ຖອດ)  Wink


ອັນນີ້ແມ່ນຮູບໜ້າຕາຂອງ OCgear ໃນຄະນະໃຊ້ງານ, ເຊິ່ງ OCgear ຈະບໍ່ຈຳເປັນຕ້ອງຕໍ່ໄຟເພີ່ມໃດໆຈາກ PSU ຂອງເຮົາເລີຍ.
ຕົວ OCgear ມັນຈະມີລູກບິດໃຫ້ໄວ້ບິດເພຶ່ອປັບຕັ້ງແຕ່ ຄວາມໄວຂອງ GPU/Shader, ຄວາມໄວພັດລົມ ແລະ ລະດັບສຽງ
(ຂົ່ມລູກບິດລົງຈະເປັນການປ່ຽນໂໝດການປັບ ຕົວຢ່າງຈາກປັບສຽງ ຂົ່ມລົງບາດໜຶ່ງມັນຈະປ່ຽນໄປເປັນປັບ GPU)
ໜ້າຈໍຂອງ OC Gear ຈະສະແດງຄ່າຂອງລະດັບສຽງໃນປັດຈູບັນ, ແຖບຕໍ່ມາແມ່ນຄວາມໄວຂອງ GPU, ຕໍ່ມາແມ່ນອຸນະພູມ, ອັນມົນໆຢູ່ເບື້ອງຂວານັ້ນແມ່ນຄວາມໄວຂອງພັດລົມກາດຈໍ,
ສ່ວນຕົວເລກແມ່ນມັນຈະສະແດງຄ່າ FPS (Frame rate Per Second) ອອກມາໃນຄະນະທີ່ຫຼິ້ນເກມເທົ່ານັ້ນ.

ຕໍ່ໄປຈະເປັນການທົດສອບຕົວກາດເລັກໆນ້ອຍກັນ
CPU: AMD Athlon 64X2 3800+ (Overclock ເປັນ 4200+)
Memory: Kingston 1GB 667
Mainboard: ASUS M2N-MX
VGA: ASUS EN8600GT OCgear
VGA Driver: NVIDIA ForceWare v163.69
Harddisk: Seagate Barracuda 160GB SATA2 7200RPM

ຈາກການທີ່ລອງ Overclock ດ້ວຍຕົວ OCgear ເອງນັ້ນ, ເຫັນວ່າເຮົາສາມາດບິດຂຶ້ນໄດ້ສະເພາະຄວາມໄວຂອງ GPU ເທົ່ານັ້ນ ໂດຍທີ່ຄວາມໄວຂອງ Shader ກໍ່ຈະຂຶ້ນໄປນຳ
ແຕ່ບໍ່ສາມາດດືງຄວາມໄວຂອງ RAM ຂຶ້ນໄດ້ແຕ່ຢ່າງໃດ.

ຂ້າພະເຈົ້າລອງທົດສອບໂດຍການ Overclock ທີ່ 645/1400 ຈາກປົກຕິ 540/1400
ແລ້ວລອງໄປທົດສອບໃນເກມ Lost Planet, F.E.A.R, Half-Life 2 Episode 1 ແລະ Obscure 2.

Lost Planet
ລະດັບພາບ: Medium-High
ຄວາມລະອຽດ: 1024x768
DX9 ຫຼິ້ນໄດ້ລື່ນໄຫຼດີ FPS ຢຸ່ໃນລະຫວ່າງ 30-33 ໂດຍສະເລ່ຍ, ອາດມີສູງກວ່ານີ້ຍາມຢູ່ໃນຖ້ຳ ຫຼື ມູມອັບຕ່າງໆ
DX10 ທີ່ລະດັບຄວາມລະອຽດ 1152x864 ນັ້ນ, ຖ້າເປີດ AA ຈະມີອາການນ່ວງໆເກີດຂຶ້ນ ແຕ່ຖ້າປິດ AA ແມ່ນຈະຫຼິ້ນໄດ້ລື່ນໄຫຼກວ່າ DX9 ແບບຂ້າງເທິງດ້ວຍຊ້ຳໄປ.

F.E.A.R
ລະດັບພາບ: High (ແຕ່ເປີດ AA ພຽງ 2x)
ຄວາມລະອຽດ: 1024x768
ຫຼັງຈາກປັບຄ່າແລ້ວຂ້າພະເຈົ້າກໍ່ໄດ້ລອງ run ຕົວ Performance Test ຂອງເກມເບິ່ງປາກົດວ່າຜົນອອກມາເປັນແບບນີ້:
FPS:
 Minimum: 29
 Average: 52
 Maximum: 116
FPS Distribution:
 0% below 25 FPS
 32% between 25 and 40 FPS
 68% above 40 FPS

Half-Life 2 Episode One
ລະດັບພາບ: High
ຄວາມລະອຽດ: 1152x864
FPS ສະເລ່ຍຢູ່ທີ່ 50-60

Obscure 2
ຄວາມລະອຽດ: 1152x864
ເກມນີ້ບໍ່ສົມຄວນເອົາມາທົດລອງ ແຕ່ຈັງໃດກໍ່ໄດ້ຫຼິ້ນແລ້ວເລີຍເອົາມາໃຫ້ເບິ່ງກັນ
FPS ຂຶ້ນຊັດກະຈາຍຮອດ 70 ກວ່າຂຶ້ນໄປຕະຫຼອດ ໂຫໆ.

ສະຫຼຸບລວມແລ້ວ ກາດຈາກບໍລິສັດ ASUS ຕົວນີ້ຖືວ່າຄຸ້ມສົມຄວນ, ເພາະເປັນລຸ້ນທຳອິດທີ່ມີ OCgear ມາໃຫ້ລອງໃຊ້ກັນ
ຕົວກາດກໍ່ບໍ່ມີຫຍັງພິເສດຫຼາຍ, ແຕ່ມີ OCgear ເປັນຕົວລໍ້ຕາລໍ້ໃຈ ເຊິ່ງເວົ້າໄດ້ເລີຍວ່າສຸດຍອດ, ນອກຈາກຈະສະດວກໃຊ້ງ່າຍແລ້ວ ຍັງເປັນຂອງປະດັບເຄດສ໌ທີ່ສວຍສົດງົດງາມນຳ,
ຂ້າພະເຈົ້າໄດ້ໄປອ່ານຜ່ານໆມາວ່າ ຕົວ OCgear ສາມາດໃຊ້ກັບ 8800GTS, 8800GTX ແລະ 8800 Ultra ໄດ້ອີກດ້ວຍ.
ASUS EN8600GT ກໍ່ເປັນອີກກາດລະດັບ ກາງ-ສູງ ອີກລຸ້ນໜຶ່ງຈາກ ASUS ທີ່ມີປະສິດຕິພາບ, ເໝາະສຳລັບຜູ້ທີ່ມີງົບພໍປານກາງ.
ສຸດທ້າຍແລ້ວ ຖ້າທ່ານເປັນຄົນໜຶ່ງທີ່ເຫັນວ່າການ Overclock ເປັນເລື່ອງຍາກ ຂ້າພະເຈົ້າຂໍແນະນຳ ASUS EN8600GT OCgear ນີ້ເລີຍ.



Defago - ແອ
12 ຕຸລາ 2007
 
< Prev   Next >
__________________________________________________________________________________
___________________________ຕະຫລາດ ລາວຊ້າ / Laozaa E-market___________________________

Christine Mcguire

Annie Burks

Louise Dillard

Boyd Mccarthy

Jonathan Patton

John Kane

Therese Good

Shannon Jefferson

__________________________ຕາລາງຫນັງສາຍໃນ ITECC___________________________

Punlao | laoupload.com | au8ust.org| pnomsin