ວິທີກວດສອບ ແລະ ເລືອກຊື້ RAM Kingston ວ່າແທ້ຫຼືປອມ PDF Print E-mail
User Rating: / 0
PoorBest 
Written by Defago   
ວິທີກວດສອບ ແລະ ເລືອກຊື້ RAM Kingston ວ່າແທ້ຫຼືປອມ

RAM ຍີ່ຫໍ້ນີ້ຖືວ່າເປັນ RAM ທີ່ມີຄຸນະພາບ ແລະ ໄດ້ຮັບຄວາມນິຍົມຫຼາຍ (ສຳລັບພວກບໍ່ມັກ OC)
ດັ່ງນັ້ນມັນຈຶ່ງເປັນເຫດໃຫ້ມີການປອມແປງ RAM ຍີ່ຫໍ້ນີ້ອອກມາຂາຍ, ອາດດ້ວຍວິທີການເອົາ RAM ຍີ້ຫໍ້ອື່ນ
ມາແປງໂສມເປັນ Kingston ແລະ ຂາຍໃນລາຄາ Kingston.

1. ການເບິ່ງໂຕ RAM

ໃຫ້ສັງເກດເບິ່ງຈາກ PCB ເພາະ Kingston ຂອງແທ້ຈະບໍ່ມີການພິມຕົວອັກສອນໃດໆໃສ່ PCB ຢ່າງແນ່ນອນ. 2. ການກວດເບິ່ງກ່ອງ

ໃນກໍລະນີເຈົ້າຂອງຮ້ານບໍ່ອະນຸຍາດໃຫ້ແກະເບິ່ງໂຕ RAM ກະຈຳເປັນຕ້ອງໄດ້ຕັດສິນຈາກພາຍນອກ
ວິທີນີ້ບໍ່ແນ່ນອນປານໃດ ແຕ່ຢ່າງນ້ອຍມັນກະຊ່ວຍເຮົາໄດ້ວ່າ: ຂະໜາດກ່ອງຍັງລອກບໍ່ຄືແລ້ວ ທາງໃນບໍ່ຢາກຄິດ
Kingston ຂອງແທ້ຈະມີຕົວອັກສອນນູນໆອອກມາເດີ້.

3. ການກວດຈາກ Serial Number
ວິທີນີ້ບອກເລີຍວ່າແນ່ນອນ 100% ເພາະເຮົາກວດສອບຜ່ານເວັບ Kingston ເລີຍ.
ສ່ວນຫຼາຍແມ່ນຈະໄດ້ໃຊ້ຍາມຫຼັງຊື້ຫຼາຍກວ່າ, ແຕ່ສຳລັບບາງຄົນທີ່ມີໂອກາດຈົດ S/N ມາທົດສອບກ່ອນກໍ່ຖືວ່າໄດ້ປຽບ.

ວິທີນີ້ແມ່ນໃຫ້ເຂົ້າໄປຕາມນີ້ http://www.kingston.com/asia/VERIFY/default.asp
ແລ້ວທຳການພິມ S/N ທີ່ຈົດມາລົງໄປໃນຊ່ອງວ່າງ

S/N ຢູ່ບ່ອນນີ້, ລຽງກັນແນວນີ້ລະ ຈົດໄປໝົດເລີຍທັງແຖວທຳອິດ ແລະ ແຖວທີ່ສອງ. (ຈ້ຳເມັດກະເອົາເດີ້)

ຫຼັງຈາກພິມເຂົ້າໄປແລ້ວເວັບຈະມີປ່ອງໃຫ້ໃສ່ email ເພື່ອທາງບໍລິສັດຈະສົ່ງຂໍ້ມູນຢືນຢັນມາໃຫ້.
ເຮັດແລ້ວ ກໍ່ເຂົ້າໄປກວດຢູ່ email ໄດ້ເລີຍ.

ໝົດເທົ່ານີ້ແລ້ວ ສຸດທ້າຍຂໍຂອບໃຈເວັບ dookadigzaa.igetweb.com ທີ່ໃຫ້ຂໍ້ມູນ
ຫວັງວ່າສິເປັນຄວາມຮູ້ໃຫ້ແກ່ຄົນອື່ນໆເດີ້.  Smiley

------------------------------------------------------------
ປ.ລ ຂອງຂ້າພະເຈົ້າກວດແລ້ວ ເປັນຂອງແທ້, ຂອບໃຈອາວໂອ້ດ!  Cool

Defago
28.11.2007
 
< Prev
__________________________________________________________________________________
___________________________ຕະຫລາດ ລາວຊ້າ / Laozaa E-market___________________________

Christine Mcguire

Annie Burks

Louise Dillard

Boyd Mccarthy

Jonathan Patton

John Kane

Therese Good

Shannon Jefferson

__________________________ຕາລາງຫນັງສາຍໃນ ITECC___________________________

Punlao | laoupload.com | au8ust.org| pnomsin