|
|
|||||||||||||||||
| ວິທີກວດສອບ ແລະ ເລືອກຊື້ RAM Kingston ວ່າແທ້ຫຼືປອມ |
|
|
|
| Written by Defago | |
|
ວິທີກວດສອບ ແລະ ເລືອກຊື້ RAM Kingston ວ່າແທ້ຫຼືປອມ RAM ຍີ່ຫໍ້ນີ້ຖືວ່າເປັນ RAM ທີ່ມີຄຸນະພາບ ແລະ ໄດ້ຮັບຄວາມນິຍົມຫຼາຍ (ສຳລັບພວກບໍ່ມັກ OC) ດັ່ງນັ້ນມັນຈຶ່ງເປັນເຫດໃຫ້ມີການປອມແປງ RAM ຍີ່ຫໍ້ນີ້ອອກມາຂາຍ, ອາດດ້ວຍວິທີການເອົາ RAM ຍີ້ຫໍ້ອື່ນ ມາແປງໂສມເປັນ Kingston ແລະ ຂາຍໃນລາຄາ Kingston. 1. ການເບິ່ງໂຕ RAM ![]() ໃຫ້ສັງເກດເບິ່ງຈາກ PCB ເພາະ Kingston ຂອງແທ້ຈະບໍ່ມີການພິມຕົວອັກສອນໃດໆໃສ່ PCB ຢ່າງແນ່ນອນ. 2. ການກວດເບິ່ງກ່ອງ ![]() ໃນກໍລະນີເຈົ້າຂອງຮ້ານບໍ່ອະນຸຍາດໃຫ້ແກະເບິ່ງໂຕ RAM ກະຈຳເປັນຕ້ອງໄດ້ຕັດສິນຈາກພາຍນອກ ວິທີນີ້ບໍ່ແນ່ນອນປານໃດ ແຕ່ຢ່າງນ້ອຍມັນກະຊ່ວຍເຮົາໄດ້ວ່າ: ຂະໜາດກ່ອງຍັງລອກບໍ່ຄືແລ້ວ ທາງໃນບໍ່ຢາກຄິດ Kingston ຂອງແທ້ຈະມີຕົວອັກສອນນູນໆອອກມາເດີ້. 3. ການກວດຈາກ Serial Number ວິທີນີ້ບອກເລີຍວ່າແນ່ນອນ 100% ເພາະເຮົາກວດສອບຜ່ານເວັບ Kingston ເລີຍ. ສ່ວນຫຼາຍແມ່ນຈະໄດ້ໃຊ້ຍາມຫຼັງຊື້ຫຼາຍກວ່າ, ແຕ່ສຳລັບບາງຄົນທີ່ມີໂອກາດຈົດ S/N ມາທົດສອບກ່ອນກໍ່ຖືວ່າໄດ້ປຽບ. ວິທີນີ້ແມ່ນໃຫ້ເຂົ້າໄປຕາມນີ້ http://www.kingston.com/asia/VERIFY/default.asp ແລ້ວທຳການພິມ S/N ທີ່ຈົດມາລົງໄປໃນຊ່ອງວ່າງ ![]() S/N ຢູ່ບ່ອນນີ້, ລຽງກັນແນວນີ້ລະ ຈົດໄປໝົດເລີຍທັງແຖວທຳອິດ ແລະ ແຖວທີ່ສອງ. (ຈ້ຳເມັດກະເອົາເດີ້) ຫຼັງຈາກພິມເຂົ້າໄປແລ້ວເວັບຈະມີປ່ອງໃຫ້ໃສ່ email ເພື່ອທາງບໍລິສັດຈະສົ່ງຂໍ້ມູນຢືນຢັນມາໃຫ້. ເຮັດແລ້ວ ກໍ່ເຂົ້າໄປກວດຢູ່ email ໄດ້ເລີຍ. ໝົດເທົ່ານີ້ແລ້ວ ສຸດທ້າຍຂໍຂອບໃຈເວັບ dookadigzaa.igetweb.com ທີ່ໃຫ້ຂໍ້ມູນ ຫວັງວ່າສິເປັນຄວາມຮູ້ໃຫ້ແກ່ຄົນອື່ນໆເດີ້. ![]() ------------------------------------------------------------ ປ.ລ ຂອງຂ້າພະເຈົ້າກວດແລ້ວ ເປັນຂອງແທ້, ຂອບໃຈອາວໂອ້ດ! ![]() Defago 28.11.2007 |
| < Prev |
|---|
___________________________ຕະຫລາດ ລາວຊ້າ / Laozaa E-market___________________________
![]() Christine Mcguire | ![]() Annie Burks | ![]() Louise Dillard | ![]() Boyd Mccarthy |
![]() Jonathan Patton | ![]() John Kane | ![]() Therese Good | ![]() Shannon Jefferson |
__________________________ຕາລາງຫນັງສາຍໃນ ITECC___________________________

















|
|
|