Pidgin ໂປຣແກຣມ chat ສຳລັບ Linux PDF Print E-mail
User Rating: / 0
PoorBest 
Written by birdflu2007.exe   
ຫລາຍໆທ່ານນັກ chat ທັງຫລາຍທີ່ເຄີຍໃຊ້ລະບົບປະຕິດບັດການ Windows ອາດຈະຄຸ້ນເຄີຍກັບໂປຣແກມທີ່ຊື່ວ່າ MSN ຫລືວ່າ Windows Live Messenger ກັນມາຫລາຍໆຄົນແລ້ວ ມາມື້ນີ້ເຮົາມາທຳຄວາມຮູ້ຈັກກັບໂປຣແກຣມ chat ໂປຣແກຣມຫນຶ່ງຂອງ Linux ນັ້ນກໍ່ແມ່ນ pidgin ກັນດີກວ່າ ທາງເລືອກຫນຶ່ງສຳລັບຄົນຮັກ Linux  ເຊິ່ງແຕ່ກ່ອນໄດ້ໃສ່ຊື່ວ່າ Gaim
ຄວາມສາມາດ

Pidgin ເປັນໂປຣແກຣມແຊັດ IM ທີ່ຮອງຮັບໂປຣໂຕຄອນເປັນ AIM, ICQ, Jabber/XMPP, MSN, Yahoo!, Bonjour, Gadu-Gadu, IRC, QQ, SILC, SIMPLE ເຊັ່ນດຽວກັບ Google Talk  ເຊິ່ງ Pidgin ມິທັງ version ທີ່ໃຊ້ກັບ windows ແລະ Linux

ປະຫວັດ

ເລີ້ມຕົ້ນ Gaim ພັດທະນາໂດຍ Mark Spencer ເພື່ອໃຊ້ເທິງລະບົບປະຕິບັດການແບບ Unix ແຕ່ໃນປະຈຸບັນເຮັດວຽກໄດ້ໃນຫລາຍລະບົບປະຕິບັດການ ເຊັ່ນ Microsoft Windows, Linux, FreeBSD, SkyOS ຫລືວ່າຈະເປັນລະບົບປະຕິບັດການເທິງອຸປະກອນພົກພາ Qtopia ສຳລັບຜູ້ໃຊ້ Mac OS X ສາມາດໃຊ້ໂປຣແກຣມໄດ້ຜ່ານທາງໂປຣແກຣມ X11 ຂອງແອັບເປີ້ນ ແຕ່ສ່ວນຫລາຍຈະນິຍົມໃຊ້ໂປຣແກຣມ Adium ເຊິ່ງເປັນການນຳ Gaim ໄປພັດທະນາຕໍ່ດ້ວຍຊຸດເຄື່ອງມື Aqua ຂອງແມັກອິນທຣອດ

ຫນ້າຕາຂອງມັນ




ເມື່ອວັນທີ 6 ເມສາ ຄ.ສ 2007 ທີມງານ Gaim ໄດ້ປ່ຽນຊື່ໂຄງການມາເປັນ Pidgin ເພື່ອຫລ່ຽງປັນຫາດ້ານກົດຫມາຍກັບ AOL ສ່ວນ libgaim ປ່ຽນເປັນ libpurple ແລະ gaim-text ປ່ຽນເປັນ finch


ສຳລັບທ່ານໃດທີ່ສົນໃຈກໍ່ສາມາດ apt- get ໄດ້ເລີຍ ສຳລັບ Linux   
Code:
$sudo apt-get install pidgin

ສຳລັບ Windows ແມ່ນສາມາດໄປດາວໂຫລດໄດ້ທີ່
Code:
http://www.pidgin.im/download

ເຊິ່ງປະຈຸບັນນີ້ pidgin ໄດ້ອອກ Version 2.3.4 ແລ້ວ

ຂໍ້ມູນບາງສ່ວນຈາກ au8ust.org ແລະ wikipedia
 
Next >
__________________________________________________________________________________
___________________________ຕະຫລາດ ລາວຊ້າ / Laozaa E-market___________________________

Christine Mcguire

Annie Burks

Louise Dillard

Boyd Mccarthy

Jonathan Patton

John Kane

Therese Good

Shannon Jefferson

__________________________ຕາລາງຫນັງສາຍໃນ ITECC___________________________

Punlao | laoupload.com | au8ust.org| pnomsin