Wine ໂປຣແກຣມທີ່ໃຊ້ run ໂປຣແກຣມ .exe ເທິງ Linux PDF Print E-mail
User Rating: / 1
PoorBest 
Written by birdflu2007.exe   
ມື້ນີ້ຂ້າພະເຈົ້າຈະມາແນະນຳກ່ຽວກັບໂປຣແກຣມຫນຶ່ງ ທີ່ສາມາດເຮັດໃຫ້ໂປຣແກຣມທີ່ມີນາມສະກຸນເປັນ .exe (ບາງໂປຣແກຣມຂອງວິນໂດ້) ສາມາດມາແລ່ນໃນ Linux ໄດ້ ເຊິ່ງບາງທ່ານທີ່ໃຊ້ Linux ກໍຍັງຈຳເປັນທີ່ຈະໃຊ້ບາງໂປຣແກຣມຂອງວິນໂດ້ຢູ່ ນັ້ນກໍຄືໂປຣແກຣມ Wine ຟັງແຕ່ຊື່ກະເປັນຕາກິນຕາດື່ມລະເນາະ  Cheesy



Wine ເປັນໂປຣແກຣມຫນຶ່ງທີ່ສ້າງສະພາບແວດລ້ອມຈຳລອງໃຫ້ຄືກັບວິນໂດ້ ນັ້ນກະຄື ມັນເຮັດໃຫ້ສາມາດໃຊ້ program ທີ່ມີນາມສະກຸນ .exe ເຊັ່ນ ໂປຣແກຣມ photoshop ໄດ້ເປັນຕົ້ນ ແລະ ມັນຍັງສາມາດໃຊ້ program .exe ແບບ portable ໄດ້ຢ່າງບໍ່ມີປັນຫາອີກ ແຕ່ຂ້າພະເຈົ້າຂໍບອກວ່າມັນສາມາດທີ່ຈະໃຊ້ໄດ້ກັບບາງໂປຣແກຣມເທົ່ານັ້ນ (ແຕ່ສຳລັບໂປຣແກຣມແບບ portable ຄາດວ່າຫນ້າຈະໃຊ້ໄດ້ຫມົດບໍ່ວ່າຈະເປັນໂປຣແກຣມຫຍັງ )
     
ສຳລັບທ່ານໃດທີ່ຢາກຈະດາວໂຫລດມາໃຊ້ກໍ່ໄປ apt-get ເອົາໄດ້ຕາມນີ້ເລີຍ 
Code:
$sudo apt-get install wine

 
photoshop ທີ່ໃຊ້ຕິດຕັ້ງຜ່ານ wine

ແລະເຮົາກໍຍັງສາມາດເອົາເກມບາງເກມທີ່ເປັນຂອງວິນໂດ້ມາຫລິ້ນຜ່ານໂປຣແກຣມ wine ໄດ້ອີກເຊັ່ນ ເກມ Diablo 2, Warcraft III ແລະ Dota ທີ່ຂ້າພະເຈົ້າໄດ້ທົດລອງຫລິ້ນແລ້ວ ບໍ່ພົບວ່າຈະມີປັນຫາຫຍັງເລີຍ ເຊິ່ງຂ້າພະເຈົ້າໃຊ້ຫລິ້ນໃນ Linux Ubuntu 8.04 ຖ້າທ່ານຢາກຮູ້ວ່າຍັງມີເກມໃດຫລິ້ນໄດ້ແນ່ ກໍລອງຫາມາທົດເອົາເອງລອງເບິ່ງເນາະ


ນີ້ຄືເກມ Warcraft ທີ່ຫລິ້ນໃນ Linux Ubuntu 8.04


Diablo 2

ແລະມາຮອດນີ້ການແນະນຳໂປຣແກຣມ Wine ກໍຈົບພຽງເທົ່ານີ້ ມື້ຫນ້າຂ້າພະເຈົ້າຈະຫາໂປຣແກຣມດີໆ ທີ່ໃຊ້ເທິງ Linux ມາບອກກ່າວຕື່ມອີກ  Cheesy
 
< Prev   Next >
__________________________________________________________________________________
___________________________ຕະຫລາດ ລາວຊ້າ / Laozaa E-market___________________________

Christine Mcguire

Annie Burks

Louise Dillard

Boyd Mccarthy

Jonathan Patton

John Kane

Therese Good

Shannon Jefferson

__________________________ຕາລາງຫນັງສາຍໃນ ITECC___________________________

Punlao | laoupload.com | au8ust.org| pnomsin