|
|
|||||||||||||||||||
| Wine ໂປຣແກຣມທີ່ໃຊ້ run ໂປຣແກຣມ .exe ເທິງ Linux |
|
|
|
| Written by birdflu2007.exe | |
ມື້ນີ້ຂ້າພະເຈົ້າຈະມາແນະນຳກ່ຽວກັບໂປຣແກຣມຫນຶ່ງ ທີ່ສາມາດເຮັດໃຫ້ໂປຣແກຣມທີ່ມີນາມສະກຸນເປັນ .exe (ບາງໂປຣແກຣມຂອງວິນໂດ້) ສາມາດມາແລ່ນໃນ Linux ໄດ້ ເຊິ່ງບາງທ່ານທີ່ໃຊ້ Linux ກໍຍັງຈຳເປັນທີ່ຈະໃຊ້ບາງໂປຣແກຣມຂອງວິນໂດ້ຢູ່ ນັ້ນກໍຄືໂປຣແກຣມ Wine ຟັງແຕ່ຊື່ກະເປັນຕາກິນຕາດື່ມລະເນາະ ![]() ![]()
Wine ເປັນໂປຣແກຣມຫນຶ່ງທີ່ສ້າງສະພາບແວດລ້ອມຈຳລອງໃຫ້ຄືກັບວິນໂດ້ ນັ້ນກະຄື ມັນເຮັດໃຫ້ສາມາດໃຊ້ program ທີ່ມີນາມສະກຸນ .exe ເຊັ່ນ ໂປຣແກຣມ photoshop ໄດ້ເປັນຕົ້ນ ແລະ ມັນຍັງສາມາດໃຊ້ program .exe ແບບ portable ໄດ້ຢ່າງບໍ່ມີປັນຫາອີກ ແຕ່ຂ້າພະເຈົ້າຂໍບອກວ່າມັນສາມາດທີ່ຈະໃຊ້ໄດ້ກັບບາງໂປຣແກຣມເທົ່ານັ້ນ (ແຕ່ສຳລັບໂປຣແກຣມແບບ portable ຄາດວ່າຫນ້າຈະໃຊ້ໄດ້ຫມົດບໍ່ວ່າຈະເປັນໂປຣແກຣມຫຍັງ )ສຳລັບທ່ານໃດທີ່ຢາກຈະດາວໂຫລດມາໃຊ້ກໍ່ໄປ apt-get ເອົາໄດ້ຕາມນີ້ເລີຍ Code: $sudo apt-get install wine ![]() photoshop ທີ່ໃຊ້ຕິດຕັ້ງຜ່ານ wine ແລະເຮົາກໍຍັງສາມາດເອົາເກມບາງເກມທີ່ເປັນຂອງວິນໂດ້ມາຫລິ້ນຜ່ານໂປຣແກຣມ wine ໄດ້ອີກເຊັ່ນ ເກມ Diablo 2, Warcraft III ແລະ Dota ທີ່ຂ້າພະເຈົ້າໄດ້ທົດລອງຫລິ້ນແລ້ວ ບໍ່ພົບວ່າຈະມີປັນຫາຫຍັງເລີຍ ເຊິ່ງຂ້າພະເຈົ້າໃຊ້ຫລິ້ນໃນ Linux Ubuntu 8.04 ຖ້າທ່ານຢາກຮູ້ວ່າຍັງມີເກມໃດຫລິ້ນໄດ້ແນ່ ກໍລອງຫາມາທົດເອົາເອງລອງເບິ່ງເນາະ ![]() ນີ້ຄືເກມ Warcraft ທີ່ຫລິ້ນໃນ Linux Ubuntu 8.04 ![]() Diablo 2 ແລະມາຮອດນີ້ການແນະນຳໂປຣແກຣມ Wine ກໍຈົບພຽງເທົ່ານີ້ ມື້ຫນ້າຂ້າພະເຈົ້າຈະຫາໂປຣແກຣມດີໆ ທີ່ໃຊ້ເທິງ Linux ມາບອກກ່າວຕື່ມອີກ |
| < Prev | Next > |
|---|
___________________________ຕະຫລາດ ລາວຊ້າ / Laozaa E-market___________________________
![]() Christine Mcguire | ![]() Annie Burks | ![]() Louise Dillard | ![]() Boyd Mccarthy |
![]() Jonathan Patton | ![]() John Kane | ![]() Therese Good | ![]() Shannon Jefferson |
__________________________ຕາລາງຫນັງສາຍໃນ ITECC___________________________






Wine ເປັນໂປຣແກຣມຫນຶ່ງທີ່ສ້າງສະພາບແວດລ້ອມຈຳລອງໃຫ້ຄືກັບວິນໂດ້ ນັ້ນກະຄື ມັນເຮັດໃຫ້ສາມາດໃຊ້ program ທີ່ມີນາມສະກຸນ .exe ເຊັ່ນ ໂປຣແກຣມ photoshop ໄດ້ເປັນຕົ້ນ ແລະ ມັນຍັງສາມາດໃຊ້ program .exe ແບບ portable ໄດ້ຢ່າງບໍ່ມີປັນຫາອີກ ແຕ່ຂ້າພະເຈົ້າຂໍບອກວ່າມັນສາມາດທີ່ຈະໃຊ້ໄດ້ກັບບາງໂປຣແກຣມເທົ່ານັ້ນ (ແຕ່ສຳລັບໂປຣແກຣມແບບ portable ຄາດວ່າຫນ້າຈະໃຊ້ໄດ້ຫມົດບໍ່ວ່າຈະເປັນໂປຣແກຣມຫຍັງ )










|
|
|