Google Code Jam 2008 ເປີດຮັບໂປຣແກຣມເມີ້ ເຂົ້າແຂ່ງຂັນຄວາມສາມາດ PDF Print E-mail
User Rating: / 1
PoorBest 
Written by birdflu2007.exe   

ລາຍງານໄດ້ແຈ້ງວ່າ ບໍລິສັດກູເກີ້ນ ອິ້ງ ປະກາດເປີດຮັບສະຫມັກລົງທະບຽນສຳລັບການແຂ່ງຂັນ “Google Code Jam 2008” ແລ້ວ ມື້ນີ້ ໂດຍເປີດໂອກາດໃຫ້ໂປຣແກຣມເມີ້ທີ່ສົນໃຈໄດ້ນຳສະເຫນີຄວາມສາມາດດ້ານການຂຽນໂປຣແກຣມ ຄວາມຄິດສ້າງສັນ ແລະຄວາມສະຫລຽວສະຫລາດໃນການແກ້ໄຂບັນຫາຕ່າງໆ ດ້ານໂປຣແກຣມມິ້ງ ຜູ້ສົນໃຈສາມາດລົງທະບຽນໄດ້ທີ່ http://code.google.com/codejam ລາຍແຈ້ງຕໍ່ວ່າ ປີ2008 ເປັນປີທຳອິດທີ່ມີການແຂ່ງຂັນຮອບຊິງຊະນະເລີດໃນກວ່າ 10 ປະເທດ ໂດຍຜູ້ເຂົ້າແຂ່ງຂັນທີ່ຜ່ານການຄັດເລືອກ 500 ອັນດັບທຳອິດ ຈະໄດ້ເດີນທາງໄປແຂ່ງຂັນຮອບຊິງຊະນະເລີດ ທີ່ ສຳນັກງານຂອງກູເກີ້ນໃນພູມິພາກຕ່າງໆ (ໃນເອເຊຍປາຊິຟິກປະກອບໄປດ້ວຍທີ່ຊິດນີ້ ປັກກິ່ງ ບັງກະລໍ ແລະໂຕກຽວ) ໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ ທັງນັ້ນ ແລະຜູ້ເຂົ້າຮອບຊິງຊະນະເລີດທັງ 100 ຄົນຈະໄດ້ໄປແຂ່ງຂັນກັນຢູ່ສຳນັກງານໃຫຍ່ຂອງກູເກີ້ນທີ່ ເມົາເທັນວິວ ສະຫະລັດອາເມລິກາ

 ທ່ານວິກ ກັນໂດທລາ ຮອງປະທານຝ່າຍວິສະວະກຳ ບໍລິສັດ ກູເກີ້ນ ກ່າວວ່າ ການແຂ່ງຂັນ Google Code Jam ຖືເປັນໂອກາດດີສຳລັບນັກວິທະຍາສາດຄອມພິວເຕີ ທີ່ມີພອນສະຫວັນທົ່ວໂລກ ແລະ ໃນການແຂ່ງຂັນລະດັບນາໆຊາດນີ້ ກູເກີ້ນພູມໃຈທີ່ໄດ້ສະຫນັບສະຫນູນໂປຣແກຣມເມີ້ທົ່ວໂລກໃນການເຂົ້າຮ່ວມແຂ່ງຂັນແກ້ບັນຫາຄອມພິວເຕີທີ່ທ້າທາຍທີ່ສຸດໃນໂລກ ແລະກູເກີ້ນຍິນດີທີ່ມີໂອກາດຊວນຍອດໂປຣແກຣມເມີ້ລະດັບໂລກໃຫ້ມາຢ້ຽມຊົມສຳນັກງານຂອງກູເກີ້ນທົ່ວໂລກເພື່ອສະແດງປະສົບການທີ່ຫລາກຫລາຍ
ຂອງກູເກີ້ນແກ່ວິສະກອນທົ່ວໂລກ

 ທັງນີ້ໃນການແຂ່ງຂັນ Google Code Jam  ໃນປີນີ້ຈະໃຊ້ເຄື່ອງມືທີ່ພັດທະນາຂຶ້ນໂດຍທີມງານກູເກີ້ນໃນນະໂຍບາຍ 20 ເປີເຊັນ ແລະບັນດາຜູ້ຊະນະໃນລາຍການ Code Jam ຄັ້ງກ່ອນໆ (ກູເກີ້ນເປີດໂອກາດໃຫ້ພະນັກງານທຸກຄົນສາມາດໃຊ້ເວລາ 20 ເປີເຊັນໃນການເຮັດວຽກเເພື່ອພັດທະນາແລະວິໄຈໃນດ້ານໃດກໍໄດ້ທີ່ໂຕເອງສົນໃຈ) ໂດຍຜູ້ເຂົ້າຮ່ວມແຂ່ງຂັນ ຜູ້ສົນໃຈສາມາດລົງທະບຽນເພື່ອຮ່ວມແຂ່ງຂັນໃນຮອບຄັດເລືອກຈົນເຖິງວັນທີ 17 ກໍລະກົດນີ້

Source: bcoms
 
Next >
__________________________________________________________________________________
___________________________ຕະຫລາດ ລາວຊ້າ / Laozaa E-market___________________________

Christine Mcguire

Annie Burks

Louise Dillard

Boyd Mccarthy

Jonathan Patton

John Kane

Therese Good

Shannon Jefferson

__________________________ຕາລາງຫນັງສາຍໃນ ITECC___________________________

Punlao | laoupload.com | au8ust.org| pnomsin