|
"ອຸປະກອນຊ່ວຍຍ່າງ"ນະວັດຕະກຳຫລ້າສຸດຈາກຮອນດ້າ |
|
|
|
|
Written by birdflu2007.exe
|
 ໂສມຫນ້າອຸປະກອນຊ່ວຍຍ່າງ
ຮອນດ້າປະກາດຄວາມຮ່ວມມືກັບສູນການແພດໂຮງພະຍາບານໃນຍີ່ປຸ່ນ ທົດສອບການເຮັດວຽກອຸປະກອນຊ່ວຍຍ່າງ ຫລັງຈາກເລີ່ມວິໄຈຕັ້ງແຕ່ປີ 2542 ເຜີຍຂະນະນີ້ຢູ່ລະຫວ່າງການທົດສອບຄວາມພ້ອມ ທີ່ຜ່ານມາເຄີຍນຳອອກນິທັດການຕ່າງ ໆໄດ້ຮັບການຕອບຮັບເປັນຢ່າງດີ ເອຊ້ຽນຮອນດ້າ ມໍເຕີ ສຳນັກງານໃຫຍ່ຮອນດ້າໃນພູມິພາກເອເຊຍແລະໂອເຊຍເນຍ ເປີດເຜີຍວ່າ ຮອນດ້າໄດ້ປະກາດຄວາມຮ່ວມມືກັບສູນການແພດຊິນເຊໄກແຫ່ງໂຮງພະຍາບານຄາຊູມິງາເຊກິ-ມິນາມິ ເມືອງຄາວາໂກເອະ ແຂວງໄຊຕາມະ ປະເທດຍີ່ປຸ່ນ ໃນເລື່ອງການທົດສອບການເຮັດວຽກຂອງອຸປະກອນຊ່ວຍຍ່າງ ຊຶ່ງໄດ້ຮັບການຄິດຄົ້ນແລະພັດທະນາໃຫ້ເປັນເຄື່ອງມືຊ່ວຍຍ່າງຂອງຜູ້ສູງອາຍຸ ແລະຜູ້ທີ່ມີກ້າມເນື້ອຂາອ່ອນແຮງ (ແຕ່ຍັງສາມາດຍ່າງດ້ວຍຕົວເອງໄດ້) ຄວາມຮ່ວມມືໃນເທື່ອນີ້ ເປັນການປະເມີນຄວາມຄ່ອງຕົວແລະປະສິດທິພາບໃນການໃຊ້ງານຂອງອຸປະກອນຊ່ວຍຍ່າງຂອງຮອນດ້າ ໂດຍຜ່ານໂຄງການຟື້ນຟູສະມັດຖະພາບການຍ່າງຂອງໂຮງພະຍາບານຄາຊູມິງາເຊກິ-ມິນາມາ ເພື່ອຊ່ວຍໃຫ້ຜູ້ທີ່ມີບັນຫາດ້ານການຍ່າງສາມາດຍ່າງໄດ້ອີກຄັ້ງຢ່າງປອດໄພແລະປະສິດທິພາບ
 ຜູ້ເຂົ້າຮັບການຟື້ນຟູກັບອຸປະກອນຊ່ວຍຍ່າງ ນອກຈາກນີ້ຍັງໄດ້ມີການເກັບຂໍ້ມູນແລະມຸມມອງຕ່າງ ໆ ທັງຈາກຜູ້ທີ່ເຂົ້າຮັບການບຳບັດ, ນັກກາຍຍະພາບບຳບັດ, ແພດລວມໄປເຖິງນັກວິໄຈ ເພື່ອນຳໄປສຶກສາແລະປັບປຸງໃຫ້ການເຮັດວຽກຂອງອຸປະກອນດັ່ງກ່າວມີປະສິດທິພາບຍິ່ງຂຶ້ນ ທັງນີ້ ຮອນດ້າໄດ້ເລີ່ມວິໄຈແລະພັດທະນາອຸປະກອນຊ່ວຍຍ່າງນີ້ ຕັ້ງແຕ່ປີ ພ. ສ. 2542 ໂດຍມີວັດຖຸປະສົງເພື່ອຊ່ວຍໃຫ້ຜູ້ຄົນສາມາດເດິນທາງໄປໃນທີ່ຕ່າງ ໆຢ່າງມີຄວາມສຸກ ສຳລັບເທັກໂນໂລຢີທີ່ນຳມາໃຊ້ໃນອຸປະກອນນີ້ ຄື ນະວັດກຳພິເສດທີ່ພັດທະນາມາຈາກການສຶກສາການຍ່າງຂອງມະນຸດມາເປັນຍາວນານ ຊຶ່ງຮອນດ້າໃຊ້ໃນການວິໄຈແລະພັດທະນາ "ອາຊິໂມ" ຫຸ່ນຍົນຄ້າຍມະນຸດທີ່ລ້ຳຍຸກທີ່ສຸດໃນໂລກ ແລະດ້ວຍອຸປະກອນຊ່ວຍຍ່າງດັ່ງກ່າວ ຜູ້ໃຊ້ຈະສາມາດກ້າວຂາໄດ້ຍາວກວ່າປົກກະຕິ ເມື່ອປຽບທຽບກັບເວລາທີ່ບໍ່ໃຊ້ ສົ່ງຜົນໃຫ້ການຍ່າງງ່າຍຍິ່ງຂຶ້ນ ປະຈຸບັນນີ້ອຸປະກອນຊ່ວຍຍ່າງດັ່ງກ່າວຢູ່ໃນລະຫວ່າງການທົດສອບຄວາມພ້ອມ ໂດຍກ່ອນໜ້ານີ້ ຮອນດ້າໄດ້ນຳເທັກໂນໂລຢີດັ່ງກ່າວອອກມາເຜີຍແຜ່ໃນງານສະແດງນິທັດການຕ່າງ ໆ ລວມເຖິງງານ BARRIER FREE 2008 ທີ່ຈັດຂຶ້ນ ນ ເມືອງໂອຊາກ້າ ເມື່ອເດືອນເມສາທີ່ຜ່ານມາ ຊຶ່ງເປັນງານລະດັບນານາຊາດທີ່ຈັດສະແດງກ່ຽວກັບເຄື່ອງມືແລະການຟື້ນຟູສະມັດຖະພາບຂອງຮ່າງກາຍສຳລັບຜູ້ສູງອາຍຸແລະຜູ້ພິການ ລວມເຖິງງານ Welfare 2008 ທີ່ສູນນິທັດສະການ ນານາຊາດ ເມືອງນາໂກຢາ ເມື່ອເດືອນມິຖຸນາທີ່ຜ່ານມາ ຊຶ່ງໄດ້ຮັບການຕອບຮັບຢ່າງກວ້າງຂວາງຈາກຜູ້ເຂົ້າຮ່ວມທີ່ທົດລອງໃຊ້ອຸປະກອນດັ່ງກ່າວ
Source: bcoms |
__________________________________________________________________________________
___________________________ຕະຫລາດ ລາວຊ້າ / Laozaa E-market___________________________
__________________________ຕາລາງຫນັງສາຍໃນ ITECC___________________________