|
|
|||||||||||||||||||
| ອ່ານ e-mail ຂອງ ບິວ ເກດ ທີ່ສົ່ງໄປຈົ່ມໃຫ້ລູກນ້ອງ |
|
|
|
| Written by birdflu2007.exe | |
|
ເຊິ່ງໄດ້ສ້າງຄວາມມະຫັດສະຈັນໃຫ້ແກ່ໂລກໄອທີນັບຕັ້ງແຕ່ລາວໄດ້ຖືກຳເນີດມາຕັ້ງແຕ່ປີ 1955 ຫລືເມື່ອ 53 ປີກ່ອນ ---- Original Message ---- From: Bill Gates Sent: Wednesday, January 15, 2003 10:05 AM To: Jim Allchin Cc: Chris Jones (WINDOWS); Bharat Shah (NT); Joe Peterson; Will Poole; Brian Valentine; Anoop Gupta (RESEARCH) Subject: Windows Usability Systematic degradation flame ຂ້ອຍຂ້ອນຂ້າງຜິດຫວັງທີ່ການໃຊ້ Windows ເບິ່ງຄືຈະຖອຍຫລັງລົງຄອງຄືກັນທຸກມື້ ແລະກຸ່ມທີ່ເຮັດວຽກດ້ານການບໍລິຫານຈັດການໂປຣແກຣມກໍ່ບໍ່ຍົກເລື້ອງນີ້ມາຖົກເປັນບັນຫາຈັກເທື່ອ ຂ້ອຍຈະຍົກຕົວຢ່າງສິ່ງທີ່ຂ້ອຍເຈິມື້ວານນີ້ກະແລ້ວກັນ ຂ້ອຍຕ້ອງການໂຫລດໂປຣແກຣມ Moviemaker ແລະຊື້ຊຸດໂປຣແກຣມ Digital Plus ຂ້ອຍກໍເລີຍເຂົ້າໄປເວັບ Microsoft.com ແລ້ວກໍໄປທີ່ຫນ້າດາວໂຫລດ ແຕ່ປະກົດວ່າ 5 ຄັ້ງທຳອິດ ຂ້ອຍເຂົ້າໄປດາວໂຫລດບໍ່ໄດ້ ເພາະເວັບຂ້ອນຂ້າງຊ້າແລະແຈ້ງວ່າຫມົດເວລາ (time out) ແຕ່ສຸດທ້າຍຂ້ອຍກໍພະຍາຍາມເຂົ້າໄປຈົນໄດ້ ເມື່ອເຂົ້າໄປໄດ້ແລ້ວໂປຣແກຣມ Moviemaker ບໍ່ໄດ້ຢູ່ໃນ 5 ອັນດັບທຳອິດທີ່ຈະໃຫ້ດາວໂຫລດ ຂ້ອຍກໍເລີຍຄຣິກໄປເບິ່ງອີກ 45 ອັນດັບທີ່ເຫລືອ ແຕ່ກໍບໍ່ເຫັນ ຈຶ່ງຫັນມາລອງໃຊ້ລະບົບກອງຄຳຄົ້ນຫາ ໂດຍໃຊ້ຄຳວ່າ Media...ບໍ່ເຫັນ movie...ຍັງບໍ່ເຫັນ movie maker...ບໍ່ເຫັນຈັກຫນ້ອຍເລີຍ ຂ້ອຍຫມົດຄວາມອົດທົນ ຈຶ່ງອີເມວໄປຫາ Amir ຖາມວ່າໂປຣແກຣມ Moviemaker ທີ່ຈະໃຫ້ດາວໂຫລດຢູ່ບ່ອນໃດ ມັນມີຢູ່ໃນເວັບຫລືບໍ່ ລາວຕອບວ່າໃຫ້ຂ້ອຍເຂົ້າໄປໃນຫນ້າທຳອິດຂອງເວັບ ແລະພິມຄຳວ່າ movie maker (ບໍ່ແມ່ນ moviemaker) ລົງໃນຊ່ອງ search ຂ້ອຍຈຶ່ງລອງເບິ່ງ ແລ້ວກໍພົບວ່າເວັບນີ້ຊ້າຢ່າງຫນ້າສົມເພດ ມັນໃຊ້ເວລາເຖິງ 6 ວິນາທີໃນການຄົ້ນຫາ ພໍຫາເຈິແລ້ວກໍຫວັງວ່າຈະມີປຸ່ມໃຫ້ກົດດາວໂຫລດເລີຍ ແຕ່ປະກົດວ່າລະບົບບອກໃຫ້ໄປທີ່ຫນ້າ Windows Update ກ່ອນເພື່ອລົງ hotfix ແລະອີ່ຫຍັງຕໍ່ອີ່ຫຍັງຫລາຍອັນໄປຫມົດ ນີ້ເປັນເລື້ອງປະຫລາດສຳລັບຂ້ອຍເອົາຫລາຍໆ ເປັນຫຍັງຂ້ອຍຕ້ອງໄປທີ່ຫນ້າອື່ນໆ ແລະສະແກນອີ່ຫຍັງອີກຫລາຍຢ່າງ ເພື່ອທີ່ຈະດາວໂຫລດ Moviemaker ເທົ່ານັ້ນເອງ ສຸດທ້າຍຂ້ອຍກໍຈຳເປັນຕ້ອງໄປຫນ້າ Windows Update ແລ້ວມັນກໍບັງຄັບໃຫ້ຂ້ອຍດາວໂຫລດໄຟລທັງຫມົດແຖມບໍ່ໄດ້ໂຫລດພ້ອມກັນອີກ ມັນໃຫ້ຂ້ອຍເລືອກໂຫລດເທື່ອລະໂຕໆ ຄຳຖາມກໍຄື Windows Update ມັນບໍ່ຮູ້ຈັກວິທີທີ່ຈະລົມກັບ Windows ກັນເອງຫລືວ່າອັນໃດຈຳເປັນໃຫ້ດາວໂຫລດໄປເລີຍ ຈາກນັ້ນຂ້ອຍກໍ່ສັ່ງໃຫ້ມັນສະແກນ ເຊິ່ງໃຊ້ເວລາຂ້ອນຂ້າງດົນ ເມື່ອສະແກນ ແລ້ວໆ ມັນບອກວ່າຂ້ອຍຕ້ອງດາວໂຫລດໄຟລທັງຫມົດ 17 MB ຊ່ວງດາວໂຫລດຖື ວ່າໄວໃຊ້ໄດ້ ແຕ່ຊ່ວງ Install ກັບໃຊ້ເວລາດົນເຖິງ 6 ນາທີ ແລະເຮັດໃຫ້ຄອມພິວເຕີເຮັດວຽກຂ້ອນຂ້າງຊ້າຫລາຍຈົນຂ້ອຍບໍ່ສາມາດໃຊ້ງານຢ່າງອຶ່ນໄດ້ເລີຍ ມັນບ້າຫລາຍໆ ເທົ່ານັ້ນຍັງບໍ່ພໍຫລັງຈາກ Install ຮຽບຮ້ອຍມັນບອກໃຫ້ຂ້ອຍ reboot ເຄື່ອງ ບໍ່ເຂົ້າໃຈວ່າເປັນຫຍັງຕ້ອງ reboot ທັງໆ ທີ່ຂ້ອຍກໍ່ສັ່ງ reboot ທຸກຄືນຢູ່ແລ້ວ ແລ້ວນິຈະມາໃຫ້ reboot ອີກເຮັດຫຍັງ ເອົ່າລະເຖິງຢ່າງໃດຂ້ອຍກໍຕ້ອງ reboot ເພາະລະບົບບັງຄັບຕ້ອງໃຫ້ເຮັດແນວນັ້ນ ເຊິ່ງແນ່ນອນວ່າງານທີ່ຂ້ອຍເຮັດຄ້າງຢູ່ນັ້ນຫາຍໄປຫມົດພໍເຄື່ອງເປີດມາໃຫມ່ ຂ້ອຍກໍເກືອບລືມໄປແລ້ວວ່າໂຕເອງຕ້ອງການເຮັດຫຍັງໃນຕອນທຳອິດ ຂ້ອຍກັບໄປທີຫນ້າເວັບ Microsoft ອີກຄັ້ງ ແລະເຂົ້າໄປຈົນເຫັນບ່ອນດາວໂຫລດ Moviemaker ແຕ່ລະບົບໃຫ້ຄຣິກເລືອກ OS ທີ່ໃຊ້ຢູ່ເສຍກ່ອນ ເຊິ່ງຂ້ອຍໃຊ້ Windows XP ແຕ່... ເປັນຫຍັງຂ້ອຍຕ້ອງແຈ້ງວ່າຂ້ອຍໃຊ້ XP ທັງໆທີ່ຕອນເຮັດ Windows Update ມັນກໍຮູ້ວ່າຂ້ອຍໃຊ້ XP ຢູ່ ມັນປະຫລາດຫລາຍ ຈັ່ງໃດກໍຕາມ ເມື່ອຂ້ອຍຄຣິກ XP ແລ້ວໃນທີ່ສຸດກໍພົບ Moviemaker ຈົນໄດ້ ຊ່ວງດາວໂຫລດຍັງໄວຄືເກົ່າ ແຕ່ຊ່ວງ Install ກໍຊ້າຫລາຍຄືເກົ່າ ແລະໃນລະຫວ່າງນັ້ນ ລະບົບບອກວ່າຕ້ອງມີໂປຣແກຣມ Windows Media Series 9 ອີກ ຂ້ອຍຈຶ່ງຕ້ອງໄດ້ໄປດາວໂຫລດມາອີກ ເທື່ອນີ້ມີຫນ້າຕ່າງຂຶືນມາບອກວ່າຈະ Open ຫລື Save ຂ້ອຍບໍ່ຮູ້ວ່າຕ້ອງກົດອັນໃດ ປະຫລາດຫລາຍທີ່ບໍ່ມີຄຳອະທິບາຍບອກຄວາມແຕກຕ່າງຂອງມັນ ຂ້ອຍຈຶ່ງເລືອກ Open ເຊິ່ງກໍ່ເຊັນເຄີຍຊ່ວງດາວໂຫລດໄວ ແຕ່ Install ດົນເຖິງ 7 ນາທີ ເຖິງຕອນນີ້ຂ້ອຍຄິດວ່າ ຫນ້າຈະໄດ້ໂປຣແກຣມ Moviemaker ມາແລ້ວ ຈຶ່ງລອງໄປເບິ່ງທີ່ add/remove programs ໃນເຄື່ອງເພື່ອໃຫ້ແນ່ໃຈວ່າດາວໂຫລດສຳເລັດແທ້ໆ ປະກົດວ່າ...ບໍ່ມີ!!! ມີແຕ່ຂີ້ເຫຍື້ອອີ່ຫຍັງກະບໍ່ຮູ້ ເຕັມໄປຫມົດ ຢ່າງພວກ Microsoft Autoupdate Exclusive test package, Microsoft Autoupdate Reboot test package, Microsoft Autoupdate testpackage1, Microsoft Autoupdate testpackage2, Microsoft Autoupdate test package3 ບາງຄົນລອງລຶບໂຕທີ່ບໍ່ໄດ້ໃຊ້ອອກໄປ ປະກົດວ່າລະບົບໄຟລໃຊ້ບໍ່ໄດ້ອີກເລີຍ ພວກ registry ກໍໃຊ້ບໍ່ໄດ້ ລາຍຊື່ໂປຣແກຣມພວກນີ້ກໍກາຍເປັນຂີ້ເຫຍື້ອໄປ ເທົ່ານັ້ນຍັງບໍ່ພໍຂ້ອຍລອງໄລ່ເບິ່ງໄປເລື້ອຍໆ ກໍພົບໄຟລທີ່ມີຊື່ແປກໆຢ່າງເຊັ່ນ Windows XP Hotfix see Q329048 for more information ມັນແມ່ນອີ່ຫຍັງກັນ...Q329048 ແມ່ນຫຍັງມັນຈະເລະເທະຂະຫນາດນີ້ ມີຂີ້ເຫຍື້ອຊະຊາຍໄປຫມົດ ແຕ່ບໍ່ມີ Moviemaker ຂ້ອຍຈຶ່ງລົ້ມເລີກຄວາມຕັ້ງໃຈຫັນໄປດາວໂຫລດ Digital Plus ແທນ ແຕ່ລະບົບບອກໃຫ້ຂ້ອຍໃສ່ຂໍ້ມູນກ່ຽວກັບໂຕເອງໃຫ້ຄົບເສຍກ່ອນ ພໍໃສ່ຮຽບຮ້ອຍ ລະບົບບອກວ່າຂ້ອຍພິມບາງຢ່າງຜິດ ຕ້ອງພິມໃຫມ່ ແລ້ວມັນກໍ່ລຶບຂໍ້ມູນທີ່ໃສ່ອອກເກືອບຫມົດ ຂ້ອຍຕ້ອງນັ່ງກອກຂໍ້ມູນແບບນີ້ 5 ຄັ້ງ ເພາະມັນລຶບຂໍ້ມູນທຸກຄັ້ງທີ່ຂ້ອຍພິມຜິດ ຈົນຂ້ອຍບໍ່ຮູ້ວ່າພິມຜິດບ່ອນໃດແດ່ ກວ່າ 1 ຊົ່ວໂມງທີ່ຂ້ອຍຕ້ອງໃຊ້ງານເທິງຫນ້າເວັບ Microsoft ເຊິ່ງພົບວ່າມັນບໍ່ດີແລະບ້າອີ່ຫລີ ແລະສຸດທ້າຍຂ້ອຍກໍບໍ່ໄດ້ໂປຣແກຣມ Moviemaker ແລະ Digital Plus ຈົນໄດ້ ---------------------------- ນີ້ເປັນອີເມວທີ່ ບິວ ເກດ ສົ່ງໃຫ້ລູກນ້ອງອ່ານເມື່ອ 5 ປິກ່ອນ ເຊິ່ງບໍ່ຈຳເປັນຕ້ອງສະທ້ອນເຖິງປະສິດທິພາບການໃຊ້ງານຂອງເວັບ Microsoft ໃນປະຈຸບັນ ຢ່າງໃດກໍຕາມ ບິວ ເກດ ບອກວ່າ “ບໍ່ມີມື້ໃດເລີຍທີ່ຂ້ອຍຈະບໍ່ສົ່ງເມວເຖິງພະນັກງານ ເພາະນັ້ນຄືວຽກຂອງຂ້ອຍ” Source: bangkokbiznews |
| < Prev | Next > |
|---|
___________________________ຕະຫລາດ ລາວຊ້າ / Laozaa E-market___________________________
![]() Christine Mcguire | ![]() Annie Burks | ![]() Louise Dillard | ![]() Boyd Mccarthy |
![]() Jonathan Patton | ![]() John Kane | ![]() Therese Good | ![]() Shannon Jefferson |
__________________________ຕາລາງຫນັງສາຍໃນ ITECC___________________________












|
|
|