Firefox 3.0 ມື້ດຽວໂຫລດທະລຸ 8 ລ້ານເທື່ອ ນັກວິໃຈແຈ້ງບັ້ກໃຫ້ຫີບແກ້ໄຂ PDF Print E-mail
User Rating: / 1
PoorBest 
Written by birdflu2007.exe   

ແຟ້ມພາບໜ້າຕ້ອນຮັບຂອງ Firefox3.0 ເວີຊັ້ນທົດລອງ ຫລ້າສຸດໂມຊິນລາເປີດເຜີຍຈຳນວນຍອດດາວໂຫລດຫລາຍກວ່າ 8 ລ້ານເທື່ອໃນຊ່ວງ 24 ຊົ່ວໂມງທຳອິດ


 
       ຫລັງຈາກອອກມາປະກາດຄວາມຫວັງວ່າ ການເປີດໃຫ້ດາວໂຫລດບລາວເຊີ້ໃໝ່ Firefox3.0 ເວີຊັ້ນເຕັມເມື່ອວັນອັງຄານທີ 17 ມິຖຸນາຈະມີຍອດຈຳນວນຜູ້ດາວໂຫລດຫລາຍເປັນປະຫວັດການພໍໃຫ້ກິນເໜດບຸ໊ກມາຂຶ້ນທະບຽນທີ່ສຸດຂອງໂລກ ເບິ່ງຄືຄວາມຫວັງນີ້ຈະບໍ່ພິກລັອກເພາະໂມຊິນລາເປີດເຜີຍຈຳນວນຍອດດາວໂຫລດຫລາຍກວ່າ 8 ລ້ານເທື່ອໃນຊ່ວງ 24 ຊົ່ວໂມງ ເຖິງວ່າພຽງ 5 ຊົ່ວໂມງທຳອິດ ບໍລິສັດຮັກສາຄວາມປອດໄພແຫ່ງໜຶ່ງຈະລາຍງານຕໍ່ໂມຊິນລາວ່າມີຂໍ້ບົກຜ່ອງລະດັບຮ້າຍແຮງໃນໂປຣແກຣມ ເພື່ອໃຫ້ເລັ່ງແກ້ໄຂກໍຕາມ  ຜູ້ລາຍງານບັນຫາໃນ Firefox 3.0 ພຽງ 5 ຊົ່ວໂມງຫລັງການເປີດໃຫ້ດາວໂຫລດຄື Tipping Point ໂດຍຂະນະທີ່ການແກ້ບັນຫາຍັງບໍ່ແລ້ວສຳເລັດເຊັ່ນນີ້ Tipping Point ຈຶ່ງບໍ່ໃຫ້ລາຍລະອຽດຂໍ້ບົກຜ່ອງທີ່ເກິດຂື້ນ ໂດຍເປີດເຜີຍພຽງວ່າໄດ້ຈັດລະດັບຄວາມຮ້າຍແຮງຂອງບັນຫາໄວ້ທີ່ລະດັບສູງຫລື high ເຊິ່ງຈະເປັນອັນຕະລາຍຕໍ່ຜູ້ໃຊ້ທີ່ບັງເອີນຄຣິກເວັບເຜດຝັງເມວແວ
       
       ບັນຫາດັ່ງກ່າວເກີດຂຶ້ນໃນ Firefox 2.0 ເຊັ່ນດຽວກັນ ໂດຍ Tipping Point ລະບຸວ່າຫາກໂມຊິນລາແກ້ບັນຫາດັ່ງກ່າວສຳເລັດ ບໍລິສັດຈຶ່ງຈະເຜີຍແຜ່ລາຍລະອຽດແລະຄຳແນະນຳແກ່ສາວົກຈິ້ງຈອກໄຟເທິງເວັບໄຊຕໍ່ໄປ
       
       ບໍ່ມີລາຍງານຄວາມເຫັນຈາກໂມຊິນລາໃນກໍລະນີນີ້ ແຕ່ມີການເປີດເຜີຍຍອດດາວໂຫລດ Firefox 3.0 ວ່າຢູ່ທີ່ 8,349,074 ເທື່ອ ເກັບສະຖິຕິຕັ້ງແຕ່ຊ່ວງ 14.16 ໂມງ ຂອງວັນອັງຄານເຖິງ 14.16 ໂມງ ຂອງວັນພຸດຕາມເວລາສະຫະລັດ ຯ ຖືເປັນສັດສ່ວນທີ່ຫລາຍທີ່ສຸດເທົ່າທີ່ເຄີຍມີການເປີດໃຫ້ດາວໂຫລດຊອຟຕ໌ແວໃນມື້ທຳອິດ
       
       ໂມຊິນລາຈຶ່ງເຊີນ Guinness World Record ເພື່ອມາຈົດສະຖິຕິການດາວໂຫລດ Firefox 3.0 ວ່າມີຈຳນວນຫລາຍທີ່ສຸດໃນການເປີດໃຫ້ດາວໂຫລດ 24 ຊົ່ວໂມງທຳອິດ ໂດຍສະຖິຕິ 8 ລ້ານເທື່ອນັ້ນຊະນະ Firefox 2.0 ທີ່ຖືກດາວໂຫລດໄປ 1.6 ລ້ານເທື່ອໃນ 24 ຊົ່ວໂມງທຳອິດ
       
       ມອດຊິນລາຍັງຢູ່ລະຫວ່າງການພິຈາລະນາຈາກຄະນະກຳມະການກິນເໜດບຸ໊ກໃນຂະນະນີ້
       

Source: manager Cyberbiz
 
< Prev   Next >
__________________________________________________________________________________
___________________________ຕະຫລາດ ລາວຊ້າ / Laozaa E-market___________________________

Christine Mcguire

Annie Burks

Louise Dillard

Boyd Mccarthy

Jonathan Patton

John Kane

Therese Good

Shannon Jefferson

__________________________ຕາລາງຫນັງສາຍໃນ ITECC___________________________

Punlao | laoupload.com | au8ust.org| pnomsin