|
|
|||||||||||||||||||
| Half-Life 2 Episode Two Review by Gamer Hardcore |
|
|
|
| Written by Defago | |
|
Half-Life 2 - Episode Two ການກັບມາຂອງ Source engine ທີ່ຈະຈັບໃຈນັກຫຼິ້ນເກມໄປອີກຍາວນານ ![]() ຫຼັງຈາກ Half-Life 2 ໄດ້ອອກມາຂະເຍົ່າວົງການເກມ PC ໄປແລ້ວ ໃນວັນທີ 16 ພະຈິກ 2004, ເຊິ່ງມັນເຮັດໃຫ້ຮູ້ກັນທົ່ວໜ້າເຖິງຂຸມພະລັງຂອງ engine "Source". ບໍ່ເທົ່ານັ້ນ ບໍລິສັດ Valve ເຈົ້າຂອງເກມ, ກໍ່ຍັງບໍ່ໄດ້ຢຸດຢັ້ງ ຫຼັງຈາກນັ້ນມາອີກ ໃນວັນທີ 6 ມິຖຸນາ 2006 ຫຼື 1ປີ 7ເດືອນ Valve ຍັງໄດ້ສົ່ງ Half-Life 2 Episode One ມາກະຊາກຫົວໃຈຄໍເກມອີກນັບລ້ານໆ. ແລະ ບັດນີ້ ໃນວັນທີ 10 ຕຸລາ 2007, ການກັບມາອີກຄັ້ງ ຂອງ Half-Life 2 ໃນນາມ Episode Two ເຊິ່ງຍັງຄົງໃຊ້ Source engine ຕົວເດີມທີ່ໄດ້ຮັບການປັບປຸງໃໝ່ ເຮັດໃຫ້ນັກຫຼິ້ນເກມທົ່ວໂລກຕ້ອງ ຕະລືງ ກັບ ການປ່ຽນແປງຢ່າງມະຫາສານ, ລົບທຸກຄຳວິຈານທີ່ຫຼາຍຄົນຄິດວ່າ "Engine Source ມັນລ້າຫລັງໄປແລ້ວ". ![]() engine Source ໄດ້ຖືກປັບປຸງໃຫ້ຮອງຮັບ Texture Very High ແລະ Motion Blur (ເທັກໂນໂລຍີ້ສຸດຮິດໃນປັດຈຸບັນ)
![]()
engine Source ທີ່ຖືກປັບປຸງມາໃໝ່ ໃຫ້ພາບສົມຈິງເໜືອຈິນຕະນາການ HL2EP2 ຈະມາເປັນແພັກ Orange Box ທີ່ມາພ້ອມກັບເກມທີ່ໜ້າສົນໃຈອີກ 2 ເກມ ນັ້ນຄື: Portal ແລະ Team Fortress 2. engine Source ໄດ້ຖືກປັບປຸງໃຫ້ຮອງຮັບ ![]() ຕົວລະຄອນໃໝ່ Dr.Magnusson, 1 ໃນ 3 ນັກວິທະຍາສາດທີ່ລອດຊີວິດໃນເຫດການ Black Mesa. ![]() ມອກຂວັນສຸດອະລັງການ. ![]() ເຮົາຈະສັງເກດເຫັນວ່າ ໃນ Ep2 ນີ້ຈະມີການໃຫ້ແສງເງົາ ທີ່ຖືກກະທົບດ້ວຍແສງຈາກໄຟສາຍຂອງເຮົາອີກດ້ວຍ. ![]() ໂອ່... ມັນຄືມາງາມແທ້! ເນື້ອເລື່ອງຫຼັກຂອງ Ep2 ນີ້ກໍ່ຄື ເຮົາຕ້ອງທຳການໜີ ຝູງສັດຕູທີ່ໄລ່ລ້າຕາມຂໍ້ມູນທີ່ເຮົາລັກມາໄດ້ໃນ Ep1 ໄປຍັງຖານ White Forest ຈຸດທີ່ເຊົ່ງເປັນຖານທີ່ໝັ້ນຂອງກອງກຳລັງຕໍ່ຕ້ານ ແລະ ຄາດວ່າຈະເປັນບ່ອນທີ່ເອີ້ນໄດ້ເຕັມປາກວ່າປອດໄພ... ໃນ Ep2 ນີ້ຈະມີສັດຕູຕົວສະກາດເພີ່ມຂຶ້ນມາສອງຕົວຄື: Antlion Worker ແລະ Hunter (ທຳອິດຖືກເອີ້ນວ່າ Mini Strider). Antlion Worker ເຮົາຈະພົບເຫັນສະເພາະໃນຊ່ວງເຄິ່ງທຳອິດຂອງເກມ ແຕ່ທາງ Hunter ນັ້ນຈະເປັນຄູ່ກັດກັບເຮົາໄປຕະຫຼອດເກມ. ໃນ EP2 ຜູ້ຫຼິ້ນຍັງຈະພົບກັບເຫດການທີ່ເຮັດໃຫ້ເຮົາຕື່ນເຕັ້ນ ແລະ ເສົ້າເສີຍໃຈທີ່ເຮົາບໍ່ໄດ້ຄາດຄິດ, ທັງຄວາມເປັນມາຂອງ G-Man ແລະ ສັດຕູທີ່ເຮົາບໍ່ສາມາດຕໍ່ກອນໄດ້ເລີຍແມ້ແຕ່ໜ້ອຍດຽວ ນັ້ນຄື Advisor ທີ່ໝັ້ນໃຈໄດ້ເລີຍວ່າຈະເປັນຄຸ່ປັບຫຼັກຂອງເຮົາ ໃນ Episode Three ຢ່າງແນ່ນອນ. Alyx ຈະມີບົດບາດສຳຄັນຢ່າງຍິ່ງຕໍ່ການດຳເນີນເນື້ອງເລື່ອງ ແລະ ເຮັດໃຫ້ທຸກສິ່ງທຸກຢ່າງມີອາລົມຫຼາຍຂຶ້ນ, ເນື່ອງຈາກຜູ້ຫຼິ້ນຈະບໍ່ສາມາດສະແດງອາລົມໃດໆໄດ້ ແຕ່ເຮົາກໍ່ສາມາດສຳພັດຄວາມຮູ້ສຶກນັ້ນໄດ້ຈາກສີໜ້າຂອງ Alyx ທີ່ເຮົາຈະໄດ້ຮັບຮູ້ໄປແຕ່ຕົ້ນຈົນຈົບ ທີ່ເປັນຈຸດທີ່ຂ້າພະເຈົ້າຍົກໃຫ້ເປັນຈຸດດີທີ່ສຸດຂອງ HL2EP2. ![]() Antlion Worker ![]() Hunter ![]() Advisor
|
| < Prev | Next > |
|---|
___________________________ຕະຫລາດ ລາວຊ້າ / Laozaa E-market___________________________
![]() Christine Mcguire | ![]() Annie Burks | ![]() Louise Dillard | ![]() Boyd Mccarthy |
![]() Jonathan Patton | ![]() John Kane | ![]() Therese Good | ![]() Shannon Jefferson |
__________________________ຕາລາງຫນັງສາຍໃນ ITECC___________________________























|
|
|