Half-Life 2 Episode Two Review by Gamer Hardcore PDF Print E-mail
User Rating: / 0
PoorBest 
Written by Defago   
Half-Life 2 - Episode Two
ການກັບມາຂອງ Source engine ທີ່ຈະຈັບໃຈນັກຫຼິ້ນເກມໄປອີກຍາວນານ


   ຫຼັງຈາກ Half-Life 2 ໄດ້ອອກມາຂະເຍົ່າວົງການເກມ PC ໄປແລ້ວ ໃນວັນທີ 16 ພະຈິກ 2004, ເຊິ່ງມັນເຮັດໃຫ້ຮູ້ກັນທົ່ວໜ້າເຖິງຂຸມພະລັງຂອງ engine "Source".
ບໍ່ເທົ່ານັ້ນ ບໍລິສັດ Valve ເຈົ້າຂອງເກມ, ກໍ່ຍັງບໍ່ໄດ້ຢຸດຢັ້ງ ຫຼັງຈາກນັ້ນມາອີກ ໃນວັນທີ 6 ມິຖຸນາ 2006 ຫຼື 1ປີ 7ເດືອນ Valve ຍັງໄດ້ສົ່ງ Half-Life 2 Episode One ມາກະຊາກຫົວໃຈຄໍເກມອີກນັບລ້ານໆ.
ແລະ ບັດນີ້ ໃນວັນທີ 10 ຕຸລາ 2007, ການກັບມາອີກຄັ້ງ ຂອງ Half-Life 2 ໃນນາມ Episode Two ເຊິ່ງຍັງຄົງໃຊ້ Source engine ຕົວເດີມທີ່ໄດ້ຮັບການປັບປຸງໃໝ່ ເຮັດໃຫ້ນັກຫຼິ້ນເກມທົ່ວໂລກຕ້ອງ
ຕະລືງ ກັບ ການປ່ຽນແປງຢ່າງມະຫາສານ, ລົບທຸກຄຳວິຈານທີ່ຫຼາຍຄົນຄິດວ່າ "Engine Source ມັນລ້າຫລັງໄປແລ້ວ".


engine Source ໄດ້ຖືກປັບປຸງໃຫ້ຮອງຮັບ Texture Very High ແລະ Motion Blur (ເທັກໂນໂລຍີ້ສຸດຮິດໃນປັດຈຸບັນ)

 


 

engine Source ທີ່ຖືກປັບປຸງມາໃໝ່ ໃຫ້ພາບສົມຈິງເໜືອຈິນຕະນາການ

   HL2EP2 ຈະມາເປັນແພັກ Orange Box ທີ່ມາພ້ອມກັບເກມທີ່ໜ້າສົນໃຈອີກ 2 ເກມ ນັ້ນຄື: Portal ແລະ Team Fortress 2. engine Source ໄດ້ຖືກປັບປຸງໃຫ້ຮອງຮັບ
Texture Very High, Motion Blur (ເທັກໂນໂລຍີ້ສຸດຮິດໃນປັດຈຸບັນ) ແລະ ສາມາດເປີດ AA ໄດ້ເຖິງ 16x. HL2EP2 ຍັງຄົງອັດເຕັມດ້ວຍຄວາມມັນ ແລະ ເນື້ອເລື່ອງທີ່ຕື່ນເຕັ້ນ ຖ່າຍທອດອອກມາໄດ້ດີຕາມທີ່ເຄີຍມີໃນ HL2 ແລະ EP1. ແຕ່ເທື່ອນີ້ ຈະຊີກສາກໃນເມືອງ City 17 ທີ່ຊ້ຳສາກເດີມໆອອກໄປຈົນໝົດຈົດ ມາຢູ່ໃນປ່າເລິກ, ເສັ້ນທາງສູ່ຖານ
White Forest. ສາກໃນປ່າເອື້ອອຳນວຍໃຫ້ engine Source ໄດ້ໂຊຄວາມສວຍງາມຂອງຕົວເອງອອກມາໄດ້ຢ່າງສຸດຂີດ, ໃບໄມ້, ຕົ້ນໄມ້, ໝອກຂວັນ ທັງພື້ນດິນ ສົມຈິງຂຶ້ນຮາວກັບໜ້າມື ຫຼັງມື.
ທາງດ້ານຕົວລະຄອນຍັງມີລາຍລະອຽດເພີ່ມຂຶ້ນມາລວງຫຼາຍເຊັ່ນດຽວກັນ, ທີ່ຂາດບໍ່ໄດ້ນັ້ນຄືການໃຫ້ແສງ ແລະ ນ້ຳ ທີ່ແນ່ນອນເປັນຈຸດເດັ່ນຂອງ engine 2 ຢູ່ແລ້ວ, ຊ້ຳຍັງໄດ້ຮັບການປັບປຸງຂຶ້ນ
ໃຫ້ສົມຈິງຍິ່ງຂຶ້ນ. ລະດັບທີ່ຕົວເກມຕ້ອງການກໍ່ບໍ່ໄດ້ສູງກວ່າຈາກເກົ່າຫຼາຍເລີຍ ຖ້າໃຜທີ່ເຄີຍຫຼິ້ນພາກທີ່ຜ່ານມາໄດ້ແຕ່ມາຫຼິ້ນພາກນີ້ຢາກຕຸກ ກໍ່ພຽງ


ຕົວລະຄອນໃໝ່ Dr.Magnusson, 1 ໃນ 3 ນັກວິທະຍາສາດທີ່ລອດຊີວິດໃນເຫດການ Black Mesa.


ມອກຂວັນສຸດອະລັງການ.


ເຮົາຈະສັງເກດເຫັນວ່າ ໃນ Ep2 ນີ້ຈະມີການໃຫ້ແສງເງົາ ທີ່ຖືກກະທົບດ້ວຍແສງຈາກໄຟສາຍຂອງເຮົາອີກດ້ວຍ.


ໂອ່... ມັນຄືມາງາມແທ້!

   ເນື້ອເລື່ອງຫຼັກຂອງ Ep2 ນີ້ກໍ່ຄື ເຮົາຕ້ອງທຳການໜີ ຝູງສັດຕູທີ່ໄລ່ລ້າຕາມຂໍ້ມູນທີ່ເຮົາລັກມາໄດ້ໃນ Ep1 ໄປຍັງຖານ White Forest ຈຸດທີ່ເຊົ່ງເປັນຖານທີ່ໝັ້ນຂອງກອງກຳລັງຕໍ່ຕ້ານ
ແລະ ຄາດວ່າຈະເປັນບ່ອນທີ່ເອີ້ນໄດ້ເຕັມປາກວ່າປອດໄພ... ໃນ Ep2 ນີ້ຈະມີສັດຕູຕົວສະກາດເພີ່ມຂຶ້ນມາສອງຕົວຄື: Antlion Worker ແລະ Hunter (ທຳອິດຖືກເອີ້ນວ່າ Mini Strider).
Antlion Worker ເຮົາຈະພົບເຫັນສະເພາະໃນຊ່ວງເຄິ່ງທຳອິດຂອງເກມ ແຕ່ທາງ Hunter ນັ້ນຈະເປັນຄູ່ກັດກັບເຮົາໄປຕະຫຼອດເກມ. ໃນ EP2 ຜູ້ຫຼິ້ນຍັງຈະພົບກັບເຫດການທີ່ເຮັດໃຫ້ເຮົາຕື່ນເຕັ້ນ
ແລະ ເສົ້າເສີຍໃຈທີ່ເຮົາບໍ່ໄດ້ຄາດຄິດ, ທັງຄວາມເປັນມາຂອງ G-Man ແລະ ສັດຕູທີ່ເຮົາບໍ່ສາມາດຕໍ່ກອນໄດ້ເລີຍແມ້ແຕ່ໜ້ອຍດຽວ ນັ້ນຄື Advisor ທີ່ໝັ້ນໃຈໄດ້ເລີຍວ່າຈະເປັນຄຸ່ປັບຫຼັກຂອງເຮົາ
ໃນ Episode Three ຢ່າງແນ່ນອນ. Alyx ຈະມີບົດບາດສຳຄັນຢ່າງຍິ່ງຕໍ່ການດຳເນີນເນື້ອງເລື່ອງ ແລະ ເຮັດໃຫ້ທຸກສິ່ງທຸກຢ່າງມີອາລົມຫຼາຍຂຶ້ນ, ເນື່ອງຈາກຜູ້ຫຼິ້ນຈະບໍ່ສາມາດສະແດງອາລົມໃດໆໄດ້
ແຕ່ເຮົາກໍ່ສາມາດສຳພັດຄວາມຮູ້ສຶກນັ້ນໄດ້ຈາກສີໜ້າຂອງ Alyx ທີ່ເຮົາຈະໄດ້ຮັບຮູ້ໄປແຕ່ຕົ້ນຈົນຈົບ ທີ່ເປັນຈຸດທີ່ຂ້າພະເຈົ້າຍົກໃຫ້ເປັນຈຸດດີທີ່ສຸດຂອງ HL2EP2.


Antlion Worker


Hunter


Advisor


  ລະບົບການຫຼິ້ນ ຍັງຄົງຕົວແບບເກົ່າ ແຕ່ທະວ່າ ໃນ EP2 ນີ້, ຈະມີການເພີ່ມລູກຫຼິ້ນໃໝ່ໆອີກຫຼາຍຢ່າງ, ບໍ່ວ່າຈະເປັນການຕີຕົວນອນເພື່ອເກັບພະລັງງານໃນຕົວມາເພີ່ມພະລັງໃຫ້ສຸດເກາະເຮົາ,
ຫຼື ຈະເປັນ radar ທີ່ຕິດຢູ່ລົດຄັນໂປດຂອງເຮົາ ທີ່ຈະມີ censor ກວດຫາກ່ອງສຳພາລະ, ໃນ Ep2 ນີ້ ເຮົາຈຳເປັນຕ້ອງໄດ້ຕໍ່ສູ້ກັນໃນສາກທີ່ກວ້າງຂວາງ, ມີທັງຂີ່ລົດເພື່ອໄປທຳລາຍ
ສັດຕຸຕາມແຕ່ລະຈຸດຕາມໄດ້ມອບໝາຍ ເຊິ່ງຜູ້ຫຼິ້ນຈະຄົ້ນພົບວ່າຕົວເອງໄດ້ສຳຫຼວດໄປໃນສະຖານທີ່ເກົ່າໃນຫຼາຍໆມຸມຫຼາຍກວ່າ ແທນທີຈະເດີນໜ້າໄປບ່ອນໃໝ່ເລື້ອຍໆ. ແຕ່ທີ່ເດັ່ນໃນ Ep2
ທີ່ເຫັນຈະເປັນແນວທີ່ເພີ່ມລົດຊາດໃນສາກ action ນີ້ ເຫັນຈະບໍ່ມົ້ນໝໍ Magnusson Bomb (ເອີ້ນງ່າຍໆ​ Sticky Bomb) ທີ່ເຮັດໃຫ້ເຮົາລົ້ມໂຕ Strider ທີ່ຍືນສູງຊ່ຳຕຶກ 3 ຊັ້ນ
ທີ່ເຮົາລົ້ມຍາກໜັກຍາກໜາ ໃນສອງພາກທີ່ຜ່ານມາໄດ້ງ່າຍໆ, ພຽງແຕ່ຍິງ Sticky Bomb ໄປຕິດກັບຕົວ Strider ແລ້ວ ທຳການໃຊ້ປືນທີ່ທະນັດຍິງໃສ່ Sticky Bomb ເພື່ອໃຫ້ມັນ
ລະເບີດເຈົ້າໂຕ Strider ນີ້ໃຫ້ມູນອ໊ອບຢ໊ອບ ໃນຄັ້ງດຽວ.

  ທາງດ້ານລະບົບສຽງຂອງເກມກໍ່ໄດ້ຖືກພັດທະນາຂຶ້ນເຊັ່ນກັນ. ໃນເກມຈະມີດົນຕີປະກອບຫຼາຍຂຶ້ນກວ່າເກົ່າ ໃນທຸກໆເຫດການທີ່ສຳຄັນ, ສາກຕໍ່ສູ້ທີ່ເດັ່ນໆ ຫຼື ການປະເຊີນໜ້າກັບສັດຕຸຕົວໃໝ່.
ສຽງ effect ກໍ່ບໍ່ໄດ້ນ້ອຍໜ້າ, ເອົາເປັນວ່າລອງເປີດສຽງດັງໆ​ ແລ້ວຫຼິ້ນເກມນີ້ ຂໍບອກວ່າມັນເປັນອີ່ຫຍັງທີ່ສຸດຍອດອີ່ຫລີເດີ້.

Review by Gamer Hardcore Team.

ຂໍ້ດີ:
- ພາບສຸດອະລັງການດ້ວຍ engine Source ທີ່ຖືກຂັດເກົາມາຢ່າງດີເລີດ ເຮັດໃຫ້ຍັງຄົງກິນຊັບພະຍາກອນທີ່ທຽບເທົ່າເດີມ.
- ຄວາມຮູ້ສຶກທີ່ຖ່າຍທອດຜ່ານໃບໜ້າຂອງ Alyx ສົມຈິງດັ່ງຄົນແທ້, ທັງສຸກ ແລະ ເສົ້າ.
- ສຽງດົນຕີທີ່ເຂົ້າກັບສະຖານະການສຸດໆ ແຖມສຽງລະເບີດ, ປືນ ທີ່ເວລາຫຼິ້ນ ຂໍເປີດດັງແດ່ເທາະ.
- ບົດພາກ ແລະ ສຽງພາກທີ່ຍັງຄົງໄດ້ອາລົມ, ຟັງແລ້ວບໍ່ໜ້າເບື່ອ.
- ເນື້ອເລື່ອງທີ່ສົມບູນ ເຂັ້ມຂຸ້ນຂຶ້ນເລື່ອຍໆ.
- ລະເບີດ Magnusson ສູດມັນ ແລະ ສາກຕໍ່ສູ້ກັບບັນດາ Hunter ເປັນຝູງທີ່ຫຼິ້ນຈັກເທື່ອກໍ່ບໍ່ເບື່ອ.
ຂໍ້ດ້ອຍ:
- ມັນມ່ວນໂພດ
ໂດຍລວມ: ສຸດທ້າຍທີ່ບໍ່ທ້າຍສຸດແລ້ວ Half-Life 2 Episode Two ກໍ່ຍັງຄົງເປັນຜົນງານອີກໜຶ່ງຜົນງານຄຸນະພາບຂອງເກມໃນຊີຣີ້ Half-Life 2, ທີ່ຈະເຮັດໃຫ້ນັກຫຼິ້ນເກມນັບລ້ານໆທົ່ວໂລກ
ຕ້ອງໄດ້ຈົກກະເປົາເອົາເງິນໄປຊື້ມັນມາຫຼິ້ນໃຫ້ໄດ້, ເວົ້າໄດ້ເລີຍວ່າ: "ບໍ່ໄດ້ຫຼິ້ນເສຍຊາດເກີດອີກແລ້ວ" (ເວົ້າຄຳນີ້ມາຕັ້ງແຕ່ HL2 ແລ້ວ) ແລະ ເປັນເກມທີ່ຄຸ້ມຄ່າແກ່ການລໍຖ້າຢ່າງຍິ່ງ
ນີ້ແຫລະທີ່ຂ້າພະເຈົ້າກ້າເອີ່ຍປາກວ່າ ເປັນເກມ FPS ທີ່ດີທີ່ສຸດຕະຫຼອດການຢ່າງແນ່ນອນ.

 
< Prev   Next >
__________________________________________________________________________________
___________________________ຕະຫລາດ ລາວຊ້າ / Laozaa E-market___________________________

Christine Mcguire

Annie Burks

Louise Dillard

Boyd Mccarthy

Jonathan Patton

John Kane

Therese Good

Shannon Jefferson

__________________________ຕາລາງຫນັງສາຍໃນ ITECC___________________________

Punlao | laoupload.com | au8ust.org| pnomsin